ຄົນງານລາວ ຍັງຫຼັ່ງໄຫຼເຂົ້າໄປ ເຮັດວຽກ ຢູ່ໄທຍ
2022.02.28

ກະຊວງແຮງງານ ຂອງປະເທດໄທຍ ໄດ້ປະກາດອະນຸມັດໃຫ້ນາຍຈ້າງ ສາມາດຮັບເອົາຄົນງານສາມສັນຊາດທັງ ລາວ, ພະມ້າ ແລະ ກັມພູຊາ ຮວມກັນ 4 ແສນອັດຕຣາ ເພື່ອເຮັດ ວຽກໃນຂົງເຂດກະສິກັມ, ທ່ອງທ່ຽວ ແລະ ບໍຣິການ ໂດຍໃຫ້ເຣີ້ມດຳເນີນການ ຕັ້ງແຕ່ທ້າຍປີ 2021 ເປັນຕົ້ນມາ. ແຕ່ຄົນງານທີ່ເຂົ້າມາຕ້ອງເຂົ້າສູ່ລະບົບກົດໝາຽ ຫລື MOU ແລະ ປະຕິບັດຕາມ 7 ມາຕການທີ່ທາງການໄທຍ ໄດ້ວາງອອກ.
ສອງປີຜ່ານມາ ປະເທດໄທຍໄດ້ຮັບຜົລກະທົບ ຈາກໂຄວິດ-19 ຣະບາດ ສົ່ງຜົລໃຫ້ຄົນງານລາວຢູ່ໃນໄທຍຈຳນວນຫລາຍ ຖືກເລີກຈ້າງ ແລະເລືອກເດີນທາງກັບປະເທດ ຕາມການຣາຍງານ ທີ່ມີໂຕເລຂຢ່າງເປັນທາງການ ກໍປະມານ 3 ແສນປາຍຄົນ. ສ່ວນໃນປະເທດລາວ ຂແນງແຮງງານຣະບຸວ່າ 114,000 ຄົນຖືກໂຈະຈ້າງງານຊົ່ວຄາວ ສະເພາະໃນລະບົບ ສ່ວນນອກລະບົບບໍ່ສາມາດເກັບກັມໄດ້.
ປັດຈຸບັນເຖິງວ່າ ປະເທດລາວຈະມີການຜ່ອນຜັນ ໃນມາຕການປ້ອງກັນພະຍາດ ໂຄວິດ-19 ຫລຸດລົງແລ້ວກໍຕາມແຕ່ບາງໂຮງຈັກ ໂຮງງານຍັງບໍ່ສາມາດຳເນີນ ກິຈການໄດ້ເຕັມສ່ວນ. ສະນັ້ນໃນລາວ ອັດຕຣາຫວ່າງງານຫຍີ່ງເພີ່ມຂຶ້ນຈາກ 9,24% ມາເປັນ 21,8% ຫລື ປະມານ 400,000 ຄົນ. ອີງຕາມເຈົ້າໜ້າທີ່ຣະດັບສູງ ຂອງຂແນງການແຮງງານ ຜູ້ບໍ່ປະສົງອອກຊື່ ແລະສຽງໄດ້ກ່າວຕໍ່ RFA ເມື່ອວັນທີ 26 ກຸມພາ ຜ່ານມາ.
ທ່ານໄດ້ຣະບຸຕື່ມວ່າ ປັດຈຸບັນມີຄົນງານລາວມີຈຸດປະສົງ ຕ້ອງກັບໄປເຮັດວຽກຢູ່ປະເທດໄທຍ ເປັນຈຳນວນຫລາຍຕາມຄາດຄະເນວ່າ ນັບແຕ່ເດືອນມົກກະຣາ ຫາເດືອມິຖຸນາຈະມີຄົນງານລາວ ເຂົ້າໄທຍປະມານ 2 ແສນຄົນ.
ສ່ວນເຣື່ອງຄ່າແລ່ນເອກະສານ ໄປເຮັດວຽກຢູ່ໄທຍແພງທ່ານໄດ້ກ່າວເສີມວ່າ. ປັດຈຸບັນທາງການລາວກຳລັງກຽມການເຈຣະຈາ ກັບກະຊວງແຮງງານຂອງໄທຍ ເພື່ອໃຫ້ຫລຸດລາຄາປະກອບເອກະສານ ແລະຂັ້ນຕອນການກັກໂຕເພາະວ່າ ຄົນງານລາວສ່ວນຫລາຍບໍ່ມິເງິນ. ໂດຍກຽມຂໍ້ສເນີເປັນ 2 ຂໍ້ໃນນັ້ນມີໃຫ້ນາຍຈ້າງອອກໃຫ້ກ່ອນ ແລະ ໃຫ້ບໍຣິສັດຈັດສົ່ງຄົນງານໄປໄທຍອອກໃຫ້ກ່ອນແລ້ວຈຶ່ງຕັດເງິນລາຍໄດ້ຂອງຄົນງານຕາມພາຍຫລັງເພື່ອເຮັດໃຫ້ຄົນງານລາວໄປເຮັດວຽກຖືກຕ້ອງຕາມລະບົບ
ຜ່ານມາຣັຖບານລາວ ອະນຸຍາດໃຫ້ບໍຣິສັດຈັດຫາງານ 33 ແຫ່ງສາມາດສົ່ງແຮງງານໄປ ຕ່າງປະເທດໄດ້. ແຕ່ມັນຍັງເປັນເຣື່ອງທີ່ຍາກ ທີ່ຜູ້ທຸກຍາກຈະບໍ່ສາມາດເຂົ້າເຖິງການບໍຣິ ການນີ້ໄດ້ຍ້ອນຄ່າທຳນຽມສູງເກີນໄປ.
ເຖິງຈະມີຫລາຍປະເທດ ໃຫ້ເລືອກແຕ່ແຮງງານ ທັກສະຕໍ່າທີມີທຶນບໍ່ຫລາຍ ກໍຍັງເລືອກໄປເຮັດວຽກຢູ່ໄທຍເພາະມັນມີຫລາຍຢ່າງ ທີ່ຄືກັນກັບລາວແຕ່ສຳຄັນແມ່ນ ຄ່າແຮງງານສູງກວ່າລາວ ແລະ ບໍ່ໄດ້ລົງທຶນຫລາຍ.
ດັ່ງຄົນງານລາວ ທີ່ຫາກໍໄປເຮັດວຽກຢູ່ໄທຍ ໄດ້ກ່າວຕໍ່ RFA ເມື່ອມາວັນທີ 22 ມົກກະຣາ ທີ່ຜ່ານມາວ່າ. ຄ່າແຮງງານຢູ່ໄທຍ ກັບລາວແນວໃດກໍໄທຍສູງກ່ວາ ແລະຄ່າຄອງຊີບຕໍ່າກວ່າຫລາຍ.
“ຢູ່ລາວນ່າຖາມວ່າປຽບທຽບກັບຢູ່ໄທຍຈັ່ງໃດມັນກາປຽບທຽບກັນບໍ່ໄດ້ຈັ່ງໃດຢູ່ໄທຍກາຕ້ອງແພງກວ່າຢູ່ແລ້ວຢູ່ລາວນີ້ທຸກສີ່ງທຸກຢ່າງຈະແພງຢ່າງເຊັ່ນອາການກິນກາແພງແຕ່ຄົນລາວເຮັດຄົນລາວຂາຍສ່ວນໃຫຍ່ມັນຊິນຳເຂົ້າມັນຕ້ອງແພງຄັນຫາກບໍ່ແພງມັນກາຂາດທຶນມັນກາເປັນເຣື່ອງປົກກະຕິ.”
ຄົນງານລາວອີກຄົນນຶ່ງ ທີ່ໄດ້ເຮັດວຽກກັບບໍຣິສັດແຫ່ງນຶ່ງ ໃນລາວໄດ້ກ່າວວ່າ. ຕົນເອັງກໍຫາ ກໍກັບມາແຕ່ໄທຍແລ້ວມາເຮັດວຽກ ໄດ້ປະມານສາມເດືອນຖືກນາຍຈ້າງ ເອົາປຽບແຕ່ກໍບໍ່ຮູ້ ວ່າຈະຮຽກຮ້ອງໃຫ້ພາກສ່ວນໃດມາຊ່ອຍ ເວົ້າງ່າຍໆ ບໍ່ໄດ້ຮັບການຄຸ້ມຄອງຈາກພາກສ່ວນ ທີ່ກ່ຽວຂ້ອງ.
“ບາງຄົນກາບໍ່ຮູ້ຢາກມາຫາເງິນ ແມ່ນບໍ່ຄອບຄົວລຳບາກຕ້ອງຈຳເປັນໄດ້ມາບັດນີ້ ມາລະບໍ່ໄດ້ເປັນດັ່ງທີ່ໃຈເຮົາຄິດເຮົາກາຕ້ອງຢາກກັບບ້ານ ແມ່ນບໍ່ອີກຢ່າງໂທລະສັບເຂົາເອົາໄວ້ບໍ່ໃຫ້ ເຮົາໃຊ້ເຮົາຈຳເປັນຢາກໃຊ້ຕ້ອງໄດ້ໄປຂໍເຂົາ.”
ຄົນງານລາວອີກຄົນນຶ່ງ ທີ່ກັບມາຈາກໄທຍກໍກ່າວວ່າຢາກໃຫ້ ພາກຣັຖບານໄດ້ເອົາໃຈໃສ່ ຊ່ອຍເຫລືອໂດຍສະເພາະ ການປັບຄ່າແຮງງານໃຫ້ມັນເໝາະສົມ ກັບຄ່າຄອງຊີບທີ່ມັນຂຶ້ນສູງຫລາຍ ໃນປັດຈຸບັນ.
“ແບບວ່າຢາກໃຫ້ ທາງພາກຣັຖບານເພິ່ນມີວຽກໃຫ້ເຮັດ ມີງານໃຫ້ເຮັດເງິນເດືອນຂຶ້ນບໍ່ອີ່ຫຍັງ ແບບນີ້ເນາະຄ່ານັ້ນຄ່ານີ້ຫລຸດລົງ ປະມານນີ້ນ່າຄົນກາຈຶ່ງບໍ່ໄປເຮັດວຽກ ຢູ່ໄທຍຫລາຍລະກາ ຈະເຮັດວຽກຢູ່ລາວແນ່ອັນນີ້ຄັນເຮັດວຽກຢູ່ລາວ ອອກກັບບ້ານກາບໍ່ໄດ້ຍາກຈັ່ງຊິຫັ້ນນ່າ ບາດເຮັດວຽກຢູ່ໄທຍຢາກກັບ ກາກັບຢາກມາກາມາຢາກໄປຍາມໃດກາໄດ້.”
ຄົນງານລາວທີ່ກຳລັງເຮັດວຽກຢູ່ໄທຍ ອີກຄົນນຶ່ງໃຫ້ຄຳເຫັນວ່າ ການທີ່ຕົນເລືອກເຮັດວຽກຢູ່ໄທຍ ກໍຍ້ອນຄ່າແຮງງານໃນລາວຕໍ່າ, ຄ່າຄອງຊີບສູງຫລາຍຣັຖບານ ບໍ່ສາມາດຄວບຄຸມໄດ້. ຍ້ອນສາເຫດດັ່ງກ່າວຈຶ່ງເຮັດໃຫ້ຕົນໄດ້ກັບມາເຮັດວຽກຢູ່ໄທຍ ອີກເທື່ອນຶ່ງເພື່ອຫາເງິນສົ່ງໃຫ້ຄອບຄົວ.
“ທາງບ້ານກາຄືວ່າມັນບໍ່ມີວຽກເຮັດງານທຳ ຖ້າເຮັດກາຄ່າແຮງມັນກາຖືືກຄ່າຄອງຊີບ ມັນກາແພງຂອງກາແພງຂອງສ່ວນມາກກາສົ່ງມາ ຈາກເມືອງໄທຍຈັ່ງຊິການຄວບຄຸມລາຄາສິນຄ້າ ມັນກໍຍັງບໍ່ມີປະສິດຕິພາບທາງຣັຖບານລາວ ຍັງບໍ່ສາມາດຄວບຄຸມສິນຄ້າ ໄດ້ຕາມມາຕຖານ”
ຕາມການຄາດການ ຂອງເຈົ້າຂອງຜູ້ປະກອບການສົ່ງອອກ ແຮງງານໃນລາວໃຫ້ຄວາມເຫັນວ່າ ຄົນລາວຍັງຄົງເລືອກເຂົ້າໄປຂາຍ ແຮງງານໃນໄທຍ ຖ້າສະພາບການຍັງເປັນແນວນີ້ ທັງເຣື່ອງການປັບຄ່າແຮງງານໃຫ້ເໝາະສົມກັບຄ່າຄອງຊີບ, ການກະຈາຍລາຍໄດ້ເຂົ້າກຸ່ມ ນັກທຸຣະກິດລາວຫລາຍ ໂດຍບໍ່ຕ້ອງເພີ່ງພາການລົງທຶນ ໂດຍກົງຈາກຕ່າງປະເທດຫລາຍ.
ອີກດ້ານນຶ່ງຄ່າແຮງງານ ຂອງໄທຍສູງກວ່າລາວ ແລະ ອັດຕຣາເງິນບໍ່ເຟີ້ຫລາຍ ຄົນລາວທີ່ ເຮັດວຽກລາຍໄດ້ຕໍ່າບໍ່ກຸ້ມກິນ ຖ້າໄປໄທຍຢ່າງໜ້ອຍກໍໄດ້ເງິນ ເປັນໝື່ນປາຍບາດຕົກເປັນເງິນ ລາວກໍປະມານສາມລ້ານແລ້ວ. ອີກຢ່າງລາຄາອາຫານ ການກິນຢູ່ໄທຍກໍຖືກ ຈຶ່ງເຮັດໃຫ້ຄົນງານລາວ ມີເງິນເຫລືອສົ່ງມາໃຫ້ຄອບຄົວ.
ນອກຈາກນີ້ ໃນໄລຍະຜ່ານມາບັນດາ ນັກລົງທຶນທັງພາຍໃນ ແລະຕ່າງປະເທດກໍຍັງກັງວົນ ເຣື່ອງຄຸນນະພາບ ແລະປະຣິມານຂອງແຮງງານລາວ ເຮັດໃຫ້ນັກລົງທຶນຈຳນວນນຶ່ງ ຍັງລັງເລໃຈທີ່ຈະເຂົ້າມາລົງທຶນ ຊຶ່ງມີບາງຂແນງ ການຂຍາຍໂຕຊ້າ ຍ້ອນຂາດແຮງງານຄຸນນະພາບ ແລະ ອີກບັນຫາທີ່ຣັຖບານຄວນແກ້ໄຂ ກໍເຣື່ອງແຮງງານຕ່າງດ້າວ ໃນລາວທີ່ມາຍາດວຽກຄົນລາວເຮັດ ໂດຍສະເພາະໂຄງການໃຫຍ່ໂດຍບໍ່ມີຄົນງານລາວ ແລະ ວິຊາການລາວ ໄດ້ຮັບການຖ່າຍທອດເທັກໂນໂລຢີ ຂອງໂຄງການນັ້ນໆ. ດັ່ງຂໍ້ອ້າງຂອງນັກລົງທຶນ ກໍຄືລາວບໍ່ມີ ແຮງງານທີ່ມີຄຸນນະພາບ ຈຶ່ງຕ້ອງໄດ້ນຳເຂົ້າຈາກຕ່າງປະເທດ ດັ່ງແຮງງານຈາກຈີນ ແລະ ວຽດນາມ.
ອີງຕາມການຣາຍງານ ຂອງທະນາຄານໂລກໃນປີ 2019 ຜ່ານມາ ກ່ອນເກີດການຣະບາດຂອງ ໂຄວິດ-19 ແຮງງານລາວທີ່ຢູ່ຕ່າງປະເທດ ໃນນີ້ບໍ່ແມ່ນສະເພາະແຕ່ປະເທດໄທຍນັ້ນ ໄດ້ສ້າງຣາຍໄດ້ທາງດ້ານເສຖກິຈ ໃຫ້ແກ່ປະເທດລາວໂດຍສະເພາະ ສົ່ງເງິນກັບຄືນປະເທດປີລະ 254 ລ້ານໂດລາສະຫະຣັຖ.
ໃນປີ 2020 ຕາມສະຖິຕິ ຂອງທະນາຄານໂລກຣະບຸວ່າ ປະຊາກອນໃນເກນເຮັດວຽກເພີ່ມຂຶ້ນ ເປັນ 3.7 ລ້ານປາຍຄົນ ຊຶ່ງກວມເອົາ 53% ຂອງພົລເມືອງລາວ. ໂດຍການເຕີບໂຕທີ່ ອີງໃສ່ການລົງທຶນສ່ວນຫລາຍໃນຂແນງຂຸດຄົ້ນ ບໍ່ແຮ່ແລະພລັງງານໄຟຟ້າ ບໍ່ສາມາດສນອງວຽກເຮັດໄດ້ຮອດ 1% ຂອງການຈ້າງງານທັງໝົດ.
ດັ່ງທີ່ເຫັນໂຕຢ່າງໄດ້ຊັດເຈັນ ກໍຄືໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໃນໄລຍະຜ່ານມາ ທາງໂຄງການຕ້ອງການ ແຮງງານລາວປະມານ 8,000 ຄົນ ແຕ່ໂຕຈິງມີຄົນມາສມັກບໍ່ພໍເທົ່າໃດ ຊຶ່ງກໍຈຳເປັນຕ້ອງນຳເຂົ້າຈາກຈີນຈຳນວນ 5 ພັນຄົນ ແລະ ໂຄງການກໍ່ສ້າງຂນາດໃຫຍ່ ພາຍໃນປະເທດກໍມີລັກສະນະ ຄ້າຍຄືກັນ.