ເຣື້ອງທີ່ເກັບບັນທຶກໄວ້
2023-10-31
ມີການເຜີຍແຜ່ຄຣິບວິດີໂອ ຊາວບ້ານ ໃນເຂດເມືອງວຽງພູຄາ ແຂວງຫຼວງນໍ້າທາ ເຊິ່ງເປັນບ້ານເຈົ້າພາບ ທີ່ຈັດງານບຸນຊ່ວງເຮືອ ປະເພນີ ປະຈຳປີ 2023 ໄດ້ຂົນຖົງຢາງຂີ້ເຫຍື້ອ ຈຳນວນຫຼາຍຖົງ ຖິ້ມລົງໃສ່ລຳນໍ້າທີ່ທ່ານໍ້າບ້ານວຽງໃໝ່ ເຊິ່ງເປັນອັນຕະຣາຍຕໍ່ສິ່ງແວດລ້ອມ.
2023-10-31
ອີງຕາມ ສູນສະຖິຕິແຫ່ງຊາຕ ຣາຍງານສະພາບສິນຄ້າ ແລະການບໍຣິການ ໃນເດືອນຕຸລານີ້ ອັດຕຣາເງິນເຟີ້ ໃນເດືອນຕຸລາ 2023 ຍັງຢູ່ໃນລະດັບສູງ ແລະຊາວລາວຫຼາຍຄົນ ກໍຮູ້ສຶກສິ້ນຫວັງກັບຣັຖບານລາວ ຍ້ອນສິນຄ້າຕ່າງໆຍັງມີທ່າອ່ຽງເພີ່ມຂຶ້ນ.
2023-10-31
ສະພາແຫ່ງຊາຕ ເປີດກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ຢ່າງເປັນທາງການ ເພື່ອພິຈາຣະນາຮັບຮອງເອົາ ການສ້າງ-ປັບປຸງກົດໝາຍ, ແນວທາງໃນການແກ້ໄຂ ບັນຫາສຳຄັນຕ່າງໆ ອີກຫຼາຍຢ່າງ ລວມທັງໝົດ 18 ສະບັບ ສ່ວນປະຊາຊົນ ຢາກໃຫ້ຣັຖບານແກ້ໄຂ ເຣື່ອງປາກທ້ອງ.
2023-10-31
ນາຍົກຣັຖມົນຕຣີລາວ ໄດ້ພົບພໍ້ກັບ ນາຍົກຣັຖມົນຕຣີໄທຍ ພ້ອມດ້ວຍຄະນະ ຢູ່ສໍານັກງານນາຍົກຣັຖມົນຕຣີ ໃນນະຄອນຫຼວງວຽງຈັນ ເຊິ່ງພາຍຫຼັງ ທີ່ໄດ້ສໍາເຣັດການພົບພໍ້ກັນ ແລະຫາລື ໃນດ້ານຕ່າງໆ ທັງ 2 ນາຍົກຣັຖມົນຕຣີລາວ-ໄທຍ ກໍໄດ້ຮ່ວມກັນລົງນາມເອກກະສານຫຼາຍດ້ານ.
2023-10-30
ມີການລົງມະຕິ ທີ່ສຳຄັນ ໃນວັນທີ 27 ຕຸລາ ທີ່ຜ່ານມາ ໂດຍສປ ປລາວ ສນັບສນູນ ມະຕິກອງປະຊຸມ ສະມັດຊາໃຫຍ່ ຂອງອົງການ ສະຫະປະຊາຊາຕ ທີ່ຮຽກຮ້ອງໃຫ້ ມີການຢຸດຍິງ ລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ.
2023-10-30
ການດໍາເນີນການ ໂຄງການເຂື່ອນໄຟຟ້າ ພະລັງນໍ້າໄຊຍະບູຣີ ເຊິ່ງທາງການລາວ ຢັ້ງຢືນວ່າ ມີມາຕຖານສູງ ແລະຈະບໍ່ເກີດບັນຫາເຂື່ອນແຕກຢ່າງແນ່ນອນ ພາຍຫຼັງຊາວບ້ານ ທີ່ອາໄສ ຢູ່ຕາມແຄມແມ່ນໍ້າຂອງທາງຝັ່ງໄທຍ ສະແດງຄວາມກັງວົນ.
2023-10-30
ທ່ານ ເສດຖາ ທະວີສິນ ນາຍົກຣັຖມົນຕຣີ ຂອງໄທຍ ພ້ອມຄະນະໄດ້ເດີນທາງ ມາຢ້ຽມຢາມ ສປປ ລາວ ແລະ ໄດ້ພົບປະກັບ ນາຍົກຣັຖມົນຕຣີລາວ ເພື່ອຫາລືກັນ ໃນຫຼາຍດ້ານ ລວມທັງເຂົ້າພົບປະ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາ ແຫ່ງຊາຕ.
2023-10-30
ເຈົ້າໜ້າທີ່ຕໍາຣວດ ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເຮັດບົດບັນທຶກ ສຶກສາອົບຮົມ ແລະປັບໃໝ ນາງ ຍິງເພີຍ ແຊ່ຈ່າວ ອາຍຸ 23 ປີ ຍ້ອນວ່າ ໄດ້ ຖ່າຍຮູບຕໍາຣວດ ໃນລະຫວ່າງປະຕິບັດໜ້າທີ່ ແລະໂພສຂໍ້ຄວາມ ຜ່ານສື່ສັງຄົມອ໋ອນລາຍນ໌ ເຮັດໃຫ້ເຈົ້າໜ້າທີ່ ເສື່ອມເສັຍຊື່ສຽງ.
2023-10-30
ເຂື່ອນໄຟຟ້ານໍ້າຮຸ່ງ 1 ທີ່ມີກໍາລັງຕິດຕັ້ງຂນາດ 15 ເມກະວັດຕັ້ງ ຢູ່ເຂດບ້ານຫ້ວຍແກ້ງ ແລະ ບ້ານປາກຮຸ່ງ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ ໃນວັນທີ 28 ຕຸລາ 2023 ນີ້ ຫຼັງຈາກໄດ້ມີການທົດລອງ ຜລິດໄຟຟ້າ ມາຕັ້ງແຕ່ເດືອນພຶສພາ 2023 ຜ່ານມາ.
2023-10-29
ທະຫານພະມ້າ ໄດ້ສັງຫານແມ່ຍິງໄປແລ້ວ 56 ຄົນ ນັບແຕ່ເດືອນກໍຣະກະດາ ຫາ ເດືອນກັນຍາ.
2023-10-28
ໃນລາຍການ ເມືອງລາວ ປະຈໍາສັບປະດາ EP-18 ວິທຍຸເອເຊັຽເສຣີ ໄດ້ສໍາພາດ ສາດສະດາຈານ ຈາກ ມະຫາວິທະຍາໄລ ວິສຄອນຊິນ ເມດິສັນ ສະຫະລັດ ອາເມລິກາ ທີ່ສຶກສາວິໄຈ ເລື່ອງຜີປອບຢູ່ລາວ ເປັນການງົມງວາຍ ຫຼື ມີຜີປອບແທ້.
2023-10-28
ສະແດງ ຟ້ອນນາຕສິລ, ດົນຕຣີລາວເດີມ ຂອງບັນດານັກຮຽນ ມູລນິທິ ມໍຣະດົກລາວ ໃນຄ່ຳຄືນ ວັນທີ 14 ຕຸລາ ທີ່ຣັຖ ເວີຈີເນັຽ, ສະຫະຣັຖ ອາເມຣິກາ.
2023-10-27
ສາຍການບິນ ອູຣານ ຂອງ ຣັສເຊັຽ (Ural Airline) ຈະເປີດຖ້ຽວບິນມາ ນະຄອນຫຼວງວຽງຈັນ ອີກຄັ້ງໃນວັນທີ 29 ຕຸລາ 2023 ໂດຍຈະມີຖ້ຽວບິນ ສັປດາລະຄັ້ງ ໂດຍອອກຈາກເມືອງ ວະລາດີວອສຕັອກ.
2023-10-27
ຊາວລາວໃນຫຼາຍແຂວງ ເຣີ່ມງັນບຸນຊ່ວງເຮືອ ຫຼື ບຸນອອກພັນສາແລ້ວ ລະຫວ່າງ ວັນທີ 25 -30 ຕຸລາ 2023 ນີ້ ເຊິ່ງແຕ່ລະແຂວງ ກໍຈະມີການງັນບຸນ ແຕກຕ່າງການໄປ ຂຶ້ນກັບປະເພນີ, ວັທນະທັມ ຂອງແຕ່ລະພື້ນທີ່ ແລະມີຄຳເຕືອນ ຈາກເຈົ້າໜ້າທີ່ ເຖິງຜູ້ທີ່ທ່ຽວງານ ໃຫ້ລະວັງ ຊັບສິນສ່ວນໂຕ ຖຶກລັກ.
2023-10-27
ຊາວສວນສາລີ ຕ້ອງຂາຍຜົລຜລິດ ໃຫ້ຜູ້ປະກອບການ ທີ່ເກັບຊື້ຢູ່ແຂວງ ໃນລາຄາ 2,600-2,700 ກີບຕໍ່ກິໂລ ເຊິ່ງເປັນລາຄາທີ່ຕ່ຳ ເມື່ອທຽບໃສ່ຕົ້ນທຶນການຜລິດ ໃນປັດຈຸບັນນີ້ ດ້ວຍເຫດນີ້ ຊາວສວນ ຈຶ່ງຢາກໃຫ້ພາກຣັຖ ແກ້ໄຂບັນຫາ ລາຄາສາລີ ຕົກຕ່ຳ.