ເມືອງໂພນໂຮງ ຈັດລະບຽບກຸ່ມຄົນເລ້ລ້ອນ-ຂໍທານ ໃນໄລຍະປະຊຸມ ສຸດຍອດອາຊ້ຽນ
2024.03.27

ຫ້ອງການ ເມືອງໂພນໂຮງ ແຂວງວຽງຈັນ ກໍໄດ້ແຈ້ງການ ໄປຍັງກົມກອງ, ຫ້ອງການ ແລະນາຍບ້ານ 59 ບ້ານ ທົ່ວເມືອງໂພນໂຮງ ໃຫ້ຮ່ວມມື ຊ່ອຍຫັນສະກັດກັ້ນ ກຸ່ມຄົນເລ້ລ້ອນຂໍທານ ບໍ່ໃຫ້ໄປເຄື່ອນໄຫວຊະຊາຍ ບ່ອນແຫຼ່ງທ່ອງທ່ຽວ ໃນນະຄອນຫຼວງວຽງຈັນ ຫາກພົບເຫັນ ກໍໃຫ້ສົ່ງກັບພູມລໍາເນົາທັນທີ.
ແລະສາເຫດນຶ່ງ ປະເທດລາວ ເປັນທານໃນການຈັດກອງປະຊຸມ ສຸດຍອດອາຊ້ຽນ ກໍຈະມີແຂກຕ່າງປະເທດ ເດີນທາງມາປະຊຸມ ໃນນະຄອນຫຼວງວຽງຈັນຕໍ່ເນື່ອງ ໃນວາລະຕ່າງໆ ເມື່ອປະຊຸມແລ້ວ ແຂກຕ່າງປະເທດ ອາຈໄປທ່ຽວຕາມສະຖານທີ່ທ່ອງທ່ຽວຕ່າງໆ ໃນນະຄອນຫຼວງວຽງຈັນ ຖ້າມີກຸ່ມຄົນເລ້ລ້ອນຂໍທານ ໄປຂໍເງິນ ແລ້ວແຂກຕ່າງປະເທດບໍ່ໃຫ້ ບາງຄົນ ກໍຈະເຮັດທ່າທາງໂວຍວາຍໃສ່ແຂກບ້ານ ແຂກເມືອງ ເຊິ່ງສົ່ງຜົລຕໍ່ພາບລັກທີ່ບໍ່ດີ ຕໍ່ປະເທດ, ດັ່ງເຈົ້າໜ້າທີ່ ຫ້ອງການເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ມີນາ ນີ້ວ່າ:
“ແມ່ນໆ ແຈ້ງອາທິດນີ້ແຫຼະ ອາຈມີແບບ ສົ່ງກັບພູມລໍາເນົາ ມັນຫຼາຍແລ້ວ ລະມັນຈະໄປລົບກວນ ແບບແຂກຕ່າງເມືອງ ຕ່າງປະເທດນໍາຕລາດ, ນໍາສະຖານທີ່ທ່ອງທ່ຽວ ທີ່ຕິດພັນກັບ ການທ່ອງທ່ຽວແດ່ຫັ້ນນ່າ ຄືບາງຄົນ ກໍໄປຂໍເງິນຫັ້ນນ່າ ຂໍບໍ່ໄດ້ ກໍແບບໂວຍວາຍອີ່ຫຍັງຫັ້ນນ່າ ມັນມີຫາງສຽງມາ.”
ຂະນະທີ່ ເຈົ້າໜ້າທີ່ ໃນແຂວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ສໍາລັບເຣື່ອງການສະກັດກັ້ນ ກຸ່ມຄົນເລ້ລ້ອນຂໍທານນີ້ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ຊ່ອຍກັນສະກັດກັ້ນ ຊ່ອຍກັນກວດ ພົບເຫັນເຂົາເຈົ້າຢູ່ບ້ານໃດ ເມືອງໃດ ກໍໃຫ້ສົ່ງກັບພູມລໍາເນົາ ໃຫ້ຄອບຄົວເບິ່ງແຍງ ບໍ່ຢາກໃຫ້ໄປເຄື່ອນໄຫວຊະຊາຍ ໃນນະຄອນຫຼວງວຽງຈັນ ຫຼື ບ່ອນສະຖານທີ່ທ່ອງທ່ຽວ ໃນໄລຍະທີ່ມີການປະຊຸມສຸດຍອດອາຊ້ຽນ ໃນລາວນີ້:
“ສໍາລັບຄົນເລ້ລ້ອນນີ້ນ່າ ກໍຂອບເຂດຢູ່ບ່ອນໃດ ກະໃຫ້ຢູ່ບ່ອນຫັ້ນແຫຼະ ເພາະວ່າຜ່ານມານີ້ ແມ່ນຄົນຈໍານວນນີ້ແຫຼະ ເຂົາເຈົ້າກໍຍ້າຍໄປຫັ້ນຍ້າຍໄປນີ້ຫັ້ນນ່າ ໃຫ້ກວດກາເບິ່ງຄືນເໝິດ ວ່າ ຄົນຢູ່ບ້ານໃດ ເມືອງໃດ ຫັ້ນນ່າ ແລ້ວກໍເອົາກັບຄືນໄປໃຫ້ຄອບຄົວ ເປັນຜູ້ຮັບຜິດຊອບຫັ້ນນ່າ ເພື່ອຄຸ້ມຄອງເຂົາເຈົ້າຫັ້ນນແຫຼະວ່າຊັ້ນສາ ບໍ່ໃຫ້ຂະເຈົ້າ ໄປເລ້ໄປລ້ອນຊະຊາຍຫັ້ນນ່າ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ສໍາລັບກຸ່ມຄົນເລ້ລ້ອນຂໍທານ ໃນນະຄອນຫຼວງວຽງຈັນ ຍັງບໍ່ມີການແຈ້ງການດັ່ງກ່າວ ອອກມາເທື່ອ ມີແຕ່ມາຕການ ໃຫ້ເຈົ້າໜ້າທີ່ຂັ້ນບ້ານ ຊ່ອຍກັນອະນາມັຍຕາມຖົນຫົນທາງໃຫ້ສະອາດ ແລະເຮັດວຽກປ້ອງກັນຄວາມສງົບ ກວດກາຄົນເຂົ້າ-ອອກ ຢ່າງເຂັ້ມງວດ ແຕ່ຄາດວ່າ ທາງການລາວ ກໍຈະມີການແຈ້ງການ ໃຫ້ເຈົ້າໜ້າທີ່ຂັ້ນບ້ານ ແລະພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນສະກັດກັ້ນ ກຸ່ມຄົນເລ້ລ້ອນຂໍທານພວກນີ້ຢູ່.
ແລະປັດຈຸບັນ ພວກກຸ່ມຄົນເລ້ລ້ອນຂໍທານ ໃນນະຄອນຫຼວງວຽງຈັນ ກໍຍັງມີຢູ່ ຈໍານວນນຶ່ງ ສ່ວນຫຼາຍ ຈະເປັນຄົນຕ່າງເມືອງ ແຕ່ງແຂວງ ເດີນທາງເຂົ້າມາໃນເມືອງ ທີ່ມີຄົນອາສັຍຢູ່ຫຼາຍໆເພື່ອຂໍເງິນ ແຕ່ຖ້າເຈົ້າໜ້າທີ່ພົບເຫັນ ກໍກວດກາ ແລ້ວກໍສົ່ງເຂົາເຈົ້າກັບ ພູມລໍາເນົາ:
“ດຽວນີ້ ເພິ່ນມີແຕ່ລະດົມ ແຕ່ລະບ້ານຫັ້ນ ໃຫ້ເຮັດອານາມັຍ ຕາມຖນົນຫົນທາງ ແລ້ວກະ ວຽກງານປ້ອງກັນຄວາມສງົບຫັ້ນແຫຼະ ກວດກາ ຄົນເຂົ້າ-ຄົນອອກ ເຣື່ອງມາຕການ ກັບຜູ້ຂໍທານນີ້ ຍັງບໍ່ທັນຫັນເດີ້ ແຕ່ວ່າ ເພິ່ນກໍຈະມີມາຕການຢູ່ດອກ ມັນຫຼາຍທົ່ວສາລະທິດແຫຼະ ພາກໃຕ້ ພາກໃດມາ ກໍມີ ເລາະທາງຫັ້ນແຫຼະ ຂໍເງິນນໍາບ່ອນນັ້ນບ່ອນນີ້ ສ່ວນຫຼາຍເພິ່ນກໍສົ່ງກັບດອກ.”
ສໍາລັບບັນຫາ ຄົນຂໍທານໃນລາວ ກໍຍັງມີໃຫ້ເຫັນຢູ່ຈໍານວນນຶ່ງ ໂດຍຍ່າງເລາະຂໍເງິນຊາວບ້ານ ຫຼືນັກທ່ອງທ່ຽວ ຕາມຕລາດ ບ່ອນທີ່ມີຄົນຫຼາຍໆ, ຕາມສະຖານທີ່ທ່່ອງທ່ຽວ, ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ນາງນຶ່ງ ເວົ້າໃຫ້ຟັງວ່າ ປີກາຍນີ້ ກຸ່ມຄົນຂໍທານພວກນີ້ ມີຫຼາຍຄັກ ມາກັນເປັນຄັນຣົຖໃຫຍ່ ແລ້ວຍ່າງຂໍເງິນຄົນ ຕາມລາດ ຫຼື ບ່ອນທີ່ມີຄົນລາຍໆ ເຊິ່ງກຸ່ມຄົນພວກນີ້ ມີແຂນ ມີຂາ ຮ່າງກາຍຄົບສົມບູນ ເຂົາເຈົ້າມາຈາກຕ່າງແຂວງ ຈະເຮັດກັນເປັນອາຊີບ ແລະປັດຈຸບັນນີ້ ກໍຍັງເຫັນກຸ່ມຄົນພວກນີ້ຢູ່ ແຕ່ບໍ່ຫຼາຍຄືແຕ່ກ່ອນ:
“ຕອນນີ້ ກໍເຫັນຢູ່ ບ່ອນບ່ອຍຄືຜ່ານມາ ປີກາຍນີ້ ມັນມາ ເແບບເປັນຂບວນເລີຍ ນັ່ງຣົຖໃຫຍ່ມາ ຣົຖຮຸນໃດມາ ແລ້ວມາລົງແຕ່ລະຕລາດ ຄືຈັ່ງຊີ້ນ່າ ໝູ່ບ້ານນຶ່ງແລ້ວກໍຊວນກັນມາຂໍທານ ແລະກະເມືອ ເຮັດເປັນອາຊີບເລີຍ ນັບແຕ່ເດັກນ້ອຍຮອດຄົນໜຸ່ມ ຄົນສາວ ຜ້າແພພັນຫົວ ແລ້ວກໍເຮັດເປັນຂໍທານ ແລ້ວມາເລາະຂໍເງິນເຮົາ ທັງທີ່ມືຕີນບໍ່ໄດ້ເງາະ ບໍ່ໄດ້ແງະ ບໍ່ໄດ້ອີ່ຫຍັງ.”
ຊາວລາວ ນາງນີ້ ກໍຢາກໃຫ້ພາກຣັຖ ລົງປາບປາມພວກກຸ່ມຄົນເຫຼົ່ານີ້ ໃຫ້ໝົດໄປ ແລະຄວນສົມທົບກັບ ເຈົ້າໜ້າທີ່ຕລາດແຕ່ລະບ່ອນ ຖ້າພົບເຫັນກຸ່ມຄົນເລ້ລ້ອນຂໍທານ ກໍໃຫ້ຈັບໄປຫ້ອງການບ້ານເຂດນັ້ນ ແລະບໍ່ຄວນສົ່ງໂຕເຂົາເຈົ້າ ກັບພູມລໍາເນົາທັນທີ ຄວນລົງໂທດປັບໃໝ ແລະແຈ້ງໄປຍັງຂັ້ນບ້ານ ຫຼື ພູມລໍາເນົາເຂົາເຈົ້າ ໃຫ້ມາຈັດການໄຖ່ໂຕກ່ອນ ແລ້ວຂັ້ນບ້ານເຂົາເຈົ້າ ກໍຄວນນໍາໂຕພວກກ່ຽວໄປຝຶກອົບຮົມ ບໍ່ໃຫ້ໄປເຮັດອາຊີບນີ້ອີກ:
“ຢາກໃຫ້ຈັດລະບຽບ ຢາກໃຫ້ມາລົງເວົ້ານໍາຕລາດ ໃຫ້ຕລາດນີ້ ຈັບໄປຫ້ອງການບ້ານ ເອົາເຂົາໄປປັບໃໝ ແລ້ວໆບໍ່ໃຫ້ເຂົາເມືອ ແລ້ວຊອກບ້ານເຂົາເຈົ້າ ມາໄຖ່ໂຕເອົາ ແລ້ວຢາກໃຫ້ໜ່ວຍງານແຕ່ລະບ້ານຫັ້ນລົງໄປ ແລ້ວໄປຝຶກອົບຮົມເຂົາ ບໍ່ໃຫ້ເອົາໄປ ຂໍເງິນຂໍຄໍາຄົນ.”
ພ້ອມດຽວກັນນີ້ ຊາວລາວ ໃນເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ກໍກ່າວເຖິງ ເຣື່ອງຄົນເລ້ລ້ອນຂໍທານ ນີ້ວ່າ ປັດຈຸບັນ ຄົນຂໍທານ ກໍຍັງມີຢູ່ ແຕ່ກໍບໍ່ໄດ້ເຫັນຫຼາຍ ຄືແຕ່ກ່ອນ ພວກນີ້ ເຂົາເຈົ້າເດີນທາງ ມາຈາກຕ່າງແຂວງ ເດີນທາງເຂົ້າມາຂໍເງິນຄົນ ໃນທຸກທີ່ ທຸກບ່ອນ ເຂດທີ່ມີຄົນຫຼາຍ:
“ເອີ່ກະມີຢູ່ ແຕ່ກະບໍ່ຫຼາຍ ບໍ່ຄ່ອຍເຫັນແນວໃດ ສ່ວນຫຼາຍ ຄົນທີ່ມາເລາະຂໍທານນີ້ ມັນມາແຕ່ຕ່າງແຂວງ ມາແຕ່ພາກໃຕ້ ແຕ່ກີ້ ເຂົາເຈົ້າມາເລາະ ແຖວນະຄອນຫຼວງ ດຽວນີ້ເຂົາເຈົ້າໄປໝົດທຸກບ່ອນ.”
ຢ່າງໃດກໍຕາມ ໃນລາວ ກໍຍັງມີຄົນເລ້ລ້ອນຂໍທານ ຫຼາຍຢູ່. ຈໍານວນນຶ່ງ ໃນນັ້ນ ສ່ວນໃຫຍ່ ເຂົາເຈົ້າຈະເຮັດເປັນອາຊີບ ຈະເປັນຄົນຊົນນະບົດ ເດີນທາງເຂົ້າມາໃນເມືອງໃຫຍ່ ໂດຍສະເພາະ ສະຖານທີ່ທ່ອງທ່ຽວ ແລະບ່ອນທີ່ຄົນຫຼາຍໆ ເຊັ່ນ: ປະຕູໄຊ, ແຄມຂອງ, ຕລາດສົດ ແລະສູນການຄ້າຕ່າງໆ ໃນຂະນະທີ່ ທາງການລາວ ກໍຍັງບໍ່ມີມາຕການປາບປາມ ຢ່າງຈິງຈັງ ເທົ່າທີ່ຄວນ.