ການນໍາໃຊ້ພາສາລາວ ຍັງບໍ່ເອກະພາບ ແລະ ປະປົນພາສາຕ່າງປະເທດ: ມາຟັງນຳກັນ
ໄມຊູລີ ແລະ ໄຊຍາ
2024.04.07
2024.04.07

ການນໍາໃຊ້ພາສາລາວໃໝ່ ແມ່ນປະກົດຂື້ນແຕ່ປີ 1975 ເປັນຕົ້ນມາ ໂດຍໄປຕາມການເມືອງການປົກຄອງ. ພາສາລາວເວົ້າລວມ ເວົ້າສະເພາະຫຼັກໄວຍາກອນລາວ ແລະ ການນໍາໃຊ້ພາສາລາວ ຍັງບໍ່ເອກະພາບກັນໃນລາຍລະອຽດ ຂອງການໃຊ້ພາສາຍັງປະກົດມີຢູ່ໂດຍສະເພາະ ການຂຽນຄຳສັບ, ປະໂຫຍກ, ຂໍ້ຄວາມສຳນວນ. ສັງຄົມກໍຄືໃນວົງການໃດໜຶ່ງ ກໍຍັງມີຄວມແຕກຕ່າງກັນໃນນັ້ນ ພົບເຫັນໃນສື່ມວນຊົນຫຼາຍກ່ວາໝູູ່. ສາເຫດແມ່ນຍ້ອນບໍ່ຄຳນຶງຫຼັກການ ລວມໃນການໃຊ້ພາສາລາວ ທີ່ຜ່ານມາ.