ເຣື້ອງທີ່ເກັບບັນທຶກໄວ້
2022-02-28
ໃນໄລຍະ 2 ເດືອນຕົ້ນປີ ຄົນງານລາວ ໄດ້ຫລັ່ງໄຫລ ເຂົ້າໄປໄທຍ ທັງຖືກກົດໝາຽ ແລະຜິດກົດໝາຽຈຳນວນຫລາຍ, ສາເຫດມາຈາກ ຄ່າແຮງງານ ຢູ່ລາວຕໍ່າ ແຕ່ຄ່າຄອງຊີບສູງຂຶ້ນ ເຮັດໃຫ້ຄົນລາວ ຈຳນວນຫຼາຍ ຕ້ອງເຂົ້າໄປເຮັດວຽກ ຢູ່ປະເທດໄທຍ.
2022-02-28
ທາງການລາວ ອະນຸຍາດ ໃຫ້ເປີດດ່ານປະເພນີ ແລະດ່ານທ້ອງຖິ່ນ ສໍາລັບການນໍາເຂົ້າ-ສົ່ງອອກ ສິນຄ້າໄດ້ ແຕ່ສ່ວນຫຼາຍ ຍັງບໍ່ທັນພ້ອມ ເປີດໃຊ້ງານເທື່ອ.
2022-02-28
ຊາວລາວ ຫລາຍຄົນບໍ່ພໍໃຈ ທີ່ການຂາຍປີ້ ຣົຖໄຟ ຢູ່ສູນການຄ້າ ວຽງຈັນເຊັນເຕີ້ຣ໌ ຍັງມີການ ເກັບຄ່າທໍານຽມເພີ່ມ 20,000 ກີບຕໍ່ປີ້ ເຮັດໃຫ້ການເປີດຂາຍປີ້ ໃນບ່ອນດັ່ງກ່າວ ບໍ່ຕ່າງກັບນາຍໜ້າ ຂາຍປີ້ຣົຖໄຟ ກິນກຳໄລ ທີ່ເກີດຂຶ້ນມາ ກ່ອນໜ້ານີ້.
2022-02-28
ປັດຈຸບັນ ດິນສອງຟາກທາງ ເສັ້ນທາງ 450 ປີ ເປັນຂອງຣັຖບານ ໂດຍຖາວອນ ປະຊາຊົນ ບໍ່ສິດຊື້-ຂາຍ, ສ່ວນຜູ້ທີ່ຍັງບໍ່ທັນໄດ້ ຮັບຄ່າຊົດເຊີຽ ທາງການຈະ ພິຈາຣະນາ ໃຫ້ອີກເທື່ອນຶ່ງ.
2022-02-28
ທາງການລາວ ຮຽກຮ້ອງ ໃນມື້ວັນທີ 26 ກຸມພານີ້ ໃຫ້ມີການແກ້ໄຂ ຂໍ້ຂັດແຍ່ງລະຫວ່າງ ຣັດເຊັຍ ແລະຢູເຄຣນ ດ້ວຍການເຈລະຈາ ທາງການທູດ ແລະສະຖານທູດຫລາຍ ປະເທດປະຈໍາລາວ ທັງສະຫະພາບຢູໂຣບ ແລະສະຫະຣັຖອາເມຣິກາ ໄດ້ຮ່ວມກັນປະນາມຣັດເຊັຍ ທີ່ຮຸກຮານຢູເຄຣນ.
2022-02-28
ການເດີນທາງ ຂອງນາຍົກ ຜຸຍ ຊນະນິກອນ ໄປສະຫະຣັຖ ອາເມຣິກາ ເພື່ອປະກອບ ພາຣະກິຈ ສໍາຄັນ ທີ່ກຸງວໍຊິງຕັນ ແລະ ນະຄອນ ນິວ ຢັອກ.
2022-02-27
ສັມພາດ ທ່ານຕ່າຍ ພູມ, ນັກທຸຣະກິຈ ທີ່ປະສົບຜົລສຳເຣັດ ໃນທຸຣະກິຈ ປະກັນຊີວິດ ແລະ ປະກັນສຸຂພາບ, ຈາກນະຄອນ ແອທແລນຕ໋າ, ຣັຖຈໍເຈັຽ, ສະຫະຣັຖ ອາເມຣິກາ.
2022-02-26
ຊາວຄຣິສຕຽນລາວ ຮຽກຮ້ອງ ຂໍຄວາມເປັນທັມ ພາຍຫຼັງ ເຮືອນຖືກເຜົາ, ຍິງສາວ ຕົກເປັນເຫຍື່ອ ການຄ້າມະນຸດ ໃນເຂດເສຖກິຈ ສາມຫຼ່ຽມຄຳ, ຮຽກຮ້ອງ ໂຄງການຣົຖໄຟລາວ-ຈີນ ແກ້ໄຂ ບັນຫາການຊື້ປີ້, ຫ້ອງນ້ຳ ແລະ ບ່ອນຈອດຣົຖ.
2022-02-26
ຄົນງານໃນ ກາສິໂນ NagaWorld ຫຼາຍກວ່າ 100 ຄົນ ຖືກທາງການ ກັມພູຊາຈັບ ຍ້ອນວ່າ ພວກເຂົາເຈົ້າປະທ້ວງ ເພື່ອໃຫ້ຂຶ້ນຄ່າແຮງ ແລະ ປ່ອຍຜູ້ນຳ ສະຫະພາບ ແຮງງານ ທີຖືກຈັບ ພ້ອມຮັບເອົາຄົນງານອີກ 365 ຄົນ ກັບໄປເຮັດວຽກຄືນ.
2022-02-26
ຄົນງານລາວ ທີ່ຖືກຕົວະຍົວະ ເຂົ້າໄປເຮັດວຽກ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ຕ້ອງໄດ້ຫາເງິນ ເພື່ອໃຊ້ໜີ້ ໄຖ່ຕົນເອງ ອອກຈາກ ນາຍຈ້າງ ທີ່ກັກໂຕ ເຂົາເຈົ້າເອົາໄວ້.
2022-02-25
ເຈົ້າໜ້າທີ່ ຕຳຣວຈໄທຍ ຈັບຄົນລາວ ທີ່ລັກລອບເຂົ້າເມືອງ ໄດ້ຈຳນວນ 17 ຄົນ ໃນນັ້ນເປັນເພດຊາຍ 10 ຄົນ ແລະ ເພດຍິງ 7 ຄົນ ໂດຍທັງໝົດ ລັກເຂົ້າ ປະເທດໄທຍ ເພື່ອໄປເຮັດວຽກ ຢູ່ນະຄອນຫຼວງບາງກອກ ແຕ່ຖືກເຈົ້າໜ້າທີ່ໄທຍ ຈັບໄດ້ກ່ອນ.
2022-02-25
ໂຮງໝໍມະໂຫສົດ ກໍານົດລາຄາ ຄ່າບໍຣິການ ຫ້ອງພິເສດ ແລະຫ້ອງນອນ ທັມມະດາສູງ ຈົນເຮັດໃຫ້ປະຊາຊົນເວົ້າວ່າ ແພງເກີນໄປ ສ່ວນ ລາຄາຫ້ອງພິເສດ ຜແນກບໍຣິການ ພິເສດປະເພດ VVIP - 1,200,000 ກີບຕໍ່ມື້.
2022-02-25
ເພື່ອຫລຸດຜ່ອນ ບັນຫາການຊື້ປີ້ຣົຖໄຟ ທີ່ຫຍຸ້ງຍາກ ແລະໃຊ້ເວລາດົນ ທາງບໍຣິສັດ ຣົຖໄຟ ລາວ-ຈີນ ໄດ້ເປີດໃຫ້ບໍຣິການ ຂາຍປີ້ນອກສະຖານີຣົຖໄຟ ແຕ່ກໍ່ຍັງບໍ່ສາມາດ ແກ້ໄຂບັນຫາໄດ້ເທື່ອ, ໂດຍມີຊາວລາວ ຈຳນວນຫລາຍ ໄດ້ໄປລຽນແຖວລໍຖ້າຊື້ປີ້ ຢູ່ພາຍໃນສູນການຄ້າ ບ່ອນທີ່ຂາຍປີ້ຣົຖໄຟ.
2022-02-25
ຜູ້ທີ່ເຮັດວຽກນໍາ ບໍຣິສັດ ທົ່ວໄປໃນລາວ ສ່ວນຫລາຍບໍ່ມີປະກັນສຸຂພາບ ແລະ ຄວາມປອດພັຍ ໃນສະຖານທີ່ເຮັດວຽກ, ເວລາເກີດເຈັບ ຫລືປ່ວຍ ແມ່ນໄດ້ຮັບຜິດຊອບ ໃນການປິ່ນປົວ ເອົາເອງ.
2022-02-24
ອົງການຈັດຕັ້ງຕ່າງໆ ພາຍໃຕ້ການສນັບສນູນ ຂອງຣັຖບານສະຫະຣັຖອາເມຣິກາ ພ້ອມທີ່ຈະຊ່ອຍເຫຼືອ ແລະ ໃຫ້ການຮ່ວມມື ແກ່ຣັຖບານລາວ ໃນການແກ້ໄຂບັນຫາທ້າທາຍ ດ້ານການພັທນາ ແລະ ເສຖກິຈ ຫຼາຍຢ່າງ.