ຣັດເຊັຽຊ່ອຍກູ້ຣະເບີດ ຍັງບໍ່ແຕກ ຂ.ຊຽງຂວາງ

ມະນີຈັນ
2021.03.30
ຣັດເຊັຽຊ່ອຍກູ້ຣະເບີດ ຍັງບໍ່ແຕກ ຂ.ຊຽງຂວາງ ພິທີເຊັນສັນຍາ ຣັດເຊັຽ ຊ່ອຍເກັບກູ້ຣະເບີດ ຢູ່ ສປປລາວ. ຂອບໃຈພາບ ຂ່າວກອງທັບ
ຂອບໃຈພາບ ຂ່າວກອງທັບ

ກອງທັບລາວ ຮ່ວມມືກັບກອງທັບ ຣັດເຊັຽ ໃນການເກັບກູ້ຣະເບີດ ທີ່ຍັງບໍ່ທັນແຕກ ຢູ່ເຂດສນາມບິນທະຫານ ແຂວງຊຽງຂວາງ ຕັ້ງແຕ່ວັນທີ 5 ທັນວາ 2020 ຫາ 25 ມິນາ 2021 ເກັບກູ້ຣະເບີດບໍ່ທັນແຕກ ໄດ້ປະມານ 1 ພັນລູກ ໃນເນື້ອທີ່ປະມານ 3 ເຮັກຕາ, ສະເກັດຣະເບີດ 400 ພັນອັນ ແລະ ເສດໂລຫະຕ່າງໆ 500 ພັນອັນ. ເຈົ້າໜ້າທີ່ແຂວງຊຽງຂວາງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 30 ມິນາ ນີ້ວ່າ ຣັດເຊັຍ ມາຊ່ອຍເກັບກູ້ຣະເບີດ ເພື່ອຄວາມປອດພັຍ.

“ຣັດເຊັຽນີ້ເຂົາເຈົ້າມາຊ່ວຍ ຈະສ້າງສນາມບິນທະຫານ ຢູ່ຟາກເບື້ອງທົ່ງໄຫຫີນ ພີ້ນ່າ ຈະສ້າງສນາມບິນຂອງກອງທັບ ແລ້ວກໍ ເປັນຂອງຣັດເຊັຽ. ສນາມບິນທະຫານກໍມີ ແຕ່ວ່າ ເຂົາເຈົ້າເຮັດໃໝ່ອີກ ໃຫ້ມັນງາມຈົບງາມ ອີກຫັ້ນນ່າ. ເຂົາເຈົ້າກະກວດໄປພ້ອມ ເວລາຈະສ້າງເພື່ອຄວາມປອດພັຍ ເດ໋.”

ແລະເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຊຽງຂວາງ ທ່ານນຶ່ງທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ການຊ່ອຍເຫຼືອ ຂອງຣັດເຊັຽ ໃນການເກັບກູ້ຣະເບີດ ສ່ວນໃຫຍ່ ຈະກ່ຽວຂ້ອງດ້ານການທະຫານ. ສ່ວນການເກັບກູ້ຣະເບີດ ຢູ່ເມືອງອື່ນໆ ສ່ວນໃຫຍ່ ຈະເປັນອົງການແມັກ ທີ່ໄດ້ທຶນມາຈາກອາເມຣິກາ:

 “ການເກັບກູ້ຣະເບີດແຫ່ງຊາດ ມີ 2 ອົງການເດ໋. ຢູ່ຊຽງຂວາງນີ້ ມີແມັກ ກັບຢູສໂຊ. ການຊ່ວຍເຫຼືອນີ້ ໃນ 2-3 ປີນີ້ແມ່ນ ອາເມຣິກາ ເດ໋ຊ່ວຍຫຼາຍ. ໂຕວຽກຣັດເຊັຽ ຊ່ວຍເກັບກູ້ຣະເບີດ ເຣື່ອງເດີ່ນ ການສ້າງສນາມບິນ ຢູ່ສນາມບິນທະຫານ ທົ່ງໄຫຫີນນີ້ນ່າ.”

ຊາວບ້ານຢູ່ແຂວງຊຽງຂວາງ ທ່ານນຶ່ງກໍເວົ້າຕໍ່ RFA ໃນມື້ວັນທີ 30 ມີນານີ້ວ່າ ການເກັບກູ້ຣະເບີດຕາມພື້ນທີ່ຕ່າງໆ ສ່ວນໃຫຍ່ ຈະເປັນເຈົ້າໜ້າທີ່ ອົງການເກັບກູ້ຣະເບີດຂອງແຂວງ ລົງມາເກັບກູ້ຕາມແຜນ ແລະງົບປະມານ ຂອງເຂົາເຈົ້າ ຍ້ອນຣະເບີດມີຫລາຍ ທີ່ຝັງເລິກລົງໄປ ຢູ່ໃຕ້ດິນ

“ເພິ່ນກະລົງມາເຮັດຢູ່ ຢູ່ທົ່ວໄປແຫລະ ຄັນມາກວດກໍເປັນແຜນ ຂອງເພິ່ນ. ໂອ໊ຍ ອຶດອິຫຍັງເນາະ ຫລາຍແຫລະ.”

ຊາວບ້ານ ຢູ່ແຂວງຊຽງຂວາງ ອີກທ່ານນຶ່ງກໍເວົ້າຕໍ່ RFA ວ່າ ຖ້າຫາກຊາວບ້ານພົບເຫັນຣະເບີດ ບໍ່ທັນແຕກ ກໍໃຫ້ແຈ້ງເຈົ້າໜ້າທີ່ ມາເກັບກູ້ ເພື່ອຄວາມປອດພັຍ ເພາະສ່ວນໃຫຍ່ ຣະເບີດນັ້ນຈະຢູ່ຕາມໄຮ່ຕາມສວນ ແລະຝັງເລິກ ລົງໄປໃຕ້ດິນ.

“ມັນຢູ່ທົ່ງນາທີ່ເຂົາເຈົ້າທໍາກິນ ແຕ່ລະວັນ ກະຢູ່ເລິກປະມານ 27 ລົງໄປແລ້ວ ເພາະວ່າມັນຫລາຍປີເນາະ ອາຈບໍ່ຮູ້ຫັ້ນນ່າ ຊາວບ້ານ ເຫັນກໍໄດ້ແຈ້ງ ເພິ່ນຫັ້ນນ່າ.”

ຕາມການຣາຍງານ ຂອງຄະນະຊີ້ນໍາໂຄງການ ກວດກູ້ຣະເບີດບໍ່ທັນແຕກ ວັນທີ 20 ພຶສຈິກາ 2020, ກວດຣະເບີດບໍ່ທັນແຕກໄດ້ 3 ພັນເຮັກຕາ ຄືປະມານ 50% ຂອງແຜນການປີ ແລະ ທໍາຣາຍຣະເບີດໄດ້ 67 ພັນໜ່ວຍ.

ທົ່ວປະເທດລາວ ຍັງມີພື້ນທີ່ອັນຕຣາຍ ຈາກຣະເບີດບໍ່ທັນແຕກ ທັງໝົດ 800 ແຫ່ງ ຫລືປະມານ 11 ພັນເຮັກຕາ ໃນພື້ນທີ່ທັງໝົດ 50 ພັນເຮັກຕາ. ຍ້ອນຂາດເຂີນ ງົບປະມານ, ປັດຈຸບັນ ຢູ່ປະເທດລາວ ມີພຽງ 9 ແຂວງ ທີ່ມີຫ້ອງການເກັບ ກູ້ຣະເບີດ ຮວມທັງ ແຂວງຫລວງພຣະບາງ, ຊຽງຂວາງ ຫົວພັນ, ສວັນນະເຂດ.

ອີງຕາມການລາຍງານ ຂອງສໍານັກຂ່າວທາງການ ຣັດເຊັຽ Sputniknews, ການເຂົ້າມາ ສປປລາວ ຂອງທະຫານຣັດເຊັຽ ແມ່ນ ເພື່ອສ້າງຍຸທສາດ ຢູ່ໃນປະເທດລາວ ໂດຍຈະເປີດ ຫ້ອງການ ເພື່ອຊ່ອຍເຫລືອທາງການລາວ ໃນການນໍາໃຊ້ອຸປກອນ ທາງດ້ານ ການທະຫານ ທີ່ຜລິດຈາກປະເທດ ຣັດເຊັຽ.

ໃນຂໍ້ຕົກລົງສອງຝ່າຍ ຈະສ້າງສູນບັນຊາການທະຫານ ຂອງກະຊວງປ້ອງກັນປະເທດ ຣັດເຊັຽ. ໃນນັ້ນຝ່າຍລາວ ເປັນຜູ້ຮັບຜິດຊອບ ໃນການສ້າງຫ້ອງການ, ການປະຖົມພຍາບານ ແລະການຮັກສາຄວາມປອດພັຍ ໃຫ້ພະນັກງານຣັດເຊັຽ. ແຕ່ທະຫານຣັດເຊັຽ ຈະບໍ່ມີ ສິດປະຕິບັດໜ້າທີ່ ທາງທະຫານໂດຍກົງ, ຈະເປັນຜູ້ຝຶກສອນ ດ້ານການທະຫານ ໃຫ້ລາວ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Lao-American
Mar 31, 2021 11:52 AM

I join my voice to denounce and condemn the narrow minded and stereotyped people who take Asian for the Covid-19 virus bearer as pretext to commit hate crime against them. I advise to Asian people to use all the means to protect yourselves, me I am ready to use my pistol permit.