ອີງຕາມການຣາຍງານ ຂອງພັນເອກ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາຣວດທາງຣົຖໄຟກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສະຫງົບ ກ່າວໃນກອງປະຊຸມສລຸບວຽກງານ ປ້ອງກັນໂຄງການກໍ່ສ້າງທາງຣົຖໄຟ 5 ປີ, ສລຸບປ້ອງກັນ ການຂົນສົ່ງຣົຖໄຟລາວ-ຈີນ 1 ເດືອນ ແລະວາງທິດທາງແຜນການໃນຕໍ່ໜ້າ ຫວ່າງວັນທີ່ 10 ກຸມພາ 2022 ທີ່ຜ່ານມາ ວ່່າ ນັບແຕ່ມີການ ເປີດນໍາໃຊ້ບໍຣິການຂົນສົ່ງທາງຣົຖໄຟລາວ-ຈີນ ຕັ້ງແຕ່ວັນທີ່ 4 ທັນວາ 2021 ຫາວັນທີ 31 ມົກກະຣາ 2022 ພົບວ່າ ມີການລັກຕັດສາຍໄຟ, ລັກຕັດຮົ້ວແລວທາງຣົຖໄຟ, ລັກອຸປກອນໃນການກໍ່ສ້າງຕ່າງໆຫຼາຍຢ່າງ ຂອງເສັ້ນທາງຣົຖໄຟລາວ-ຈີນ ທັງໝົດ 37 ເຣື່ອງ.
ສ່ວນໃຫຍ່ ຜູ້ກະທໍາຜິດ ແມ່ນເປັນກຸ່ມຄົນທີ່ເສບຢາເສບຕິດ ທີ່ບໍ່ມີເງິນ ແລ້ວກໍໄປຊອກລັກງັດແງະ ລັກຊັບສິນຂອງຄົນອື່ນ ເຮັດໃຫ້ເກີດຄວາມເສັຍຫາຍ ເຊິ່ງກໍມີທັງຈັບຜູ້ກະທໍາຜິດໄດ້ ແລະຈັບບໍ່ໄດ້ ແຕ່ປັດຈຸບັນນີ້ ເຈົ້າໜ້າທີ່ກໍມີມາຕກາປ້ອງກັນຢ່າງເຂັ້ມງວດ ໂດຍມີເຈົ້າໜ້າທີ່ ເວນຍາມປ້ອງກັນໃນແຕ່ລະຈຸດຢູ່ ເພື່ອຄວາມປອດພັຍ ໃນການຂົນສົ່ງເສັ້ນທາງຣົຖໄຟລາວ-ຈີນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງດ້ານຣົຖໄຟລາວ-ຈີນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນວັນທີ່ 2 ມິນາ ນີ້ວ່າ:
“ປົກກະຕິມັນມີຢູ່ແລ້ວ ເຈົ້າໜ້າທີ່ເຮົາປ້ອງກັນເວນຍາມຫັ້ນນ່່າ ມີແຕ່ລະຈຸດເໝິດ ທັງຮັບປະກັນແກ່ຜູ້ໂດຍສານແດ່ ເພື່ອປ້ອງກັນເວນຍາມໄວ້ ບໍ່ໃຫ້ຄົນມາ ຂີ້ລັກງັດອຸປກອນຕ່າງໆຫັ້ນນ່າ ພວກເສບຢາເສບຕິດນີ້ນ່າ ແລ້ວກະໄປຊອກອຸປະກອນ ລະເຂົາໄປຂາຍ ພໍໄດ້ກຸ້ມຢາຫັ້ນນ່າ ຜູ້ໃດໄປກໍກວນຄວາມວຸ້ນວາຍນ່າ ໄປຊອກລັກອຸປະກອນ ເຈົ້າໜ້າທີ່ກໍຈະຕ້ອງໄດ້ຈັບ ຕ້ອງດໍາເນີນຕາມຄະດີ ຕາມລະບຽບ.”
ການກໍ່ອາຊຍາກັມ ໃນເສັ້ນທາງຣົຖໄຟລາວ-ຈີີນ ມີຢູ່ຢ່າງຕໍ່ເນື່ອງ ເປັນຕົ້ນ ເມື່ອວັນທີ່ 6 ທັນວາ ປີ 2021 ທີ່ຜ່ານມາ ໄດ້ມີຄົນຮ້າຍ 4 ຄົນ ລັກຕັດສາຍໄຟ ຢູ່ເຂດບ້ານໜອງບົວ ຫ່າງຈາກສະຖານີ ໂພນໂຮງ ຫາເມືອງຫິນເຫີບ ແຂວງວຽງຈັນ ປະມານ 4 ກິໂລແມັດ ເຮັດໃຫ້ຣົຖໄຟທີ່ຈະແລ່ນໄປແຂວງຫຼວງພຣະບາງ ຕ້ອງຢຸດພັກ ຢູ່ສະຖານີວັງວຽງ ເພື່ອລໍຖ້າສ້ອມແປງ ເປັນເວລາ 54 ນາທີ ເຊິ່ງເຈົ້າໜ້າທີ່ ກໍສາມາດຈັບໂຕຜູ້ກໍ່ເຫດມາລົງໂທດໄດ້.
ນອກຈາກນີ້ ເມື່ອວັນທີ່ 11 ທັນວາ 2021 ເຈົ້າໜ້າທີ່ປ້ອງກັນ ຢູ່ຈຸດບ້ານຜິກນ້ອຍ ນະຄອນຫຼວງພຣະບາງ ກໍຈັບຄົນຮ້າຍໄດ້ 6 ຄົນ ທີ່ກໍາລັງຈະລັກຕັດເຫຼັກ ຕັດສາຍໄຟ ຫຼືເຄື່ອງອຸປະກອນກໍ່ສ້າງເສັ້ນທາງຣົຖໄຟລາວ-ຈີນ ໄປຂາຍ ເຈົ້າໜ້າທີ່ກໍຈັບໂຕໄປດໍາເນີນຄະດີຕາມກົດໝາຍໄດ້.
ພ້ອມດຽວກັນນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ດ້ານຣົຖໄຟລາວ-ຈີນ ອີກທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກໍກ່າວວ່າ ປັດຈຸບັນນີ້ ກໍມີຄວາມສ່ຽງ ທີ່ຈະມີຄົນຂີ້ລັກ ໄປຊອກລັກງັດແງະຢູ່ ແຕ່ທາງການກໍມາຕການປ້ອງກັນຢ່າງໜາແໜ້ນ ໃນແຕ່ລະຈຸດ ເພື່ອປ້ອງກັນຄວາມປອດພັຍຂອງຜູ້ໂດຍສານ.
ດັ່ງທ່ານກ່າວວ່າ:
“ການເລັດລອດ ຂອງກຸ່ມຄົນບໍ່ດີນີ້ ມັນກໍປາດສະຈາກບໍ່ໄດ້ຄວາມສ່ຽງນີ້ເນາະ ແຕ່ວ່າອີງໃສ່ລະບຽບ ການປ້ອງກັນນີ້ ພວກເຮົາກະແໜ້ນໜາພໍສົມຄວນເນາະ ນອກຈາກເຈົ້າໜ້າທີ່ຮັບຜິດຊອບ ຄວາມປອດພັຍໃນອາຄານສະຖານທີ່ ຕໍາຣວດຣົຖໄຟ ພວກເຮົາຍັງມີກໍາລັງ ຂອງປ້ອງກັນປະເທດ ປະຈໍາຢູ່ແຕ່ລະຈຸດອຸໂມງ ຕາມສາຍທາງຣົຖໄຟພວກເຮົາກໍມີ.”
ອີງຕາມດໍາຣັດ ຂອງປະທານປະເທດລາວ ກ່ຽວກັບປະມວນກົດໝາຍອາຍາ ມາຕຣາ 156 ການກະທໍາ ທີ່ເປັນອັນຕລາຍຕໍ່ຄວາມປອດພັຍຂອງເຮືອ, ກໍ່າປັ່ນ, ຣົຖໄຟ, ສນາມບິນ, ທ່າກໍ່າປັ່ນ, ສະຖານີຣົຖໄຟ ຫຼື ສະຖານີຣົຖ ບຸກຄົນໃດ ຫາກມີການກະທໍາທີ່ເປັນການລະເມີດລະບຽບ ແລະເປັນອັນຕລາຍຕໍ່ຄວາມປອດພັຍຂອງເຮືອ, ກໍ່າປັ່ນ, ຣົຖໄຟ, ສນາມບິນ, ທ່າກໍ່າປັ່ນ, ສະຖານີຣົຖໄຟ ຫຼື ສະຖານີຣົຖ ເຊິ່ງໄດ້ສ້າງຄວາມເສັຍຫາຍ ຈະຖືກລົງໂທດຕັດອິສຣະພາບ ແຕ່ 5 ປີ ຫາ 10 ປີ ແລະຈະຖືກປັບໃໝ ແຕ່ 5 ລ້ານກີບ ຫາ 20 ລ້ານກີບ.
ໃນກໍຣະນີ ທີ່ການກະທໍາຜິດນັ້ນ ຫາກໄດ້ສ້າງຄວາມເສັຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິສຣະພາບ ແຕ່ 10 ປີ ຫາ 20 ປີ ແລະຖືກປັບໃໝ ແຕ່ 15 ລ້ານກີບ ຫາ 50 ລ້ານກີບ ຫຼືຈະຖືກລົງໂທດ ຕັດອິສຣະພາບຕລອດຊີວິດ ແລະຈະຖືກປັບໃໝ ແຕ່ 50 ລ້ານກີບ ຫາ 150 ລ້ານກີບ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ຫຼາຍຄົນ ທີ່ໃຊ້ບໍຣິການຣົຖໄຟລາວ-ຈີນ ເວົ້າເຖິງດ້ານຄວາມປອດພັຍ ຂອງຣົຖໄຟລາວ-ຈີນ ວ່າ ໂດຍຮວມແລ້ວ ກໍຖືວ່າມີຄວາມປອດພັຍ ໃນການໄປໃຊ້ບໍຣິການເປັນປົກກະຕິ ແຕ່ການບໍຣິການດ້ານການຂາຍປີ້ແລະຫ້ອງນໍ້າ ທາງການຕ້ອງປັບປຸງໃຫ້ດີກວ່ານີ້ ໂດຍສະເພາະການຊື້ປີ້ ກໍຍັງມີຄວາມຫຍຸ້ງຍາກ ຍ້ອນບໍ່ມີລະບົບອອນລາຍນ໌ ເຮັດໃຫ້ຜູ້ທີ່ໄປໃຊ້ບໍຣິການ ຕໍ່ຄິວລໍຖ້າຊື້ປີ້ດົນເຖິງ 1-3 ຊົ່ວໂມງ ແລະຫ້ອງນໍ້າ ກໍບໍ່ຄ່ອຍສະອາດນໍາດ້ວຍ.
ດັ່ງຜູ້ໃຊ້ບໍຣິການຣົຖໄຟລາວ-ຈີນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
“ຣົຖໄຟກະໂອເຄຢູ່ເນາະ ພະນັກງານດີ ມີຄວາມປອດພັຍເນາະ ແຕ່ວ່າ ເວົ້າເຣື່ອງການບໍຣິການ ຍັງຫຍຸ້ງຍາກຢູ່ເນາະ ເວົ້າເຣື່ອງການຊື້ປີ້ເບາະ ມັນບໍ່ອອນລາຍນ໌ເນາະ ມັນຕ້ອງໄປຊື້ຢູ່ແຖວໜ້າງານຫັ້ນນ່າ ເຮົາຕ້ອງໄປເຂົ້າຄິວ ກະຢືນເປັນຊົ່ວໂມງ 2 ຊົ່ວໂມງ 3 ຊົ່ວໂມງກະມີ ເວົ້າເຣື່ອງອັນຫ້ອງນໍ້າມັນເປື້ອນ ຖັງຂີ້ເຫຍື້ອກະເປື້ອນເນາະ ມັນກະຍັງບໍ່ທັນໄດ້.”
ຂະນະດຽວກັນ ຜູ້ໃຊ້ບໍຣິການຣົຖໄຟລາວ-ຈີນ ອີກທ່ານນຶ່ງ ກໍກ່າວວ່າ ໂດຍຮວມແລ້ວ ດ້ານຄວາມປອດພັຍກໍຖືວ່າດີ ແຕ່ຍັງພົບບັນຫາຫຍຸ້ງຍາກໃນເຣື່ອງການຊື້ປີ້ ເພາະຕ້ອງໄປລໍຖ້າຕໍ່ຄິວດົນ ບາງເທື່ອຕ້ອງໄປຊື້ໄວ້ລ່ວງໜ້າ 1-2 ມື້ ກ່ອນຈະເດີນທາງ ຍ້ອນຍັງບໍ່ມີລະບົບອອນລາຍນ໌.
“ຜ່ານມາຫັ້ນ ມັນກະຈອງປີ້ກັນຍາກນ່າ ມັນເຕັມທຸກມື້ນ່າ ຊິໄປມື້ນີ້ ຈະໄປຊື້ມື້ນີ້ບໍ່ໄດ້ ຊິໄປມື້ອື່ນຕ້ອງຊື້ມື້ນີ້ໄວ້ຊິນ່າ ເຂົາເຈົ້າບໍ່ມີຂາຍໃນອອນລາຍນ໌ ບໍ່ມີເທື່ອ ການບໍຣິການແມ່ນຫຍັງກະດີຢູ່.”
ຄົນທີ່ໃຊ້ບໍຣິການຣົຖໄຟລາວ-ຈີນ ສ່ວນຫຼາຍ ກໍຢາກໃຫ້ທາງການ ປັບປຸງເຣື່ອງການຊື້ປີ້ ໃນການເດີນທາງໃຫ້ດີຂຶ້ນ ຢາກໃຫ້ມີການຂາຍປີ້ທາງອອນລາຍນ໌ ເພື່ອຈະໄດ້ສະດວກ ແລະບໍ່ຕ້ອງໄປຕໍ່ຄິວລໍຖ້າດົນຫຼາຍຊົ່ວໂມງ.
ສໍາລັບການກໍອາຊຍາກັມ ທັງໝົດ 37 ເຣື່ອງດັ່ງກ່າວນີ້ ໃນນັ້ນ ແມ່ນຖືກລັກຕັດສາຍໄຟໝໍ້ແຈກໄຟຟ້າຕາມແລວທາງຣົຖໄຟ 12 ເຣື່ອງ ເຈົ້າໜ້າທີ່ແກ້ໄຂໄດ້ 5 ເຣື່ອງ, ລັກຕັດຮົ້ວແລວທາງຣົຖໄຟ 4 ເຣື່ອງ, ລັກຕັດສາຍສັນຍານການເດີນຣົຖໄຟ 2 ເຣື່ອງ, ລັກໝໍ້ແຈກໄຟຟ້າຢູ່ອຸໂມງ 2 ເຣື່ອງ, ທຸບທໍ່ອັດສາຍໄຟ 3 ເຣື່ອງ ເຈົ້າໜ້າທີ່ຍັງຈັບຜູ້ກໍ່ເຫດບໍ່ທັນໄດ້, ລັກເຄື່ອງກໍ່ສ້າງບໍຣິສັດ 10 ເຣື່ອງ ເຈົ້າໜ້າທີ່ແກ້ໄຂໄດ້ 3 ເຣື່ອງ, ຣົຖໄຟຕໍາສັດທີ່ແລ່ນເຂົ້າມາທາງຣົຖໄຟ 3 ຄັ້ງ, ຄົນນອນຢູ່ຣາງຣົຖໄຟ 1 ເຣື່ອງ ແລະຣົຖຈັກເສັຍ ຢູ່ສະຖານີເມືອງໄຊ ແຂວງອຸດົມໄຊ 1 ຄັນ ເຈົ້າໜ້າທີ່ຍັງບໍ່ຈັບໂຕຄົນຮ້າຍບໍ່ໄດ້ທັນໄດ້.