ວິວັດທະນາການ ພາສາລາວ

ອາວະຣີ
2024.03.29
ວິວັດທະນາການ ພາສາລາວ ຮູບນີ້ແມ່ນລາຍມືການຂຽນ ໄວ້ໃນວັນທີ 18 ກໍລະກົດ ປີ 2014 ຈາກໜັງສືຈົດບັນທຶກ ຂອງ Younly ທີ່ເກັບຮັກສາໄວ້ ທີ່ສຳນັກງານເອກະສານ ໃນນະຄອນຫຼວງພະນົມເປນ ປະເທດກຳປູເຈຍ. ສ່ວນພາສາລາວ ໄດ້ຮັບອິດທິພົນ ບໍ່ສະເພາະຈາກບາລີ ແລະ ສັນສະກິດເທົ່ານັ້ນ ຍັງລວມທັງພາສາຂອມ ເຊິ່ງຖືໄດ້ວ່າເປັນສ່ວນນຶ່ງ ຂອງວິວັດທະນາການພາສາລາວນຳເຊັ່ນກັນ.
(AP Photo/Heng Sinith)

ພາສາລາວ ກໍຄືພາສາອື່ນໆຂອງໂລກ ມີການວິວັດທະນາການຫຼືປ່ຽນແປງຕະຫຼອດມາ. ນັກຊ່ຽວຊານດ້ານພາສາລາວຫຼາຍທ່ານ ໄດ້ຂຽນປະຫວັດພາສາລາວໄວ້ວ່າ ຊົນຊາດລາວ ມີພາສາຂອງຕົວເອງມາເປັນເວລາຍາວນານ ຊຶ່ງເປັນພາສາໃນຕະກູນໄຕ-ກະໄດ. ກ່ອນອື່ນໝົດ ຊົນຊາດລາວ ກໍມີພາສາເວົ້າກ່ອນ ຊຶ່ງພາສາລາວໃນສະໄໝກ່ອນນັ້ນ ສ່ວນຫຼາຍ ເປັນຄຳເວົ້າຫຼືຄຳສັບພະຍາງດຽວ ສຽງດຽວ ເຊັ່ນ ໄປ ກິນ ນອນ ໝູ ໝາ ເປັດ ໄກ່ ດ່ັງນີ້ເປັນຕົ້ນ.

ຕໍ່ມາໃນສະໄໝອານາຈັກລ້ານຊ້າງ ປົກຄອງດ້ວຍເຈົ້າຟ້າງຸ່ມມະຫາຣາດ, ຊົນຊາດລາວ ເລິ້ມມີພາສາຂຽນໃນສັດຕະວັດທີ່ 13 ໂດຍໄດ້ແບບຂຽນຈາກພາສາມອນ-ຂອມຫຼືມອນ-ຂະເໝນ ຊຶ່ງໃນສະໄໝນັ້ນ ອານາຈັກຂະເໝນກຳລັງຮຸ່ງເຮືອງສີວິໄລແລະມີອິດທິພົນ ຫາກໍ່ສ້າງອັງກໍວັດແລ້ວໃໝ່ໆ.

ຫຼັງຈາກນັ້ນ ພາສາລາວທັງພາສາເວົ້າແລະພາສາຂຽນ ກໍມີການພັດທະນາຫຼືປ່ຽນແປງຄັ້ງໃຫຍ່ ຄືໄດ້ຮັບອິດທິພົນຈາກພາສາປາລີ ສັນສະກຣິດ ແລະສາດສະໜາພຸດຈາກອິນເດັຍໃນສະໄໝສັດຕະວັດທີ່ 16. ຫຼັງຈາກນັ້ນມາ ພາສາລາວ ກໍມີຄຳສັບທີ່ມີຫຼາຍພະຍາງ ຫຼາຍຄຳຫຼືຫຼາຍສຽງ ຕົວຢ່າງ ທຳມະ ລັດຖະບານ ປະຊາຊົນ ແລະປະຊາທິປະໄຕ ລ້ວນແລ້ວແຕ່ແມ່ນຄຳສັບທີ່ມາຈາກພາສາປາລີແລະສັນສະກຣິດທັງນັ້ນ.

ໃນສະໄໝທີ່ຍັງບໍ່ມີໂຮງຮຽນ, ຄົນລາວສ່ວນຫຼາຍ ຮຽນຂຽນ ຮຽນອ່ານພາສາລາວຢູ່ໃນວັດວາອາຮາມ ຮຽນນຳຄູ່ບາອາຈານ ແລະໃນເວລານັ້ນ ຄົນລາວ ກໍຂຽນພາສາລາວແທ້ໆນັ້ນຕາມສຽງ ແລະຂຽນຄຳສັບທີ່ມາຈາກພາສາປາລີແລະສັນສະກຣິດຕາມເຄົ້າ ຕົວຢ່າງຄຳວ່າ ຣັຖບາລ ກໍຂຽນດ້ວຍຕົວຣໍ.

020.jpg

ອາດີດຄູສອນພາສາລາວທ່ານນຶ່ງ ທີ່ບໍປະສົງບອກຊື່ ໄດ້ເລົ່າປະຫວັດການໃຊ້ພາສາລາວໃນສະໄໝກ່ອນໃຫ້ວິທະຍຸເອເຊຍເສຣີຟັງ ໃນວັນທີ່ 26 ມິນາ 2024 ນີ້ວ່າ:

ມີການປ່ຽນແປງ ຕັ້ງແຕ່ສະໄໝເອື້ອຍຮຽນ ເຮົາຊິເຫັນໂຕໜັງສືທີ່ວ່າຜູ້ເຖົ້າຜູ້ແກ່ເພິ່ນຂຽນກັນ ເຮົາໄດ້ອ່ານຫັ້ນໜ໋າ ຕົວຍໍ ຄືກັນ ຍໍເຟື້ອງຄືກັບສະຫຼະອອຍນີ້ ຍໍຫ້ອຍ ຂຽນເອົາແຕ່ເຄິ່ງນຶ່ງ ເອົາແຕ່ຫົວ ເອົາໃສ່ທາງລຸ່ມໂຕຫໍ ສະຫຼະອືໃສ່ໂຕເທິງ ເພິ່ນອ່ານວ່າຫຼື; ຕໍ່ມາ ເພິ່ນຈັງ ມັນເວົ້າຍາກໂພດວ່າຊັ້ນ ໂຕລໍ ຂຽນເປັນໂຕລໍໂລດ ຂຽນໂຕຫໍ ເອົາໂຕລໍໃສ່ທາງຫຼັງ ແລ້ວໃສ່ສະຫຼະອື ຫລື.”

ເຊັ່ນດຽວກັນ ຜູ້ອຳນວຍການໂຮງຮຽນແຫ່ງນຶ່ງໃນແຂວງບໍລິຄຳໄຊ ທີ່ເຄີຍບວດຮຽນພາສາປາລີແລະສັນສະກຣິດ ແລະເຄີຍສອນພາສາລາວ ກໍອະທິບາຍວິທີຂຽນພາສາລາວໃນສະໄໝກ່ອນວ່າ:

ລຸ້ນພໍ່ເພິ່ນຂຽນລະແມ່ນເພິ່ນເອີ້ນວ່າ ໜັງສືບູຮານ ເພິ່ນຂຽນສົມມຸດວ່າ ຂາຍນີ້ນະ ຂຽນເລກ 3 ແລ້ວກະສະຫຼະອາ ແລ້ວຂຽນໂຕຍໍເຟື້ອງມາໃສ່ ຂາຍ; ໂຕນີ້ໂຕເລກ 3 ນີ້ ອ່ານວ່າໂຕຫຍັງ ໂຕຂໍ ລາວເວົ້າ; ແລະຂຽນແນວນີ້ ອ່ານວ່າແນວໃດ ເອົາສະຫຼະອາກັບໂຕຍໍເຟື້ອງໃສ່ນີ້ໜ໋າ ອັນນີ້ລະຂາຍແຫຼະອັນນີ້ໜ໋າ ເຮົາກໍອ່ານບໍ່ໄດ້.”

ແຕ່ຕໍ່ມາໃນກາງສັດຕະວັດທີ່ 20, ປະເທດລາວແບ່ງອອກເປັນສອງເຂດ ຄືເຂດປົດປ່ອຍແລະເຂດວຽງຈັນ. ໃນເຂດປົດປ່ອຍ ທ່ານ ພູມີ ວົງວິຈິດ ໄດ້ປະກາດໃຊ້ໄວຍະກອນລາວ ທີ່ກຳນົດໄວ້ວ່າ ການຂຽນພາສາລາວ ທັງຄຳສັບລາວເດີມແລະຄຳສັບທີ່ມາຈາກພາສາປາລີແລະສັນສະກຣິດ ຕ້ອງຂຽນຕາມສຽງ ຕາມການອອກສຽງ ພ້ອມທັງໄດ້ຕັດຫຼືລົບລ້າງຕົວ ຣໍ ອອກເລີຍ ບໍ່ໃຊ້ເລີຍ ຕົວຢ່າງ ຄຳທີ່ວ່າ ຣັຖບາລ ແທນທີ່ຈະຂຽນດ້ວຍຕົວ ຣໍ ຫັນລິ້ນ ກໍຂຽນດ້ວຍ ຕົວລໍ ລີງ.

ຜູ້ອຳນວຍການໂຮງຮຽນຢູ່ແຂວງບໍລິຄຳໄຊທ່ານດຽວກັນນັ້ນ ໄດ້ໃຫ້ເຫດຜົນໃນການປ່ຽນໄປຂຽນຕາມສຽງນີ້ວ່າ:

ການຂຽນຈາກເຄົ້າມາເປັນແບບງ່າຍໆເນາະ ເວົ້າໃຫ້ນັກຮຽນນີ້ເຂົ້າໃນງ່າຍໆນະ ເຂົ້າໃຈງ່າຍໆ ບໍ່ໃຫ້ໄດ້ຫັນລິ້ນຫັນຫຍັງ ມັນກໍຊິງ່າຍ ສົມມຸດວ່າ ຣັຖບານນີ້ນະ ຖ້າເຮົາເວົ້າວ່າ ລັດຖະບານນີ້ ບໍ່ຖືກ; ຣັຖບານເນາະ ຕ້ອງຫັນລິ້ນໜ້ອຍນຶ່ງ; ລັດຖະບານນີ້ ມັນເປັນພາສາລາວເຮົາ ເປັນພາສາເວົ້າແບບງ່າຍທີ່ສຸດ ຄຳວ່າຫັນລິ້ນມັນກໍໜ້ອຍ ລັດ ລະແມ່ນເອົາສະຫຼະອັກເລີຍ ໂຕລໍ ໄມ້ກັງ ໂຕດໍ ໂຕຖໍ ສະຫຼະອະ ລັດຖະບານ.”

ສ່ວນໃນເຂດວຽງຈັນ ກໍມີການປ່ຽນຫຼັກການໃນການຂຽນພາສາລາວເຊັ່ນກັນ ໂດຍສະເພາະໄດ້ປ່ຽນວິທີຂຽນຄຳສັບທີ່ມາຈາກພາສາປາລີແລະສັນສະກຣິດໃຫ້ງ່າຍຂື້ນແຕ່ກໍຍັງຮັກສາການຂຽນຕາມເຄົ້າຢູ່ໃນລະດັບນຶ່ງ ຕົວຢ່າງຄຳທີ່ວ່າ ຣັຖບານ ກໍຍັງຂຽນດ້ວຍຕົວ ຣໍ ແຕ່ຄຳວ່າ ບານ ຈະປິດທ້າຍດ້ວຍຕົວນໍ ບໍ່ແມ່ນຕົວລໍ.

ອາດີດ ອາຈານສອນອີກທ່ານນຶ່ງ ກໍໃຫ້ເຫດຜົນໃນການຂຽນຕາມເຄົ້ານັ້ນວ່າ:

ກົກເຄົ້າຂອງມັນ ທີ່ເຮົາເອົາມາ ກໍແມ່ນມາຈາກພາສາປາລີແລະສັນສະກຣິດ ແລ້ວໃນຄຳເວົ້າແຕ່ລະຄຳຫັ້ນ ມັນມີຄວາມໝາຍ ຄືຕົວຢ່າງວ່າ ສຸຂພາບ ມັນຕ້ອງຂຽນດ້ວຍຕົວຂໍ ສະຫຼະອຸ ຂໍ ມາຈາກສຸຂະ ແປວ່າເວົ້າເຖິງສຸກຂະພາບ ດັ່ງນັ້ນຈຶ່ງວ່າ ຄວາມໝາຍຂອງແຕ່ລະອັນນັ້ນ ມັນມີເຄົ້າມັນຢູ່.”

ຫຼັງຈາກນັ້ນບໍ່ດົນໃນປີ 1975, ປະເທດລາວ ໄດ້ມີການປ່ຽນແປງການປົກຄອງຄັ້ງໃຫຍ່ ທາງຝ່າຍແນວລາວຮັກຊາດ ຍຶດອຳນາດ ແລ້ວກໍປະກາດໃຊ້ພາສາລາວຕາມໄວຍະກອນຂອງທ່ານ ພູມີ ວົງວິຈິດໃນທົ່ວປະເທດລາວ ຊຶ່ງກຳນົດໄວ້ວ່າ ພາສາລາວ ຕ້ອງຂຽນຕາມສຽງ ເຊັ່ນຄຳທີ່ວ່າ ຣົຖ ທີ່ຂຽນດ້ວຍຕົວ ຣໍ ສະຫຼະອົງ ແລ້ວໂຕຖໍ ກໍຕ້ອງຂຽນເປັນ ລົດ ລໍລີງ ບໍ່ແມ່ນຕົວ ຣໍ ຫັນລິ້ນ.

030.jpg

ແຕ່ໃນພາກປະຕິບັດຕົວຈິງ ການເວົ້າແລະຂຽນຕາມໄວຍະກອນລາວສະບັບໃໝ່ລ້າສຸດນີ້ ຍັງບໍ່ຖືກຈັດຕັ້ງປະຕິບັດຢ່າງທົ່ວເຖິງເທື່ອ; ປະຊາຊົນລາວສ່ວນຫຼາຍ ລວມທັງຄູອາຈານ ກໍຍັງເວົ້າແລະຂຽນຕາມໄວຍະກອນຂອງທ່ານ ພູມີ ວົງວິຈິດຢູ່ ໝາຍຄວາມວ່າ ຍັງບໍ່ໃຊ້ໂຕ ຣໍ ເທົ່າທີ່ຄວນ ຕົວຢ່າງ ເວລາເວົ້າຫຼືຂຽນຄຳວ່າ ອະເມຣິກາ ກໍຍັງເວົ້າແລະຂຽນ ອະເມລິກາຢູ່ຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ລາວປະເທດທີສາມ
Mar 30, 2024 01:18 PM

ໄດ້ຕິດຕາມຂ່າວກ່ຽວກັບການໄຊ້ພາສາໄຫມ່ ຂອງທາງການ ສປປ ຊາວລາວທີ່ປະເທດທີສາມ ໄດ້ໃຫ້ທັສນະວ່າ ບໍ່ເຫັນມີຄວາມກ່ຽວຂ້ອງຕໍ່ການໄຊ້ສິດເສຣີພາບໃນການຂີດຂຽນ ເນື່ອງຈາກ ຄົນລາວທຸຄົນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ກໍໄດ້ລັບການສືກສາພາສາລາວເປັນພື້ນຖານຢູ່ແລ້ວ, ານປະກາດໄຊ້ພາສາລາວໄຫມ່ນັ້ນ ເປັນອຸດົມຄະຄິ ຂອງ ການຄອງປະເທດຂອງຜູ້ມີອຳນາດ, ດັ່ງນີ້ ຈື່ງເຫັນວ່າ ການໄຊ້ພາສາລາວໄຫມ່ນັ້ນ ເປັນຫນ້າທີ່ຄວນຈະໄຊ້ ແຕ່ພາກປະຊາຊົນລາວທົ່ວໄປແລ້ວ ຈະໄຊ້ພາສາທີ່ໄດ້ຮຽນມາ ຈະເປັນການຮັກສາ ວັທະນາທັມອັນດັ້ງເດີມໄດ້ດີກວ່າ ຈະມາເສດສັນປັ້ນແຕ່ງເອົາໄຫມ່. ແມ່ນບໍທ່ານ ?????