ທາງການ ເລີ່ມຫ້າມນຳເຂົ້າສິນຄ້າກະເສດ ມາຈຳໜ່າຍ ຢູ່ຕະຫຼາດພາຍໃນປະເທດ
2024.07.01

ໃນມື້ວັນທີ 20 ມິຖຸນາ 2024 ທີ່ຜ່ານມານີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ເລຂທີ 3171/ກປ ໃຫ້ເຮັດການທົດລອງ ຫ້າມນຳເອົາສິນຄ້າ ດ້ານການກະເສດ ທີ່ສາມາດຜະລິດໄດ້ ຢູ່ພາຍໃນ ເຂົ້າມາຈຳໜ່າຍ ຢູ່ຕະຫຼາດພາຍໃນປະເທດ, ໂດຍເລີ່ມປະຕິບັດ ຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ແຕ່ອະນຸຍາດ ໃຫ້ນຳສິນຄ້າບາງປະເພດ ເຂົ້າມາຈຳໜ່າຍ ໃນຕະຫຼາດພາຍໃນປະເທດໄດ້, ເຊິ່ງຕ້ອງຜ່ານສະເພາະ ດ່ານສາກົນ ທີ່ມີລະບົບກວດກາ ການກັກກັນພືດ-ສັດ ເທົ່ານັ້ນ ເປັນຕົ້ນ ເຂົ້າ, ຊີ້ນ, ປາ, ໄຂ່ໄກ່ ແລະ ພືດຜັກ.
ແຈ້ງການດັ່ງກ່າວ ມີຈຸດປະສົງ ເພື່ອເລັ່ງໃຫ້ມີການສົ່ງເສີມ ການຜະລິດພາຍໃນ ທົດແທນການນຳເຂົ້າ ຕາມໜ້າວຽກ ຂອງຄະນະສະເພາະກິດ ວ່າດ້ວຍການແກ້ໄຂບັນຫາເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລຂທີ 19/ກມສພ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ຮູ້ຈັກວຽກງານດັ່ງກ່າວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມິຖຸນາ ນີ້ວ່າ:
“ທັງທົດລອງ ທັງເຮັດໄປເລີຍແຫຼະ ເພາະວ່າ ເພິ່ນເລີ່ມຫັນເຂົ້າເດ້. ທີ່ຫຼັກໆ ເພິ່ນແນໃສ່ສົ່ງເສີມ ຜະລິດພາຍໃນຫັ້ນແຫຼະ ທົດແທນການນຳເຂົ້າ, ອັນໃດເຮົາຜະລິດໄດ້ ກໍບໍ່ຢາກໃຫ້ນຳເຂົ້າ. ເຮົາກໍບໍ່ໄດ້ຫ້າມ ເຂົາຫ້າມບໍ່ໃຫ້ເຂົ້າດ່ານທ້ອງຖິ່ນ, ຫັ້ນນ່າ, ກໍມາເຂົ້າດ່ານສາກົນ ທີ່ວ່າ ເຮົາສາມາດຄຸ້ມຄອງໄດ້. ຄວາມໝາຍວ່າ ບໍ່ຢາກໃຫ້ໃຊ້ເງິນຕາ ຕ່າງປະເທດຫຼາຍ ໄປຊື້ເຂົາ ກໍຕ້ອງການເງິນຕ່າງປະເທດເນາະ, ແຕ່ເຮົາບໍ່ນຳເຂົ້າ ເຮົາກໍບໍ່ຕ້ອງການເງິນຕ່າງປະເທດ. ບໍ່ຕ້ອງການ ມັນກໍເຮັດໃຫ້ ຄວາມຕ້ອງການເງິນ ມັນກໍຫຼຸດລົງ ຢູ່ບ້ານເຮົາຫັ້ນເນາະ, ມັນກໍໄປຊ່ອຍໂຕນັ້ນນຳ, ມັນກໍຊິປະມານັ້ນ ຕາມນະໂຍບາຍເພິ່ນ. ເພິ່ນມີແຈ້ງການ ຂອງສຳນັກງານນາຍົກມາເດ້ ໃຫ້ປະຕິບັດ ສະໜັບສະໜູນວຽກ ຄະນະສະເພາະກິດ ສະບັບທີ 19.”

ຢູ່ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເມືອງສອງຄອນ, ເມືອງໄຊບູລີ, ເມືອງໄຊພູທອງ ແຂວງສະຫວັນນະເຂດ ກໍກະຕຽມປະຕິບັດ ຕາມແຈ້ງການດັ່ງກ່າວ ພາຍຫຼັງເຫັນແຈ້ງການ 1 ມື້ ທີ່ແຈ້ງການອອກມາ ເພື່ອສົ່ງເສີມ ການຜະລິດພາຍໃນ ໃຫ້ເຂັ້ມແຂງ. ຖ້າທົ່ວປະເທດປະຕິບັດໄດ້ ຕາມແຈ້ງການນັ້ນ, ກໍຈະເຮັດໃຫ້ ລາຄາສິນຄ້າ ດ້ານການກະເສດ ພາຍໃນປະເທດ ຫຼຸດລົງ. ດັ່ງເຈົ້າໜ້າທີ່ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວວ່າ:
“ແກ້ໄດ້ ເລື່ອງລາຄາສິນຄ້າກະສິກຳນີ້ ອຸປະໂພກ ບໍລິໂພກນີ້ນ່າ, ລາຄາກໍຊິບໍ່ແພງ ພາຍໃນນີ້. ຖ້າເຮົາຜະລິດໄດ້ຫຼາຍ ລາຄາສິນຄ້າ ກະສິກຳພາຍໃນເຮົາ ກະຊິບໍ່ເໜັງຕີງ. ຖ້າເຮົາເຮັດໄດ້ຫຼາຍ ລາຄາຈະຫຼຸດລົງ ຄວາມສະໜອງຕໍ່ຄວາມຕ້ອງການ ຫາກຫຼາຍຂຶ້ນ ການສະໜອງຫຼາຍຂຶ້ນ ຄວາມຕ້ອງການຈະຫຼຸດລົງ ລາຄາກໍຕິດພັນ ກັບໂຕນັ້ນແຫຼະ ລາຄາກໍຫຼຸດລົງ. ຜັນຂະຫຍາຍໃນນາມ ຜແນກການນີ້ແຫຼະ, ໄດ້ລົງຕາມດ່ານ ກວດເຂັ້ມງວດ. ໃຫ້ເມືອງ, ໃຫ້ກະສິກຳຮັບຊາບ ສົ່ງເສີມການຜະລິດ ໃຫ້ມັນເຂັ້ມແຂງ, ໂຕໃດບໍ່ຈຳເປັນ ບໍ່ໃຫ້ນຳເຂົ້າມາ. ເປັນສິນຄ້າ, ດ່ານປະເພນີ ດ່ານທ້ອງຖິ່ນ ເຂົາບໍ່ໃຫ້ນຳເຂົ້າ ເປັນສິນຄ້າຢູ່ແລ້ວ, ແຕ່ມັນກໍຍັງມີ ບາງກຸ່ມຄົນຊື່ໆດອກ ລັກລອບນຳເຂົ້າມາ.”
ຢູ່ແຂວງບໍ່ແກ້ວ ມີດ່ານທ້ອງຖິ່ນ ຢູ່ເມືອງຕົ້ນເຜິ້ງ ແລະ ເມືອງຫ້ວຍຊາຍ, ເຊິ່ງດ່ານດັ່ງກ່າວ ມີການລັກລອບຂົນຜັກ ເຂົ້າມາເທື່ອລະໜ້ອຍຄືກັນ ແລະ ຖ້າຫາກທາງການ ແຈ້ງການຫ້າມນຳສິນຄ້າ ດ້ານການກະເສດ ທີ່ສາມາດຜະລິດໄດ້ພາຍໃນ ເຂົ້າມາ ຢູ່ຕາມດ່ານທ້ອງຖິ່ນ ກໍຈະເຮັດໃຫ້ ກຸ່ມທີ່ລັກລອບຂົນຜັກ ເຂົ້າມາຂາຍ ຢູ່ຕາມດ່ານທ້ອງຖິ່ນ ປ່ຽນພຶດຕິກຳ ການຂົນຜັກ ເຂົ້າດ່ານສາກົນ ແລະ ເສຍພາສີ ການນຳເອົາຜັກເຂົ້າມາ ຢ່າງຖືກຕ້ອງ ອີກທັງແຈ້ງການດັ່ງກ່າວ ຈະຊ່ອຍສົ່ງເສີມ ໃຫ້ຊາວສວນລາວ ມີການຜະລິດສິນຄ້າ ດ້ານການກະເສດ ຫຼາຍຂຶ້ນ. ດັ່ງຜູ້ບໍລິໂພກສິນຄ້າ ດ້ານການກະເສດພາຍໃນ ໃຫ້ຄວາມເຫັນ ໃນມື້ດຽວກັນນັ້ນວ່າ:
“ກໍມັນມີຢູ່ຕົ້ນເຜິ້ງເນາະ ກັບຢູ່ຫ້ວຍຊາຍນີ້. ລັກກໍບໍ່ຫຼາຍດອກ ມາເທື່ອລະໜ້ອຍ ເທື່ອລະເຂັ້ງ ເທື່ອລະ 2-3 ເຂັ້ງ ໄປຈັ່ງຊັ້ນ, ລັກລອບຫັ້ນນ່າ ບໍ່ໄດ້ເປັນຫຼາຍ ບໍ່ໄດ້ເປັນລົດ ເປັນເຮືອ, ຫັ້ນນ່າ. ລັກສະນະແບບ ເອົາເຂົ້າມາເທື່ອລະໜ້ອຍ, ຫັ້ນນ່າ. ດ່ານສາກົນ ອະນຸຍາດເຂົ້າ ກໍມີການເສຍພາສີ. ຢາກໃຫ້ປະຊາຊົນລາວ ມີການຜະລິດເພີ່ມຂຶ້ນຫັ້ນແຫຼະ, ນຳເຂົ້າຫຼາຍ ເຂົາກໍບໍ່ຢາກຜະລິດ, ມັນເປັນແນວນັ້ນ.”

ສ່ວນກຸ່ມຜູ້ນຳເອົາສິນຄ້າ ດ້ານການກະເສດ ຈາກຕ່າງປະເທດ ເຂົ້າມາຈຳໜ່າຍ ກໍຈະພົບຄວາມຫຍຸ້ງຍາກ ດ້ານການຂົນສົ່ງ ທີ່ຕ້ອງມີລາຄາແພງຂຶ້ນ ຖ້າຫາກເຄີຍສົ່ງສິນຄ້າ ດ້ານການກະເສດ ຢູ່ດ່ານທ້ອງຖິ່ນ ແລ້ວຕ້ອງປ່ຽນມາສົ່ງສິນຄ້າ ຢູ່ດ່ານສາກົນແທນ. ຂະນະດຽວກັນ ການມີດ່ານສາກົນ ທີ່ສາມາດນຳສິນຄ້າ ດ້ານການກະເສດ ທີ່ສາມາດຜະລິດໄດ້ພາຍໃນ ເຂົ້າມາຜ່ານດ່ານສາກົນ ພຽງດ່ານດຽວນັ້ນ, ຈະເຮັດໃຫ້ເງິນ ທີ່ຊຳລະ ຄ່າບໍລິການຕ່າງໆຢູ່ດ່ານ ເຂົ້າລະບົບທະນາຄານ ຂອງລັດຖະບານ ໂດຍກົງ. ດັ່ງເຈົ້າໜ້າທີ່ ທີ່ຮູ້ຈັກວຽກງານດັ່ງກ່າວ ທ່ານໜຶ່ງ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ໂຕດ່ານທ້ອງຖິ່ນ ດ່ານປະເພນີ ມັນກໍອາດຊິບໍ່ຫຍຸ້ງຍາກປານໃດ, ຕ້ອງໄປດ່ານສາກົນ ມັນກໍຊິຫຍຸ້ງຍາກຂຶ້ນ. ບໍ່ແນ່ ບາງເທື່ອ ກໍອາດຈະແພງ ບ່ອນໃດ ມັນບໍ່ມີດ່ານສາກົນ, ຫັ້ນນ່າ. ມັນຂົນສົ່ງ ກໍຍົກໂຕຢ່າງ ໄປປາກຊັນ, ຈັ່ງຊີ້ເນາະ ອາດຈະເຂົ້າທາງວຽງ ແລ້ວກໍລົງໄປ, ຈັ່ງຊີ້ນ່າ. ແຕ່ສ່ວນໃຫຍ່ ມັນກໍມີໝົດ ດ່ານສາກົນ ແຕ່ລະແຂວງ, ດ່ານທ້ອງຖິ່ນ, ດ່ານປະເພນີ ເປັນການຄ້າຊາຍແດນເນາະ ພໍ່ຄ້າກັບພໍ່ຄ້າ ມາຊື້ຂາຍກັນເອງ, ຈັ່ງຊີ້ນ່າ. ດ່ານເຮົາກໍຜ່ານຜູ້ໃຫ້ຢູ່, ແຕ່ວ່າຈະເປັນທາງການ ເຂົ້າລະບົບກະຊວງການເງິນ, ເງິນອາດຊິບໍ່ເຂົ້າລະບົບ ຜ່ານທະນາຄານ, ຈັ່ງຊີ້ນ່າ. ບໍ່ຄືຜ່ານດ່ານສາກົນ ເຮົາມີການຄຸ້ມຄອງ ມີການອັນນີ້ ມັນຕ້ອງຊຳລະ ຜ່ານທະນາຄານ ກ່ອນຊິນຳເຂົ້າ ກ່ອນຊິສົ່ງອອກ, ຈັ່ງຊີ້ນ່າ.”
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ກະຊວງກະສິກຳ ແລະ ປ່າໄມ້ ທ່ານໜຶ່ງ ກ່າວວ່າ ແຈ້ງການດັ່ງກ່າວນີ້ ຈະຊ່ອຍໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ມິສະຖິຕິ ກ່ຽວກັບການນຳເຂົ້າ-ສົ່ງອອກ ສິນຄ້າດ້ານການກະເສດ ທີ່ສາມາດຜະລິດໄດ້ພາຍໃນ ຢ່າງຄັກແນ່ ເພື່ອມີຂໍ້ມູນ ໃນການວາງແຜນ ການແກ້ໄຂບັນຫາເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ ພາຍໃນປະເທດຕໍ່ໄປ.

ນອກຈາກນີ້, ທ່ານ ຈັນທະບູນ ສຸກອາລຸນ, ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ກໍເຄີຍມີຄວາມເຫັນ ຕໍ່ກອງປະຊຸມສະພາແຫ່ງຊາດລາວ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອບໍ່ດົນມານີ້ວ່າ ທ່ານສະເໜີໃຫ້ລັດຖະບານ ມີນະໂຍບາຍ ສະໜັບສະໜູນ ການຊື້-ຂາຍສິນຄ້າ ທີ່ຜູ້ປະກອບການພາຍໃນ ສາມາດຜະລິດໄດ້ເອງ ແລະ ກີດກັນ ຫຼືຈຳກັດສິນຄ້າທີ່ນຳເຂົ້າມາ ທີ່ຜູ້ປະກອບການທ້ອງຖິ່ນ ສາມາດຜະລິດໄດ້ເອງ ພາຍໃນປະເທດ ເພື່ອຫຼຸດຄວາມຕ້ອງການ ເງິນຕາຕ່າງປະເທດ ໃນການຊື້ສິນຄ້າ ແລະ ການບໍລິການ ຈາກຕ່າງປະເທດ ເຂົ້າມາໃຊ້ໃນປະເທດລາວ ແລ້ວເຮັດໃຫ້ການເໜັງຕີງ ຂອງອັດຕາແລກປ່ຽນ ກະທົບການໃຊ້ຊີວິດປະຈຳວັນ ຂອງປະຊາຊົນລາວ ໂດຍທົ່ວໄປ. ສະບາຍດີ.