ທາງການລາວ ຖອນສິດນຳໃຊ້ ທີ່ດິນ 2 ຟາກເສັ້ນທາງ 450 ປີ
2022.02.28

ສໍາລັບປະຊາຊົນ ທີ່ມີທີ່ດິນ ໃນເຂດສງວນທີ່ດິນສອງຟາກ ຢູ່ເສັ້ນທາງ 450 ປີ ໃນປັດຈຸບັນນີ້ ຈະບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນໃນເຂດດັ່ງກ່າວນີ້ໄດ້ແລ້ວ ຍ້ອນທີ່ຜ່ານມາ ຫ້ອງວ່າການ ນະຄອນຫຼວງວຽງຈັນ ກໍໄດ້ມີແຈ້ງການ ເຣື່ອງການຖອນສິດນໍາໃຊ້ ແລະການຂາຍສິດນໍາໃຊ້ທີ່ດິນ ໃນເຂດສງວນຂອງສອງຟາກທາງ ເສັ້ນທາງ 450 ປີ ລົງວັນທີ່ 14 ພຶສຈິກາ 2021 ຜູ້ໃດຊື້-ຂາຍ ເຮັດສັນຍາກັນເອງ ກໍຖືວ່າຜິດກົດໝາຍ ເນື່ອງຈາກດິນເຂດດັ່ງກ່າວ ເປັນຂອງຣັຖບານທັງໝົດ.
ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 28 ກຸມພາ ນີ້ວ່າ:
“ຕອນດິນ ທີ່ຢູ່ໃນເຂດສງວນ 2 ຟາກຖນົນ ເບື້ອງລະ 50 ແມັດ ຖອນສິດ ມາເປັນຂອງຣັຖໝົດແລ້ວ ໝາຍຄວາມວ່າ ຖອນອອກມາຈາກເຈົ້າຂອງ ບໍ່ມີສິດການຊື້ ການຂາຍແລ້ວ ຫ້າມຊື້ຫ້າມຂາຍ ຫ້າມຈໍານອງເດ້ ຄັດຜູ້ໃດເຊັນ ກະແມ່ນລະເມີດຕໍ່ລະບຽບກົດໝາຍ ກະຖືວ່າ ດໍາເນີນການຕາມຄະດີ ຕາມກົດໝາຍຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສໍາລັບເຣື່ອງຄ່າຊົດເຊີຽດິນດັ່ງກ່າວ ກໍຍັງມີຢູ່ຈໍານວນນຶ່ງ ທີ່ຍັງບໍ່ໄດ້ມາຮັບເອົາຄ່າຊົດເຊີຽ ເຊິ່ງບໍ່ສາມາດເປີດເຜີຍໂຕເລຂໄດ້ ແລະທີ່ຜ່ານມາທາງການ ກໍເຄີຍໄດ້ແຈ້ງການອອກໄປ ຕັ້ງແຕ່ປີ 2008 ແລ້ວ ເພື່ອໃຫ້ປະຊາຊົນ ທີ່ມີດິນໃນເຂດດັ່ງກ່າວ ໄປຮັບເອົາຄ່າຊົດເຊີຽ ເຊິ່ງມາຮອດປັດຈະບັນ ກໍຖືວ່າ ເປັນເວລາ 10 ປາຍປີ ແລະຕາມກົດໝາຍແລ້ວ ຜູ້ໃດທີ່ບໍ່ໄປຮັບເອົາຄ່າຊົດເຊີຽ ກໍຖືວ່າໝົດສິດ ແຕ່ໃນປັດຈຸບັນນີ້ ທາງການຈະພິຈາຣະນາ ໃຫ້ອີກເທື່ອນຶ່ງ ໂດຍໃຫ້ເຈົ້າຂອງດິນ ເອົາໃບຕາດິນມາແຈ້ງຍັງໜ່ວຍງານກອງເລຂາ ຂອງຫ້ອງການສນາມ 450 ປີ ເຈົ້າໜ້າທີ່ຈະເບິ່ງເອກະສານຄືນໃໝ່ ແລະພິຈາຣະນາຕາມສົມຄວນ:
“ຄ່າຊົດເຊີຽ ມາພົວພັນເບິ່ງ ຈະເກີດເບິ່ງເອກະສານຫັ້ນນ່າ ບໍ່ແມ່ນວ່າບໍ່ໄດ້ ກະໄດ້ ແຕ່ຕ້ອງມາກວດເບິ່ງເອກະສານ ຢັ້ງຢືນເບິ່ງ ວ່າແມ່ນໂຕໃດ ພວກເຮົາກໍມີຂໍ້ມູນໝົດເດ້ ເພິ່ນກໍແຈ້ງໃຫ້ມາຮັບເອົາຄ່າຊົດເຊີຽ ແຕ່ດົນແລ້ວເດ້ ແຈ້ງການໜັງສືພິມ ເພິ່ນປະຊຸມໂອ້ຫຼາຍເທື່ອ ຈົນຮອດ 13 ປີແລ້ວນ່າ ຄັນຕາມແຈ້ງການ 617 ຫັ້ນ ບໍ່ມາຮັບນັ້ນ ກະຖືວ່າສະລະສິດ.”
ດິນໃນສອງຟາກ ເສັ້ນທາງ 450 ປີ ມີເນື້ອທີ່ທັງໝົດ 1 ລ້ານປາຍຕາແມັດ ໃນທະນາຄານ ຢູ່ການຄຸ້ມຄອງຂອງຣັຖບານ 2 ແສນປາຍຕາແມັດ ຣັຖບານຕ້ອງການທີ່ດິນບ່ອນນີ້ຄືນຈາກປະຊາຊົນກໍຍ້ອນວ່າ ຕ້ອງການເງິນໄປແກ້ໄຂໜີ້ສິນ ໂຄງການກໍ່ສ້າງເສັ້ນທາງ ວຽງຈັນ 450 ປີ ແລະໃນທະນາຄານແຫ່ງ ສປປ.ລາວ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານໃນເຂດດັ່ງກ່າວ ກໍກ່າວວ່າ ທີ່ຜ່ານມາ ປະຊາຊົນຫຼາຍຄົນ ທີ່ມີດິນໃນພື້ນທີ່ສອງຟາກທາງ ເສັ້ນທາງ 450 ປີ ດັ່ງກ່າວ ສ່ວນໃຫຍ່ກໍບໍ່ພໍໃຈກັບຄ່າຊົດເຊີຽ ຍ້ອນຄ່າຊົດເຊີຽໜ້ອຍເກີນໄປ ຈຶ່ງຍັງເຮັດໃຫ້ຄົນຈໍານວນນຶ່ງ ບໍ່ໄປຮັບເອົາຄ່າຊົດເຊີຽກໍມີ ແຕ່ຖ້າຫາກຣັຖບານເອົາດິນໄປເປັນຂອງຕົນເອງແລ້ວ ເຊື່ອວ່າຫຼາຍຄົນ ທີ່ຍັງບໍ່ໄປເອົາຄ່າຊົດເຊີຽ ກໍຕ້ອງຍອມເຂົ້າໄປພົວພັນເພື່ອຮັບຄ່າຊົດເຊີຽ ເພາະບໍ່ສາມາດເຮັດຫຍັງກັບດິນຕອນນີ້ໄດ້ແລ້ວ.
ດັ່ງຊາວບ້ານ ທ່ານດັ່ງກ່າວນີ້ ກ່າວວ່າ:
“ບາງຄົນເຂົາບໍ່ພໍໃຈເດ້ ແມັດນຶ່ງ 300-500 ບາດ ເຂົາຂາຍເປັນ 1,000-2,000 ທາງຣັຖເຂົາໃຫ້ລາຄາຊໍ່ານັ້ນເນາະ ເອີ່ຈໍາເປັນ ກະຊິໄດ້ເອົາຫັ້ນແຫຼະ ຍາມເຂົາເຮັດມາ ເຂົາກະບຸກເບີກມາໂລດເດ້.”
ແລະຊາວບ້ານໃນເຂດດັ່ງກ່າວ ອີກຜູ້ນຶ່ງກໍກ່າວວ່າ ທີ່ຜ່ານມາ ກໍມີຢູ່ຊາວບ້ານຈໍານວນນຶ່ງ ທີ່ບໍ່ໄປຮັບຄ່າຊົດເຊີຽດິນເຂດດັ່ງກ່າວ ແຕ່ປັດຈຸບັນຄາດວ່າ ໜ້າຈະໄປຮັບຄ່າຊົດເຊີຽກັນແລ້ວ ຍ້ອນວ່າ ດິນເປັນຂອງຣັຖບານແລ້ວ ກໍບໍ່ສາມາດເຮັດຫຍັງໄດ້:
“ແຕ່ກິ້ມີຢູ່ ມັນບໍ່ຫຼາຍນະ ດຽວນີ້ບໍ່ແມ່ນເຂົາເຄັຍກັນແລ້ວໝົດແລ້ວບໍ ເຂົາຈະຖອນສິດ ເພາະເຂົາປະກາດແຕ່ດົນລະເດ້ ເຂົາຈະຫັນຊັບເປັນທຶນ.”
ເມື່ອປີ 2010 ຣັຖບານລາວ ໄດ້ສ້າງເສັ້ນທາງເສັ້ນນີ້ ໂດຍໄປກວມເອົາດິນຂອງປະຊາຊົນທັງໝົດ 387 ຄົນ ແລະແຈ້ງໃຫ້ໄປຮັບເອົາຄ່າຊົດເຊີຽ ແຕ່ເຈົ້າຂອງດິນເກືອບເຄິ່ງນຶ່ງ ບໍ່ຍອມໄປຮັບເອົາ ຍ້ອນເຫັນວ່າຄ່າຊົດເຊີຽໜ້ອຍເກີນໄປ.
ໃນປີ 2020 ຣັຖບານກໍໄດ້ມອບໂອນ ສິດນໍາໃຊ້ທີ່ດິນ ໃນເຂດສງວນ 2 ຟາກທາງ ຂອງເສັ້ນທາງ 450 ປີ ໃຫ້ແກ່ບໍຣິສັດ ກຸ່ມດວງຈະເລີນ ພັທນາກໍ່ສ້າງ ເພື່ອເປັນການຊໍາລະໜີ້ ໃຫ້ແກ່ທະນາຄານແຫ່ງສປປ.ລາວ ແລ້ວ.
ເຊິ່ງໃນປີ 2008 ຣັຖບານກໍໄດ້ອອກຂໍ້ຕົກລົງ ແລະແຈ້ງການຂອງຣັຖບານຫຼາຍສບັບ ໂດຍມອບໃຫ້ ນະຄອນຫຼວງວຽງຈັນເປັນເຈົ້າຂອງໂຄງການກໍ່ສ້າງເສັ້ນທາງ 450 ປີ ທີ່ມີຄວາມຍາວ 20.3 ກິໂລແມັດ ເສັ້ນທາງເສັ້ນນີ້ ເປັນທາງເບຕົງເສີມເຫຼັກ, ກວ້າງ 18 ແມັດ, ເປັນທາງ 4 ຊ່ອງທາງຣົດແລ່ນ, ມູນຄ່າການກໍ່ສ້າງ ປະມານ 80 ລ້ານໂດລາ ສະຫະຣັຖ, ບໍຣິສັດ ສະຫະກໍ່ສ້າງຄົບວົງຈອນຈໍາກັດ ເປັນຜູ້ກໍ່ສ້າງເມື່ອປີ 2012 ເຊິ່ງແຫຼ່ງທຶນຊໍາລະ ມູນຄ່າການກໍ່ສ້າງເສັ້ນທາງ ຣັຖບານກໍຄື ນະຄອນຫຼວງວຽງຈັນ ໄດ້ກໍານົດເອົາດິນ ໃນເຂດສງວນ 2 ຟາກທາງ ເບື້ອງລະ 50 ແມັດ ເພື່ອເປັນທຶນ ຊໍາລະເງິນກູ້ ແກ່ທະນາຄານແຫ່ງ ສປປ.ລາວ.
ແຕ່ຈາກຜົລການຈັດຕັ້ງ ການຫັນທີ່ດິນເປັນທຶນ ໃນໄລຍະຜ່ານມາ ທັງທະນາຄານແຫ່ງ ສປປ.ລາວ ແລະນະຄອນຫຼວງວຽງຈັນ ທີ່ໄດ້ຂາຍທີ່ດິນດັ່ງກ່າວ ມາໄດ້ເປັນໄລຍະເວລາ 10 ປີ ແຕ່ຂາຍໄດ້ພຽງແຕ່ 20% ແຕ່ສ່ວນທີ່ຍັງເຫຼືອ ແມ່ນຂາຍບໍ່ທັນໄດ້ ໂດຍເນື່ອງຈາກລາຄາສູງກວ່າທ້ອງຕລາດໃນປັດຈຸບັນ ເຮັດໃຫ້ບໍ່ມີຄົນສາມາດເຂົ້າມາຊື້ດິນດັ່ງກ່າວໄດ້ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ອົງການນະຄອນຫຼວງວຽງຈັນ ຄ້າງຊໍາລະກັບທະນາຄານ ແຫ່ງສປປ.ລາວ ໃນໄລຍະທີ່ຜ່ານມາ.
ສະນັ້ນ ເພື່ອເປັນການແກ້ໄຂໜີ້ສິນ ບ້ວງທີ່ຍັງເຫຼືອໃຫ້ສໍາເຣັດ ລະຫວ່າງນະຄອນຫຼວງວຽງຈັນ ກັບທະນາຄານແຫ່ງສປປ.ລາວ ຈະໃຫ້ບໍຣິສັດ ກຸ່ມດວງຈະເລີນ ເປັນຜູ້ຊໍາລະຕົ້ນທຶນ ແລະດອກເບັ້ຍໃຫ້ທະນາຄານ ແຫ່ງສປປ.ລາວ ຕາມສັນຍາທີ່ກໍານົດໄວ້ ໂດຍອົງການປົກຄອງນະຄອນຫຼວງວຽງຈັນ ແລະທະນາຄານແຫ່ງ ສປປ.ລາວ ຈຶ່ງມອບ-ໂອນ ສິດນໍາໃຊ້ທີ່ດິນ ໃນເຂດສງວນ 2 ເບື້ອງ ຂອງເສັ້ນທາງ 450 ປີ ໃຫ້ບໍຣິສັດ ກຸ່ມດວງຈະເລີນ ພັທນາກໍ່ສ້າງ ເພື່ອໃຫ້ພັທນາເຂດດັ່ງກ່າວ ໃຫ້ເປັນທີ່ໜ້າສົນໃຈຂອງຜູ້ທີ່ມາຊື້ດິນ ໃນຊ່ວງໄລຍະເວລາ 5 ປີ ຕໍ່ໜ້າ ເພື່ອເປັນທຶນຊໍາລະໃຫ້ທະນາຄານ ແຫ່ງສປປ.ລາວ ໃຫ້ສໍາເຣັດ ໂດຍບໍ່ໄດ້ໃຊ້ງົບປະມານຂອງຣັຖ.