ຊື້ປີ້ຣົຖໄຟ ທີ່ວຽງຈັນເຊັນເຕີ້ຣ໌, ເສັຽຄ່າທຳນຽມອີກ 20 ພັນ
2022.02.28
ປະຊາຊົນລາວ ຫລາຍຄົນບໍ່ພໍໃຈ ທີ່ບໍຣິສັດທາງຣົຖໄຟລາວ-ຈີນຈໍາກັດ ຂາຍປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ໂດຍເກັບຄ່າ ທໍານຽມນໍາຕື່ມອີກ 20,000 ກີບຕໍ່ປີ້ຕໍ່ຖ້ຽວ ຍ້ອນເຫັນວ່າ ເປັນການຂູດຮີດຜູ້ໂດຍສານ, ບໍ່ແຕກຕ່າງຫຍັງ ກັບກໍຣະນີນາຍໜ້າ ຊື້ປີ້ຣົຖໄຟໄວ້ຂາຍຕໍ່ ໃນລາຄາແພງ.
ດັ່ງຊາວລາວ ນາງນຶ່ງເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ກຸມພານີ້ວ່າ:
“ແນ່ນອນການຂູດຮີດ ມາເກັບ 20 ພັນ ມັນບໍ່ແຟນ່າ ຮູ້ຢູ່ວ່າເປັນທຸຣະກິດ ເປັນຫຍັງຈຶ່ງມາເກັບເງິນກັບປະຊາຊົນອີກ 20 ພັນ ຄືການບິນລາວ ຂະເຈົ້າກະຂາຍສໍ່າກັນໝົດແມ່ນບໍ່ ຕ້ອງເປັນແບບນັ້ນ.”
ໃນຂະນະດຽວກັນ ປະຊາຊົນລາວອີກນາງນຶ່ງ ກໍເຫັນວ່າ ເຖິງແມ່ນການຊື້ປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ຈະມີຄວາມສະດວກ ແລະໄວກວ່າຊື້ຢູ່ຕາມສະຖານີ ຣົຖໄຟທົ່ວໄປກໍຕາມ ແຕ່ກໍເຫັນວ່າ ບໍ່ເໝາະສົມປານໃດ ຍ້ອນວ່າ ການຂາຍປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ມີການເກັບຄ່າທໍານຽມນໍາອີກ 20,000 ກີບຕໍ່ປີ້ ແລະບໍ່ຮັບເອົາເງິນສົດ, ໃຫ້ຜູ້ຊື້ປີ້ຈ່າຍເງິນຜ່ານລະບົບ ອອນລາຍນ໌ເທົ່ານັ້ນ. ຢ້ອນເປັນຄືແນວນັ້ນ ຕົນຈຶ່ງໄປຊື້ປີ້ຣົຖໄຟຢູ່ສະ ຖານີຣົຖໄຟ ທີ່ບໍ່ໄດ້ເສັຍຄ່າທໍານຽມນັ້ນເລີຍ.
ດັ່ງທີ່ນາງເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ເກັບແຕ່ຄ່າບໍຣິການ 20 ພັນກີບຫັ້ນແຫລະ ຖ້າວ່າສະດວກຢາກໄດ້ດ່ວນເນາະ ຢາກໄດ້ໄວແບບວ່າບໍ່ຢາກຕົກຣົຖໄຟ ເພື່ອໄປແບບໄປແລ້ວໃຫ້ມັນເຫັນຊີ້ນ່າ ກະເຂົ້າໄປຊື້ບ່ອນທີ່ວ່າເສັຽ 20 ພັນເລີຍ ມັນຈະດ່ວນກວ່າ ຂະເຈົ້າຈະບໍ່ເກັບເງິນສົດ ຖ້າຢູ່ສະຖານີແມ່ນຈະເກັບເງິນສົດ ໄປຊື້ນ້ອງກໍໄປຊື້ຢູ່ສະຖານີຣົຖໄຟເລີຍ.”
ແລະປະຊາຊົນລາວ ອີກນາງນຶ່ງກໍເວົ້າວ່າ ຖ້າຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ຂາຍປີ້ຣົຖໄຟໂດຍມີການເກັບຄ່າທໍານຽມນໍາອີກ 20,000 ກີບຕໍ່ປີ້ ແລະບໍ່ຮັບເອົາເງິນສົດ ກໍຕ້ອງມີການບໍຣິການຈັດສົ່ງປີ້ ໄປໃຫ້ຜູ້ໂດຍສານນັ້ນເຖິງເຮືອນ ໂດຍທີ່ຜູ້ໂດຍສານບໍ່ຕ້ອງ ໄດ້ໄປຊື້ເອົາຢູ່ບ່ອນຂາຍ ມັນຈຶ່ງຈະສົມເຫດສົມຜົລກວ່າ.
“20 ພັນມັນກໍບໍ່ແພງດອກ ແຕ່ວ່າຢາກໃຫ້ບໍຣິການແບບສົ່ງສະດວກ ວ່າລູກຄ້າຮັບຢູ່ຈຸດໃດ ຫລືວ່າໃຫ້ສົ່ງຢູ່ໃສ ເຮັດແບບນີ້ເອົາ ຄັນໃຫ້ໄປຊື້ເຈົ້າຈະເກັບຄ່າສົ່ງ ກະແມ່ນແລ້ວ 20 ພັນກີບ.”
ກ່ຽວກັບເຣື່ອງທີ່ວ່ານີ້ ຜູ້ປະກອບການທຸຣະກິດ ທ່ອງທ່ຽວທ່ານນຶ່ງ ທີ່ບໍຣິການຮັບຊື້ປີຣົຖໄຟ ໃຫ້ລູກຄ້າຢູ່ສູນການຄ້າດັ່ງກ່າວເວົ້າວ່າ ຖ້າທາງສູນການຄ້າວຽງຈັນເຊັນເຕີ້ຣ໌ ເກັບຄ່າທໍານຽມນໍາຜູ້ໂດຍສານ 20,000 ກີບ ກໍບໍ່ສົມຄວນຈະອອກ ກົດລະບຽບຫ້າມບໍ່ໃຫ້ຜູ້ປະກອບການທົ່ວໄປ ບໍຣິການຮັບຊື້ປີ້ຣົຖໄຟໃຫ້ລູກຄ້າ ທີ່ວ່າເອົາກໍາໄລ.
“ທີ່ວ່າເອົາມາຂາຍເພື່ອເກງກໍາໄລ ລໍ່ດອກ ເຂົາຈະຊື້ປີ້ເຂົ້າຕ້ອງດ້ຽວມາກັນກ່ອນ ຖ້າຫາກວ່າເຈົ້າຈະເດີນທາງ ເຈົ້າຈະຕ້ອງຈ້າງໃຫ້ຂ້ອຍ ໄປຢືນຕໍ່ແຖວຊື້ປີ້ໃຫ້ເຈົ້າ ຍໍ່ໄດ້ໝາຍຄວາມວ່າ ຂ້ອຍໄປຊື້ປີ້ເພື່ອມາເກງກໍາໄລ.”
ໃນຂະນະດຽວກັນ ກໍມີຊາວລາວຈໍານວນນຶ່ງເຫັນວ່າ ການເກັບທ່າທໍານຽມ ຢູ່ສູນການຄ້ານັ້ນ ສໍາລັບຄົນມີເງິນແມ່ນບໍ່ມີບັນຫາ, ມັນມີຄວາມສະດວກ, ບໍ່ໄດ້ເສັຍເວລາລຽນແຖວຊື້ ແລະຄ່າທໍານຽມກໍບໍ່ຫລາຍ.
“ໂຕນີ້ມັນກະຄຶດວ່າ ໜ້າຈະແລ້ວແຕ່ຄົນ ມີເງິນມັກຄວາມສະດວກແນ່ກະຄືສິບໍ່ມີບັນຫາ ກະຕ້ອງເບິ່ງຄວາມຈໍາເປັນ ຄັນວ່າຟ້າວດ່ວນກະຕ້ອງຈໍາເປັນ ຕ້ອງໄດ້ໄປ ຈໍາເປັນໄດ້ຊື້ ຄັນວ່າເປັນວຽກທັມດາ ກະຄືສິໄປຊື້ຢູ່ບ່ອນທີ່ບໍ່ໄດ້ເສັຽ.”
ແລະເຈົ້າໜ້າທີ່ທາງການລາວທ່ານນຶ່ງ ທີ່ເຄີຍເຮັດວຽກຢູ່ຂແນງການທ່ອງທ່ຽວ ໃຫ້ຄວາມເຫັນຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 28 ກຸມພານີ້ວ່າ ການທີ່ບໍຣິສັດທາງຣົຖໄຟລາວ-ຈີນຈໍາກັດ ໄດ້ເກັບຄ່າທໍານຽມຂາຍປີ້ຣົຖໄຟຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ນັ້ນ ທ່ານເຊື່ອວ່າ ເປັນພຽງການທົດລອງຊື່ໆ ເພາະທາງບໍຣິສັດນີ້ມີແຜນຂຍາຍການຂາຍປີ້ຣົຖໄຟ ຜ່ານລະບົບອອນລາຍຢູ່ແລ້ວ.
“ມັນຫາກໍ່ເປີດໃໝ່ ໃຊ້ການບໍຣິການໃໝ່ ລາວສິເຮັດມື້ນຶ່ງຍາມດຽວນີ໋ ກະເປັນໄປໄດ້ຍາກ ດຽວນີ້ເພິ່ນກໍາລັງເຈຣະຈາກ່ຽວກັບ ຂາຍປີ້ນີ້ ຊາຍແບບອອນລາຍເດ້ ເພື່ອບໍ່ຍາກນາຍໜ້າ ຜູ້ທີ່ໄປເອົາປີ້ມາຂາຍຫັ້ນນ່າ ກັກຕູນລາຄາປີ້ຫັ້ນ.”
ເພື່ອຂໍຮູ້ຄວາມກະຈ່າງແຈ້ງກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີໄດ້ຕິດຕໍ່ໄປຫາບໍຣິສັດ ທາງຣົຖໄຟລາວ-ຈີນຈໍາກັດ ແຕ່ບໍ່ມີເຈົ້າໜ້າທີ່ບໍຣິສັດຜູ້ໃດສະດວກທີ່ຈະໃຫ້ຄໍາເຫັນ.
ແຕ່ເຖິງຢ່າງໃດກໍຕາມ ຜູ້ໃຊ້ສື່ສັງຄົມອອນລາຍຫລາຍຄົນ ກໍໄດ້ວິພາກວິຈານບໍຣິສັດທາງ ຣົຖໄຟລາວ-ຈີນຈໍາກັດ ກ່ຽວກັບເຣື່ອງການເກັບຄ່າທໍານຽມນັ້ນ ຍ້ອນເຫັນວ່າມັນບໍ່ແຕກຕ່າງ ຫຍັງກັບການທີ່ນາຍໜ້າຮັບຊື້ປີ້ຣົຖໄຟ ແລ້ວມາຂາຍໃນລາຄາເພີ່ມຂຶ້ນ ແລະເຫັນວ່າ ທາງບໍຣິສັດພະຍາຍາມ ຊອກຫາຜົລກໍາໄລຈາກການຂາຍປີ້ນັ້ນນໍາດ້ວຍ.
ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ມີກໍານົດຂາຍປີ້ຣົຖໄຟໃຫ້ຄົນໂດຍສານ ຄື 1 ຄົນຊື້ໄດ້ສູງສຸດ 2 ປີ້, ເສັຍຄ່າທໍານຽມ 20,000 ກີບຕໍ່ປີ້ ແລະສາມາດຊື້ປີ້ລ່ວງໜ້າໄດ້ 3 ມື້, ບໍ່ຮັບເອົາເງິນສົດ, ໃຫ້ຈ່າຍຄ່າປີ້ຜ່ານທາງລະບົບອອນລາຍນ໌ ຂອງທະນາຄານຕ່າງໆ.