ຣັຖບານລາວຫາລືກັບ ຈ້າວ ເຫວີຍ ເພື່ອແກ້ໄຂບັນຫາ ການຄ້າມະນຸດ ສາມຫຼ່ຽມຄຳ
2024.03.27

ປາຍເດືອນ ກຸມພາ 2024 ທີ່ຜ່ານມາ ຢູ່ເຂດ ເສດຖະກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, ຣັຖບານລາວ ປະກອບດ້ວຍ ກະຊວງປ້ອງກັນຄວາມສະງົບແຫ່ງຊາຕ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງການເງິນ, ຄະນະຄຸ້ມຄອງ ເຂດເສຖະກິຈພິເສດ ແຂວງບໍ່ແກ້ວ ແລະ ທ່ານ ຈ້າວເຫວີຍ ປະທານສະພາ ບໍຣິຫານເຂດເສດຖະກິຈພິເສດ ສາມຫລ່ຽມຄໍາ ໄດ້ເຂົ້າຮ່ວມກອງປະຊຸມ ປືກສາຫາລື ວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຍໍ້ທໍ້ ຢ່າງເຂັ້ມງວດ ເດັດຂາດ ແລະ ຮີບດ່ວນ ໂດຍສະເພາະ ບັນຫາການຄ້າມະນຸດ, ການຕົວະຍົວະ ຫລອກລວງທາງອິນເຕີເນັດ(ເປັນຕົ້ນວຽກຕອບແຊດ) ການສໍ້ໂກງ, ບັນຫາແຮງງານຊາວຕ່າງປະເທດ (ເປັນຕົ້ນຊາວຈີນ, ຊາວພະມ້າ) ແອບແຝງ ເຂົ້າມາລັກເຮັດວຽກຢູ່ໃນເຂດ ແບບບໍ່ຖືກຕ້ອງ.
ບັນຫາຢາເສບຕິດ, ມີອາວຸດປືນໄວ້ໃນຄອບຄອງ ຢ່າງບໍ່ຖືກຕ້ອງ ແລະ ບັນຫາຣົຖເຖື່ອນ ໂດຍມີເປົ້າໝາຍວ່າ ບັນຫາເຫລົ່ານັ້ນຈະຫລຸດນ້ອຍລົງ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ນັກລົງທຶນ ແລະ ເປັນເປົ້າສາຍຕາທີ່ດີ ຕໍ່ບັນດາປະເທດ ອານຸພາກພື້ນ ແລະ ບັນດາປະເທດມະຫາອໍານາດ ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະງົບແຫ່ງຊາຕ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 26 ມີນາ ນີ້ວ່າ:
“ອັນນີ້ ຕາມທິດທາງ ແຜນການຂອງຣັຖບານລາວ ເພີ່ນກໍຢາກໃຫ້ມັນແກ້ໄຂຢ່າງເດັດຂາດ ຫັ້ນແລ້ວ ອັນນຶ່ງ ກໍເວົ້າເລື້ອງ ສຸມໃສ່ແກ້ໄຂ ບັນຫາ ອັນນ່າ ຄໍເຊັນເຕີຫັ້ນ ບັນຫາການຕອບແຊດຫັ້ນ ເພີ່ນກໍຢາກສຸມໃສ່ແກ້ໄຂຫັ້ນແຫລະ ຄັນເຮົາບໍ່ແກ້ໄຂ ມັນກໍເປັນເປົ້າສາຍຕາທີ່ບໍ່ດີ ໃຫ້ແກ່ບັນດາປະເທດ ອານຸພາກພື້ນແດ່ ບັນດາປະເທດມະຫາອໍານາດ ເປົ້າໝາຍນີ້ ຢາກໃຫ້ມັນລຸດຫັ້ນແຫລະ ເພື່ອສະກັດກັ້ນ ບັນຫາອັນນີ້.”
ທ່ານກ່າວຕື່ມວ່າ ຕລອດໄລຍະຜ່ານມາ ຣັຖບານລາວ ກໍໄດ້ເອົາໃຈໃສ່ ຢ່າງເຕັມທີ່ ໃນການສະກັດກັ້ນ ແລະ ແກ້ໄຂປະກົດການຍໍ້ທໍ້ ດັ່ງກ່າວຂ້າງຕົ້ນທັງໝົດ, ເຊິງສາມາດດໍາເນີນຄະດີ ຕໍ່ຜູ້ລະເມີດ ລະບຽບກົດໝາຍຂອງປະເທດລາວ ໄດ້ຈໍານວນຫລາຍ.
ເວົ້າສະເພາະ ຫລ້າສຸດ ເດືອນມັງກອນ ປີ 2024 ທາງການລາວ ແລະ ຈີນ ໄດ້ຮ່ວມມືກັນຈັບຊາວຈີນ 268 ຄົນ ທີ່ຖືກສົງສັຍວ່າ ກ່ຽວຂ້ອງກັບຄະດີສໍ້ໂກງ ຊັບອອນລາຍ ຢູ່ໃນເຂດເສດຖະກິຈ ພິເສດ ສາມຫລ່ຽມຄໍາໄດ້, ແລະ ປາຍເດືອນ ພິສຈິກາ ປີ 2023 ທາງການລາວ ແລະ ຈີນ ຈັບຊາວຈີນໄດ້ 462 ຄົນ ຢູ່ໃນເຂດເສດຖະກິຈ ພິເສດ ສາມຫລ່ຽມຄໍາ ຍ້ອນສໍ້ໂກງຊັບ ທາງອອນລາຍ ຫລື ແກ້ງຄໍເຊັນເຕີ້, ເຊິ່ງທັງ 2 ການຈັບກຸມ ທາງເຈົ້າໜ້າທີ່ ຂັ້ນສູນກາງ ແລະ ທ້ອງຖິ່ນ ບໍ່ໄດ້ອານຸມັດ ໃຫ້ພວກຂະເຈົ້າເຮັດທຸຣະກິຈນີ້, ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ສືບຕໍ່ປາບປາມບັນດາຫົວໜ່ວຍ ທຸລະກິຈທີ່ແອບແຝງ ການຕົວະຍົວະ ຫລອກລວງ ທາງອິນເຕິເນັດຕື່ມ.
ໃນກອງປະຊຸມ ປືກສາຫາລື ວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຍໍ້ທໍ້ ໃນເທື່ອນີ້ ຍັງໄດ້ກ່າວເຖິງ ວຽກຕອບແຊດ ເປັນການຕົວະຍົວະ ຫລອກລວງ ທາງອິນເຕິເນັດ ທີ່ກ່ຽວຂ້ອງ ກັບ ຂະບວນການຄ້າມະນຸດ ນໍາດ້ວຍ ແລະ ເປັນບັນຫາໜັກທີ່ສຸດ, ສະນັ້ນ ທາງກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຈະສຸມໃສ່ປະຕິບັດ ຕາມພາລະບົດບາດຂອງຕົນ ຢ່າງເຂັ້ມງວດ ດ້ວຍການສະໜອງຂໍ້ມູນ ໃຫ້ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະງົບແຫ່ງຊາຕ ເພື່ອປະກອບເປັນຂໍ້ມູນ ດໍາເນີນຄະດີ ກັບຜູ້ກ່ຽວ ທີ່ຈະມາໂຈລະກໍາ ຂໍ້ມູນທາງອິນເຕິເນັດ ຂອງໂທຣະຄົມ ພາຍໃນປະເທດລາວ. ດັ່ງ ເຈົ້າໜ້າທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານນຶ່ງ ກ່າວວ່າ:
“ອັນທີ່ນຶ່ງ ມັນຈະເວົ້າກ່ຽວກັບ ການໂຈລະກໍາຂໍ້ມູນ ທາງອິນເຕີເນັດ ທາງສື່ສັງຄົມອອນລາຍຕ່າງໆ ພວກຄໍເຊັນເຕີ ທີ່ຕົວະເອົາເງິນ ເຂົາເອີ້ນ ການໂຈລະກໍາ ທາງດ້ານຂໍ້ມູນ ທາງດ້ານອິນເຕິເນັດ ທາງໂທລະຄົມເນາະ, ສອງມາ ກ່ຽວກັບບັນຫາການຄ້າມະນຸດ ຢູ່ໃນເຂດຫັ້ນເນາະ ທີ່ວ່າ ຍົກຂຶ້ນມາບັນຫາຫລັກໆ ແຕ່ວ່າ ໜັກທີ່ສຸດ ກໍຄື ພວກຄໍເຊັນເຕີິ້ນີ້ແຫລະ, ສົມມຸດວ່າ ເຈົ້າໜ້າທີ່ມາພົວພັນເນາະ ໄດ້ສະໜອງຂໍ້ມູນໃຫ້ເຈົ້າໜ້າທີ່ວ່າ ເຫດການໂຕນີ້ ມັນເກີດຂຶ້ນຢູ່ຈຸດນີ້ໆ ສົມມຸດວ່າ ເລກໝາຍໂທລະສັບຂອງໃຜຜູ້ນຶ່ງເນາະ ທີ່ມາໂຈລະກໍາຂໍ້ມູນ ຫລືວ່າ ເຮັດຜິດກົດໝາຍເນາະ ເຮົາກໍສາມາດສນອງຂໍ້ມູນໃຫ້ກັບເຈົ້າໜ້າທີ່ຕໍາຣວດວ່າ ບຸກຄົນດັ່ງກ່າວ ທີ່ໃຊ້ເລກໝາຍນີ້ ຢູ່ບ້ານນີ້ ເມືອງນີ້ ຊື່ຜູ້ນີ້ ຮູບຕາລັກສະນະເປັນແນວນີ້ ປະກອບຂໍ້ມູນ ດໍາເນີນຄະດີກັບຜູ້ກ່ຽວ ຕ່າງປະເທດ ຖ້າວ່າເຂົານໍາໃຊ້ເລກໝາຍຂອງເຮົາເນາະ ເລກໝາຍຂອງລາວເຮົາ ເຮົາກໍຊິໄດ້ຂໍ້ມູນ.”
ປີ 2021 ທີ່ຜ່ານມາ ແມ່ຍິງລາວ ທີ່ມີພູມລຳເນົາ ຢູ່ນະຄອນຫລວງວຽງຈັນ ເຄີຍໃຫ້ສຳພາດ ຕໍ່ວິທຍຸ ເອເດຊັຽເສຣີວ່າ ວຽກຕອບແຊດ ມີຄວາມສ່ຽງ ຈະຖືກຕົວະໄປຂາຍ ບໍຣິການທາງເພດ ແລະ ຫລ້າສຸດ ເມື່ອບໍ່ດົນທີ່ຜ່ານມາ ຂອງປີ 2024 ນິີ້ ຄົນງານລາວທ່ານນຶ່ງ ທີ່ເຄີຍເຮັດວຽກຢູ່ ບໍຣະສັດແຫ່ງນຶ່ງ ພາຍໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ໄດ້ອອກມາເວົ້າ ຜ່ານສື່ສັງຄົມອ່ອນລາຍວ່າ ປັຈຸບັນ ຫລາຍບໍຣິສັດ ຢູ່ໃນເຂດດັ່ງກ່າວ ທີ່ສ່ວນໃຫຍ່ມີນາຍຈ້າງ ເປັນຄົນຈີນ ແລະ ວ່າຈ້າງຄົນງານລາວ ໃຫ້ໄປເຮັດວຽກຕອບແຊດນັ້ນ ຍັງມີການເອົາປຽບຄົນງານລາວຢ່າງໜັກໜ່ວງ ໃນຫລາຍດ້ານ ລວມທັງມີການຫັກເງິນເດືອນຂອງຄົນງານລາວນຳດ້ວຍ ຄັນວ່າບໍ່ສາມາດເຮັດວຽກຫາລູກຄ້າ ໄດ້ຕາມເປົ້າໝາຍ ຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການລົງພື້ນທີ່ ໄປກວດກາ ບັນຫາດັ່ງກ່າວ ເພື່ອຫາທາງແກ້ໄຂ ຢ່າງຖືກຈຸດ.
ກອງປະຊຸມປຶກສາຫາລື ວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຍໍ່ທໍ້ ໃນເທື່ອນີ້, ຍັງໄດ້ກ່າວເຖິງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂັ້ນເມືອງ ຂັ້ນແຂວງ ທັງໃນ ແລະ ນອກເຂດ ເສດຖກິຈສາມຫລ່ຽມຄຳ ຈະໄດ້ສົມທົບກັນຄຸ້ມຄອງ ຕິດຕາມກວດກາແຮງງານ ຊາວຕ່າງປະເທດ (ເປັນຕົ້ນ ຊາວຈີນ, ຊາວພະມ້າ) ແອບແຝງ ເຂົາມາລັກເຮັດວຽກ ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ແບບບໍ່ຖືກຕ້ອງນຳດ້ວຍ. ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບແຫ່ງຊາຕ ທ່ານດຽວກັບຂ້າງເທິງ ກ່າວວ່າ:
“ບັນຫາ ທີ່ສອງມາ ກໍເວົ້າເລຶ້ອງບັນຫາການຄຸ້ມຄອງ ພາກສ່ວນທີ່ລັກລອບເຂົ້າເມືອງຜິດກົດໝາຍ ໂດຍສະເພາະ ພະມ້າ ຫັ້ນແຫລະເນາະ ມັນກໍມີນໍ້າຂອງຂັ້ນແດ່ ແລ້ວກໍມີຄົນຈີນຈຳນວນນຶ່ງ ທີ່ເຂົາເຈົ້າ ມັນດິນຕໍ່ແຜ່ນທາງມ່ຽນມາ ກັບຈີນພຸ້ນ ເເລ້ວເຂົາກໍມາເຄື່ອນໄຫວ ຢູ່ມ່ຽນມາຫັ້ນ ແລ້ວກໍລັກລອບເຂົາມານຳຊາວມ່ຽນມ່າ ກໍມີ ມາບໍ່ແກ້ວ ສ່ວນຫລາຍມັນຢູ່ໃນເຂດຫັ້ນແລ້ວ ເຂົາມາແລ້ວເຂົາມາຊອກວຽກຢູ່ຫັ້ນ ອັນພາກສ່ວນທີ່ມີວຽກເຮັດນີ້ ກໍບໍ່ມີບັນຫາດອກ ພາກສ່ວນເລ່ລ່ອນມາແລ້ວ ຊອກວຽກບໍ່ໄດ້ຫັ້ນ ແລະ ຈະບໍ່ມີທີ່ລ້ຽງປາກລ້ຽງທ້ອງໂຕເອງ ອັນນີ້ ພວກເຮົາ ໄດ້ສົມທົບກັບເຈົ້າໜ້າທີ່ ຮ່ວມກັນແກ້ໄຂ ດຽວນີ້ ແກ້ໄຂນີ້ ຕ້ອງໄດ້ແກ້ພ້ອມກັນ.”
ຂະນະທີ່ ແຕ່ເດືອນເມສາ ເຖິງຕຸລາ ປີ 2021 ທີ່ຜ່ານມາ ໃນໄລຍະ ທີ່ມີການແຜ່ຣະບາດຂອງໂຄວິດ-19 ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫລວງນໍ້າທາ ສາມາດກັກໂຕຊາວຈີນໄດ້ປະມານ 60 ຄົນ ພາຍຫລັງພວກເຂົາເຈົ້າອາສັຍ ຊ່ອງທາງທັມມະຊາດ ເດີນທາງຈາກ ເຂດເສຖກິຈພິເສດ ສາມຫລ່ຽມຄຳ ແລ້ວລັກລອບເຂົ້າ ແຂວງຫລວງນໍ້າທາ ເພື່ອກັບປະເທດຈີນ. ອີງຕາມຂໍ້ມູນ ຈາກເວ໊ບໄຊຕ໌ ຂອງວິທຍຸ ເອເຊັຽເສຣີ ໃນວັນທີ 1 ຕຸລາ 2021.
ສ່ວນສະພາບໂຕຈິງໃນປັຈຸບັນ ຢູ່ດ່ານເຂົ້າ-ອອກ ຂອງເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ກໍມີການກວດເອກກະສານ ເພື່ອຢັ້ງຢືນຕົວຕົນ ທັງຄົນລາວ ແລະ ຄົນຕ່າງປະເທດ.
ດັ່ງ ຄົນຮັບຫິ້ວເຄື່ອງ ຕົ້ນເຜິງ-ຄາສິໂນ ທ່ານນຶ່ງ ກ່າວວ່າ:
“ເວລາເຮົາເຂົ້າເພີ່ນກໍກວດ ຄັນວ່າ ເປັນຄົນຕ່າງປະເທດເຂົ້າມາ ເພີ່ນກໍກວດພາດສະປອດ ອີຫຍັງ ແຕ່ຄັນເປັນກໍຣະນີທົ່ວໄປ ຄັນເປັນຄົນລາວ ກວດບັດປະຈຳໂຕ ຫລື ສັມມະໂນຄົວ ອິຫຍັງກໍໄດ້.”
ໃນກອງປະຊຸມນີ້, ຍັງໄດ້ກ່າວເຖິງ ຈະຮ່ວມມືກັນ ແກ້ໄຂບັນຫາຢາເສບຕິດ, ຣົຖເຖື່ອນ ແລະ ການມີອາວຸດປືນໃນຄອບຄອງ ທີ່ບໍ່ຖືກຕ້ອງອີກດ້ວຍ. ດັ່ງເຈົ້າໜ້າທີ່ ກະຊວງ ປ້ອງກັນຄວາມສງົບແຫ່ງຊາຕ ທ່ານດຽວກັບຂ້າງເທິງ ກ່າວວ່າ:
“ບັນຫາທີ່ສາມມາ ກໍເວົ້າເລື້ອງ ອັນນ່າ ສະກັດກັ້ນ ກາຍຊື້ການຂາຍ ການລັກລອບຢາເສບຕິດ ສ່ວນຫລາຍເຂົາເອົາໄປເສບເນາະ ພົບກໍມີຜູ້ລະ 20-30ເມັດ ອັນນີ້ເອົາ ເອົາຕິດໂຕຫັ້ນກໍມີຈຳນວນນຶ່ງ ຈາກນັ້ນກໍເວົ້າເລື້ອງການຄຸ້ມຄອງ ການນຳໃຊ້ອາວຸດເສິກ ກ່າວໄປຮອດເລຶ້ອງການຄຸ້ມຄອງ ການນຳໃຊ້ ການນຳເຂົ້າ ພາຫະນະ ບໍ່ຖືກຕ້ອງ.”
ເວົ້າສະເພາະ ເລື້ອງການນຳເຂົ້າຣົຖ ຈາກປະເທດພະມ້າ ຈີນ ແລະ ໄທຍ ມາຂັບຢູ່ໃນ ເຂດເສດຖກິຈ ພິເສດ ສາມຫລຽ່ມຄຳ ແບບບໍ່ຖືກຕ້ອງ ຫລື ຣົຖເຖື່ອນ ທີ່ບໍ່ໄດ້ເສັຽພາສີອາກອນ ໃຫ້ຣັຖບານນັ້ນ ກໍມີປະກົດການດັ່ງກ່າວ ແຕ່ດົນແລ້ວ ແລ້ວທາງ ຄະນະຄຸ້ມຄອງ ເຂດເສດຖກິຈ ພິເສດສາມຫລຽ່ມຄຳ ກໍສາມາດແກ້ໄຂບັນຫານັ້ນໄດ້ ຍ້ອນ ຣົຖເຖື່ອນຍັງມີຈຳນວນໜ້ອຍ ແຕ່ມາຮອດປັຈຸບັນນີ້ ຣົຖເຖື່ອນ ຢູ່ໃນເຂດເສດຖກິຈ ພິເສດ ສາມຫລຽ່ມຄຳ ມີຈຳນວນຫລາຍຂຶ້ນ ຈຶ່ງເຮັດໃຫ້ການແກ້ໄຂບັນຫານັ້ນ ພົບຄວາມຫຍຸ້ງຍາກ. ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ທ່ານນຶ່ງກ່າວວ່າ:
“ການນຳຣົຖເຂົ້າຫັ້ນນ່າເນາະ ທີ່ຜິດກົດໝາຍ ຢູ່ໃນ ເຂດເສດຖກິຈ ພິເສດ ມັນມາຈາກຫລາຍບ່ອນ ມາຈາກໄທຍແດ່ ກໍມາຈາກ ພະມ້າກໍມີ ມາຈາກຈີນແດ່ ມັນກໍມີ, ດຽວ ກຳລັງພາກັນໄປເກັບກຳສະຖິຕິ (ພາຫະນະ ບໍ່ຖືກຕ້ອງ) ຈຳນວນນຶ່ງ ກໍໄດ້ເສັຽ (ພາສີ - ອາສີ - ອາກອນ) ໄປແລ້ວ ແລ້ວຍັງອີກຈຳນວນນຶ່ງເນາະ, ແຕ່ວ່າພວກເຂົາລັກລອບນີ້ ພວກເຮົາກໍບໍ່ສາມາດຮັບຮູ້ໄດ້ເນາະ ແຕ່ເຈົ້າໜ້າທີ່ພວກເຮົາ ກໍທຳງານເນາະ ຢ່າງໜັກແຫລະ ເພື່ອຊອກຫາ ເພື່ອແກ້ໄຂບັນຫານີ້ ໃຫ້ມັນແລ້ວ ແຕ່ ມັນເວົ້າເລື້ອງການລັກລອບນີ້ ມີຫລາຍຮູປແບບ ແນບນຽນ ບາງທີ່ເຈົ້າໜ້າທີ່ເຮົາກໍບໍ່ສາມາດກຳໄດ້ ມັນກໍເລີ້່ມມີແຕ່ດົນ ແລ້ວກໍແກ້ໄຂກັນໄປເລື້ອຍໆ ແຫລະເນາະ ແຕ່ກີ້ມັນແກ້ກັນໄດ້ ຍ້ອນວ່າ ມັນມີຈຳນວນໜ້ອຍ ແຕ່ວ່າ ດຽວນີ້ ມັນຍາກ ມີຈຳນວນຫລາຍແລ້ວ.”
ທ່ານເວົ້າຕື່ມວ່າ ການແກ້ໄຂ ບັນຫາຣົຖເຖືອນ ຢູ່ພາຍໃນເຂດເສຖກິຈພິເສດສາມຫລຽ່ມຄຳ ໄດ້ມີການຕົກລົງກັນ ພາຍໃນກອງປະຊຸມ ນີ້ວ່າ ຈະໄດ້ແກ້ໄຂ ໃຫ້ສຳເຣັດແບບຮີບດ່ວນ ເພື່ອໃຫ້ຣັຖບານ ກໍຄື ແຂວງບໍ່ແກ້ວ ມີຣາຍຮັບຈາກການ ເກັບພາສີ-ອາກອນ ຈາກຣົຖເຖື່ອນ ມາບໍຣິຫານປະເທດ. ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ທ່ານດຽວກັນກັບຂ້າງເທິງ ກ່າວວ່າ:
“ດຽວນີ້ນີ້ ຈຳນວນຣົຖທີ່ບໍ່ເສັຽພາສີນີ້ ທີ່ເຈົ້າໜ້າທີ່ເຮົາກຳລັງໄດ້ນີ້ ມີແລ້ວ ສ່ວນຫລາຍຢູ່ ເຂດເສຖກິຈພິເສດ ຫັ້ນແຫລະ ສ່ວນຫລາຍລັກລອບເຂົ້າມາ ຫັ້ນແຫລະ ອັນຈຸໃດທີ່ລັກລອບເຂົາມານຳໂກຕ້າ ຕາມການອານຸມັດ ນອນຢູ່ໃນລະບຽບ ກໍອາດເກັບພາສີມີຫຍັງໝົດຫັ້ນນ່າເນາະ ເພີ່ນໄດ້ມີການຕົກລົງກັນວ່າ ຈະໄດ້ແກ້ ໃຫ້ສຳເຣັດໃນມໍ້ໆນີ້ເດ້ ມັນກໍ ພວກເຮົາກໍເສັຽຣາຍຮັບຈາກໂຕນີ້ເນາະ ບໍ່ໄດ້ເຕັມເມັດເຕັມໜ່ວຍເນາະ ເພີ່ນຈຶ່ງວ່າ ເປັນການແກ້ໄຂຢ່າງຮີບດ່ວນຫັ້ນແຫລະເນາະ ພວກເຮົາຈະໄດ້ມີຣາຍໄດ້ເປັນທ່າແຮງ ເພີ່ນ (ທ່ານຈ້າວເຫວີຍ) ກໍເຫັນດີ ໃຫ້ຄວາມຮ່ວມມື.”
ເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ຕລອດໄລຍະ 17 ປີທີ່ຜ່ານມາ ໄດ້ຮັບການພັທນາ ດ້ານພື້ນຖານໂຄງຮ່າງ, ສິ່ງກໍ່ສ້າງ, ການຄ້າ, ການບໍຣິການ ແມ່ນມີທ່າຂຍາຍໂຕຢ່າງວ່ອງໄວ, ມີນັກລົງທຶນ, ຜູ້ປະກອບການ, ຜູ້ອອກແຮງງານ ແລະ ແຂກຄົນທີ່ເຂົ້າມາໃນເຂດ ແມ່ນນັບມື້ ເພີ່ມຂຶ້ນຢ່າງຫລວງຫລາຍ ເຊິ່ງເປັນທ່າແຮງໃນການສ້າງວຽກເຮັດງານທຳໂດຍກົງ ແລະ ທາງອ້ອມ ໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ ພ້ອມທັງຊ່ວຍກະຕຸ້ນ ໃຫ້ຂົງເຂດເມືອງຕົ້ນເຜິ້ງ ແມ່ນມີການພັທນາຢ່າງວ່ອງໄວ, ແຕ່ຄຽງຄູ່ກັນກັບການພັທນານັ້ນ ກໍຍັງພົບບັນຫາທ້າທາຍ ທີ່ຕ້ອງໄດ້ສຸມໃສ່ແກ້ໄຂ ດັ່ງທີ່ກ່າວມາຂ້າງຕົ້ນທັງໝົດ. ອີງຕາມ ຂໍ້ມູນ ຈາກກອງປະຊຸມ ແລະ ອີງຕາມ ຄວາມເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງປ້ອງກັນຄວາມສງົບ.