ປະຊຸມສມັຍວິສາມັນ ສະພາ ແຫ່ງຊາດ ຊຸດທີ 9 ເທື່ອທີ 1
2021.08.05

ກອງປະຊຸມສມັຍວິສາມັນ ເທື່ອທີ 1 ຂອງ ສະພາແຫ່ງຊາດ ສປປລາວ ຊຸດທີ 9 ເປີດຂຶ້ນໃນມື້ວັນທີ 5 ແລະ ຈະປິດລົງວັນທີ 10 ສິງຫາ 2021 ຊຶ່ງໃນນັ້ນຈະໄດ້ພິຈາຣະນາ ແລະ ຮັບຮອງເອົາບົດຣາຍງານ ຂອງ ຣັຖບານກ່ຽວກັບ ວາຣະແຫ່ງຊາດ ວ່າດ້ວຍການ ແກ້ໄຂ ຄວາມຫຍຸ້ງຍາກ ທາງດ້ານເສຖກິດ-ການເງິນ ແລະ ກ່ຽວກັບວາຣະ ແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາ ຢາເສພຕິດ, ປັບປຸງກົດໝາຍ 5 ສະບັບ ທີ່ພົວພັນກັບວາຣະແຫ່ງຊາດ.
ພ້ອມກັນນັ້ນ ກອງປະຊຸມຍັງຈະໄດ້ຮັບຟັງການຣາຍງານ ຂອງຣັຖບານ ກ່ຽວກັບສະພາບການແຜ່ຣະບາດຂອງໂຄວິດ-19 ແລະ ມາຕການແກ້ໄຂ ຜົລກະທົບຈາກການແຜ່ຣະບາດ ຂອງເຊື້ອດັ່ງກ່າວ.
ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ກ່າວໃນ ພິທີເປີດກອງປະຊຸມ ໃນມື້ວັນທີ 5 ສິງຫາ ນີ້ ຕອນນຶ່ງວ່າ:
“ໃນນາມປະທານກອງປະຊຸມ ຂ້າພະເຈົ້າຂໍປະກາດ ໄຂກອງປະຊຸມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ຢ່າງເປັນທາງ ການນັບແຕ່ນີ້ເປັນຕົ້ນໄປ.”
ໃນກອງປະຊຸມສະພາເທື່ອນີ້ ປະຊາຊົນລາວ ແລະ ນັກທຸຣະກິດ ສເນີໃຫ້ທາງການລາວ ເລັ່ງແກ້ໄຂບັນຫາກ່ຽວກັບ ການຣະບາດຂອງ ໂຄວິດ-19 ໂດຍສະເພາະເຣື່ອງການສັກວັກຊິນ ປ້ອງກັນ ໃຫ້ໄດ້ຕາມແຜນ ທີ່ທາງການກໍານົດໄວ້ ແລະ ບັນຫາເສຖກິດ-ການເງິນ ເພື່ອເຮັດໃຫ້ຜູ້ຄົນໄດ້ກັບມາເຄື່ອນໄຫວ ວຽກງານຢ່າງເປັນປົກກະຕິ ດັ່ງປະຊາຊົນຜູ້ນຶ່ງ ທີ່ເມືອງຄົງເຊໂດນ ແຂວງສາລະວັນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ສິງຫາ ນີ້ວ່າ:
“ແກ້ສໍາຄັນ ກໍຢາກໃຫ້ເພິ່ນຊ່ອຍເຫລືອ ທາງດ້ານປ້ອງກັນພຍາດ ສັກຢາອິຫຍັງນີ້ແຫລະ ໃຫ້ມັນໄດ້ທົ່ວເຖິງ ກັບດ້ານສະບຽງອາຫານ ນີ້ແຫລະເວົ້າແລ້ວ ອາຫານການກິນນີ້ແຫລະ ຄືທາງບ້ານ ພໍ່ກະຍາກແນ່ໄດ໋ ໄປປາກເຊ ກະຄັນບໍ່ມີບັດສັກຢາ ເຈົ້າໜ້າທີ່ເພິ່ນກະບໍ່ ຢາກໃຫ້ໄປ.”
ທ່ານກ່າວຕື່ມວ່າ ການຣະບາດຂອງໂຄວິດ-19 ເຮັດໃຫ້ການດໍາເນີນຊີວິດ ຂອງປະຊາຊົນໄດ້ຮັບຜົລກະທົບ ສະບຽງອາຫານບໍ່ພຽງພໍ ຈະໄປຊື້ອາຫານຢູ່ເມືອງອື່ນ ກໍຕ້ອງໄດ້ສັກວັກຊິນ ຄົບຕາມກໍານົດກ່ອນຈຶ່ງໄປໄດ້.
ແລະປະຊາຊົນລາວອີກຜູ້ນຶ່ງ ຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ສເນີໃຫ້ ກອງປະຊຸມສະພາເທື່ອນີ້ ເວົ້າເຖິງການເລັ່ງຈ່າຍ ເງິນທົດແທນຄວາມເສັຍຫາຍ ໃຫ້ປະຊາຊົນ ທີ່ເສັຍດິນໃຫ້ໂຄງການ ທາງຣົດໄຟ ລາວ-ຈີນ ເພາະຈະໄດ້ເອົາເງິນນັ້ນ ໄປຊອກຊື້ດິນບ່ອນອື່ນ ທໍາການຜລິດ. ແລະວ່າ ປັດຈຸບັນ ຫລາຍຄອບຄົວ ທີ່ເສັຍດິນນັ້ນ ບໍ່ໄດ້ ເຮັດນາໃນປີນີ້, ພວກເຂົາເຈົ້າຕ້ອງໄດ້ຊື້ເຂົ້າກິນ ດັ່ງທີ່ທ່ານກ່າວວ່າ:
“ເອີ, ກະຢາກສເນີໃຫ້ເພິ່ນແກ້ໄຂ ເຣື່ອງຄ່າຊົດເຊີຍ ໂຄງການທາງຣົດໄຟລາວ-ຈີນ ມັນເປັນຈັ່ງໃດ ຄືມິດຈີ່ລີ່ແທ້ ສິເຮັດຫຍັງກະບໍ່ ໄດ້ເຮັດ ຄັນກະບໍ່ໄດ້ເຮັດກະມາຕັນນໍ້າໄວ້ ກະຖ້ວມ ສິໄດ້ປະກັນ ຖິ້ມຈັ່ງຊີ້ແຫຼະ ໂຕມັນຖືກແທ້ໆ ກະມີແຕ່ໄຮ່ປາຍ 2 ພັນປາຍ ຕາແມັດ ທາງເຂດເມືອງຫາດຊາຍຟອງ ເຮົານີ້ນ່າ ບໍ່ທັນໄດ້ຈັກຣາຍການ.”
ນັກທຸຣະກິດໃຫ້ຄົນເຊົ່າຣົດ ໃນນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ສິງຫາ ນີ້ວ່າ ເຖິງຣັຖບານລາວ ຈະອອກ ມາຕການລ໊ອກດາວ ແຕ່ບໍຣິສັດຂອງທ່ານກໍຍັງ ເປີດກິຈການເປັນປົກກະຕິຢູ່, ໃຫ້ພະນັກງານເຮັດວຽກ ຢູ່ເຮືອນເຂົາເຈົ້າ. ແຕ່ທາງບໍຣິສັດກໍຍັງໄດ້ຈ່າຍຄ່າພາສີອາກອນ, ຄ່ານໍ້າ, ຄ່າໄຟຢູ່ຄືເກົ່າ ຕາມຣາຄາປົກກະຕິໃນຂນະທີ່ຣາຍໄດ້ ຫລຸດລົງເກືອບ 60% ນັບຕັ້ງແຕ່ມີການປິດປະເທດມາ.
ຫາກກອງປະຊຸາສະພາ ເທື່ອນີ້ ຕົກລົງຫລຸດຄ່າພາສີອາກອນ ໃຫ້ພາກທຸຣະກິດ ກໍຈະເປັນເຣື່ອງດີ, ຈະຊ່ອຍຫລຸດຜ່ອນຄ່າໃຊ້ຈ່າຍ ລົງໄດ້ສ່ວນໃດສ່ວນນຶ່ງ ດັ່ງທີ່ທ່ານກ່າວວ່າ:
“ໂດຍເປີດເປັນປົກກະຕິ ເຈົ້າ ແຕ່ຮູ້ສຶກວ່າຈ່າຍ ພາສີອາກອນ ປົກກະຕິເລີຍ ລ້ານປາຍສອງລ້ານຄືເກົ່າ. ບໍ່ມີໃຜມາຫ້ອງການເລີຍໄດ໋ ເຮັດວຽກຢູ່ເຮືອນ. ທຸຣະກິດນ້ອງກະຕ້ອງແບບ ມີເຣື່ອງ SUPPORT ເຣື່ອງນີ້ຢູ່ແລ້ວ ແຕ່ຄັນແບບວ່າ ມີນະໂຍບາຍກະເປັນການດີ ເພາະວ່າຣາຍໄດ້ ເຮົາກະບໍ່ໄດ້ຄືເກົ່າ.”
ແລະເຈົ້າຂອງເຮືອສໍາຣານທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກໍເວົ້າຕໍ່ ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ສເນີໃຫ້ກອງ ປະຊຸມພິຈາຣະນາເຣື່ອງການເປີດປະເທດ ສະເພາະປະເທດທີ່ມີຄວາມສ່ຽງຕໍ່າ ເພື່ອໃຫ້ຄົນເຂົ້າມາທ່ຽວລາວ ເປັນຕົ້ນນະຄອນຫຼວງ ວຽງຈັນ ແລະ ເມືອງວັງວຽງ ເພື່ອເຮັດໃຫ້ຂແນງທ່ອງທ່ຽວ ແລະການບໍຣິການ ກັບມາເຄື່ອນໄຫວໄດ້ຄືນ ພາຍຫລັງທີ່ໄດ້ປິດກິຈການ ມາຕັ້ງແຕ່ເກີດການຣະບາດ ຂອງໂຄວິດ-19 ປີ 2020 ດັ່ງທີ່ທ່ານກ່າວວ່າ:
“ຄັນລາວຈະເປີດປະເທດ ມັນມີໂອກາດທີ່ດີໄດ໋ ໄດ້ປຽບອີກ. ຣັຖບານລາວ ອໍານວຍຄວາມສະດວກ ໃຫ້ສນາມບິນລົງ ໄດ້ຈັ່ງຊີ້ນະ. ສົມມຸດວ່າບິນໂຕກຽວຈັ່ງຊີ້ ເກົາຫຼີຈັ່ງຊີ້. ມັນກະລົງວຽງຈັນເລີຍ ບໍ່ຕ້ອງລົງຮອດສຸວັນນະພູມ ຣັຖບານສິຜັບແນວໃດ໋. ຄືເວົ້າແຫລະ ໄປປະຊຸມຕລອດ ສເນີຕລອດ ແຕ່ກະບໍ່ແກ້ໄຂຫຍັງ ເວົ້າກັນຕລອດ ສເນີໄປກະຄືເກົ່າ ສິສເນີຫຍັງອີກ.”
ຕໍ່ກອງປະຊຸມສມັຍວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9 ນີ້ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງ ພັກປະຊາຊົນ ປະຕິວິດລາວ, ນາຍົກຣັຖມົນຕຣີ ກ່າວໃນມື້ວັນທີ 5 ສິງຫາ ນີ້ວ່າ ກອງປະຊຸມເທື່ອນີ້ ຈະເນັ້ນໃສ່ແກ້ໄຂ 2 ບັນຫາ ສໍາຄັນ ທີ່ເປັນວາຣະແຫ່ງຊາດ ຄືບັນຫາເສຖກິດ-ການເງິນ ແລະບັນຫາ ຢາເສພຕິດ:
“ກ່ຽວກັບຈຸດປະສົງຂອງວາຣະແຫ່ງຊາດ ສຸມໃສ່ແກ້ໄຂຄວາມຫຍູ້ງຍາກ ເສຖກິດ-ການເງິນ ແລະ ແກ້ໄຂບັນຫາຢາເສພຕິດ ຂອງ ປະເທດເຮົາໃຫ້ຜ່ອນຄາຍລົງ ຢ່າງຈະແຈ້ງ ຣັຖບານຈຶ່ງໄດ້ກໍານົດ ເວລາເປັນເວລາ 2 ປີເຄິ່ງ ແລະຄວາມຈໍາເປັນຕ້ອງນໍາໃຊ້ ມາຕການເດັດຂາດໃນການແກ້ໄຂບັນຫາ ເພື່ອໃຫ້ມີ ໝາກຜົລຕົວຈິງ.”
ສໍາລັບຄວາມຫຍຸ້ງຍາກ ທາງດ້ານເສຖກິດ-ການເງິນ ທີ່ຣັຖບານຈະເລັ່ງໃສ່ແກ້ໄຂ ຄືການສົ່ງເສີມການຜລິດ ເພື່ອທົດແທນການນໍາ ເຂົ້າ, ການເກັບຣາຍຮັບເຂົ້າ ງົບປະມານແຫ່ງຊາດ ໃຫ້ໄດ້ຕາມເປົ້າໝາຍ, ການສົ່ງເສີມການປະຢັດ ແລະແກ້ໄຂບັນຫາໜີ້ສິນ ຕ່າງປະເທດ, ເຮັດໃຫ້ການເງິນ ມີສະເຖັຍຣະພາບ ແລະປັບປຸງກົດໝາຍ ໃຫ້ສອດຄ່ອງກັບສະພາບການ ເຄື່ອນໄຫວຕົວຈິງ.
ກົດໝາຍ 5 ສະບັບທີ່ຈະປັບປຸງນັ້ນ ມີກົດໝາຍວ່າດ້ວຍການຄຸ້ມຄອງ ສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍ ວ່າດ້ວຍອາກອນຣາຍໄດ້, ກົດໝາຍວ່າດ້ວຍ ອາກອນຊົມໃຊ້ ແລະກົດໝາຍວ່າ ດ້ວຍຢາເສພຕິດ.
ພ້ອມກັນນັ້ນກໍຍັງຈະພິຈາຣະນາ ແລະ ຮັບຮອງເອົາຮ່າງດໍາຣັຖ 2 ສະບັບ ຄືດໍາຣັຖວ່າດ້ວຍການປະຢັດ ແລະວ່າດ້ວຍການເພິ່ມທະວີ ການຄຸ້ມຄອງ ແລະຕ້ານການຮົ່ວໄຫລ ຂອງຣາຍຮັບງົບປະມານແຫ່ງຣັຖ.