ບໍຣິສັດ ທາງຣົົຖໄຟ ລາວ-ຈີນ ຈໍາກັດ ປະກາດ ປັບຂຶ້ນລາຄາ ປີ້ໂດຍສານຣົຖໄຟ

ສຸພັດຕາ
2022.05.31
ບໍຣິສັດ ທາງຣົົຖໄຟ ລາວ-ຈີນ ຈໍາກັດ ປະກາດ ປັບຂຶ້ນລາຄາ ປີ້ໂດຍສານຣົຖໄຟ ບ່ອນຂາຍປີ້ຣົຖໄຟລາວ-ຈີນ ຢູ່ເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ, ຮູບຖ່າຍເມື່ອວັນທີ 27 ພຶສພາ ປີ 2022.
RFA

ບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ປະກາດປັບຂຶ້ນລາຄາ ປີ້ໂດຍສານຣົຖໄຟທຸກຊັ້ນ ຕັ້ງແຕ່ວັນທີ່ 1 ມິຖຸນາ 2022 ນີ້ເປັນຕົ້ນໄປ ໂດຍອີງຕາມອັດຕຣາແລກປ່ຽນເງິນຢວນ 2,200 ກີບຕໍ່ 1 ຢວນ ເຖິງແມ່ນວ່າຫຼາຍແຂວງໃນລາວ ກໍາລັງປະສົບບັນຫາ ນໍ້າມັນຂາດແຄນ ແລະເງິນເຟີ້ຢູ່ກໍຕາມ, ຍົກໂຕຢ່າງ ລາຄາປີ້ຣົຖໄຟຊັັ້ນ 2 ຈາກສະຖານີນະຄອນຫຼວງວຽງຈັນ ຫານະຄອນຫຼວງພຣະບາງ ປັບຂຶ້ນເປັນ 242,000 ກີບ ຈາກລາຄາ 198,000 ກີບ.

ດັ່ງເຈົ້າໜ້າທີ່ ບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ຢູ່ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 31 ພຶສພາ ນີ້ວ່າ:

“ເຣີ່ມວັນທີ່ 1 ໄປ ປັບລາຄາປີ້ແລ້ວເຈົ້າ ຖ້າຊື້ຢູ່ສະຖານີ້ແມ່ນ 242,000 ກີບ ຖ້າຊື້ຢູ່ບ່ອນໃນເມືອງຫັ້ນຈະຂາຍຢູ່ 262,000 ກີບ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ກ່ຽວກັບການປັບຂຶ້ນລາຄາປີ້ຣົຖນີ້ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ສະດວກໃຫ້ສັມພາດເພີ່ມຕື່ມ.

ຕໍ່ກັບເຣື່ອງນີ້ ກໍມີຊາວບ້ານຫຼາຍຄົນເຫັນວ່າບໍ່ເໝາະສົມ ທີ່ຈະປັບຂຶ້ນລາຄາປີ້ຣົຖໄຟລາວ-ຈີນ ຖ່າມກາງສະພາບການ ທີ່ມີປະຊາຊົນຫຼາຍຄົນ ໄດ້ຮັບຄວາມເດືອດຮ້ອນ ຈາກບັນຫານໍ້າມັນຂາດແຄນ ແລະສະພາບເງິນເຟີ້ຢູ່ລາວ ເນື່ອງຈາກການປັບຂຶ້ນລາຄາປີ້ຣົຖໄຟ ຈະບໍ່ເປັນຜົລດີຕໍ່ຜູ້ໂດຍສານພາຍໃນປະເທດ ທີ່ຕ້ອງແບກຫາບ ບັນຫາທາງດ້ານເສຖກິຈໃນຄົວເຮືອນຢູ່ກ່ອນແລ້ວ.

ດັ່ງຊາວບ້ານນາງນຶ່ງ ກ່າວວ່າ:

“ໃຈກໍຢາກໃຫ້ປັບລົງແຫຼະເນາະ ອີ່ຫຍັງກໍຂຶ້ນໝົດແຫຼະ ເງິນບາດວັນນີ້ ບໍ່ແມ່ນມັນຮອດ 500 ແລ້ວບໍ ປີ້ຣົຖໄຟເພິ່ນຂຶ້ນນີ້ກໍແພງ ທີ່ຜ່ານມາກໍຫາກແພງຢູ່.”

ໃນຂະນະທີ່ ຜູ້ປະກອບການຣີສອດ ທ່ານນຶ່ງ ກໍເຫັນວ່າ ບໍ່ເໝາະສົມ ທີ່ຈະປັບຂຶ້ນລາຄາປີ້ຣົຖໄຟລາວ-ຈີນ ໃນເວລານີ້ ແລະເຫດຜົລທີ່ອ້າງວ່າ ປັບລາຄາປີ້ຣົຖໄຟຂຶ້ນ ໂດຍອີງຕາມອັດຕຣາແລກປ່ຽນເງິນຢວນນັ້ນ ກໍບໍ່ສົມເຫດສົມຜົລປານໃດ ແລະການປັບຂຶ້ນລາຄາປີ້ຣົຖນັ້ນ ກໍໍອາດເປັນຍ້ອນມີນັກທ່ອງທ່ຽວຕ່າງປະເທດ ເຣີ່ມເຂົ້າມາໃຊ້ບໍຣິການຣົຖໄຟລາວ-ຈີນຫຼາຍຂຶ້ນ.

ດັ່ງທ່ານກ່າວວ່າ:

“ເໝາະສົມປານໃດເນາະ ແຕ່ວ່າ ເພິ່ນກະວ່າ ອີງຕາມອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ເພາະວ່າຄ່າເງິນເຟີ້ ກະມີລູກຄ້າໄດ້ຂຶ້ນ ພວກເຮົາກະຊື້ໃຫ້ລູກຄ້າຢູ່ ເຣີ່ມຫຼາຍແລ້ວ ຄົນໄທຍມາຫຼາຍເດ້.”

ແຕ່ເຖິງຢ່າງໃດກໍຕາມ ກໍມີຊາວລາວອີກຈໍານວນນຶ່ງ ທີ່ເຫັນວ່າ ການປັບຂຶ້ນລາຄາປີ້ຣົຖໄຟລາວ-ຈີນ ໃນເທື່ອນີ້ນັ້ນ ບໍ່ເປັນລາຄາທີ່ແພງຂຶ້ນຫຼາຍແຕ່ຢ່າງໃດ ແລະກໍເປັນລາຄາທີ່ຄົນລາວໂດຍສ່ວນໃຫຍ່ສາມາດຊື້ໄດ້ ເພື່ອແລກກັບການເດີນທາງແບບວ່ອງໄວ ແລະສະດວກສະບາຍ.

ດັ່ງຊາວລາວນາງນຶ່ງ ກ່າວວ່າ:

“ແມ່ນປັບລາຄາໃໝ່ ບໍ່ຂຶ້ນຫຼາຍ ຂຶ້ນໜ້ອຍໆໃດ໋ ບໍ່ແພງຫຼາຍໆ ຂຶ້ນປະມານ 30,000-40,000 ນີ້ແຫຼະ ແສນປາຍ ເປັນ 2 ແສນປາຍ.”

ສ່ວນຊາວລາວອີກນາງນຶ່ງ ກໍເຊື່ອວ່າ ການປັບຂຶ້ນຂອງລາຄາປີ້ຣົຖລາວ-ຈີນນີ້ ອາຈອີງຕາມອັດຕຣາແລກປ່ຽນຂອງເງິນບາດໄທຍນໍາດ້ວຍ ແຕ່ສໍາລັບລາວເອງແລ້ວ ກໍບໍ່ໄດ້ມີບັນຫາຫຍັງ ແລະກໍສາມາດຈ່າຍລາຄາປີ້ຣົຖໄຟໄດ້ປົກກະຕິ.

ດັ່ງນາງກ່າວວ່າ:

“ແມ່ນຂຶ້ນຕາມເງິນບາດ ເພິ່ນເພີ່ມຂຶ້ນວ່າຊັ້ນເດ້ ແມ່ນແລ້ວ ເຣີ່ມວັນທີ່ 1 ເດືອນ 6 ເລີຍ.”

ເຖິງແມ່ນວ່າ ບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ຈະປັບຂຶ້ນລາຄາປີ້ຣົຖໄຟ ປະເທດຊັ້ນຕ່າງໆກໍຕາມ ແຕ່ໃນສະພາບຄວາມເປັນຈິງແລ້ວ ຊາວລາວຫຼາຍຄົນ ກໍໄດ້ອອກຄວາມຄິດເຫັນ ຜ່່ານສື່ສັງຄົມອອນລາຍນ໌ວ່າ ລະບົບການໃຫ້ບໍຣິການ ແກ່ຜູ້ໂດຍສານຂອງຣົຖໄຟລາວ-ຈີີນ ຍັງມີອີກຫຼາຍຢ່າງທີ່ຕ້ອງໄດ້ປັບປຸງຕື່ມນໍາດ້ວຍ ເປັນຕົ້ນ: ຫ້ອງນໍ້າ ນອກອາຄານຜູ້ໂດຍສານ ຍັງບໍ່ທັນມີເທື່ອ, ຂັ້ນຕອນການກວດກາປີ້ຣົຖໄຟ ແລະເອກກະສານທີ່ກ່ຽວຂ້ອງ ຂອງຜູ້ໂດຍສານ ຍັງບໍ່ເປັນລະບົບເທົ່າທີ່ຄວນ ແລະຍັງຫຼ້າຊ້າຢູ່ໃນບາງສະຖານີ, ຍັງບໍ່ທັນມີການຂາຍປີ້ຣົຖໄຟ ຜ່ານລະບົບອອນລາຍນ໌ແບບທັນສໄມແລະສະດວກ ແລະພາຍໃນຕູ້ໂດຍສານຂອງຣົຖໄຟ ກໍບໍ່ເປີດແອເຢັນເທົ່າທີ່ຄວນ ແລະຍັງບໍ່ທັນມີອາຫານຂາຍໃນຕູ້ຣົຖໄຟ ມີພຽງແຕ່ຂາຍນໍ້າດື່ມ-ນໍ້າອັດລົມຊື່ໆ.
ມາຮອດປັດຈຸບັນ ສະຖານຣົຖໄຟລາວ-ຈີນ ໄດ້ເປີດບໍຣິການຂົນສົ່ງໂດຍສານແລ້ວ ທັງໝົດ 10 ສະຖານີ ໄດ້ແກ່ ສະຖານີ ນະຄອນຫຼວງວຽງຈັນ, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີກາສີ, ສະຖານີຫຼວງພຣະບາງ, ສະຖານີເມືອງງາ, ສະຖານີເມືອງໄຊ, ສະຖານີນາໝໍ້, ສະຖານີນາເຕີຍ ແລະສະຖານີບໍ່ເຕັນ ໃນນັ້ນ ຂບວນຣົຖໄຟ EMU ຊັ້ນ 1 ແລະຊັ້ນ 2 ແລ່ນຈອດທັງໝົດ 6 ສະຖານີ ແລະຂບວນຣົຖໄຟທັມມະດາ ແລ່ນຈອດທັງ 10 ສະຖານີ ໂດຍສະຖານີນາໝໍ້ ແຂວງອຸດົມໄຊ ເປັນສະຖານີຫຼ້າສຸດ ທີ່ເປີດໃຫ້ບໍຣິການ ເຣີ່ມແຕ່ວັນທີ່ 1 ເດືອນມິຖຸນານີ້ ເຊິ່ງເປັນສະຖານີຣົຖໄຟຂນາດນ້ອຍ ທີ່ສາມາດຮອງຮັບຜູ້ໂດຍສານໄດ້ພຽງແຕ່ 150 ຄົນ ໃນໂຕອາຄານຜູ້ໂດຍສານ ແລະເປັນສະຖານີຣົຖໄຟ ສໍາລັບຂບວນຣົຖໄຟທັມມະດາເທົ່ານັ້ນ, ອີງຕາມຂໍ້ມູນ ຈາກບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.