ຄວາມວຸ້ນວາຍໃນແຫລມ Crimea
2014.03.26
ຫລັງຈາກ ຝ່າຍ ປະທ້ວງ ຕໍ່ຕ້ານ ຣັຖບານ ຢູເຄຣນ ທີ່ ທໍາການ ປະທ້ວງ ມາເປັນ ເວລາ 3 ເດືອນ ກວ່າໆ ຢູ່ ນະຄອນ ຫລວງ ກິຟ ສາມາດ ໂຄ່ນລົ້ມ ທ່ານ ປະທານາທິບໍດີ Victor Yanukovich ເພື່ອນມິດ ທີ່ ໃກ້ຊິດ ທີ່ສຸດ ຂອງ ຣັສເຊັຽ ໃນວັນທີ່ 21 ກຸມພາ ຜ່ານມາ, ແລະ ຕໍ່ມາ ວັນທີ່ 16 ມິນາ ປະຊາຊົນ ເຊື້ອຊາຕ ຣັດເຊັຽ ຢູ່ ແຫລມ Crimea ປະມານ 2 ລ້ານ ຄົນ ໄດ້ປ່ອນບັດ ລົງ ປະຊາ ມະຕິ ຢ່າງ ຖ້ວມລົ້ນ ເລືອກ ເສັ້ນທາງ ໄປຂຶ້ນ ກັບ ຣັດເຊັຽ ປະເທດ ແມ່ ເຮັດໃຫ້ ສະຫະຣັຖ ອະເມຣິກາ ແລະ ສະຫະພາບ ຢູໂຣບ ມີການ ຕອບໂຕ້ ທັນທີ່ ໃນ ວັນທີ່ 17 ມີນາ ໂດຍ ການ ອາຍັດ ຊັພສິນ ແລະ ບໍ່ ອະນຸຍາດ ວິຊາ ໃຫ້ເຂົ້າ ປະເທດ ແກ່ ບຸກຄົນ ທີ່ ເປັນເຈົ້າ ການ ໃນການເຮັດ ໃຫ້ ແຫລມ Crimea ແຍກອອກ ຈາກ ຢູເຄຣນ. ໃນ ວັນດຽວ ກັນນັ້ນ ປະທານາທິບໍດີ Vladimir Putin ຂອງ ຣັດເຊັຽ ໄດ້ອອກ ດໍາຣັດ ຮັບຮູ້ Crimea ວ່າເປັນ ຣັຖ ເອກຣາດ.
ໃນວັນທີ 18 ມີນາ ທ່ານ Putin ໄດ້ລົງນາມ ໃນສົນທິ ສັນຍາ ຮັບເອົາ ແຫລມ Crimea ມາຂຶ້ນ ກັບ ສະຫະພັນ ຣັດເຊັຽ. ຝ່າຍ ສະຫະຣັດ ກັບ ສະຫະພາບ ຢູໂຣບ ປະນາມ ການເອົາ Crimea ໄປຂຶ້ນ ກັບ ສະຫະພັນ ຣັດເຊັຽ ພ້ອມທັງ ຕອບໂຕ້ ອີກ ໂດຍ ເພີ້ມຊື່ ຄະນະ ຜູ້ນໍາ ຣັດເຊັຽ ບໍ່ໃຫ້ໄດ້ ຮັບວີຊາ ເຂົ້າ ປະເທດ ຈໍານວນ 12 ຄົນ ໃນຂະນະ ດຽວກັນ ຄະນະ ຜູ້ນໍາໃໝ່ ຊົ່ວຄາວ ຂອງ Ukraine ກໍບໍ່ ຍອມຮັບ ການ ກະທໍາ ຂອງ ຣັດເຊັຽ ແຕ່ ປະທານາທິບໍດີ ຣັດເຊັຽ ກໍໄດ້ ລົງນາມ ເຮັດເປັນ ກົດໝາຍ ໃນການ ເອົາ ແຫລມ Crimea ຂຶ້ນກັບ ສະຫະພັນ ຣັດເຊັຽ ຢ່າງ ເປັນ ທາງການ ໃນວັນທີ 22 ມີນາ. ໃນ ຂະນະທີ່ ສະຖານະການ ທາງ ການເມືອງ ປ່ຽນແປງ ໄປຢ່າງ ໄວວານັ້ນ ສະຖານະການ ທາງ ທະຫານ ກໍຄືບໜ້າ ໄປຢ່າງ ໄວວາ.
ມາຮອດ ປັດຈຸບັນ ນີ້ ກອງ ກໍາລັງ ທະຫານ ຣັດເຊັຽ ໃນ Crimea ແລະ ຢູ່ຖານທັບ ເຮືອ ເມືອງ Sevastopol ໄດ້ເຂົ້າໄປ ຍຶດຖານ ທັບ ອາກາດ Belbek ແລະ ຖານທັບ ເຮືອລົບ ຂອງ ຢູເຄຣນ ໃນ Crimea ເປັນ ທີ່ ຮຽບຮ້ອຍ ແລ້ວ, ສະຖານທີ່ ຕັ້ງ ຂອງ ທະຫານ Ukraine ຈໍານວນ 189 ແຫ່ງ ຢູ່ໃນການ ຄວບຄຸມ ຂອງ ທະຫານ ຣັດເຊັຽ ໝົດແລ້ວ. ພ້ອມນັ້ນ ຢູ່ຕາມ ຊາຍແດນ ຣັດເຊັຽ-ຢູເຄຣນ ທະຫານ ຣັດເຊັຽ ໄດ້ ເຄື່ອນ ຍ້າຍ ກໍາລັງ ໄປຂຶງ ຢູ່ຕລອດ ຄວາມຍາວ ຂອງ ຊາຍແດນ ໂດຍສະເພາະ ທັງພາກໃຕ້ ເຂດ ຕະເວັນອອກ ບ່ອນ ທີ່ມີຄົນ ເຊື້ອຊາຕ ຣັດເຊັຽ ອາໄສ ຢູ່ໃນ ຢູເຄຣນ ຫລາຍ ທີ່ສຸດ. ການເຄື່ອນຍ້າຍ ກໍາລັງ ຂອງ ຣັດເຊັຽ ເຮັດໃຫ້ ພັນທະມິດ ເນໂຕ ຕ້ອງສົ່ງ ເຄື່ອງບິນລົບ ຫລາຍ ສິບລໍາ ໄປ ປະຈໍາການ ຢູ່ປະເທດ Polland ຕື່ມ.
ໃນ ວັນທີ 23 ມິນາ ຜ່ານມາ ປະທານາທິບໍດີ Obama ຂອງ ສະຫະຣັຖ ໄດ້ເອີ້ນ ປະຊຸມ ຜູ້ນໍາກຸ່ມ ປະເທດ ອຸດສາຫະກັມ 7 ປະເທດ ຫລື G7 ຢູ່ທີ່ ກຸງ The Hague ປະເທດ ຮອລແລັນ ໃນນັ້ນ ກໍມີ ສະຫະຣັຖ ອະເມຣິກາ ອັງກິດ ເຢັຽຣະມັນ ຝຣັ່ງ ຍີ່ປຸ່ນ ອີຕາລີ ແລະ ຄານາດາ ເຂົ້າຮ່ວມ ສົນທະນາ ບັນຫາ ວິກິດການ ຢູ່ປະເທດ ຢູເຄຣນ, ແຕ່ວ່າ ຣັຖມົນຕຣີ ຕ່າງ ປະເທດ ຂອງ ຣັດເຊັຽ ທ່ານ Sergei Lavrov ແລະ ຣັຖມົນຕຣີ ຮັກສາການ ຊົ່ວຄາວຂອງ Ukraine ທ່ານ Andryi Deshchytsya ໄປຮ່ວມ.
ທ່ານ Obama ກ່າວເມື່ອ ວັນທີ 24 ມິນາ ນີ້ ຢູ່ ກອງປະຊຸມ G7 ວ່າ ຢູໂຣບ ແລະ ອະເມຣິກາ ເປັນອັນນຶ່ງ ອັນດຽວກັນ ໃນການ ສນັບສນູນ ຣັຖບານ ແລະ ປະຊາຊົນ ຢູເຄຣນ. ພວກເຮົາພ້ອມ ກັນວາງ ມາຕການ ເຮັດໃຫ້ ຣັດເຊັຽ ສູນເສັຽ ທາງ ເສຖກິດ ຍ້ອນການ ກະທໍາ ຂອງ ຣັດເຊັຽ ຕໍ່ ຢູເຄຣນ. ກອງປະຊຸມ ທີ່ ສິ້ນສຸດລົງ ໃນວັນທີ 24 ມິນາ ຕົກລົງ ກັນຢ່າງ ເປັນ ເອກສັນ ໄລ່ ຣັດເຊັຽ ອອກຈາກ ກຸ່ມ ປະເທດ ອຸດສາຫະກັມ G8 ໂດຍພາກັນ ບໍ່ໄປຮ່ວມ ກອງປະຊຸມ G8 ຢູ່ເມືອງ Sochi ເມືອງ ຕາກອາກາດ ຂອງ ຣັດເຊັຽ ຊຶ່ງ ກໍານົດ ໃສ່ ເດືອນ ມິຖຸນາ, ແຕ່ ກອງປະຊຸມ ຈະມີຂຶ້ນ ຢູ່ທີ່ ກຸງ Brussels ປະເທດ Belgium ຊຶ່ງຖືວ່າ ເປັນເມືອງ ເອກ ຂອງ ສະຫະພາບ ຢູໂຮບ.
ເຈົ້າໜ້າທີ່ ການທູດ ຢູໂຣບ ວ່າ ບໍ່ໄດ້ ມີການ ຕົກລົງ ໃຫ້ມີການ ລົງໂທດ ຣັດເຊັຽ ຕື່ມ ແຕ່ຢ່າງໃດ ພຽງແຕ່ວ່າ ຖ້າຫາກ ຣັດເຊັຽ ຍັງຈະບຸກ ເຂົ້າໄປ ໃນຢູເຄຣນ ຕື່ມ ຣາຄາ ທີ່ຣັດເຊັຽ ຈະຕ້ອງຈ່າຍ ຈະມີສູງ. ຣັຖມົນຕຣີ ຕ່າງປະເທດ ຣັດເຊັຽ ທ່ານ Sergei Lavrov ຫລັງຈາກ ໄດ້ ໂອ້ລົມ ສົນທະນາ ກັບ ຣັຖມົນຕຣີ ຕ່າງ ປະເທດ ສະຫະຣັຖ ທ່ານ John Kerry ແລະ ຣັຖມົນຕຣີ ຮັກສາ ການ ຊົ່ວຄາວ ຂອງ Ukraine Deshchytsya ແລ້ວໄດ້ໃຫ້ ສັມພາດ ນັກຂ່າວ ວ່າ
“ຖ້າຫາກ ວ່າ ຣັດເຊັຽ ຖືກໄລ່ ອອກຈາກ ກຸ່ມ ປະເທດ G8 ຍ້ອນວ່າ ເອົາ Crimea ໄປຂຶ້ນກັບ ຣັດເຊັຽ ນີ້ ມັນກໍບໍ່ ເປັນ ໂສກນາຕກັມ ທີ່ໃຫ່ຽໂຕ, ຖ້າຫາກວ່າ ຄູ່ພາຄີ ຝ່າຍ ຕະເວັນຕົກ ຫາກຄິດວ່າ ຮູບແບບ ທີ່ກຸ່ມ G7 ກະທໍາ ໄປນັ້ນ ຈະເຮັດໃຫ້ ກຸ່ມ G7 ມີອາຍຸ ຍືນຍາວ ແລ້ວ ກໍປ່ອຍໃຫ້ ເປັນຈັ່ງຊັ້ນ ໄປສະ”.
ທ່ານ Lavrov ຍັງກ່າວ ທ້າທາຍ ແລະ ເນັ້ນວ່າ Crimea ມີສິດທິ ໃນການ ຕັດສີນໃຈ ໂດຍ ຕົນເອງ ແລະວ່າ ການຍຶດ ເອົາແຫລມ Crimea ບໍ່ແມ່ນມີ ເຈຕນາ ຮ້າຍ ແຕ່ວ່າ ເພື່ອປົກປ້ອງ ຄົນຣັດເຊັຽ ທີ່ຢູ່ໃນຫັ້ນ ຫລາຍ ຮ້ອຍປີ ມາແລ້ວ.
ເຖິງຢ່າງໃດກໍດີ ສະຫະຣັຖ ກັບ ຢູໂຣບ ໄດ້ເລີ້ມ ລົງໂທດ ທາງ ເສຖກິດ ຕໍ່ ຣັຖເຊັຽ ແລ້ວ ໂດຍແນໃສ່ ທະນາຄານ ສະຖາບັນ ການເງິນ ບາງ ຈໍານວນ ແລະ ແນໃສ່ ບຸກຄົນ. ອັນທີ່ເຫັນ ໄດ້ໃນ ທັນທີ ທັນໃດ ແມ່ນ ດັຊນີ ຕລາດ ຫຸ້ນ ຫລັກຊັພ ຣັດເຊັຽ ຢູ່ ນະຄອນຫລວງ ໂມັສໂກ ໄດ້ດິ່ງລົງ ໃນທັນທີ່ ຄືວ່າ ຫລຸດລົງ 13.2 ສ່ວນຮ້ອຍ, ແລະ ຄ່າຂອງເງິນ ຣູບ ຕໍ່ ໂດລາ ສະຫະຣັດ ຕົກຕໍ່າ ລົງ 8.9 ສ່ວນຮ້ອຍ ໃນປີນີ້ ແລະ ອາດ ເຮັດໃຫ້ ເສຖກິດ ຣັດເຊັຽ ກ້າວເຂົ້າສູ່ ພາວະ ຕົກຕໍ່າ ກໍເປັນໄດ້.
ແຫ່ລງຂ່າວ ທີ່ ອ້າງຕາມ ລາຍງານ ຂອງ ທະນາຄານ ຂອງຣັດ ໃນ ຣັດເຊັຽ ວ່າ ເສຖກິດ ຂອງ ຣັດເຊັຽ ຈະຫຸບໂຕ ເຂົ້າ ໃນ ລະຍະ 2 ໄຕຣມາຕ ຕິດຕໍ່ກັນ ໃນຂະນະ ທີ່ ສະຖານະການ ບໍ່ທຸ່ນທ່ຽງ ມີຕໍ່ໄປ, ການຈັບ ຈ່າຍ ຂອງ ປະຊາຊົນ ພາຍໃນ ປະເທດ ຖືກຈໍາກັດ, ຕລາດຫຸ້ນ ຫລັກຊັພ ຖືກກະທົບ, ການລົງທຶນ ຈາກ ຕ່າງ ປະເທດ ຖືກຈ່ອງ ດຶງຄືນ. ທະນາຄານ SMP ທີ່ ເພື່ອນມິດ ຂອງ ທ່ານ Putin ເປັນ ເຈົ້າຂອງ ໄດ້ຮັບ ຜົນກະທົບ ຈາກ ການລົງໂທດ.
ຮອງ ຣັຖມົນຕຣີ ການເງິນ ຣັດເຊັຽ ກ່າວ ໃນວັນຈັນ ນີ້ວ່າ ເງິນທຶນ ຈໍານວນ 70 ຕື້ ໂດລາ ສະຫະຣັຖ ອາດໂອນ ອອກຈາກ ປະເທດໄປ ພາຍໃນ ໄຕຣມາຕ ທໍາອິດ ຂອງປີນີ້. ສ່ວນ ຣັດເຊັຽ ກໍຕອບໂຕ້ ຄືນໂດຍ ບໍ່ອອກ ວິຊາ ໃຫ້ ເຈົ້າໜ້າທີ່ ທາງການ ຂອງ ຄານາດາ 13 ຄົນ. ຫລາຍ ບໍຣິສັດ ຂອງ ຄານາດາ ທີ່ລົງທຶນ ຢູ່ ປະເທດ ຣັດເຊັຽ ມີຄວາມ ເປັນຫ່ວງ. ບໍຣິສັດ Bombardier ຂອງ ຄານາດາ ກ່າວວ່າ ວິກິດການ ທີ່ ດໍາເນີນ ໄປຢູ່ນີ້ ຈະເຮັດໃຫ້ ການ ເຈຣະຈາ ມ້ວນທ້າຍ ໃນການ ລົງທຶນຮ່ວມ ເພື່ອສ້າງ ຍົນ ຢູ່ ຣັດເຊັຽ ໄດ້ຮັບຜົນ ກະທົບ. ຜູ້ນໍາ ຂອງ ອັງກິດ ຮອລແລັນ ເຢັຽຣະມັນ ຮ່ວມທັງ ສະຫະຣັຖ ອະເມຣິກາ ໄດ້ຮຽກຮ້ອງ ໃຫ້ມີການ ລົງໂທດ ໜັກ ຕໍ່ ຣັດເຊັຽ ຕື່ມອີກ ຖ້າຫາກວ່າ ຣັດເຊັຽ ຍັງມີ ເຈຕະນາ ໃຊ້ ກອງ ທະຫານ ບຸກຣຸກ ຢູເຄຣນ ຕື່ມ.
ຫລາຍໆ ບໍຣິສັດ ຢູ່ ໃນຢູໂຣບ ຕະເວັນຕົກ ທີ່ ລົງທຶນ ໃນ ຣັດເຊັຽ ກໍມີຄວາມ ເປັນຫ່ວງ ຫລາຍຂຶ້ນ ຢ້ານວ່າ ການສູ້ຢັນ ກັບ ຣັດເຊັຍ ຍ້ອນ ວິກິດການ ໃນ ຢູເຄຣນ ນີ້ ຈະສົ່ງຜົນ ກະທົບ ຕໍ່ການ ຂະຫຍາຍ ຕລາດ ການຄ້າ ຂອງຕົນ.
ນັກວິເຄາະ ໃນຢູໂຣບ ວ່າ ການສູ້ຢັນ ລະຫ່ວາງ ສະຫະຣັຖ ຢູໂຣບ ຕໍ່ຕ້ານ ຣັດເຊັຽ ນີ້ ຈະເຮັດໃຫ້ ສອງຝ່າຍ ໄດ້ຮັບບາດ ເຈັບພໍໆ ກັນ ໂດຍສະເພາະ ເສຖກິດ ໃນຢູໂຣບ ຕະເວັນຕົກ ກໍຈະໄດ້ ຮັບ ຜົນກະທົບ ຫລາຍ ກວ່າ ເສຖກິດ ສະຫະຣັຖ, ສ່ວນເສຖກິດ ຣັດເຊັຽນັ້ນ ອາດໄດ້ຮັບ ຜົນກະທົບ ໜັກກວ່າ ຝ່າຍ ຕະເວັນຕົກ ຊຶ່ງຍັງຢູ່ ໃນສະພາບ ດີ້ນຮົນ ໃນການຟື້ນ ໂຕຄືນ.