ທ.ໂອບາມາສ້າງຫວັງໃຫ້ຊາວ ໜຸ່ມລາວ
2016.09.09

ຊາວໜຸ່ມລາວ ລຸ້ນໃໝ່ ມີຄວາມປິຕິຍິນດີ ແລະ ພ້ອມທີ່ຈະເດີນໜ້າ ໃນການ ເສີມຂຍາຍ ການພົວພັນ ແລະ ການຮ່ວມມື ຣະຫວ່າງ ລາວ-ສະຫະຣັຖ ອະເມຣິກາ ພາຍຫຼັງທີ່ ທ່ານ ບາຣັກ ໂອບາມາ ຊຶ່ງ ເປັນ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ຜູ້ທໍາອິດ ມາຢ້ຽມຢາມ ປະເທສລາວ ຄັ້ງປວັດສາດ ຫລັງສົງຄາມ.
ເຮົາຕ້ອງກ້າວໄປ ຂ້າງໜ້າ ຢ່າໃຫ້ອະດີດ ມາກັ້ນການພັທນາ ປະເທສ, ເຮົາຕ້ອງລືມມັນໄປ, ທຸກຄົນ ຄວນຮ່ວມມື ຊ່ວຍກັນພັທນາ ຫຼາຍກວ່າ ຈະໂກດແຄ້ນກັນ. ຕາມຄໍາເວົ້າ ຂອງ ນັກສຶກສາ ມະຫາວິທຍາລັຍ ສຸພານຸວົງ ຕໍ່ວິທຍຸ ເອເຊັຍ ເສຣີ ໃນວັນທີ 8 ກັນຍາ ນີ້:
"ແຕ່ວ່າເຮົາເປັນ ເຈເນເຣຊັ້ນ ໃໝ່ ເຮົາແນ່ນອນວ່າ ສິ່ງນັ້ນເນາະ ມັນກໍຝັງ ໃນໃຈເຮົາ ແຕ່ວ່າເຮົາ ກໍຕ້ອງເຂົ້າໃຈ ເພາະວ່າ ດຽວນີ້ມັນ ເປັນການພັທນາ ເຮົາຕ້ອ ງລືມມັນໄປ ເພາະວ່າເຮົາ ຈະຄິດຫາ ຄວາມຄຽດແຄ້ນ ເນາະ ທຸກຄົນຕ້ອງຄິດ ຫາຈຸດທີ່ ສາມາດ ໄປນໍາກັນໄດ້ ຮ່ວມມືກັນໄດ້ ຄິດວ່າການມາ ຂອງເພີ່ນ ຖືວ່າເປັນສິ່ງ ທີ່ດີສໍາລັບ ທັສນະ ຂອງນ້ອງ".
ທ່ານກ່າວຕື່ມວ່າ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວຕໍ່ ກອງປະຊຸມ ຜູ້ນໍາ ຊາວໜຸ່ມ ອາຊຽນ ນີ້ ກໍເພື່ອໃຫ້ ຊາວໜຸ່ມລາວ ຫັນມາ ຊ່ວຍພັທນາ ປະເທສ ແທນທີ່ຈະຈ້ອງ ທໍາລາຍກັນ.
ພ້ອມກັນນັ້ນ ນັກສຶກສາ ອີກທ່ານນຶ່ງ ທີ່ໄດ້ເຂົ້າຮ່ວມ ກອງປະຊຸມ ຄັ້ງນີ້ ກໍໃຫ້ ຄວາມເຫັນວ່າ ຕົນດີໃຈ ບໍ່ຄິດວ່າ ປະທານາທິບໍດີ ບາຣັກ ໂອບາມາ ຈະມາຢ້ຽມຢາມ ລາວ, ດີໃຈຫຼາຍ ເພາະຖືວ່າ ປະເທສລາວ ຍັງຢູ່ ໃນຄວາມສົນໃຈ ຂອງ ສະຫະຣັຖ ອະເມຣິກາ ຢູ່:
"ເອີ ກໍບໍ່ຄິດເນາະ ວ່າລາວສິມາ ແຕ່ກໍຮູ້ສຶກ ດີໃຈຫຼາຍ ເພາະວ່າ ເປັນປະເທສ ນຶ່ງ ທີ່ລາວຍັງໃຫ້ ຄວາມສົນໃຈຢູ່ ແບບກ່ຽວກັບ ການໃຫ້ ຄວາມສໍາຄັນ ພື້ນທີ່ຕົນ ເຄີຍທໍາໄວ້ເນາະ ໃນອາດີຕການ".
ທ່ານເວົ້າວ່າ ຖ້າເປັນໄປໄດ້ ຢາກໃຫ້ ສະຫະຣັຖ ອະເມຣິກາ ມາຊ່ວຍພັທນາ ທາງດ້ານ ເສຖກິດຕື່ມ ເພາະວ່າ ສະຫະຣັຖ ອະເມຣິກາ ໜ້າຈະມີ ການສ້າງ ມາຕຖານການຄ້າ ໃຫ້ປະເທສລາວ ຫຼາຍກວ່າ ແລະ ທັງການ ຄຸ້ມຄອງ ໃນເຣຶ່ອງ ສິດທິ ຂອງ ສ່ວນບຸກຄົນ ແລະ ສິດທິມະນຸດ ນັ້ນດ້ວຍ.
ການຢ້ຽມຢາມ ນັກສຶກສາລາວ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ຄັ້ງນີ້ ສ້າງຄວາມຫວັງ ດ້ວຍຈຸດ ປະກາຍ ຄວາມຄິດ ໃນການ ກ້າວໄປຂ້າງໜ້າ ໃຫ້ແກ່ ຊາວໜຸ່ມ ນັກສຶກສາລາວ ທີ່ເປັນຈຸດ ເລີ້ມຕົ້ນ ຂອງ ການພົວພັນ ຮ່ວມມືກັນ ພັທນາ ປະເທສລາວ ຕໍ່ໄປໃນ ອະນາຄົດ.