ລາວຮຽກຮ້ອງ ແກ້ໄຂຂໍ້ຂັດແຍ່ງ ຣັດເຊັຍ-ຢູເຄຣນ ດ້ວຍການທູດ

ຈຳປາທອງ
2022.02.28
ລາວຮຽກຮ້ອງ ແກ້ໄຂຂໍ້ຂັດແຍ່ງ ຣັດເຊັຍ-ຢູເຄຣນ ດ້ວຍການທູດ ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ພ້ອມດ້ວຍບັນດາ ປະເທດສະມາຊິກສະຫະພາບຢູຣົບ ແລະ ບັນດາປະເທດຄູ່ຮ່ວມມື ໄດ້ສະແດງຄວາມເປັນນໍ້າໜຶ່ງໃຈດຽວ ທົ່ວໂລກກັບປະເທດຢູເຄຣນ, ວັນທີ 28 ກຸມພາ 2022.
ຮູບພາບ: U.S. Embassy in Vientiane

ກະຊວງການຕ່າງປະເທດ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກຖແລງຂ່າວໃນມື້ວັນທີ 26 ກຸມພາ 2022 ນີ້ວ່າ ສປປ ລາວ ໄດ້ຕິດຕາມຢ່າງໃກ້ຊິດ ສະພາບການທີ່ຜັນແປ, ສະຫລັບສັບຊ້ອນ ແລະມີຄວາມລະອຽດອ່ອນຢູ່ ຢູເຄຣນ ແລະໄດ້ຮຽກຮ້ອງໃຫ້ທຸກຝ່າຍ ທີ່ກ່ຽວຂ້ອງ ເພິ່ມທະວີຄວາມອົດກັ້ນ ແລະຄວາມພະຍາຍາມເພື່ອຫລຸດຜ່ອນ ຄວາມເຄັ່ງຕຶງ ທີ່ອາດສົ່ງຜົລກະທົບຕໍ່ສັນຕິພາບ ແລະຄວາມໝັ້ນຄົງສາກົນ.

ໃນຖແລງຂ່າວລະບຸວ່າ ສປປ ລາວ ສນັບສນູນຄວາມພະຍາຍາມ ໃນການແກ້ໄຂບັນຫາ ດ້ວຍສັນຕິວິທີ ຜ່ານການເຈລະຈາທາງການທູດ.

ກ່ຽວກັບເຣື່ອງການແກ້ໄຂ ຂໍ້ຂັດແຍ່ງລະຫວ່າງຣັດເຊັຍ ແລະຢູເຄຣນນີ້ ປະຊາຊົນລາວຈໍານວນນຶ່ງ ກໍເຫັນດີນໍາທ່າທີຂອງທາງການລາວ ທີ່ຢາກໃຫ້ຣັດເຊັຍ ແລະຢູເຄຣນ ເຈລະຈາກັນທາງການທູດ. ພ້ອມກັນນັ້ນກໍຮຽກຮ້ອງໃຫ້ຣັດເຊັຍ ຢຸດເຊົາການບຸກໂຈມຕີ ປະເທດຢູເຄຣນ ເພື່ອຮັກສາສັນຕິພາບ.

ດັ່ງຊາວນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ກຸມພານີ້ວ່າ:

“ລາວເຮົານີ້ມັນກະມີຈຸດຢືນ ເຮົາຕ້ອງຢືນຢູ່ໃນທີ່ວ່າເປັນກາງ ພຽງແຕ່ວ່າຮຽກຮ້ອງໃຫ້ຣັດເຊັຍນັ້ນຢຸດເຊົາການໂຈມຕີ ວິທີທາງອອກກໍມີແຕ່ການເຈລະຈາກັນ ໃຫ້ຣັດເຊັຍມັນຢຸດເຊົາການບຸກໂຈມຕີຢູເຄຣນ ມີແຕ່ແນວທາງດຽວນີ້ເພື່ອຮັກສາສັນຕິພາບໂລກ.”  

ໃນຂະນະດຽວກັນ ຊາວນະຄອນຫລວງວຽງຈັນອີກຜູ້ນຶ່ງ ກໍເວົ້າໄປໃນທໍານອງດຽວກັນນັ້ນວ່າ ສນັບສນູນໃຫ້ສອງຝ່າຍທີ່ຂັດແຍ່ງກັນນັ້ນ ແກ້ໄຂບັນຫາຂັດແຍ່ງດ້ວຍສັນຕິວິທີ ຜ່ານການເຈລະຈາ ທາງການທູດ ຊຶ່ງຖືວ່າເປັນທາງອອກທີ່ດີ ຍ້ອນວ່າ ຫາກຍັງມີສົງຄາມກັນຢູ່ຕໍ່ໄປ ມັນຈະສົ່ງຜົລກະທົບອັນບໍ່ດີໄປທົ່ວໂລກ ແລະປະເທດລາວກໍຈະໄດ້ຮັບຜົລກະທົບເຊັ່ນກັນ ໂດຍສະເພາະ ທາງດ້ານເສຖກິດ-ການຄ້າ ຊຶ່ງລາວມີສະພາບລໍາບາກຢູ່ນີ້.

ດັ່ງທີ່ທ່ານເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ເກີດສົງຄາມມາແລ້ວ ມັນມີແຕ່ເສັຍກັບເສັຍ ທາງພາກສ່ວນລາວແຮງໄດ້ຮັບ ຜົລກະທົບຫລາຍແລ້ວ ທາງດ້ານເສຖກິດ ທຸກຢ່າງມັນສິນຄ້ານໍາໝົດເດ ນໍ້າມັນກະແພງ ສນັ້ນທຸກພາກສ່ວນໃຫ້ມີການເຈລະຈາ ຫາທາງອອກທາງການທູດກັນ ດ້ວຍສັນຕິວິທີຫັ້ນແຫລະ.”   

ກ່ຽວກັບສະຖານະການ ທີ່ເກີດຂຶ້ນຢູ່ປະເທດຢູເຄຣນ ໃນຂະນະນີ້ ສະຖານທູດຫລາຍປະເທດ ປະຈໍາລາວ ທັງສະຫະພາບຢູໂຣບ ແລະບັນດາປະເທດທີ່ມີຈິດໃຈດຽວກັນ ຄືຝຣັ່ງເສດ, ເຢັຍຣະມັນ, ລຸກຊໍາເບີກ, ຮົງກາຣີ, ເທິກກີ, ສະຫະຣັຖອາເມຣິກາ, ອອສເຕຣເລັຍ, ອັງກິດ, ຍີ່ປຸ່ນ ແລະເກົາຫລີໃຕ້ ໄດ້ຮ່ວມກັນສະແດງຄວາມສາມັກຄີ ເປັນນໍ້ານຶ່ງໃຈດຽວກັນ ໃນທົ່ວໂລກ ກັບປະເທດຢູເຄຣນ.

ໃນຖແລງການທີ່ວ່ານີ້ ໄດ້ກ່າວປະນາມ ການຮຸກຮານຂອງຣັດເຊັຍ ຢູ່ໃນຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຢູເຄຣນ ແລະຮຽກຮ້ອງໃຫ້ຣັດເຊັຍຍຸຕິ ການຮຸກຮານທາງທະຫານນັ້ນ, ໃຫ້ຖອນທຸກກອງກໍາລັງ ແລະອຸປະກອນທາງທະຫານຂອງຣັດເຊັຍ ອອກຈາກຜືນແຜ່ນດິນທັງໝົດຂອງຢູເຄຣນ ຢ່າງບໍ່ມີເງື່ອນ ແລະຣັດເຊັຍຕ້ອງເຄົາຣົບຜືນແຜ່ນດິນອັນຄົບຖ້ວນ, ອະທິປະໄຕ ແລະເອກກະຣາດຂອງປະເທດຢູເຄຣນ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ສະຖານທູດ ສະຫະພາບຢູໂຣບປະຈໍາລາວ ຜູ້ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ກຸມພານີ້ວ່າ “ຣັຖບານລາວ ຕ້ອງໃຫ້ຄວາມສໍາຄັນ ຕໍ່ເຫດການຂໍ້ຂັດແຍ່ງ ລະຫວ່າງປະເທດຢູເຄຣນ ແລະຣັດເຊັຍ ໂດຍໃຫ້ສິດ ແລະເສຣີພາບແກ່ປະຊາຊົນ ແລະອົງການຈັດຕັ້ງສາກົນ ໃນລາວ ໃນການສະແດງຄວາມຄິດ ຄວາມເຫັນຂອງຕົນ ອອກໄດ້ຢ່າງເສຣີ, ບໍ່ປິດກັ້ນຄວາມຄິດ ຄວາມເຫັນ ແລະບໍ່ປິດກັ້ນສື່ມວນຊົນ ພາຍໃນລາວ.” ທ່ານບໍ່ສາມາດທີ່ຈະໃຫ້ ລາຍລະອຽດກ່ຽວກັບ ເຣື່ອງທີ່ວ່ານີ້ໄດ້.

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບບັນຫາທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສໍານັກງານ ນາຍົກຣັຖມົນຕຣີ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ໃຫ້ລາຍລະອຽດ ໄປກວ່າທີ່ໄດ້ບົ່ງໄວ້ ຢູ່ໃນການຖແລງຂ່າວ ຂອງກະຊວງການຕ່າງປະເທດ ເມື່ອວັນທີ 26 ກຸມພາ 2022 ນັ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ທູນ ແສງສຸວັນ ທະຫານກອງພົນນ້ອຍອາຊົງ ວັດໄຕ
Mar 01, 2022 08:15 PM

ກະຊວງການຕ່າງປະເທດ ສປປລາວ ແລະບັນດາທູດປະຈຳ ສປປລາວ ລວມທັງ ທູດສະຫະລັດໄດ້ອອກປານາມ ລັດເຊຍ ໃນການໃຊ້ກຳລັງທະຫານແລະເຄື່ອງອຸປະກອນທີ່ທັນສະໄໝເຂົ້າໂຈມຕີປະເທດຢູເຄນ,ແຕ່ສຳລັບຢູ່ໃນກອງທັບປະຊາຊົນລາວ ,ກະຊວງປອ້ງກັນປະເທດໄດ້ອອກຖະແຫລງການທົວກອງທັບ ສະໜັບສະໜູນ ປະທານປະເທດພູຕິນ ແລະກອງທັບ ລັດເຊຍໃນການໃຊ້ກຳລັງເຂົ້າປົດປວ່ຍປະເທດຢູເຄນ. ກອງທັບ ປະຊາຊົນລາວໄດ້ຮັບການຝືກຊ້ອມລົບກັບກອງທັບລັດເຊຍໃນປີຜ່ານມາທີ່ ມໍສະໂກ ແລະກອງທັບປະຊາຊົນລາວຍັງໄດ້ຮັບລົດຖັງຫລາຍຍີ່ເຫາະທີ່ທັນສະໄໝຈາກລັດເຊຍພ້ອມດ້ວຍອາວຸດຍຸໂທປະກອນອື່ນໆທີ່ຊ່ວຍເຫລືອກອງທັບປະຊາຊົນລາວ. ຍີ່ງໄປກ່ວານັ້ນ,ກອງທັບລັດເຊຍຍັງໄດ້ໃຫ້ການຊ່ວຍເຫລືອດ້ວຍເຄື່ອງເກັບກູ້ລະເບີດພ້ອມດ້ວຍນັກຊ່ຽວຊານເຂົ້າຊ່ວຍເຫລືອກອງທັບປະຊາຊົນລາວຢ່າງສຸກອົກສຸກໃຈ: ຢູ່ໃນກອງທັບ ສປປລາວຂໍສະແດງຄວາມຍ້ອງຍໍແກ່ກອງທັບລັດເຊຍໃນການເຂົ້າຢືດຄອງ ປະເທດຢູເຄນ ເພືອສະກັດກັ້ນການແຜ່ຂະຫຍາຍລັດທີ່ອານາເຂດຂອງກູ່ມນາໂຕ.