ຣົດຂົນສິນຄ້າໄປຈີນ ຄ້າງຢູ່ ຊາຍແດນ

ສຸພັດຕາ
2020.12.07
ຣົດຂົນສິນຄ້າໄປຈີນ ຄ້າງຢູ່ ຊາຍແດນ ຣົດຂົນສົ່ງສິນຄ້າ ໄປຈີນ ຕ້ອງຄົກຄ້າງ ຢູ່ດ່ານຊາຍແດນ ຍ້ອນມາຕການ ປ້ອງກັນໂຄວິດ-19 ທີ່ ເຂັ້ມງວດຂຶ້ນຕື່ມ.
ພາບປະກອບ: ນັກຂ່າວພົລເມືອງ

ປັດຈຸບັນ ຣົດບັນທຸກສິນຄ້າ ທັງຂອງລາວ ແລະ ຕ່າງປະເທດ ປະມານ 300 - 400 ຄັນ ຍັງຕົກຄ້າງ ຢູ່ບໍຣິເວນດ່ານສາກົລບໍ່ເຕັນ ພາຍໃນເຂດເສຖກິຈ ບໍ່ເຕັນແດນງາມ ແຂວງຫຼວງນໍ້າທາ ເພື່ອລໍຖ້າອອກໄປປະເທດຈີນ ຊຶ່ງໃນໄລຍະນີ້ ການຜ່ານດ່ານໄປຈີນ ແມ່ນລ່າຊ້າຫຼາຍ ຍ້ອນທາງເຈົ້າໜ້າທີ່ປະຈໍາດ່ານ ມີການກວດກາຢ່າງເຂັ້ມງວດ ແລະ ຄ່ອຍໆ ປ່ອຍຣົດບັນທຸກອອກໄປຈີນ ເທື່ອລະໜ້ອຍ ຕາມມາຕການເຝົ້າຣະວັງ ການແຜ່ຣະບາດ ຂອງ ເຊື້ອໄວຣັສໂຄວິດ-19 ເຮັດໃຫ້ບັນດາ ຜູ້ຂັບຣົດບັນທຸກ ເສັຽເວລາຫຼາຍ, ດັ່ງ ຄົນຂັບຣົດ ບັນທຸກຄົນນຶ່ງ ທີ່ຕິດຄ້າງຢູ່ດ່ານ ສາກົລບໍ່ເຕັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ທັນວາ ນີ້ວ່າ:

“ຂະເຈົ້າປ່ອຍເທື່ອລະໜ້ອຍ ດຽວນີ້ ຣົດຕົກຄ້າງຢູ່ດ່ານບໍ່ເຕັນ ດ່ານພາສີ ບໍ່ເຕັນນະ ເກືອບຮອດ 300 - 400 ຄັນແລ້ວນະ ໄປໃຊ້ ເວລາຢູ່ດ່ານ ນີ້ດົນໃດ໋ ບາງຄັ້ງນິ່ ຮອດ 5 ມື້ ພຸ້ນນະ ຣົດແກ່ສິນຄ້ານີ້ນະ ຣົດບັນທຸກເພິ່ນກະບໍ່ປິດດອກ ປິດກະປິດແຕ່ສະເພາະ ຄົນເຂົ້າອອກ ແບບທົ່ວໄປນະ.”

ທ່ານເວົ້າຕື່ມວ່າ ຣົດບັນທຸກສ່ວນໃຫຍ່ ທີ່ຕົກຄ້າງຢູ່ດ່ານສາກົລບໍ່ເຕັນ ສ່ວນຫຼາຍ ແມ່ນຣົດບັນທຸກສິນຄ້າ ປະເພດກະສິກັມ ເປັນຕົ້ນ: ໝາກໂມ, ໝາກອຶ ແລະ ອື່ນໆ ຮວມທັງສິນຄ້າ ປະເພດອຸດສາຫະກັມ ຊຶ່ງຕົນເອງ ໃນຖານະເປັນຜູ້ຂັບຣົດຂົນສົ່ງສິນຄ້າ ດ້ານກະສິກັມນັ້ນ ກໍບໍ່ໄດ້ຢ້ານວ່າ ສິນຄ້າຈະເນົ່າເສັຽແຕ່ຢ່າງໃດ ມີແຕ່ເສັຽເວລາຊື່ໆ ເທື່ອນີ້ ບໍ່ຮູ້ວ່າ ຈະຕິດຢູ່ ດ່ານດົນປານໃດ ກວ່າຈະໄດ້ອອກໄປຈີນ.

ໃນຂນະທີ່ ຄົນຂັບຣົດບັນທຸກ ຢູ່ແຂວງຫຼວງນໍ້າທາ ອີກທ່ານນຶ່ງ ທີ່ເຄີຍຂັບຣົດຂົນສົ່ງສິນຄ້າ ໄປຈີນເລື້ອຍໆນັ້ນ ກໍຕັດສິນໃຈບໍ່ຮັບ ວຽກຂົນສົ່ງສິນຄ້າໄປຈີນ ໃນໄລຍະນີ້ ຍ້ອນຕ້ອງໃຊ້ ເວລາເກືອບຮອດສັປດາ ກວ່າຈະສາມາດອອກຈາກ ດ່ານສາກົລບໍ່ເຕັນໄດ້ ຈຶ່ງໄດ້ປ່ຽນໄປຮັບວຽກ ຂົນສົ່ງສິນຄ້າພາຍໃນ ປະເທດແທນ, ດັ່ງທ່ານເວົ້າວ່າ:

“ຂີ້ກຽດເຂົ້າຈີນນະ ຕອນນີ້ນະ ຕິດຫຼາຍ ໄປຖ້າຢູ່ຫັ່ນ ຄ່າແກ່ສິນຄ້າ ມັນຈະຖືກ ມັນບໍ່ແພງ ເປັນອາດທິດພຸ້ນແຫຼະ ເປັນ 7 ມື້ ແກ່ເຫຼັກຈາກ ລາວໄປລາວ ແລ້ວແກ່ຢູ່ວຽງຈັນນີ້ ໄປລົງໄປ ຢູ່ຫຼວງນໍ້າທາ.”

ທາງດ້ານຜູ້ປະກອບການ ທຸຣະກິຈ ຂົນສົ່ງສິນຄ້າ ຈາກ ແຂວງຫຼວງນໍ້າທາ ໄປຈີນ ເວົ້າວ່າ ນັບຕັ້ງແຕ່ເກີດການແຜ່ຣະບາດຂອງເຊື້ອ ໄວຣັສໂຄວິດ-19 ຢູ່ລາວ ຈົນຮອດປັດຈຸບັນ ກໍໄດ້ຢຸດຂົນສົ່ງເຄື່ອງ ໄປຈີນ ຜ່ານດ່ານສາກົລບໍ່ເຕັນ ເນື່ອງຈາກຕ້ອງໃຊ້ເວລາຫຼາຍ ຈຶ່ງບໍ່ຄຸ້ມຄ່າກັບຕົ້ນທຶນ ເຮັດໃຫ້ໄດ້ຮັບຜົລກະທົບ ຢ່າງໜັກ ທາງດ້ານທຸຣະກິຈ, ດັ່ງ ຍານາງ ເວົ້າວ່າ:

“ບໍຣິສັດເບາະ ດຽວນີ້ຫັ້ນ ຖືວ່າບໍ່ມີຣາຍໄດ້ເລີຍ ກະວ່າແມ່ນເດີ້ ເພາະວ່າບໍ່ໄດ້ມີການຂົນສົ່ງ ແມ່ນຫຍັງ ອອກຕ່າງະເທດເລີຍຫັ້ນນະ ບໍ່ມີ ຣາຍໄດ້ຈັກໜ່ອຍ ປະມານຕັ້ງແຕ່ເດືອນ 2 ເດືອນ 3 ມາຮອດຕອນນີ້ແຫຼະ ບໍ່ສົ່ງໄປທາງບໍ່ເຕັນ.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ປະຈໍາດ່ານສາກົລ ບໍ່ເຕັນ ທ່ານນຶ່ງ ຊີ້ແຈງວ່າ ປັດຈຸບັນ ທາງດ່ານຍັງອະນຸຍາດ ໃຫ້ຣົດຂົນສົ່ງສິນຄ້າ ທັງຈາກ ລາວໄປຈີນ ແລະ ຈາກຈີນມາລາວ ສາມາດແລ່ນເຂົ້າ-ອອກ ໄດ້ຕາມປົກກະຕິ ແຕ່ຕ້ອງໃຊ້ເວລາຫຼາຍກວ່າ ຍາມປົກກະຕິ ເນື່ອງຈາກມີການກວດກາ ຢ່າງເຂັ້ມງວດ ແຕ່ບໍ່ສາມາດບອກຂໍ້ມູນ ຣາຍຣະອຽດຕ່າງໆ ຫຼາຍໄປກວ່ານີ້ໄດ້, ດັ່ງທ່ານກ່າວວ່າ:

“ໄປໄດ້ຢູ່ ຍັງບໍ່ທັນໄດ້ປິດ ມາໄດ້ບໍ່ເປັນຫຍັງ ກວດບໍ່ກວດແໜ່ ມັນກະມາປົກກະຕິຫັ້ນແຫຼະ ຄືແຕ່ລະເທື່ອຫັ້ນແຫຼະ.”

ສ່ວນສະຖານະການ ຢູ່ແຂວງບໍ່ແກ້ວ ມາຮອດມື້ນີ້ ກໍຍັງສືບຕໍ່ໂຈະການຂົນສົ່ງສິນຄ້າ ເຂົ້າ-ອອກ ຜ່ານດ່ານບ້ານມອມ ແລະ ດ່ານເຂດ ເສຖກິຈພິເສດ ສາມຫຼ່ຽມຄໍາ ໄປເລື້ອຍໆ ແບບບໍ່ມີກໍານົດ, ແຕ່ອະນຸຍາດໃຫ້ ມີການຂົນສົ່ງສິນຄ້າ ທາງຣົດບັນທຸກ ຜ່ານທາງ ຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 4 ແລະ ສາມາດ ຂົນສົ່ງສິນຄ້າ ຣະຫວ່າງແຂວງ ໄດ້ຕາມປົກກະຕິ, ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງບໍ່ແກ້ວ ກ່າວວ່າ:

“ມີແຕ່ດ່ານບ້ານມອມ ກັບດ່ານຕົ້ນເຜີ້ງ ດ່ານສາມຫຼຽ່ມ ໂຈະຢູ່ ຍັງບໍ່ມີກໍານົດເທື່ອ ໂຕດ່ານ ຂົວມິຕພາບ 4 ຫັ້ນ ຍັງບໍ່ທັນໄດ້ໂຈະ ເປັນປົກກະຕິ.”

ໃນມື້ວັນທີ 3 ທັນວາ ປີ 2020 ຫ້ອງວ່າການ ແຂວງຫຼວງນໍ້າທາ ໄດ້ອອກແຈ້ງການ ເລຂທີ 846 ວ່າດ້ວຍການປ້ອງກັນ ແລະຄວບຄຸມ ການຣະບາດ ຂອງໄວຣັສໂຄວິດ-19 ໂດຍໃຫ້ ປະຊາຊົນມີສະຕິ ແລະຣະວັງໂຕ ຮວມທັງໃຫ້ຄວາມຮ່ວມມື ແກ່ເຈົ້າໜ້າທີ່ ທີ່ໄປເອົາຂໍ້ມູນ, ໃນຂນະທີ່ ຢູ່ດ່ານສາກົລບໍ່ເຕັນ ກໍມີການກວດ ເຊື້ອໄວຣັສໂຄວິດ-19 ຢ່າງເຂັ້ມງວດ ພາຍຫຼັງ ກວດພົບວ່າ ຄົນຈີນ 2 ຄົນ ທີ່ຖືກກວດພົບ ເຊື້ອໂຄວິດ-19 ຢູ່ຈີນ ມີປວັດເຂົ້າມາພັກເຊົາ ຢູ່ໂຮງແຮມ ຊ້າຍລີ້ ໃນເຂດເສຖກິຈ ສະເພາະ ບໍ່ເຕັນແດນງາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.