ເຣີ່ມເປີດຂາຍປີ້ຣົຖໄຟ ຢູ່ສູນການຄ້າ ວຽງຈັນເຊັນເຕີ້ຣ໌

ໄຊຍາ
2022.02.25
ເຣີ່ມເປີດຂາຍປີ້ຣົຖໄຟ ຢູ່ສູນການຄ້າ ວຽງຈັນເຊັນເຕີ້ຣ໌ ຂະບວນລ້ານຊ້າງ” ຄືຊື່ຂະບວນຣົຖໄຟລາວ-ຈີນ ສຳລັບຜູ້ໂດຍສານທົ່ວໄປ ທີ່ຈອດຖ້າຜູ້ໂດຍສານ ທີ່ສະຖານີນະຄອນຫຼວງວຽງຈັນ ເຂດບ້ານໄຊ, ເມືອງໄຊທານີ ນະຄອນຫຼວງວຽງຈັນ (TS), ເດືອນທັນວາ ປີ 2021.
RFA

ໃນວັນທີ 25 ກຸມພາ ນີ້ບໍຣິສັດທາງຣົຖໄຟລາວ-ຈີນ ຈຳກັດໄດ້ເຣີ້ມເປີດບ່ອນບໍຣິການຂາຍປີ້ຣົຖໄຟຢູ່ພາຍໃນສູນການຄ້າວຽງຈັນເຊັນເຕີ້ຣ໌ ໃນນະຄອນຫລວງວຽງຈັນ ຊຶ່ງເປັນການຂາຍປີ້ ຣົຖໄຟນອກສະຖານີຣົຖໄຟ ແຫ່ງທຳອິດໃນລາວ ເພື່ອຫລຸດຜ່ອນບັນຫາການຊື້ປີ້ຫຍຸ້ງຍາກ ໂດຍມີຊາວລາວຈຳນວນຫລາຍໄດ້ລຽນແຖວ ມາລໍຖ້າຊື້ປີ້ຢູ່ພາຍໃນສູນການຄ້າ ດັ່ງກ່າວ.

ດັ່ງພະນັກງານ ປະຈຳສູນການຄ້າວຽງຈັນເຊັນເຕີ້ຣ໌ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 25 ກຸມພາ ນີ້ວ່າ:

ມາຂາຍໃນພື້ນທີ່ວຽງຈັນເຊັນເຕີ້ຣ໌ນ່່າເຈົ້າຊັ້ນ 1 ເພິ່ນເປັນເຄົ້າເຕີ້ຣ໌ຂາຍເປັນທາງການ.

ໃນຂະນະທີ່ ທ່ານ ຢວນ ມິງ ຮາວ ຜູ້ອຳນວຍການໃຫຍ່ບໍຣິສັດ ຣົຖໄຟລາວ-ຈີນ ຈຳກັດ ທີ່ໄດ້ມາເປັນປະທານ ພິທີເປີດບ່ອນຂາຍປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ກໍໄດ້ກ່າວຕໍ່ສື່ມວນຊົນໃນມື້ດຽວກັນນີ້ວ່າ:

ເພື່ອຕອບສນອງຄວາມຕ້ອງການ ໃນການຊື້ປີ້ແລະອຳນວຍຄວາມສະດວກ ໃຫ້ປະຊາຊົນໃນການເດີນທາງບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດຈຶ່ງໄດ້ເປີດບ່ອນຂາຍປີ້ຣົຖໄຟ ຈຸດທຳອິດຢູ່ໃນສູນການຄ້າວຽງຈັນ-ເຊັນເຕີ້ຣ໌ ພະຍາຍາມສນອງ ການບໍຣິການຢ່າງມີຄຸນນະພາບສູງ ແລະດີກວ່າເກົ່າພ້ອມດຽວກັນທາງບໍຣິສັດຈະສືບຕໍ່ຂາຍປີ້ຢູ່ ແຂວງຫລວງພຣະບາງ ເພື່ອອຳນວຍຄວາມສະດວກ ໃນການຊື້ປີ້ຣົຖໄຟ.

ໃນຂະນະດຽວກັນ ທ່ານຍັງໄດ້ກ່າວຕື່ມວ່າທາງບໍຣິສັດກໍກຳລັງສືບຕໍ່ ພັທນາການຂາຍປີ້ຣົຖໄຟ ຜ່ານລະບົບອ໋ອນລາຍນ໌ ແລະ ຍົກສູງຣະດັບບໍຣິການ ຂົນສົ່ງໂດຍສານຢ່າງຕໍ່ເນື່ອງ ແຕ່ຍັງບໍ່ທັນຣະບຸເທື່ອວ່າລະບົບການຊື້ປີ້ ຜ່ານລະບົບອ໋ອນລາຍນ໌ໃນເມື່ອໃດ. ແຕ່ເຖິງຢ່າງໃດກໍຕາມ ຊາວລາວຈຳນວນນຶ່ງຍັງເຫັນວ່າ ການຊື້ປີ້ຣົຖໄຟ ລາວ-ຈີນ ຍັງມີຫຍຸ້ງຍາກຄືເກົ່າ ເຖິງແມ່ນວ່າຈະເປີດບ່ອນຂາຍປີ້ ນອກສະຖານີຣົຖໄຟບ່ອນທຳອິດແລ້ວກໍຕາມ ແລະຄັນເປັນໄປໄດ້ກໍຢາກໃຫ້ເປີດບ່ອນຂາຍປີ້ ຕາມບໍຣິສັດໃນໂຕເມືອງຕ່າງໆ ເພື່ອຄວາມ ສະດວກຂອງຜູ້ໂດຍສານ.

ດັ່ງຊາວລາວ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງກ່າວວ່າ:

ຂາຍສູນການຄ້າທົ່ວໄປນີ້ກາຫາກດີແທ້ ແຕ່ວ່າເຮົາຢາກໃຫ້ຂາຍຢູ່ບໍຣິສັດ ແບບໃນໂຕເມືອງ ຊື້ຈະດີກ່ວາອີກຢ່າງນຶ່ງມັນກາແບບຄົນເຮົາ ທີ່ວ່າແບບຢາກໄປຢາກຊື້ປະຢັດເວລາຫັ້ນ ກາປະຢັດຢູ່ແຕ່ວ່າແນວໃດກາຕ້ອງໄດ້ມີຄ່າທັມນຽມ ແບບເຂົ້າໃນເມືອງຫັ້ນຄືເກົ່າ ເພາະວ່າສະຖານີຫັ້ນມັນໄກ.

ໃນຂະນະທີ່ຊາວລາວ ຢູ່ນະຄອນຫລວງວຽງຈັນອີກນາງນຶ່ງ ກ່າວວ່າລາວເອງກໍຍັງບໍ່ໄດ້ໄປຊື້ປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ເທື່ອ ແລະຍັງລຽນແຖວລໍຖ້າຊື້ປີ້ຢູ່ຄືເກົ່າ ຍ້ອນສະດວກເດີນທາງໄປ ສະຖານີຣົຖໄຟຫລາຍກ່ວາ ແຕ່ການຊື້ປີ້ລ່ວງໜ້າໃນທຸກມື້ນີ້ກໍຍັງຫຍຸ້ງຍາກ ແລະປີ້ຣົຖໄຟບາງຖ້ຽວກໍຖືກຂາຍໝົດໄວ.

ດັ່ງຍານາງກ່າວວ່າ:

ມາແລ້ວນ່າໄປແຕ່ເຊົ້ານີ້ລະຫລາຍ ທຸກມື້ຄົນຂະເຈົ້າໄປຈອງຫລາຍນ່າ ຄັນເອົາຫັ້ນນ່າຕ້ອງໄດ້ໄປເອົາ ແຕ່ເຊົ້າໆ ຈັ່ງທັນຂະເຈົ້າປີ້ອຸດົມໄຊ ນີ້ມື້ວັນອາທິດກາຍັງແຕ່ໜ້ອຍດຽວ.

ຢ່າງໃດກໍຕາມ ຢູ່ແຂວງອື່ນໆ ເປັນຕົ້ນຢູ່ແຂວງວຽງຈັນ, ແຂວຫລວງພຣະບາງ, ແຂວງອຸດົມໄຊ ແລະ ແຂວງຫລວງນໍ້າທາ ກໍຍັງບໍ່ທັນມີການເປີດບ່ອນຂາຍປີ້ຣົຖໄຟ ນອກສະຖານີຣົຖໄຟເທື່ອ ເຮັດໃຫ້ຜູ້ໂດຍສານ ແລະນາຍໜ້າຮັບຊື້ປີ້ ຍັງຕ້ອງໄປລຽນແຖວຢູ່ໜ້າສະຖານີຣົຖໄຟ ເພື່ອລໍຖ້າຊື້ປີ້ຢູ່ເລື້ອຍໆ.

ດັ່ງນາຍໜ້າ ຮັບຊື້ປີ້ຣົຖໄຟຢູ່ແຂວງຫລວງນໍ້າທາ ນາງນຶ່ງກ່າວວ່າ:

ເຮົາຢູ່ນາເຕີຍນີ້ແຫລະ ຮັບຊື້ໃຫ້ຂະເຈົ້າ ຕົວແທນຍັງບໍ່ມີເທື່ອ ເພິ່ນຍັງບໍ່ໃຫ້ມີ ແຕ່ວ່າເຮົາຮັບຊື້ໃຫ້ລູກຄ້າ.

ສຳລັບການແກ້ບັນຫາ ນາຍໜ້າທີ່ຊື້ປີ້ຣົຖໄຟ ແລ້ວໄປຂາຍຕໍ່ແບບບວກຄ່າບໍຣິການ ເພີ່ມຂຶ້ນນັ້ນກໍຍັງເປັນບັນຫາ ທີ່ແກ້ໄຂໄດ້ຢາກຢູ່ ຍ້ອນກຸ່ມນັກທ່ອງທ່ຽວ ເປັນລູກຄ້າຢູ່ຕາມໂຮງແຮມ ໃນເມືອງທ່ອງທ່ຽວຕ່າງໆ ມັກຊື້ປີ້ດັ່ງກ່າວ ຈາກນາຍໜ້າຍ້ອນບໍ່ຢາກໄປລຽນແຖວ ຢູ່ສະຖານີຣົຖໄຟ ຈຶ່ງເຮັດໃຫ້ເກີດນາຍໜ້າລາຍໃໝ່ ທີ່ຮັບຈອງປີ້ຣົຖໄຟຢູ່ເລື້ອຍໆ.

ດັ່ງນັກຊ່ຽວຊານ ດ້ານເສຖກິຈທ່ານນຶ່ງກ່າວວ່າ:

ສົມມຸດວ່າ ແຂກຢູ່ໂຮງແຮມໄປຈອງ ໄປລຽນມັນຍາກໄດ້ ກາຊື້ ຊື້ລະໃຫ້ເຂົາກິນໃບນຶ່ງ 30,000 ກີບ, ເຂົາກະຈົດເປັນຊື່ ແລ້ວກາເອົາຊື້ ປະໃຫ້ເຂົາຜູ້ມີເງິນຫລາຍ ມັນກາໃຫ້ 50,000 ກີບ ດຽວນີ້ ເພິ່ນກຳລັງຫາວິທີແກ້ໄຂ ວ່າຊິເຮັດແນວໃດບໍ່ໃຫ້ມີຊ່ອງຫວ່າງອັນນີ້.

ສັປດາທີ່ຜ່ານມາ ທ່ານ ວົງທອງ ສຸວັນທອງ ຮອງວິສະວະກັມເອກ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດໃຫ້ສັມພາດຕໍ່ສື່ມວນຊົນວ່າ ປັດຈຸບັນກຳລັງຢູ່ໃນຂັ້ນຕອນ ຫາລືເບື້ອງຕົ້ນກັບຊ່ຽວຊານ ສະເພາະເພື່ອຂາຍປີ້ຣົຖໄຟ ທາງອ໋ອນລາຍນ໌ ໃຫ້ແກ່ຜູ້ໂດຍສານໃນອະນາຄົດ ແລະກໍມີແຜນຈະສ້າງຫ້ອງນໍ້າ ແລະສ້າງບ່ອນຈອດຣົຖແຮມຄືນ ຢູ່ຕາມສະຖານີຣົຖໄຟຕ່າງໆ, ພ້ອມດຽວກັນກໍໄດ້ສົມທົບກັບເຈົ້າໜ້າທີ່ ປກສ ແລະ ກົມຕຳຣວດທາງຣົຖໄຟ ເພື່ອກວດກາພໍ່ຄ້າຄົນກາງ ແລະພະນັກງານປະຈຳສະຖານີຣົຖໄຟ ທີ່ຊື້ປີ້ກັກຕຸນແລ້ວຂາຍຕໍ່ໃນລາຄາແພງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.