ອະນຸຍາດເປີດດ່ານ ທ້ອງຖິ່ນ, ນຳເຂົ້າ-ສົ່ງອອກສິນຄ້າ
2022.02.28

ຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການສບັບເລຂທີ່ 130/ຫສນຍ ລົງວັນທີ່ 3 ກຸມພາ 2022 ວ່າດ້ວຍທິດຊີ້ນໍາ ຂອງກອງປະຊຸມຣັຖບານ ກ່ຽວກັບມາຕການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ຣະບາດຂອງເຊື້ອ ໂຄວິດ-19 ໃນໄລຍະໃໝ່ ພ້ອມເຫັນດີໃນຫຼັກການໃຫ້ເປີດດ່ານທ້ອງຖິ່ນ ແລະດ່ານປະເພນີ ສໍາລັບຂົນສົ່ງສິນຄ້າ ໂດຍມອບໃຫ້ນະຄອນຫຼວງວຽງຈັນ ແລະບັນດາແຂວງຕ່າງໆ ທີ່ມີຊາຍແດນຕິດກັບຕ່າງປະເທດ ດໍາເນີນການກວດກາ ແລະປຶກສາກັບທ້ອງຖິ່ນຂອງປະເທດ ທີ່ມີດ່ານຮ່ວມກັນ ເຣື່ອງການຂົນສົ່ງສິນຄ້າ ໂດຍບໍ່ຈໍາເປັນຕ້ອງສເນີ ມາຍັງຄະນະສະເພາະກິຈ ຂອງສູນກາງອີກ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນສູນກາງ ຜູ້ບໍ່ປະສົງອອກຊື່ ແລະຕໍ່າແໜ່ງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອມື້ວັນທີ່ 28 ກຸມພາ 2022 ນີ້ວ່າ:
“ແຕ່ວ່່າຣົຖຂົນສົ່ງ ກະຍັງເຫັນເຂົ້າມາປົກກະຕິໄດ້ ແມ່ນ (ດ່ານປະເພນີ ແລະດ່ານທ້ອງຖິ່ນ) ເຮັດໄດ້ປົກກະຕິ ຖ້າມີອະນຸຍາດ ໃນການເຂົ້າ-ອອກ (ດ່ານດັ່ງກ່າວນີ້ ເປັນໃຫ້ຂົນສົ່ງສິນຄ້າ) ມາດົນແລ້ວເດ້ ຂົນສົ່ງວິ່ງໄປ-ມາຄືເກົ່າ ແຕ່ວ່າ ເຮົາຍັງບໍ່ໄດ້ເປີດໄປ-ມາ ເປັນປົກກະຕິ ຄືແຕ່ກີ້ ທີ່ຜ່່ານມາຫັ້ນນ່າ ຍັງບໍ່ທັນໄດ້ເປີດເທື່ອ.”
ຍານາງກ່າວຕື່ມວ່າ ເຖິງແມ່ນວ່າ ທາງການລາວ ຈະອະນຸຍາດ ໃຫ້ອໍານາດການປົກຄອງຂັ້ນທ້ອງຖິ່ນ ສາມາດເປີດດ່ານທ້ອງຖິ່ນ ແລະດ່ານປະເພນີ ເພື່ອຂົນສົ່ງສິນຄ້າໄດ້ແລ້ວນັ້ນ ແຕ່ຢ່າງໃດກໍຕາມ ຂັ້ນຕອນໃນການນໍາເຂົ້າຕ່າງໆ ຈະຕ້ອງຢູ່ພາຍໃຕ້ມາຕການປ້ອງກັນ ການແຜ່ຣະບາດຂອງເຊື້ອໂຄວິດ-19 ຢ່າງເຂັ້ມງວດ ສ່ວນການຂົນສົ່ງຜູ້ຄົນໂດຍສານ ທີ່ຕ້ອງການເຂົ້າມາຍັງປະເທດລາວ ຜູ້ກ່ຽວຈະຕ້ອງເຮັດໜັງສືມາຍັງກົມກົງສຸນ ແລະຕ້ອງລໍຖ້າການພິຈາຣະນາ ຫາກຄະນະສະເພາະກິຈອະນຸຍາດ ຈຶ່ງຈະສາມາດເດີນທາງເຂົ້າມາຍັງປະເທດລາວໄດ້.
ສໍາລັບການຂົນສົ່ງສິນຄ້າ ລະຫວ່າງປະເທດລາວ ແລະປະເທດໄທຍນັ້ນ ບາງບ່ອນໃນແຂວງຄໍາມ່ວນ ສາມາດດໍາເນີນການໄດ້ເປັນປົກກະຕິ ເປັນຕົ້ນ ດ່ານສາກົລຄໍາມ່ວນ-ນະຄອນພະນົມ ໃນຂະນະທີ່ ດ່ານທ້ອງຖິ່ນ ແລະ ດ່ານປະເພນີອື່ນໆ ແລະການຂົນສົ່ງໂດຍສານ ລະຫວ່າງປະເທດອື່ນໆ ທີ່ຕິດຈອດກັບປະເທດໄທຍ ຍັງບໍ່ໄດ້ຮັບການພິຈາຣະນາເປີດຢ່າງເປັນທາງການເທື່ອ, ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຂົນສົ່ງທາງບົກ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສິນຄ້າກະຍັງຜ່ານປົກກະຕິໃດ໋ ມີແຕ່ສິນຄ້າໄປ-ມາໄດ້ ມີແຕ່ດ່ານສາກົລ ດ່ານປະເພນີ ຍັງເຈົ້າ ແຕ່ຂົນສົ່ງສິນຄ້າໄດ້ ເພິ່ນເປີດມາ ມີແຕ່ສິນຄ້າໄປ-ມາໄດ້ ແຕ່ກະຕ້ອງມີມາຕການ ມີແຕ່ໄທຍແລະລາວ ກໍລາວ ເອົາໄປສົ່ງຕໍ່ຫັ້ນນ່າ ສົມມຸດສົ່ງຕໍ່ລະຫວ່າງປະເທດ (ສ່ວນການຂົນສົ່ງໂດຍສານ ລະຫວ່າງປະເທດ) ໂອ້ ຍັງບໍ່ທັນເປີດເດີ້ ທັງດ່ານສາກົລ ທັງດ່ານທ້ອງຖິ່ນຍັງບໍ່ທັນເປີດ ໂຕນີ້ ຍັງບໍ່ຮູ້ນໍາຂັ້ນເທິງ ຄືກັນ.”
ໃນຂະນະດຽວກັນ ດ່ານສາກົລ ດ່ານທ້ອງຖິ່ນ ແລະດ່ານປະເພນີ ຢູ່ແຂວງສວັນນະເຂດ ຊຶ່ງເປັນຄູ່ກັບປະເທດໄທຍ ກໍຍັງບໍ່ທັນໄດ້ເປີດໃຫ້ບໍຣິການ ຂົນສົ່ງສິນຄ້າ ຫຼືຂົນສົ່ງຜູ້ໂດຍສານແນວໃດເທື່ອ ອີກທັງຍັງບໍ່ທັນມີກໍານົດວັນເວລາທີ່ຄັກແນ່ ວ່າໜ່ວຍງານທີ່ກ່ຽວຂ້ອງ ຈະພິຈາຣະນາເປີດດ່ານດັ່ງກ່າວນີ້ເມື່ອໃດ, ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຂົນສົ່ງທາງບົກ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ອີກນາງນຶ່ງກ່າວວ່າ:
“ຍັງບໍ່ທັນເປີດເທື່ອເນາະ (ດ່ານສາກົລ ດ່ານປະເພນີ ແລະດ່ານທ້ອງຖິ່ນ) ຍັງບໍ່ທັນໄດ້ເປີດຈັກອັນ (ທັງການຂົນສົ່ງສິນຄ້າ ແລະຂົນສົ່ງໂດຍສານ) ຍັງບໍ່ທັນເປີດ.”
ທີ່ຜ່ານມາ ທາງການລາວ ແລະທາງການໄທຍ ກໍໄດ້ຕົກລົງກັນວ່າ ຈະເປີດດ່ານເຂົ້າ-ອອກ ລະຫວ່າງປະເທດ ຢ່າງເປັນທາງການໂດຍໄວ ເທົ່າທີ່ຈະສາມາດເຮັດໄດ້ ເພື່ອຟື້ນຟູສະພາບເສຖກິຈ ແລະການຄ້າລະຫວ່າງປະເທດ ອີກທັງ ທາງການໄທຍກໍໄດ້ ຮຽກຮ້ອງໃຫ້ທາງການລາວ ພິຈາຣະນາ ປັບປຸງລະບຽບດ້ານພາສີ ແລະຄ່າບໍຣິການ ຢູ່ດ່ານທ່ານາແລ້ງ ແລະທ່າກໍ່າປັ່ນນະຄອນຫຼວງວຽງຈັນ ເຊື່ອມຈອດກັບແຂວງໜອງຄາຍ ປະເທດໄທຍ ເພື່ອດືງດູດນັກລົງທຶນໄທຍ ໃຫ້ຫຼາຍກວ່າເກົ່າ ພ້ອມທັງສເນີໃຫ້ທາງການລາວ ພິຈາຣະນາສ້າງເສັ້ນທາງ R12 ທີ່ເຊື່ອມຕໍ່ 3 ປະເທດຄື ລາວ, ໄທຍ ແລະ ວຽດນາມ.
ສໍາລັບແຂວງຫົວພັນ ຊຶ່ງເປັນແຂວງທີ່ມີຊາຍແດນ ຕິດກັບປະເທດວຽກນາມ ທາງການລາວ ແລະວຽດນາມ ໄດ້ຮ່ວມກັນພິຈາຣະນາ ແລະອະນຸຍາດໃຫ້ເປີດດ່ານທ້ອງຖິ່ນ ແລະດ່ານປະເພນີ ສໍາລັບການຂົນສົ່ງສິນຄ້າເທົ່ານັ້ນ ເປັນຕົ້ນ ດ່ານນໍ້າໄຕ-ທົ່ງທູ້ (ຄູ່ດ່ານຫົວພັນ-ເງ້ອານ), ຄູ່ດ່ານປ່າຮ່າງ-ລ້ອງເຊິນ, ບ້ານດ່ານ-ຊຽງເຂືອງ ແລະດ່ານ ເມືອງເປີ-ນໍ້າແລ້ງ (ຄູ່ດ່ານຫົວພັນ-ເຊິນລາ) ສ່ວນດ່ານທ້ອງຖິ່ນ ແລະ ດ່ານປະເພນີອື່ນໆ ອີກປະມານ 10 ປາຍແຫ່ງ ຮວມເຖິງດ່ານສາກົລແດນສວັນ-ລາວບາວ ແລະດ່ານສາກົລນໍ້າໂສຍ-ນາແມວ ຍັງບໍ່ທັນໄດ້ເປີດໃຊ້ງານເທື່ອ ເນື່ອງຈາກຜູ້ຕິດເຊື້ຶອ ໂຄວິດ-19 ຢູ່ຝັ່ງວຽດນາມ ຍັງມີຈໍານວນຫຼາຍຢູ່.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຂົນສົ່ງສິນຄ້າ ທ່ານນຶ່ງກ່າວວ່າ:
“ອີງໃສ່ສະພາບໂຄວິດ-19 ນີ້ເນາະ ແລ້ວກໍການ ຈັດຕັ້ງປະຕິບັດຂອງແຂວງນັ້ນເນາະ ມັນມີໂຄງການເລັ່ງດ່ວນບໍ່ ອີ່ຫຍັງບໍ່ຫັ້ນນ່າ ແຕ່ວ່າຈະເດີນທາງໄປກະຫາກໄດ້ເນາະ ແຕ່ເຮົາກໍຕ້ອງໄດ້ປະຕິບັດ ຕາມມາຕການເນາະ ທັງສອງປະເທດ ລະຫວ່າງອັນ ຢູ່ວຽດນາມ ມັນແຜ່ຣະບາດໜັກກ່ອນເຮົາຢູ່ເນາະ ມັນຢູ່ແຂວງຕິດຈອດນ່າ ຍັງຫຍຸ້ງຍາກຢູ່ເນາະ.”
ອີງຕາມແຈ້ງການ ສບັບດຽວກັນນີ້ ຍັງໄດ້ລະບຸເຖິງແນວທາງ ໃນການຫຼຸດຜ່ອນດ້ານການບໍຣິຫານແລະສັງຄົມ ເພື່ອຟື້ນຟູເສຖກິຈ ແລະຊີວິດຄວາມເປັນຢູ່ ຂອງປະຊາຊົນລາວ ເປັນຕົ້ນ ການຜ່ອນຜັນໄລຍະເວລາການກັກໂຕ ສໍາລັບຜູ້ທີ່ຕ້ອງການ ເດີນທາງເຂົ້າມາພາຍໃນປະເທດລາວ ດ້ວຍການຫຼຸດຜ່ອນການກັກໂຕ ຈາກ 14 ມື້ ມາເປັນການກັກໂຕຢູ່ທີ່ສະຖານທີ່ ທີ່ຄະນະສະເພາະກິຈກໍານົດ ໃນໄລຍະເວລາລໍຖ້າຜົລກວດ 48 ຊົ່ວໂມງ ເພື່ອລໍຖ້າເບິ່ງຜົລກວດຫາເຊື້ຶອໂຄວິດ-19 ຖ້າຫາກຜົລກວດອອກມາ ວ່າບໍ່ພົບເຊື້ອ ກໍສາມາດໄປກັກໂຕ ຢູ່ສະຖານທີ່ພັກເຊົ່າ ຂອງຕົນເອງໄດ້ໃຫ້ຄົບ 7 ມື້ ແລະອໍານວຍຄວາມສະດວກໃຫ້ນັກທ່ອງທ່ອງ ທີ່ຕ້ອງການເຂົ້າມາໃນປະເທດລາວ ຕ້ອງເດີນທາງມາ ພາຍໃຕ້ໂຄງການ ທ່ອງທ່ຽວສີຂຽວ ແລ້ວຈະຕ້ອງປະຕ້ອງປະຕິບັດຕາມ ມາຕການປ້ອງກັນເຊື້ອໂຄວິດ-19 ແລະປະຕິບັດຕາມລະບຽບການ ທີ່ທາງຄະນະຄະນະເພາະກິຈ ກໍານົດໄວ້ຢ່າງເຄັ່ງຄັດ.
ທາງດ້ານຜແນກການຕ່າງປະເທດ ແຂວງຫຼວງນໍ້າທາ ໄດ້ອອກແຈ້ງການສບັບເລຂທີ່ 048/ຜຕທ ລະບຸວ່າ ນັບແຕ່ວັນທີ່ 21 ມົກກະຣາ 2022 ຄະນະສະເພາະກິຈ ເມືອງຫຼ້າ ແຂວງຢູນນານ ຂອງປະເທດຈີນ ໄດ້ອອກແຈ້ງການ ຫ້າມຄົນຜ່ານດ່ານເຂົ້າ-ອອກເມືອງຊົ່ວຄາວ ແຕ່ສໍາລັບການຂົນສົ່ງສິນຄ້າແມ່ນສົ່ງໄປໄດ້ຢູ່ ເນື່ອງຈາກໃນໄລຍະດັ່ງກ່າວນີ້ ມີການແຜ່ຣະບາດຂອງເຊື້ອ ໂຄວິດ-19 ໃນເຂດພື້ນທີ່ຕາແສງເມືອງມ້າງ, ເມືອງຫຼ້າ ສະນັ້ນ ເພື່ອຄວາມປອດພັຍຕໍ່ສະພາບດັ່ງກ່າວ ຈຶ່ງຈໍາເປັນຕ້ອງໄດ້ປິດດ່ານປາງໄຮ-ຊາເຫີ ແລະດ່ານບໍ່ເຕັນ-ບໍ່ຫານ ສໍາລັບບໍ່ໃຫ້ຄົນຜ່ານຊົ່ວຄາວ ສ່ວນວັນເວລາ ທີ່ຈະເປີດດ່ານດັ່ງກ່າວນີ້ຄືນໃໝ່ ໃຫ້ຄົນສາມາດເດີນທາງເຂົ້າ-ອອກໄດ້ ທາງການຈີນ ຈະແຈ້ງໃຫ້ຊາບພາຍຫຼັງ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຂົນສົ່ງທາງບົກ ຜູ້ບໍ່ສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວວ່າ:
“ເອີ ມັນຍັງບໍ່ທັນໄດ້ເປີດເທື່ອດອກໂຕນີ້ ທາງເບື້ອງຈີນ ເຂົາບໍ່ທັນໃຫ້ເຂົ້າ ຂົນສົ່ງສິນຄ້ານີ້ເຫັນເຂົາເຂົ້າໄປ ແຕ່ວ່າຄົນນີ້ ເຂົ້າໄປບໍ່ໄດ້ ແຕ່ວ່ານີ້ ເຂົ້າໄປໄດ້ຢູ່ (ສ່ວນວ່າທາງເບື້ອງຈີນ ຈະອະນຸາຍດໃຫ້ມີການຂົນສົ່ງໂດຍສານນັ້ນ) ອັນນີ້ກໍບໍ່ຮູ້ເດີ້ ບໍ່ໃຫ້ຄໍາຕອບໄດ້ສໍ່ານີ້.”
ອີງຕາມການຣາຍງານ ຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າຂອງປະເທດລາວ ລະບຸວ່າ ໃນເດືອນມົກກະຣາ ປີ 2022 ປະເທດລາວ ມີມູນຄ່າການນໍາເຂົ້າ ແລະສົ່ງອອກສິນຄ້າ ໄດ້ 1,156 ລ້ານໂດລາສະຫະຣັຖ ໃນນັ້ນ ເປັນມູນຄ່າການສົ່ງອອກປະມານ 598 ລ້ານ ໂດລາສະຫະຣັຖ ສ່ວນມູນຄ່າການນໍາເຂົ້າປະມານ 557 ລ້ານໂດລາສະຫະຣັຖ ໃນຈໍານວນນີ້ ຍັງບໍ່ທັນຮວມເອົາມູນຄ່າ ການສົ່ງອອກໄຟຟ້າ.