ນາໆທັສນະ ຊາວລາວ ຕໍ່ສົງຄາມ ຣັສເຊັຽ-ຢູ່ເຄຣນ

ພູວົງສ໌
2022.03.01
ນາໆທັສນະ ຊາວລາວ ຕໍ່ສົງຄາມ ຣັສເຊັຽ-ຢູ່ເຄຣນ ປະຊາຊົນກຳລັງໜີສົງຄາມ ໃນປະເທດຢູເຄຣນ ເຖິງຊາຍແດນປະເທດໂຣມະເນັຽ ທີ່ເມືອງ ໄຊເຣັດໃກ້ກັບເມືອງເຊີນີບຊີ໋ຂອງປະເທດຢູເຄຣນ (Casian Mitu, Inquam Photos), ວັນທີ 24 ກຸມພາ.
ຮູບພາບ: Radio Free Europe/Radio Liberty

ເປັນເວລາເກືອບ 1 ສັປດາເຕັມ ພາຍຫຼັງທີ່ກອງທັບຣັສເຊັຽ ໄດ້ເຣີ່ມເປີດປະຕິບັດການ ທາງທະຫານ ບຸກໂຈມຕີປະເທດຢູ່ເຄຣນ ໃນວັນທີ 22 ກຸມພາ ທີ່ຜ່ານມາ, ຈົນກາຍເປັນສົງຄາມ ລຸກລາມໄປທົ່ວປະເທດຢູ່ເຄຣນ, ເຊິ່ງໄດ້ສ້າງຄວາມເສັຽຫາຍ ທັງຊີວິດ ແລະ ຊັພສິນ ຢ່າງມະຫາສານ ແລະ ເກີນທີ່ຈະຄະນານັບ ມູລຄ່າຄວາມເສັຽຫາຍໄດ້.

ກ່ຽວກັບເຣື່ອງນີ້, ຊາວລາວຫຼາຍຄົນ ທັງພາຍໃນ ແລະ ຕ່າງປະເທດ ຕ່າງກໍມີຄວາມເຫັນ ທີ່ຫຼາກຫຼາຍ ຕໍ່ສົງຄາມ ລະຫວ່າງຢູ່ເຄຣນ ແລະ ຣັສເຊັຽ, ເຊິ່ງແຕ່ທຸກຄົນ ຕ່າງກໍຢາກເຫັນ ແລະ ຫວັງວ່າ ຢາກໃຫ້ສົງຄາມນີ້ ຍຸຕິໂດຍໄວທີ່ສຸດ ເພື່ອຫຼີກເວັ້ນການສູນເສັຽ.

ດຣ. ຣິຊາດ ໄຊສົມມອນ, ປະທານອົງການລາວໂຮມລາວ ເພື່ອປະຊາທິປະຕັຍ ທີ່ມີສຳນັກງານ ຕັ້ງຢູ່ຣັຖໂອກລ່າໂຮ່ມ້າ, ປະເທດສະຫະຣັຖອາເມຣິກາ ແລະ ທັງເປັນນັກເຄື່ອນໄຫວ ດ້ານສິດທິມະນຸດ ຊາວລາວ-ອາເມຣິກັນ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 27 ກຸມພາ ນີ້ວ່າ ສົງຄາມທີ່ຣັສເຊັຽ ໄດ້ໃຊ້ກຳລັງທະຫານ ບຸກລຸກໂຈມຕີຢູ່ເຄຣນ ຖືເປັນສິ່ງທີ່ຜິດກົດໝາຍ ລະຫວ່າງປະເທດ ແລະ ກົດບັດສະຫະປະຊາຊາດ ຢ່າງຮ້າຍແຮງ ແລະ ຖືເປັນການກໍ່ອາຊຍາກັມ ຕໍ່ມວນມະນຸດ ແລະ ລະເມີດສິດທິມະນຸດ ຢ່າງຈະແຈ້ງທີ່ສຸດ.

ສຽງ1: “ສະເພາະເຣື່ອງນີ້ໆ, ພວກເຮົາໄດ້ມອງເຫັນວ່າ ການທີ່ເອົາກອງທັບ ເຂົ້າໄປໃນປະເທດໃດ ປະເທດນຶ່ງ, ໂດຍທີ່ເຈົ້າຂອງປະເທດນັ້ນ ບໍ່ໄດ້ເຊີນ, ແຕ່ເຈົ້າເຂົ້າໄປ ໂດຍພະລະການ ດ້ວຍເຈດຕະນາ ການໄປຍຶດ ຫຼືວ່າການໄປຣົບ ຫຼືວ່າການໄປບຸກລຸກ ປະການແນວໃດກໍຕາມ. ແປວ່າເຈົ້າເອົາກອງກຳລັງທັບ ໂດຍມີອາວຸດຄົບມື ຈະຣວດ, ຍົນຍານ, ຣົຖເກາະ, ຣົຖຖັງ ເຂົ້າໄປໃນປະເທດໃດ ປະເທດນຶ່ງ, ໂດຍທີ່ເຈົ້າຂອງປະເທດນັ້ນ ບໍ່ໄດ້ເຊີນເຈົ້າມາ ອັນນັ້ນຄືການລະເມີດ ລະເມີດຄັ້ງໃຫຍ່ ຕໍ່ເຂົາເອີ້ນວ່າ ສິດທິມະນຸດເຮົາແຫຼະ ອັນນັ້ນນ່າ. ລະບາດນີ້, ສິ່ງໃດ ທີ່ວ່າພວກເຮົາໄດ້ບົດຮຽນ ຄືເວລາເຂົ້າໄປແລ້ວ ລະກະຄືໃນປັດຈຸບັນນີ້ ປະຊາຊົນ ຢູ່ໃນປະເທດຢູ່ເຄຣນ ຫັ້ນ ໄດ້ລົ້ມຫາຍຕາຍຈາກ ຍ້ອນຫຍັງ? ຍ້ອນເຂົ້າໄປ ແລ້ວບາດນີ້ ທາງຝ່າຍຜູ້ທີ່ໄປຮຸກຮານ ໄດ້ມີການຍິງ ຈະມີການໃຊ້ລະເບີດ ຫຼືປະການອື່ນໆ ພວກເຮົາບໍ່ຮູ້, ແຕ່ວ່າທຳໃຫ້ປະຊາຊົນຫັ້ນ ໄດ້ສູນເສັຽຊີວິດ ແລະ ຊັພສິນ. ອັນນີ້ພວກເຮົາເຫັນໄດ້ ຢ່າງປະຈັກຕາ.”

ຂະນະທີ່ຊາວລາວທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນ 1 ມີນາ ນີ້ວ່າ ເຫດການສົງຄາມ ທີ່ກອງທັບຣັສເຊັຽ ຮຸກຮານຢູ່ເຄຣນໃນຄັ້ງນີ້ ຊາວລາວຈຳນວນຫຼາຍ ກໍໃຫ້ຄວາມສົນໃຈ ແລະ ຕິດຕາມຢ່າງໃກ້ຊິດ ພ້ອມທັງເປັນຫ່ວງ ສະຖານະການຈະຂຍາຍເປັນວົງກວ້າງ ແລະ ທຸກຄົນ ຕ່າງກໍເວົ້າເປັນສຽງດຽວກັນວ່າ ບໍ່ຢາກໃຫ້ມີສົງຄາມເກີດຂຶ້ນ.

ສຽງ2: “ປະຊາຊົນເນາະ ທີ່ວ່າບໍ່ຮູ້ເຣື່ອງຫຍັງ, ຫັ້ນນ່າ ເຂົາເຈົ້າກະໄດ້ຮັບຜົລກະທົບ ຕໍ່ເຣື່ອງການເຮັດສົງຄາມຄັ້ງນີ້. ຕາມທີ່ໄປນັ່ງກິນກາເຟ ຢູ່ບ່ອນຫັ້ນບ່ອນນີ້ ເຂົາເຈົ້າກະເວົ້າເຖິງກັນຫຼາຍ ເພາະຫຼັກໆ ກະຖືວ່າ ເປັນຫ່ວງວ່າ ຢ້ານມີສົງຄາມໂລກ ຄັ້ງທີ 3 ເກີດຂຶ້ນມາ ປະມານນີ້. ຕາມທີ່ສັງເກດນີ້ແມ່ນ ຄົນຫຼາຍໆຄົນນີ້ເວົ້າ ເຂົາບໍ່ຢາກໃຫ້ມີ ບໍ່ມີການນອງເລືອດ ບໍ່ຢາກໃຫ້ມີສົງຄາມເກີດຂຶ້ນເນາະ. ກະເປັນຫ່ວງ ທາງປະຊາຊົນຢູ່ເຄຣນ ລະກະທັງທົ່ວໂລກແຫຼະ. ມີແຕ່ຄົນວ່າ ໂອ້ ບໍ່ຢາກໃຫ້ເກີດຂຶ້ນ, ຈັ່ງຊີ້ນ່າ ເພາະທຸກໆຢ່າງ ມັນມີແຕ່ຄວາມສູນເສັຽເນາະ.”

ສ່ວນຊາວລາວອີກທ່ານນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຊາວລາວຫຼາຍຄົນ ໃນທຸກອາຊີບ ແລະ ທຸກຊົ້ນຄົນ ຕ່າງກໍຕິດຕາມເຫດການດັ່ງກ່າວ ຢ່າງໃກ້ຊິດຄືກັນ ແລະ ເຖິງວ່າສົງຄາມຄັ້ງນີ້ ຈະຢູ່ຫ່າງໄກ ຫຼາຍພັນກິໂລແມັຕ, ແຕ່ກໍປະຈິເສດບໍ່ໄດ້ວ່າ ຈະບໍ່ມີຜົລກະທົບ ເພາະຜົລກະທົບ ໄດ້ເກີດຂຶ້ນແລ້ວ ຢ່າງຫຼີກເວັ້ນບໍ່ໄດ້ ເປັນຕົ້ນແມ່ນ ເຣື່ອງລາຄານ້ຳມັນເຊື້ອເພີງ ທີ່ມີທ່າທີວ່າ ຈະຂຶ້ນລາຄາ ຢ່າງບໍ່ຢຸດຢັ້ງ ແລະ ກະທົບຕໍ່ຜູ້ຫາເຊົ້າກິນຄ່ຳ ຢ່າງຖ້ວນໜ້າ.

ສຽງ3: “ໄດ້ຕິດຕາມຢູ່ ໄດ້ຕິດຕາມຢູ່, ກະທິມງານກະລົມກັນຢູ່, ໂອ້ ມັນຊິຍາກໄປຫຼາຍແນວແລ້ວ, ນ້ຳມັນກະຊິຂຶ້ນ ອັນໃດທຸກຢ່າງກະຊິຂຶ້ນ, ຫັ້ນນ່າ ກະລະແວງແຕ່ໂຕນີ້ແຫຼະ. ບັນຫາແມ່ນໂຕນີ້ແຫຼະ ນ້ຳມັນແພງ ກະຄືຮູ້ແຫຼະ ຄ່າຣົຖມັນຍັງທໍ່ເກົ່າເດ່, ແຕ່ວ່ານ້ຳມັນ ມັນຂຶ້ນທຸກມື້ ທຸກມື້ເລີຍ, ກະອຸກໃຈແຕ່ໂຕນີ້ແຫຼະ.  ກະໂອ້, ກະອີ່ຕົນເພິ່ນເນາະ ຄົນຄືກັນ, ຫັ້ນນ່າ ຊິໄປຂ້າໄປແກງກັນເຮັດຫຍັງ ແບບນັ້ນຫັ້ນແຫຼະ. ບໍ່ໃຫ້ມັນເກີດ ກະໜ້າຈະດີກ່ອນ ເພາະເກີດມາ ມັນກໍກະທົບໄປຫຼາຍຢ່າງເນາະ.”

ທາງດ້ານ ດຣ. ບຸນທອນ ຈັນທະລາວົງ ວີເຊີ, ປະທານອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ທີ່ມີສຳນັກງານ ຢູ່ປະເທດເຢັຽຣະມັນ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 28 ກຸມພາ ນີ້ວ່າ ສົງຄາມຄັ້ງນີ້ ຖືເປັນວິກິດການ ດ້ານມະນຸດສະທັມ ທີ່ຮ້າຍແຮງທີ່ສຸດຄັ້ງນຶ່ງ, ອັນເຮັດໃຫ້ປະເທດຢູ່ເຄຣນ ຕ້ອງກາຍບ້ານແຕກສາແຫຼກຂາດ ສະມາຊິກຄອບຄົວ ພັດພາກຈາກກັນ ກາຍເປັນອົບພະຍົບ, ສູນເສັຽທັງຊີວິດ ແລະ ຊັພສິນ ຢ່າງໜັກໜ່ວງ.

ສຽງ4: “ສົງຄາມຄັ້ງນີ້ໆ ເປັນເຣື່ອງທີ່ຮ້າຍແຮງທີ່ສຸດ, ໂດຍສະເພາະຊາວຢູ່ເຄຣນ ທີ່ເຂົາເຈົ້າຕ້ອງ ຄອບຄົວ ລູກເຕົ້າເນາະ ໜ້າສົງສານ ທີ່ວ່າ ຄອບຄົວເຂົາເຈົ້າ ກະຈຳເປັນຕ້ອງໄດ້ແຍກກັນ ກໍຄືວ່າ ເດັກນ້ອຍ ບໍ່ຮູ້ຈັກຫຍັງ ກະຕ້ອງໄດ້ ຫອບເຄື່ອງ-ຫອບຂອງ ໜີອອກຈາກບ້ານເກີດເມືອງນອນ. ຄອບຄົວ, ພໍ່ແມ່, ຜົວເມັຽ ຕ້ອງຫ່າງອອກຈາກກັນ ເປັນເຣື່ອງທີ່ວ່າຮ້າຍແຮງ. ແລ້ວມັນບໍ່ແມ່ນເຫດການ ທີ່ເກີດຂຶ້ນໜ້ອຍ ມັນເປັນເກີດຂຶ້ນ ໃນທົ່ວປະເທດຢູ່ເຄຣນ ຫຼາຍເຂດແຂວງ ທີ່ມີການບຸກລຸກ ທາງກຳລັງການທະຫານ ຂອງຣັສເຊັຽ ຂອງ ປູຕິນ ເນາະ.”

ດຣ. ບຸນທອນ ກ່າວຕື່ມວ່າ ກ່ຽວກັບທ່າທີ ຂອງທາງການລາວ ທີ່ໄດ້ອອກຖແລງການ ອັນມີທ່າທີ ບໍ່ປະນາມ ການກໍ່ສົງຄາມ ຂອງຣັສເຊັຽ ຕໍ່ຢູ່ເຄຣນ ນັ້ນ ກໍຖືວ່າ ເປັນທ່າທີ ອັນເນື່ອງມາຈາກ ຣັຖບານລາວ ໃນຊຸດປັດຈຸບັນ ໄດ້ຮັບຜົລປໂຍດ ຈາກຣັສເຊັຽຈຳນວນຫຼາຍ ບໍ່ວ່າຈະເປັນການຊ່ອຍເຫຼືອໃນດ້ານຕ່າງໆ ແລະ ມີການຮ່ວມມື ດ້ານການທະຫານ ກັບຣັສເຊັຽ ຢ່າງໃກ້ຊິດ ລວມທັງການຈັດຊື້ອາວຸດ, ຍຸທໂທປະກອນ, ພາຫະນະຮັບໃຊ້ສົງຄາມ ທັງທາງບົກ ແລະ ທາງອາກາດ ກໍລ້ວນແລ້ວມີສັນຍາຊື້ ກັບຣັຖບານຣັສເຊັຽ ເປັນຈຳນວນຫຼາຍ, ແຕ່ໃນນາມອົງການທ່ານເອງ ທ່ານຂໍປະນາມ ສົງຄາມດັ່ງກ່າວ ຄຽງຂ້າງກັບປະຊາຄົມໂລກ ແລະ ຮຽກຮ້ອງໃຫ້ຍຸຕິສົງຄາມທັນທີ.

ສຽງ5: “ຕາມທີ່ຕີລາຄາ ກໍແມ່ນແລ້ວ ທີ່ທາງການ ສປປລາວ ເພິ່ນນີ້ ບໍ່ປາກບໍ່ຕີງ ບໍ່ຕ້ານສົງຄາມນີ້ ກໍຍ້ອນວ່າ ເພິ່ນມີການຮ່ວມມືກັບຣັສເຊັຽ ຮ່ວມມືກັບທ່ານ ປູຕິນ ເອງ. ແລ້ວເພິ່ນມີການຮ່ວມມືກັນ ທາງດ້ານການທະຫານ ຢ່າງໃກ້ຊິດ. ພວກເຮົາ ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ກໍມີການອອກຖແລງການ ຕໍ່ເຫດການສົງຄາມ ຂອງ ປູຕິນ ຢູ່ທີ່ຢູ່ເຄຣນ, ປະນາມສົງຄາມນີ້ ລະກະແມ່ນ ທວງໃຫ້ມີການຍຸຕິສົງຄາມນີ້ ຢ່າງຮີບດ່ວນ.”

ເມື່ອເວົ້າເຖິງທ່າທີ ຂອງບັນດາປະເທດຕ່າງໆ ໃນປະເທດລາວແລ້ວ, ໃນວັນທີ 28 ກຸມພາ ທີ່ຜ່ານມາ, ສະຖານເອກອັຄຣັຖທູຕ ຂອງຫຼາຍປະເທດ ໃນລາວ ກໍໄດ້ສະແດງອອກ ທາງສັນຍາລັກ ໃນການຕໍ່ຕ້ານສົງຄາມ ທີ່ກອງທັບຣັຖເຊັຽ ຮຸກຮານປະເທດຢູ່ເຄຣນ, ເຊິ່ງມີ 11 ປະເທດ ອັນປະກອບດ້ວຍສະຖານທູຕຝຣັ່ງ, ເຢັຽຣະມັນ, ເນເທີ້ແລນດ໌, ຮັງກ່າຣີ່, ຕຸຣະກີ່, ສະຫະຣາຊອານາຈັກ, ສະຫະຣັຖອາເມຣິກາ, ອັອສເຕຣເລັຽ, ສິງກະໂປ, ເກົາຫຼີໃຕ້, ຍີ່ປຸ່ນ, ແລະ ສະຫະພາບຢຸໂຣປ ໄດ້ເຜີຍແຜ່ຂໍ້ມູນ ຜ່ານຊ່ອງທາງ ສື່ສັງຄົມອອນລາຍຕ່າງໆ ໃນການກ່າວປະນາມ ກອງທັບຣັຖເຊັຽ ຮຸກຮານປະເທດຢູ່ເຄຣນ ແລະ ຮຽກຮ້ອງ ໃຫ້ຍຸຕິການຮຸກຮານ ທາງການທະຫານ, ຖອນທຸກກອງກຳລັງ ແລະ ອຸປະກອນການທະຫານ ຂອງຕົນ ອອກຈາກຜືນແຜ່ນດິນທັງໝົດ ຂອງປະເທດຢູ່ເຄຣນ ຢ່າງບໍ່ມີເງື່ອນໄຂ ພ້ອມທັງເຄົາຣົບ ຜືນແຜ່ນດິນອັນຄົບຖ້ວນ, ອະທິປະຕັຍ ແລະ ເອກະຣາຊ ຂອງປະເທດຢູ່ເຄຣນ.

ສ່ວນທ່າທີ ຂອງບັນດາປະເທດອ່າຊ້ຽນ ລວມເຖິງປະເທດລາວ ກໍລ້ວນແລ້ວມີທ່າທີ ທີ່ບໍ່ເປັນເອກະພາບກັນ, ເຊິ່ງຫຼ້າສຸດນີ້ ຄະນະຣັຖປະຫານພະມ້າ ຖືເປັນປະເທດດຽວ ໃນອ່າຊ້ຽນ ທີ່ໄດ້ອອກຖແລງການ ສນັບສນູນວ່າ ການປະຕິບັດ ຂອງກອງທັບຣັສເຊັຽ ມີຄວາມຊອບທັມ ເພື່ອຄວາມຍືນຍົງ ແລະ ອຳນາດອະທິປະຕັຍ ຂອງຣັສເຊັຽ. ຂະນະທີ່ປະເທດໄທຍ, ວຽດນາມ, ລາວ ແລະ ກັມພູຊາ ກໍໄດ້ອອກຖແລງການ ທີ່ມີລັກສະນະຄ້າຍໆກັນ ຄືໃຫ້ທຸກຝ່າຍ ລະງັບການໃຊ້ຄວາມຮຸນແຮງ ລະຫວ່າງກັນ, ແຕ່ບໍ່ໄດ້ປະນາມການກະທຳ ຂອງຣັສເຊັຽ, ເຊິ່ງກໍຖືກວິຈານວ່າ ບໍ່ມີນ້ຳໜັກຫຍັງ. ສ່ວນທ່າທີ ທີ່ມີລັກສະນະປະນາມ ການກໍ່ສົງຄາມ ຂອງຣັສເຊັຽ ທີ່ມີຕໍ່ຢູ່ເຄຣນ ຂອງຊາດອ່າຊ້ຽນນັ້ນ, ກໍແມ່ນປະເທດອິນໂດເນເຊັຽ, ບຣູໄນ່, ມາເລເຊັຽ, ຟິລິບປິນສ໌ ແລະ ສິງກະໂປ ເຖິງວ່າຈະບໍ່ໄດ້ເອີ່ຍເຖິງ ປະເທດຣັສເຊັຽ ໂດຍຕຣົງກໍຕາມ.

ຕໍ່ສະພາບການສູ້ຣົບ ໃນສົງຄາມ ທີ່ກອງທັບຣັຖເຊັຽ ຮຸກຮານປະເທດຢູ່ເຄຣນ ເປັນເວລາ 1 ສັປດາ ໃນຄັ້ງນີ້, ກໍໄດ້ເຮັດໃຫ້ຊາວບ້ານ ໃນຢູ່ເຄຣນ ຕ້ອງກາຍເປັນອົບພະຍົບ ຫຼົບໜີສົງຄາມ ເປັນຈຳນວນຫຼາຍ, ເຊິ່ງອົງການຂ້າຫຼວງໃຫຍ່ຜູ້ລີ້ພັຍ ແຫ່ງສະຫະປະຊາຊາດ ຫຼື UNHCR ໄດ້ຣາຍງານຫຼ້າສຸດ ໃນວັນທີ 1 ມີນາ 2022 ນີ້ວ່າ ມີຜູ້ອົບພະຍົບ ຊາວຢູ່ເຄຣນ ໜີພັຍສົງຄາມ ຈາກບ້ານເກີດເມືອງນອນແລ້ວ ປະມານ  660,000 ຄົນ ແລະ ຄາດວ່າ ຈະເພີ່ມຂຶ້ນສູງເຖິງ 1 ລ້ານຄົນ ຖ້າຫາກສົງຄາມ ຍັງດຳເນີນຕໍ່ໄປ ທີ່ສ່ວນໃຫຍ່ ຜູ້ລີ້ພັຍສົງຄາມ ຈະຂ້າມໄປຂໍລີ້ພັຍ ທີ່ປະເທດໂຣ່ມາເນັ່ຽ ແລະ ໂປແລນດ໌ ເປັນຫຼັກ ອັນຖືເປັນວິກິດການ ດ້ານມະນຸດສະທັມ ຄັ້ງໃຫຍ່ທີ່ສຸດ ຄັ້ງນຶ່ງ ໃນທະວີບຢຸໂຣປ ນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດ ໃນປີ 1945. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.