ເມືອງດັກຈຶງຕຽມເປີດ ດ່ານສາກົລ
2021.02.26

ແຂວງເຊກອງໄດ້ຈັດພີທີເປີດ ດ່ານສາກົລ ດ່ານດັກຕະອອກ-ນາມຢາງ ທີ່ເມືອງດັກຈຶງ ຢ່າງເປັນທາງການເມື່ອວັນທີ 24 ກຸມພາ 2021 ຜ່ານມາ. ປັຈຈຸບັນດ່ານດັ່ງກ່າວຍັງບໍ່ໄດ້ເປີດ ບໍຣິການທົ່ວໄປ. ເນື່ອງມາຈາກຍັງຕ້ອງປະຕິບັດ ຕາມມາຕການປ້ອງກັນ ເຊື້ອພຍາດໂຄວິດ-19 ຂອງຄະນະສະເພາະກິຈ ປະຈຳເດືອນກຸມພາ. ດັ່ງເຈົ້າໜ້າທີ່ຂແນງການ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ໄດ້ກ່າວຕໍ່ RFA ເມື່ອຕົ້ນສັປດາຜ່ານມາວ່າ:
"ເປີດເປັນທາງການ ເມື່ອວັນທີ 24 ເດືອນ 3 ຕາມເພີິ່ນກະຕຽມ ທັງສອງປະເທດເຮົາ, ເປີດດ່ານສາກົລພີທີມອບຮັບເລີຍແຕ່ວ່າ ຜ່ານມານີ້ຍັງອີງຕາມຄຳສັ່ງ ຂອງນາຍົກ ກະຊວງເພິ່ນກໍແຈ້ງມາເດ້ ໃຫ້ສືບຕໍ່ປິດດ່ານເອົາອີງຕາມສະພາບໂຕຈີງ ຂອງພຍາດນີ້ແຫຼະ."
ເຈົ້າໜ້າທີ່ປະຈຳດ່ານ ດັກຕະອອກ-ນາມຢາງ ໄດ້ກ່າວວ່າ ດ່ານແຫ່ງນີ້ຄາດວ່າຈະເປີດໃຊ້ ໃນເດືອນມີນາ ຖ້າວ່າສະພາບຂອງເຊື້ອ ພຍາດໂຄວິດ-19 ຜ່ອນລົງ. ແຕ່ກໍອີງຕາມ ມາຕການຜ່ອນຜັນ ຂອງຄະນະສະເພາະກິຈ.
"ເປີດນໍາໃຊ້ແຕ່ວ່າຊ່ວງນີ້ໄລຍະໂຄວິດນີ້ເດ, ຄັນບ່ອນເພິ່ນກໍເປີດແຕ່ດ່ານ 12 ແຕ່ວ່າຕາມແຜນເພິ່ນແມ່ນຢູ່ໃນເດືອນທີ 3 ຄັນວ່າ ສະພາບການບ້ານເມືອງ ປົກກະຕິ, ເປີດຂົນສົ່ງໄດ້ ເລີຍນີ້ມັນກໍອີງຕາມ ມາຕການຜ່ອນຜັນ ຂອງຄະນະສະເພາະກິຈເພິ່ນ ນັ້ນແຫຼະກໍສິແມ່ນນໍາໃຊ້ ຂົນສົ່ງສິນຄ້າ."
ທ່ານໄດ້ກ່າວຕື່ມວ່າ ເມື່ອກ່ອນດ່ານດັ່ງກ່າວ ເປັນພຽງດ່ານທ້ອງຖິ່ນ, ພໍມາຮອດປີ 2019 ທັງສອງຝ່າຍລາວ-ວຽດນາມ ຕົກລົງກັນ ຍົກຣະດັບກໍ່ສ້າງໃຫ່ດ່ານດັ່ງກ່າວເປັນດ່ານສາກົລ ເຊິ່ງຮູ້ຈັກກັນໂດຍທົ່ວໄປວ່າ ດ່ານດັກຕະອອກ-ນາມຢາງ.
ການກໍສ້າງດ່ານແຫ່ງນີ້ໄດ້ໃຊ້ເວລາ ພຽງສອງປີກໍສຳເຣັດ, ຈາກນັ້ນວັນທີ 24 ກຸມພາ ດ່ານແຫ່ງນີ້ກໍໄດ້ມີພີມອບຮັບຢ່າງເປັນ ທາງການແຕ່ຍັງບໍ່ທັນໄດ້ເປີດໃຊ້ ຍ້ອນຕ້ອງປະຕິບັດ ຕາມມາຕການປີິດດ່ານ ຂອງຄະນະສະເພາະກິຈ ຄວບຄຸມເຊື້ອພຍາດໂຄວິດ-19.
ປະຊາຊົນໄດ້ໃຫ້ຄວາມເຫັນວ່າ ການເປີດດ່ານສາກົລ ເປັນເຣື່ອງທີ່ດີຕໍ່ເສຖກິຈ, ເນື່ອງຈາກ ເຊກອງເປັນແຂວງນ້ອຍ ຖ້າເປີດດ່ານ ຈະມີຄົນເຂົ້າ-ອອກ ຫຼາຍຂຶ້ນ.
"ສ່ວນໂຕເພິ່ນສິເປີດພາກຣັຖ ເພິ່ນກໍຕ້ອງແນ່ນອນແຫຼະວ່າ ມັນເຣີ້ມເບົາບາງລົງ ເຮົາຄິດວ່າມັນດີແຫຼະ ເພາະວ່າຄົນກໍເຂົ້າ-ອອກ ໄດ້ພາຍໃນແຂວງ ເຮົາກໍບໍ່ຫຼາຍຖ້າເຂົ້າມາໄດ້ ກໍສະບາຍກວ່າເກົ່າ."
ສູນຂໍ້ມູນຂ່າວສານທາງການຄ້າ ຂອງລາວ ໄດ້ຣາຍງານເມື່ອວັນທີ 8 ມົກຣາ 2020 ວ່າ ດ່ານສາກົລດັກຕະອອກ ຕັ້ງຢູ່ທາງຫຼວງ ເລກ 16ບີ, ເຊື່ອມແຂວງເຊກອງ ທີ່ເມືອງດັກຈຶງກັບ ດ່ານນາມຢາງ ແຂວງກວາງນຳ ຂອງວຽດນາມ. ເຊິ່ງສາມາດເດີນທາງຕໍ່ໄປຍັງທ່າເຮືອ ນະຄອນດານັງ ຂອງປະເທດວຽດນາມໄດ້. ໂດຍເສັ້ນທາງເຊື່ອມແລວ ເສຖກິຈ ຕາເວັນອອກ- ຕາເວັນຕົກ ( ໄທຍ, ລາວ, ວຽດນາມ ) ທີ່ສັ້ນທີ່ສຸດ, ສາມາດເດີນທາງຈາກ ດ່ານຊ່ອງເມັກ ແຂວງອຸຸບົລຣາຊທານີ ຂອງໄທຍ ໄປຍັງນະຄອນດານັງ ດ້ວຍໄລຍະທາງ 441 ກິໂລແມັດ.
ການຍົກຣະດັບດ່ານ ດັກຕະອອກ-ນາມຢາງ ຂຶ້ນເປັນດ່ານສາກົລ ຈະເຮັດໃຫ້ແຂວງເຊກອງ ທີ່ເປັນແຂວງນ້ອຍມີການພັທນາທາງ ເສຖກິຈ, ການຄ້າ, ການລົງທຶນ ແລະ ການຄົມມະນາຄົມ ຂົນສົ່ງເພີ່ມຂຶ້ນຫຼາຍ.
ຈຸດທີ່ຕັ້ງດ່ານສາກົລ ດັກຕະອອກ-ນາມຢາງ ຫ່າງຈາກເທສບານເມືອງເຊກອງ 120 ກິໂລແມັດ, ການເດີນທາງໄປເມືອງດັກຈຶງ ປັຈຈບັນມີຂົວແຫ່ງໃໝ່ ໄດ້ຖືກສ້າງຂຶ້ນຂ້າມແມ່ນໍ້າ ເຊກອງ. ມາຮອດປີ 2020 ປະເທດລາວມີດ່ານຊາຍແດນ ສາກົລ 26 ແຫ່ງ ເຊັ່ນ. ໄທຍ 11 ແຫ່ງ, ວຽດນາມ 8 ແຫ່ງ, ຈີນ 5 ແຫ່ງ, ພະມ້າ ແລະ ກັມພູຊາ 1 ແຫ່ງ.