ຕຳຣວດໄທຍ ຈັບຄົນລາວ ລັກລອບເຂົ້າ ປະເທດ
2022.02.25
ເມື່ອວັນທີ 22 ກຸມພາ ທີ່ຜ່ານມາພົລຕຳຣວດໂທ ພາກພູມພິພັດ ສັດຈະພັນ ຜູ້ບັນຊາການສຳນັກງານຕຳຣວດກວດຄົນເຂົ້າເມືອງ ຂອງໄທຍຣາຍງານວ່າ ສາມາດຈັບໂຕຄົນງານລາວ ທີ່ລັກລອບເຂົ້າເມືອງແບບບໍ່ຖືກກົດໝາຽໄດ້ຈຳນວນ 17 ຄົນ ໃນນັ້ນເປັນເພດຊາຍ 10 ຄົນ ແລະ ເພດຍິງ 7 ຄົນ ໂດຍທັງໝົດເປັນວັຍອອກແຮງງານ ແລະໃນຈຳນວນດັ່ງກ່າວນີ້ເຈົ້າໜ້າທີ່ ກໍໄດ້ກວດພົບວ່າມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 2 ຄົນເປັນເພດຍິງ 1 ຄົນ ແລະ ເພດຊາຍ 1 ຄົນ. ປັດຈຸບັນໄດ້ພະຍາຍາມຜັກດັນຄົນງານລາວກຸ່ມດັ່ງກ່າວນີ້ກັບ ຄືນປະເທດແລ້ວ.
ດັ່ງເຈົ້າໜ້າທີ່ຕຳຣວດທີ່ກ່ຽວຂ້ອງ ຢູ່ເມືອງຊານຸມານແຂວງອຳນາດຈະເຣີນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 25 ກຸມພາ 2022 ນີ້ວ່າ:
“ທ່ານກ່າວວ່າ ເຂົາສົ່ງກັບແລ້ວນ່າບໍ່ຮູ້ວ່າ ແຂວງໃດແຕ່ເຂົາສົ່ງກັບໄດ້ສອງມື້ ແລ້ວສົ່ງກັບໄປປະເທດແລ້ວສົ່ງໄປ ຕມ ເຂດເຂັມມະລາດ ກວດພົບ 2 ຄົນ ວັຍອອກແຮງງານຄົນທີ່ຕິດກໍປະມານ 21 ປີ ມາກັກຢູ່ໂຮງໝໍແລະສະຖານີຕຳຣວດນີ້ປະມານ 3 ວັນ ແລ້ວກໍມັນມີຂໍ້ກົດໝາຽ ມັນເຣື່ອງຂໍ້ກົດໝາຽແລ້ວ ເຂົາກໍໃຫ້ແຍກໂຕແລ້ວເຂົາກໍໃຫ້ສົ່ງກັບ.”
ຄົນງານລາວທັງ 17 ຄົນນີ້ໄດ້ຂີ່ເຮືອຫາງຍາວຜ່ານແມ່ນໍ້າຂອງ ຈາກຝັ່ງປະເທດລາວເພື່ອຂ້າມ ມາຍັງແຂວງອຳນາດຈະເຣີນ ຂອງປະເທດໄທຍ. ຈາກນັ້ນພວກເຂົາເຈົ້າຈະຂື້ນຣົຖຕູ້ ຂອງນາຍໜ້າຄົນໄທຍເພື່ອເດີນທາງໄປເຮັດວຽກຢູ່ ນະຄອນຫລວງບາງກອກ ແລະ ແຂວງອ້ອມຂ້າງ. ພາຍຫລັງເສັຍຄ່າແລ່ນເອກະສານໃຫ້ກັບນາຍໜ້າ ຄົນໄທຍເປັນຈຳນວນ 12 ພັນບາດຕໍ່ຄົນ. ແຕ່ຢ່າງໃດກໍຕາມຄົນງານລາວກຸ່ມດັ່ງກ່າວນີ້ພັດຖືກເຈົ້າໜ້າທີ່ ຕຳຣວດຈັບໂຕໄດ້ບໍຣິເວັນທາງເຂົ້າ ວັດຈີນດາມະນີຢູ່ບ້ານເມືອງເກົ່າ ເມືອງຊານຸມານ ແຂວງອຳນາດຈະເຣີນ.
ສຳລັບຄະດີດັ່ງກ່າວນີ້ເຈົ້າໜ້າທີ່ຕຳຣວດ ໄດ້ຈັບໂຕຄົນງານລາວກຸ່ມດັ່ງກ່າວນີ້ ໃນຂໍ້ຫາເປັນບຸກຄົນຕ່າງດ້າວທີ່ລັກລອບເຂົ້າມາ ແລະຢູ່ພາຍໃນປະເທດໄທຍ ໂດຍບໍ່ໄດ້ຮັບອະນຸຍາດ ແລະການກະທຳຫລືການດຳເນີນການໃດໆ ທີ່ອາດເປັນເຫດໃຫ້ເກີດການຕິດຕໍ່ ຫລືແຜ່ຣະບາດຂອງໂຣກ ຊຶ່ງພວກຂະເຈົ້າຈຳເປັນຕ້ອງຖືກປັບໄໝຕາມກົດໝາຽຂອງໄທຍ.
ດັ່ງເຈົ້າໜ້າທີ່ຕຳ ຣວດທີ່ກ່ຽວຂ້ອງ ຢູ່ເມືອງຊານຸມານທ່ານດຽວກັນນີ້ກ່າວວ່າ:
“ທ່ານກ່າວວ່າ ຖ້າຜູ້ໃດບໍ່ມີເງິນກໍຈະຕ້ອງຖືກປັບໄໝມື້ລະ 500 ບາດ ຖ້າກັກຂັງແທນຄ່າປັບ ໄໝຫັ້ນນ່າ 500 ບາດ ແມ່ນຣົຖຕູ້ 2 ຄັນ. ດຳເນີນຄະດີນຳດ້ວຍຢຶດຣົຖໃນຂໍ້ຫາເປັນຄົນນຳພາຄົນຕ່າງດ້າວເຂົ້າໃນເມືອງມາຢູ່ໃນປະເທດຕາມທັມມະດາ ກໍຄືນາຍຈ້າງກໍຄືຄົນທີ່ພາໄປຫັ້ນແຫລະ ຄົນທີ່ນຳພາໄປ.”
ທ່ານໄດ້ກ່າວຕື່ມວ່າ ສ່ວນໂຊເຟີຂັບຣົຖຕູ້ຄົນໄທຍຈຳນວນ 2 ຄົນຖືກດຳເນີນຄະດີໃນຂໍ້ຫາຊ່ອຍເຫລືອຫລືເຊື່ອງຊ້ອນ ດ້ວຍວິທີໃດກໍຕາມທີ່ເຮັດໃຫ້ຄົນຕ່າງດ້າວ ສາມາດລັກລອບເຂົ້າມາພາຍໃນປະເທດ ໄທຍແບບບໍ່ຖືກກົດໝາຽ ແລະ ການກະທຳຫລືການດຳເນີນການໃດໆ ທີ່ອາດຈະເປັນເຫດໃຫ້ເກີດ ການຕິດຕໍ່ຫລືການແຜ່ຣະບາດຂອງໂຣກ ຊຶ່ງການລັກລອບຂົນຍ້າຍຄົນງານລາວໃນຄັ້ງນີ້ ແມ່ນມີການວາງແຜນເພື່ອຫລົບໜີການກວດສອບ ຂອງເຈົ້າໜ້າທີ່ ຕຳຣວດ. ທັງນີ້ການຈັບໂຕຄົນງານລາວ ລັກລອບເຂົ້າມາຍັງປະເທດໄທຍແບບບໍ່ຖືກກົດໝາຽ ເປັນໄປຕາມນະໂຍບາຍຂອງສຳນັກງານ ກວດຄົນເຂົ້າເມືອງໃນການປ້ອງກັນບໍ່ໃຫ້ເກີດ ການແຜ່ຣະບາດຂອງເຊື້ອ ໂຄວິດ-19.
ສຳລັບກໍຣະນີນາຍຈ້າງດຳເນີນການ ຊອກຫາຄົນງານຕ່າງດ້າວເຂົ້າມາ ເຮັດວຽກແບບບໍ່ຖືກກົດໝາຽຈະມີໂທດ ຖືກປັບໄໝແຕ່ 10,000-100,000 ບາດຕໍ່ຄົນງານຕ່າງດ້າວທີ່ຈ້າງ 1 ຄົນ ແລະ ຫາກກະທຳຜິດເປັນອາຈີນຈະຖືກຈຳຄຸກ ບໍ່ກາຍ 1 ປີ ຫລືຖືກປັບໄໝແຕ່ 50,000-200,000 ບາດ ຫລືຖືກຈຳຄຸກ ແລະຖືກປັບໄໝແລະຫ້າມບໍ່ໃຫ້ ດຳເນີນການຈ້າງຄົນງານຕ່າງດ້າວ ເຂົ້າມາເຮັດວຽກນຳເປັນໄລຍະເວລາ 3 ປີ.
ສ່ວນຄົນງານຕ່າງດ້າວ ທີ່ເຂົ້າມາເຮັດວຽກພາຍໃນປະເທດໄທຍ ແບບບໍ່ຖືກກົດໝາຽຈະຖືກປັບໄໝແຕ່ 5,000-50,000 ບາດຈາກນັ້ນພວກຂະເຈົ້າ ຈະຖືກຜັກດັນອອກນອກປະເທດ ແລະ ບໍ່ສາມາດເຂົ້າມາເຮັດວຽກພາຍໃນປະເທດໄທຍ ໄດ້ອີກເປັນໄລຍະເວລາ 2 ປີ. ແຕ່ຢ່າງໃດກໍຕາມຄົນງານລາວຈຳນວນຫລາຍພັດເດີນທາງມາເຮັດວຽກຢູ່ໄທຍ ແບບບໍ່ຖືກກົດໝາຽຍ້ອນເສັຽຄ່າໃຊ້ຈ່າຍນ້ອຍກ່ວາປະມານ 10,000 -15,000 ບາດຕໍ່ຄົນ. ໃນຂະນະທີ່ ຖ້າເດີນທາງໄປເຮັດວຽກ ແບບຖືກກົດໝາຽ ຈະຕ້ອງເສັຽຄ່າໃຊ້ຈ່າຍປະມານ 20,000-30,000 ບາດຕໍ່ຄົນ.
ດັ່ງພະນັກງານ ບໍຣິສັດຈັດຫາງານໃຫ້ຄົນງານລາວ ມາເຮັດວຽກຢູ່ໄທຍ ທ່ານນຶ່ງກ່າວວ່າ:
“ມັນແພງຫລາຍຄືຜົລກະທົບ ມັນກໍໄປຕົກຢູ່ແຮງງານຄົນລາວນ່າຄືເຂົາໄປເຂົາກໍ ໄປທຳງານໃຊ້ໜີ້ອີ່ຫຍັງຈັ່ງຊິນ່າຄວາມໝາຽວ່າເປັນໜີ້ເປັນໜີ້ແລ້ວ ໄປທຳງານໃຊ້ເຂົາກັບບໍຣິສັດຈັດຫາງານ ກໍເປັນຄົນອອກກ່ອນທີ່ຜ່ານມາ ໂຕແຮງງານເອງຂະເຈົ້າບໍ່ຄ່ອຍມີເງິນ.”
ທ່ານໄດ້ກ່າວຕື່ມວ່າ ສຳລັບແຮງງານລາວທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ປະເທດໄທຍໃນໄລຍະການແຜ່ຣະບາດຂອງ ໂຄວິດ-19 ໂດຍແບ່ງອອກເປັນສອງສ່ວນຄື ສ່ວນທີ່ນາຍຈ້າງຈະຕ້ອງຮັບຜິດຊອບ ຕໍ່ແຮງງານຄືຄ່າກວດ ໂຄວິດ-19 ຈຳນວນສອງຄັ້ງເປັນເງິນ 2,600ບາດ, ຄ່າກັກໂຕ 7-14 ວັນເປັນເງິນ 3,500-7,000 ບາດ ແລະ ຄ່າບໍຣິການຈັດສົ່ງຢູ່ຕົ້ນທາງ ແລະປາຍທາງ. ສຳລັບສ່ວນທີ່ຜູ້ອອກແຮງງານຈະຕ້ອງຮັບຜິດຊອບເອງ ຄືຄ່າຈ້ຳກາວິຊ້້າເປັນເງິນ 2,000 ບາດ. ຄ່າບັດອະນຸຍາດເຮັດວຽກເປັນເງິນ 1,900 ບາດ, ຄ່າກວດຫາ 6 ພະຍາດຕ້ອງຫ້າມເປັນເງິນ 500 ບາດ, ຄ່າປະກັນສຸຂພາບ 2 ປີ ເປັນເງິນ 3,200 ບາດ, ຄ່າສັກວັກຊີນຂອງທ່ານໝໍເປັນເງິນ 50 ບາດ ແລະ ຄ່າທັມນຽມເອກະສານ ຕ່າງໆ ຢູ່ຕົ້ນທາງ.
ອີງຕາມການປະຊຸມ ວິຊາການລາວ-ໄທຍກ່ຽວກັບການແກ້ໄຂບັນຫາ ຄົນງານລາວທີ່ຍັງເຮັດວຽກຢູ່ພາຍໃນປະເທດ ແລະການຕຣຽມຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍໃນໄລຍະ ການແຜ່ຣະບາດຂອງ ໂຄວິດ-19 ທີ່ໄດ້ຣະບຸວ່າບໍຣິສັດຈັດຫາງານທຸກຫົວໜ່ວຍ ຈະຕ້ອງໄດ້ແຈ້ງຣາຍລະອຽດ ກ່ຽວກັບເອກະສານ ແລະຄ່າໃຊ້ຈ່າຍຕ່າງໆ ສຳລັບຄົນງານລາວທີ່ຕ້ອງການ ເດີນທາງໄປເຮັດວຽກທີ່ປະເທດໄທຍແບບຖືກກົດໝາຽ ໃນອັດຕຣາດຽວກັນຊຶ່ງຄາດຄະເນວ່າ ມາຕການດັ່ງກ່າວນີ້ຈະສາມາດ ຫລຸດຜ່ອນບັນຫາຄົນງານລາວລັກລອບ ໄປເຮັດວຽກທີ່ປະເທດໄທຍ ແບບບໍ່ຖືກກົດໝາຽໄດ້.
ດັ່ງເຈົ້າໜ້າທີ່ສູນ ບໍຣິການຈັດຫາງານຜູ້ບໍ່ປະສົງ ອອກຊື່ແລະຕຳແໜ່ງນາງນຶ່ງກ່າວວ່າ:
“ພວກເຮົາກໍໄດ້ມີການປຶກສາ ຫາລືກັບກົມການຈັດຫາງານ ຂອງໄທຍຢູ່ແລ້ວເປັນໄລຍະໆ ຕໍ່ໄປກໍຈະມີການ ໂຄສະນາເຜີຍແຜ່ຕ່າງໆ ເພືື່ອກຳນົດ (ຄ່າແລ່ນເອກະສານເພື່ອໄປເຮັດວຽກ ຢູ່ໄທຍແບບຖືກກົດໝາຽ) ເປັນອັດຕຣາຽວກັນເລີຍ ບັນຫາຈັ່ງຊິນ່າພວກເຮົາກໍບໍ່ຢາກໃຫ້ ມັນເກີດຂື້ນຫັ້ນນ່າແຕ່ມັນກໍເປັນບັນຫາທີ່ວ່າ ເຮົາແກ້ໄຂມາດົນແລ້ວຫັ້ນເນາະບັນຫາໂຕນີ້ນ່່າ ຖ້າໄດ້ຕິດຕາມຂ່າວສານກໍອາດຈະ ໄດ້ຮັບຮູ້ນໍາກັນຫັ້ນນ່າ.”
ກ່ອນໜ້ານີ້ເມື່ອວັນທີ 9 ມົກກະຣາທີ່ຜ່ານມາ ເຈົ້າໜ້າທີ່ຕຳຮວດ ເມືອງກະສັງ ແຂວງບູຣີຣັມ ສາມາດຈັບໂຕຄົນງານລາວ ທີ່ລັກລອບເຂົ້າເມືອງແບບຜິດບໍ່ຖືກກົດໝາຽໄດ້ ຈຳນວນ 36 ຄົນໂດຍຄົນງານກຸ່ມດັ່ງກ່າວນີ້ຢູ່ລະຫວ່າງ ການໂດຍສານຣົຖຕູ້ຂອງນາຍໜ້າ ຄົນໄທຍເພື່ອເດີນທາງໄປເຮັດວຽກ ຢູ່ນະຄອນຫລວງບາງກອກ ແລະແຂວງຊົນບູຣີ ພາຍຫລັງເສັຽຄ່າແລ່ນ ເອກະສານໃຫ້ກັບນາຍໜ້າຄົນໄທຍເປັນຈຳນວນເງິນ 8,500-10,000 ບາດຕໍ່ຄົນຊຶ່ງເປັນເງິນ ທີ່ພວກເຂົາເຈົ້າໄປຂໍຢືມມາອີກເທື່ອນຶ່ງ ຍ້ອນພວກເຂົາເຈົ້າ ບໍ່ມີວຽກເຮັດງານທຳ ແລະບໍ່ມີ ຣາຍໄດ້ແນວໃດຈຶ່ງຕ້ອງການເດີນທາງມາເຮັດວຽກຢູ່ປະເທດໄທຍໂດຍບໍ່ສົນໃຈວ່າ ເປັນໄລຍະການແຜ່ຣະບາດຂອງ ໂຄວິດ-19 ເນື່ອງຈາກມີຣາຍໄດ້ດີກວ່າ ແລະສາມາດສົ່ງເງິນ ເພື່ອໃຊ້ສຳລັບເບິ່ງແຍງ ຍາດຕິພີ່ນ້ອງຢູ່ປະເທດລາວໄດ້.
ບັນຫາການລັກລອບ ເຂົ້າເມືອງຜິດກົດໝາຽ ມີທ່າອ່ຽງສູງຂື້ນແລະສະພາບທາງ ເສຖກິຈທີ່ຍັງບໍ່ຟື້ນໂຕເປັນປັດຈັຍ ທີ່ເພີ່ມຄວາມສ່ຽງໃນການແຜ່ຣະບາດ ຂອງພະຍາດ ໂຄວິດ-19. ສະນັ້ນທາງການໄທຍຈຶ່ງຈຳເປັນຕ້ອງໄດ້ສືບຕໍ່ ມາຕການຄວບຄຸມແລະປ້ອງກັນ ການແຜ່ຣະບາດຂອງພະຍາດ ດັ່ງກ່າວນີ້ຕໍ່ໄປດ້ວຍ ການປະກາດຂຍາຍໄລຍະເວລາ ຄວບຄຸມສະຖານະການສຸກເສີນ ໄປຈົນຮອດວັນທີ 31 ມີນາ 2022, ອີງຕາມປະກາດ ຂອງທາງການໄທຍລົງວັນທີ 25 ມົກກະຣາ 2022 ເຣື່ອງການຂຍາຍໄລຍະເວລາການປະກາດ ສະຖານະການສຸກເສີນ ໃນຂົງເຂດທົ່ວປະເທດຄັ້ງທີ 16.
ໃນຂະນະດຽວກັນ ທາງການລາວ ແລະທາງການໄທຍ ກໍໄດ້ຕົກລົງກັນວ່າຈະເປີດດ່ານ ເຂົ້າ-ອອກລະຫວ່າງປະເທດ ຢ່າງເປັນທາງການ ໂດຍໄວເທົ່າທີ່ຈະສາມາດ ເຮັດໄດ້ເພື່ອຟື້ນຟູ ສະພາບເສຖກິຈ ແລະການຄ້າລະຫວ່າງປະເທດ. ອີກທັງທາງການໄທຍກໍໄດ້ຮຽກຮ້ອງ ໃຫ້ທາງການລາວພິຈາຣະນາປັບປຸງ ຣະບຽບດ້ານພາສີແລະຄ່າບໍຣິການ ຢູ່ທ່ານາແລ້ງແລະທ່າກໍ່າປັ່ນ ນະຄອນຫລວງຽງຈັນເຊື່ອມຈອດ ກັບແຂວງໜອງຄາຍ ຂອງປະເທດໄທຍເພື່ອດຶງດູດ ນັກລົງທືນໄທຍໃຫ້ຫລາຍກວ່າເກົ່າ ພ້ອມສເນີໃຫ້ທາງການລາວ ພິຈາຣະນາສ້າງເສັ້ນທາງ R12 ທີ່ເຊື່ອມຕໍ່ 3 ປະເທດຄື ລາວ, ໄທຍ ແລະ ວຽດນາມ.