ໃນວຽກພັທນາ, ອາເມຣິກາ ພ້ອມ ແລະ ມີແຜນ ຊ່ອຍເຫຼືອລາວ
2022.02.24

ສູນ ເພື່ອການສຶກສາ ສາກົລ ແລະ ຍຸທສາຕ ຂອງສະຫະຣັຖອາເມຣິກາ ຫຼື CSIS (Center for Strategic and International Studies) ໄດ້ຈັດກອງປະຊຸມອອນລາຍ ໃນຕອນເຊົ້າ ຂອງວັນທີ 23 ກຸມພາ ຕາມເວລາທ້ອງຖິ່ນ ໃນປະເທດ ເພື່ອປຶກສາຫາລື ກັບບັນດາອົງການຈັດຕັ້ງຕ່າງໆ ພາຍໃຕ້ການສນັບສູນ ຂອງຣັຖບານສະຫະຣັຖອາເມຣິກາ ໃນການຊ່ອຍເຫຼືອ ຣັຖບານລາວ ໃນການແກ້ໄຂບັນຫາທ້າທາຍ ດ້ານການພັທນາ ຫຼາຍຢ່າງ.
ໃນນີ້, ກໍປະກອບໄປດ້ວຍ ສະຖານເອກອັຄຣັຖທູຕ ສະຫະຣັຖອາເມຣິກາປະຈຳປະເທດລາວ, ໂດຍແມ່ນ:
ທ່ານທູຕ ປີ່ເຕີ້ ເຮ່ມ໋ອນ (Peter M. Haymond) ໄດ້ເຂົ້າຮ່ວມ.
ມີທ່ານ ໄມ່ເຄີ້ລ ຣ່ອນນິ້ງ (Michael Ronning), ຜູ້ຕາງໜ້າ ອົງການ USAID ປະຈຳປະເທດລາວ.
ຍານາງ ໂຊໂນມິ ທານາກະ (Sonomi Tanaka), ຜູ້ອຳນວຍການ ທນາຄານພັທນາເອເຊັຽ ປະຈຳປະເທດລາວ.
ຍານາງ ຄ໋ອທນີ້ ແວ່ເທີ່ຣບີ້ (Courtney Weatherby), ນັກວິເຄາະ ແລະ ຮອງຜູ້ອຳນວຍການ ດ້ານພະລັງງານ, ນ້ຳ ແລະ ການພັທນາທີ່ຍືນຍົງ ພາກພື້ນເອເຊັຽຕາເວັນອອກສຽງໃຕ້ ແຫ່ງສູນສຕິມຊັ້ນ ທີ່ເປັນສູນຄົ້ນຄວ້າ ໃນສະຫະຣັຖອາເມຣິກາ ກໍໄດ້ເຂົ້າຮ່ວມ.
ໃນເຣື່ອງການຊ່ອຍເຫຼືອປະເທດລາວນັ້ນ, ທ່ານທູຕ ປີ່ເຕີ້ ເຮ່ມ໋ອນ ກໍໄດ້ກ່າວວ່າ ຣັຖບານສະຫະຣັຖ ຈະຊ່ອຍສ້າງໃຫ້ປະເທດລາວ ມີສະພາບແວດລ້ອມ ທີ່ເອື້ອອຳນວຍ ຕໍ່ການດຳເນີນທຸຣະກິຈ ພາຍໃນປະເທດລາວ ໃນອະນາຄົດ.
ສຽງ1:
ທ່ານວ່າ: “ຂພຈ ຄຶດວ່າ ຜົລກະທົບ ທີ່ໃຫຍ່ທີ່ສຸດ ໃນການຊ່ອຍເຫຼືອ ຂອງສະຫະຣັຖອາເມຣິກາ ແມ່ນຈະຊ່ອຍໃຫ້ ປະເທດລາວ ສ້າງສະພາບແວດລ້ອມ ທາງເສຖກິຈ ທີ່ດີທີ່ສຸດ ພາຍໃນປະເທດ. ນອກຈາກນີ້, ກໍຈະຊ່ອຍໃຫ້ນະໂຍບາຍ ແລະ ກົດໝາຍ ເຂົ້າທີ່ເຂົ້າທາງ ແລະ ເຮັດໃຫ້ປະເທດລາວ ເປັນປະເທດທີ່ໜ້າສົນໃຈ ທີ່ຈະເຮັດທຸຣະກິຈ. ອີກໂຄງການນຶ່ງ, ພວກເຮົາກໍຈະຊ່ອຍຜູ້ທີ່ເຮັດວຽກ ໃນດ້ານການກະເສດ ປັບປຸງຄຸນນະພາບຜລິຕພັນ ແລະ ເພື່ອຊອກຫາ ແລະ ເຂົ້າເຖິງຕລາດ ໃຫ້ສຳເຣັດຫຼາຍກວ່າ.”
ທາງດ້ານທ່ານ ໄມ່ເຄີ້ລ ຣ່ອນນິ້ງ, ຜູ້ຕາງໜ້າ ອົງການ USAID ປະຈຳປະເທດລາວ ກໍໄດ້ກ່າວວ່າ ປະເທດລາວ ໄດ້ຮັບຜົລກະທົບຢ່າງໜັກ ຈາກການແຜ່ຣະບາດ ຂອງໂຄວິດ-19 ບໍ່ວ່າຈະໃນທາງເສຖກິຈ, ການສຶກສາ, ບັນຫາອື່ນໆ ທີ່ບໍ່ກ່ຽວຂ້ອງກັບໂຄວິດ-19 ນຳດ້ວຍ, ເຊິ່ງອົງການ USAID ກໍມີນະໂຍບາຍ ທີ່ຈະຊ່ອຍປະເທດລາວ ໃນເຣື່ອງນີ້.
ທ່ານວ່າ: “ເພື່ອໃຫ້ສອດຄ່ອງກັບນະໂຍບາຍ ແລະ ຍຸທສາຕ ຂອງຣັຖບານລາວ ແລະ ເປົ້າໝາຍ ຂອງຣັຖບານ ສະຫະຣັຖ ອາເມຣິກາ ໃນພາກພື້ນອິນໂດ-ປາຊິຟິກ, ທາງຄະນະຜູ້ບໍຣິຫານ ອົງການ USAID ກໍມີວິສັຍທັສ ທີ່ຈະດຳເນີນນະໂຍບາຍ ພາຍໃຕ້ຂໍ້ຄິດ ການພັທນາທີ່ໃຫ້ທຸກພາກສ່ວນ ມີສ່ວນຮ່ວມ ແລະ ຖືກນຳພາ ໂດຍການພັທນາໃນຂັ້ນທ້ອງຖິ່ນ. ອີງໃສ່ສະພາບປັດຈຸບັນ, ໜ້າທີ່ຫຼັກ ຂອງອົງການ USAID ໃນລາວ ແມ່ນຈະພະຍາຍາມ ໃຫ້ຣັຖບານລາວ ບັນລຸເປົ້າໝາຍ ການສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ໄດ້ຕາມແຜນ, ອັນຖືເປັນບູຣິມະສິດອັນຕົ້ນຕໍ ຂອງອົງການ USAID ໃນລາວ ນຳດ້ວຍ.”
ນອກຈາກນີ້, ກໍຈະດຳເນີນວຽກງານ ຫຼຸດຜ່ອນການເສັຽຊີວິດ ຂອງແມ່ ແລະ ເດັກນ້ອຍ ແລະ ສົ່ງເສີມໃຫ້ເດັກນ້ອຍ ກິນອາຫານທີ່ມີສານຫານ ເນື່ອງຈາກປະເທດລາວ ເປັນປະເທດທີ່ປະສົບກັບພາວະ ມີເດັກນ້ອຍຂາດສານອາຫານ ແລະ ພາວະຕ່ຳເຕັ້ຽ ນ້ຳໜັກບໍ່ໄດ້ຕາມເກນ ມາເປັນເວລາເຫິງນານ ແລະ ໃນປີນີ້ ອົງການ USAID ກໍຕ້ອງການຈະຂຍາຍໂຄງການນີ້ ແລະ ພວມຂຍາຍໂຄງການອອກໄປ ໃນທົ່ວປະເທດລາວ ຢ່າງຈະແຈ້ງ ໃນປີນີ້.
ສຽງ2:
ໃນເຣື່ອງການສຶກສາ, ອົງການ USAID ກໍມີຄວາມພະຍາຍາມ ທີ່ຈະໃຫ້ເດັກນ້ອຍນັກຮຽນລາວ ທີ່ບໍ່ເວົ້າພາສາລາວ ເປັນຫຼັກ ໃນເຂດທ້ອງຖິ່ນ ເພື່ອໃຫ້ພວກເຂົາ ສາມາດເຂົ້າເຖິງການສຶກສາຂັ້ນພື້ນຖານ ຫຼືຂັ້ນປະຖົມ ໃຫ້ຫຼາຍຂຶ້ນ ແລະ ພວກເຮົາເຫັນວ່າ ຈະຕ້ອງໄດ້ຊ່ອຍ ພາກສ່ວນທີ່ກ່ຽວຂ້ອງ ໃນຂແນງການສຶກສາລາວ.
ໃນເຣື່ອງເສຖກິຈ, ອົງການ USAID ກໍຈະສົ່ງເສີມໃຫ້ແມ່ຍິງ ມີສ່ວນຮ່ວມ ໃນການພັທນາໃຫ້ຫຼາຍຂຶ້ນ, ໂດຍຈັດບູຣິມະສິດ ໃຫ້ມີແມ່ຍິງນຳພາ ໃນທຸຣະກິຈຕ່າງໆ ໃຫ້ຫຼາຍຂຶ້ນ ໃນຂັ້ນທ້ອງຖິ່ນ, ຈັດບູຣິມະສິດ ໃຫ້ເດັກນ້ອຍແມ່ຍິງ ຕ້ອງຢູ່ໃນການພັທນາຕ່າງໆ ຂອງພວກເຮົາ.
ໃນເຣື່ອງການປ່ຽນແປງດິນຟ້າອາກາດ, ຈະຕ້ອງເປັນພາກສ່ວນ ທີ່ຖືກປະສົມປະສານ ກັບວຽກງານ ຂອງພວກເຮົາ ໃນທຸກສ່ວນ ໂດຍບໍ່ຈຳແນກວ່າ ຈະຢູ່ໃນຂແນງໃດ ຂອງວຽກງານໃດກໍຕາມ. ປະເທດລາວ ແມ່ນເຕັມໄປດ້ວຍ ຊັພຍາກອນທັມມະຊາດ ສະນັ້ນແລ້ວ, ພວກເຮົາຕ້ອງຊ່ອຍເຂົາ ໃນການປ້ອງກັນສິ່ງນັ້ນ ແລະ ສວຍໃຊ້ໂອກາດອັນນັ້ນ, ແຕ່ກໍຕ້ອງເຮັດໃນທາງທີ່ຍືນຍົງ.
ການຮ່ວມມືກັບຣັຖບານ ແລະ ກັບພາກເອກະຊົນ, ພວກເຮົາຕ້ອງສ້າງ ຄວາມໄວ້ເນື້ອເຊື່ອໃຈ ໃນປະເທດນີ້. ມັນມີປວັຕສາຕ ໃນປະເທດນີ້ ພວກເຮົາບໍ່ສາມາດປະຕິເສດມັນໄດ້, ເຊິ່ງມັນເປັນປວັຕສາຕທີ່ຫຍຸ້ງຍາກ, ແຕ່ພວກເຮົາຮູ້ສຶກວ່າ ມີໂອກາດ ທີ່ພວກເຮົາຈະສ້າງ ຄວາມໄວ້ເນື້ອເຊື່ອໃຈ ໃນເຣື່ອງການສ້າງສາຍສັມພັນ ແລະ ກະຈາຍມັນໃສ່ຣັຖບານ ແລະ ການພັທນາ ຂອງປະເທດນີ້ ຕາມຄຳເວົ້າທີ່ວ່າ “ກັບມາສ້າງ ໃຫ້ດີຂຶ້ນກວ່າເດີມ” ແລະ ພວກເຮົາຢາກເປັນສ່ວນນຶ່ງໃນນັ້ນ ແລະ ຂພຈ ຄຶດວ່າ ພວກເຮົາ ກຳລັງດຳເນີນໄປໃນທິດທາງນັ້ນ ແລະ ໃນຄວາມເປັນຈິງແລ້ວ ສູນ ເພື່ອການສຶກສາ ສາກົລ ແລະ ຍຸທສາຕ ໄດ້ເຮັດສິ່ງນັ້ນແລ້ວ ໃນບໍ່ເທົ່າໃດເດືອນ ທີ່ຜ່ານມານີ້ ພວມເຮັດໃຫ້ສິ່ງທີ່ພວກເຮົາຄຶດນັ້ນ ກ້າວເດີນໄປ ຢ່າງແນ່ນອນ ແລະ ໄດ້ຊ່ອຍພວກເຮົາ ຕາມທີ່ພວກເຮົາກຳລັງຂັບເຄື່ອນເຣື່ອງນີ້ໄປຂ້າງໜ້າ.
ຍານາງ ໂຊໂນມິ ທານາກະ, ຜູ້ອຳນວຍການ ທນາຄານພັທນາເອເຊັຽ ປະຈຳປະເທດລາວ ກໍກ່າວວ່າ “ທນາຄານພັທນາເອເຊັຽ ເປັນທນາຄານລະຫວ່າງປະເທດ ເພື່ອການພັທນາ ແລະ ປັດຈຸບັນ ກໍເປັນສະຖານບັນ ທາງການເງິນ ທີ່ເປັນໂຕຫຼັກ ໃນປ່ອຍເງິນກູ້ດອກເບັ້ຽຕ່ຳ ແລະ ທັງມີໄລຍະປອດດອກເບັ້ຽ ໃຫ້ແກ່ຣັຖບານ ກູ້ຢືມ ເພື່ອນຳໄປໃຊ້ ໃນການພັທນາປະເທດ ໃນຂແນງການຕ່າງໆ, ໂດຍສະເພາະການພັທນາ ແລະ ສ້າງສາ ໂຄງຮ່າງພື້ນຖານ ຖນົນຫົນທາງ ທັງໃນເຂດໂຕເມືອງ ແລະ ຊົນນະບົດ ເພື່ອໃຫ້ການເຊື່ອມໂຍງ ດີຂຶ້ນນັບມື້ ແລະ ທັງເປັນການສ້າງໂອກາດ ໃຫ້ກັບປະຊາຊົນ ໃນເຂດທ້ອງຖິ່ນຕ່າງໆ ເຂົ້າເຖິງລະບົບ ສາທາຣະນູປະໂພຄ ຂັ້ນພື້ນຖານຕ່າງໆ.”
ສຽງ3:
ຍານາງກ່າວຕື່ມວ່າ ປັດຈຸບັນ, ທນາຄານພັທນາເອເຊັຽ ກໍໄດ້ຊ່ອຍຣັຖບານລາວ ໃນຂແນງການທີ່ໃຫຍ່ທີ່ສຸດ ກໍແມ່ນການສນອງນ້ຳ ໃນເຂດໂຕເມືອງ, ການປັບປຸງການທ່ອງທ່ຽວ, ການສນັບສນູນ ການພັທນາໂຄງຮ່າງພື້ນຖານ ໃນເຂດໂຕເມືອງນ້ອຍ. ນອກຈາກນີ້, ພວກເຮົາກໍຍັງໄດ້ຊ່ອຍ ສ້າງລະບົບການຂົນສົ່ງ ໃນເຂດໂຕເມືອງ ໃນນະຄອນຫຼວງວຽງຈັນ ແລະ ອີກຫຼາຍຂແນງການ ລວມທັງດ້ານສາທາຣະນະສຸຂ ແລະ ການສຶກສານຳດ້ວຍ.
ຍານາງ ຄ໋ອທນີ້ ແວ່ເທີ່ຣບີ້, ນັກວິເຄາະ ແລະ ຮອງຜູ້ອຳນວຍການ ດ້ານພະລັງງານ, ນ້ຳ ແລະ ການພັທນາທີ່ຍືນຍົງ ພາກພື້ນເອເຊັຽຕາເວັນອອກສຽງໃຕ້ ແຫ່ງສູນສຕິມຊັ້ນ ທີ່ເປັນສູນຄົ້ນຄວ້າ ກໍໄດ້ຕອບຄຳຖາມ ຜູ້ສື່ຂ່າວວິທຸຍເອເຊັຽເສຣີ ວ່າ ຣັຖບານອາເມຣິກາ ມີແນວທາງ ທີ່ຈະຊ່ອຍຣັຖບານລາວ ໃນການແກ້ໄຂບັນຫາຕ່າງໆ ທີ່ຈະເກີດຂຶ້ນຕາມມາ ກັບການພັທນາຕ່າງໆ, ໂດຍສະເພາະ ໂຄງການພັທນາຂນາດໃຫຍ່ຕ່າງໆ ບໍ່ວ່າຈະເປັນເຂື່ອນໃນແມ່ນ້ຳຂອງ ຫຼືໂຄງການດ້ານເສຖກິຈຕ່າງໆ ໃນ 5 ປີຂ້າງໜ້າ ແນວໃດແດ່? ເຊິ່ງຍານາງ ກໍໄດ້ຕອບວ່າ “ໃນເຣື່ອງທີ່ກ່ຽວຂ້ອງ ກັບການພັທນາ ໃນຂົງເຂດແມ່ນ້ຳຂອງນັ້ນ, ສູນສຕິມຊັ້ນ ກໍໄດ້ຊ່ອຍສ້າງລະບົບຂໍ້ມູນ ໃນຕິດຕາມການຂຶ້ນລົງຂອງນ້ຳ ໃນແມ່ນ້ຳຂອງໄວ້ແລ້ວ.”
ສຽງ4:
ພ້ອມກັບຖານຂໍ້ມູນຂນາດໃຫຍ່ ພາບຖ່າຍດາວທຽມ ເພື່ອໃຫ້ເປັນສ່ວນນຶ່ງທີ່ສຳຄັນ ໃນການວາງແຜນ ແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນ ຕາມການພັທນາ ເພື່ອໃຫ້ແນ່ໃຈວ່າ ສິ່ງແວດລ້ອມ ແລະ ສັງຄົມ ຈະຖືກປົກປ້ອງ, ເຊິ່ງຍານາງເຊື່ອວ່າ ມັນເປັນການສນັບສນູນ ແລະ ຊ່ອຍເຫຼືອ ທີ່ເປັນຍຸທສາຕ ໃນການວາງແຜນ ພໍສົມຄວນ ທີ່ບໍ່ໄດ້ເບິ່ງພຽງແຕ່ໂຄງການໃດນຶ່ງ, ແຕ່ໄດ້ເບິ່ງຫຼາຍໆໂຄງການໄປພ້ອມໆກັນ. ສບາຍດີ.