ຊາວສວນສາລີ ຢູ່ໄຊຍະບູຣີ ຮຽກຮ້ອງໃຫ້ພາກຣັຖ ປັບລາຄາຂຶ້ນ

ໄຊຍາ
2023.10.27
ຊາວສວນສາລີ ຢູ່ໄຊຍະບູຣີ ຮຽກຮ້ອງໃຫ້ພາກຣັຖ ປັບລາຄາຂຶ້ນ ສາລີທີ່ເກັບກ່ຽວແລ້ວ ເພື່ອຕຣຽມສົ່ງອອກ.
ນັກຂ່າວ ພົລເມືອງ

ຊາວສວນສາລີ ແຂວງໄຊຍະບູຣີ ຕ້ອງຂາຍໃຫ້ຜູ້ປະກອບການ ທີ່ເກັບຊື້ຢູ່ແຂວງ ໃນລາຄາ 2,600-2,700 ກີບຕໍ່ກິໂລ ເຊິ່ງມັນບໍ່ສົມເຫດສົມຜົລ ຍ້ອນຊາວສວນບໍ່ມີສາງເກັບຜົລຜລິດ ທີ່ໄດ້ຄຸນນະພາບ ແລະບໍ່ມີເຄື່ອງຈັກອົບແຫ້ງ ເພື່ອຢືດອາຍຸໃຫ້ສາລີ ໃຫ້ຢູ່ໄດ້ດົນ ຫຼັງຈາກ ເກັບກ່ຽວຜົລຜລິດແລ້ວ ຈຶ່ງຈຳເປັນຕ້ອງຟ້າວຂາຍ ສາລີອອກໃຫ້ຜູ້ປະກອບການພາຍໃນ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອບໍ່ໃຫ້ຜົລຜລິດຖືກສັດຕຣູພືດ ກັດກິນ.

ຊາວສວນສາລີ ຂອງແຂວງໄຊຍະບູຣີ ຈໍານວນນຶ່ງ ຈຶ່ງສເນີໃຫ້ເຈົ້າໜ້າທີ່ ແຂວງມີມາຕການຄຸ້ມຄອງລາຄາສິນຄ້າ ໂດຍກຳນົດໃຫ້ ສາລີ ຂາຍອອກໃນກິໂລລະ 3,500 ກີບ ເພື່ອໃຫ້ຊາວສວນບໍ່ຂາດທຶນ.

ດັ່ງຊາວສວນ ປູກສາລີ ຢູ່ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ຕຸລາ ນີ້ວ່າ:

“ດຽວນີ້ຢູ່ໄຊຍະເຮົານີ້ກໍມີເນາະ ແຕ່ເປັນສາງເກັບທີ່ວ່າມັນບໍ່ໃຫຍ່ນ່າ ມັນບໍ່ໃຫຍ່ນ່າຕ້ອງໄດ້ຂາຍອອກໄວເດພາະວ່າປະດົນແລ້ວມັນມອດ ຂຶ້ນຫັ້ນນ່າເກັບມາແລ້ວກໍຂາຍ 2-3 ມື້ແລ້ວກໍຂາຍອອກ ເອົາໄວ້ດົນບໍ່ໄດ້ເພາະວ່າ ມັນບໍ່ມີເຄື່ອງອົບແຫ້ງເດ້. ຢາກໃຫ້ຂຶ້ນລາຄາແດ່ຫັ້ນແຫຼະ ມີຫຍັງກໍແພງເດ້ຢ່າງຂີ້ຮ້າຍ 3,500 ກີບຕໍ່ກິໂລ ຂຶ້ນແຫຼະ. ດຽວນີ້ 2,000 ປາຍ, 2,400-2,500 ກີບຕໍ່ກິໂລ. ເອີ ກໍຢາກໃຫ້ທາງການລາວພົວພັນ ຫຼາຍບ່ອນແຫຼະ.”

ຂະນະທີ່ຊາວສວນ ປູກສາລີ ຂອງແຂວງໄຊຍະບູຣີ ອີກທ່ານນຶ່ງກ່າວວ່າ ຊາວສວນປູກສາລີໄດ້ຜົລຜລິດເຕັມເມັດ ເຕັມໜ່ວຍ ເນື່ອງຈາກ ບໍ່ມີໄພທັມມະຊາຕ ແຕ່ປະເຊີນກັບຕົ້ນທຶນ ການຜລິດສູງ 2-3 ເທົ່າ ຈາກແຕ່ກ່ອນ ທັງຄ່າແນວພັນ, ຄ່າປຸຍ, ຄ່ານໍ້າມັນເຊື້ອເພີງ ໃສ່ຣົຖດຸດສວນ, ໄຖສວນ ທີ່ລ້ວນແຕ່ເປັນສິນຄ້ານຳເຂົ້າ ຈາກຕ່າງປະເທດ. ດຽວນີ້ເງິນກີບອ່ອນຄ່າ ເມື່ອລາຄາຂາຍສາລີໃຫ້ຜູ້ປະກອບການ ເກັບຊື້ໃນແຂວງກິໂລລະ 2,600-2,700 ກີບຈຶ່ງບໍ່ກຸ້ມຄ່າກັບຕົ້ນທຶນ ພ້ອມທັງຢືນຢັນວ່າ ພວກເຂົາເຈົ້າເປັນພຽງຜູ້ຜລິດ ບໍ່ສາມາດຮູ້ໄດ້ວ່າໝາກສາລີ ຈະຖືກຂາຍໄປໃສ ຍ້ອນພວກເຂົາເຈົ້າ ເກັບໝາກສາລີຂາຍໃຫ້ຜູ້ປະກອບການ ໃນແຂວງເທົ່ານັ້ນ.

ດັ່ງຍານາງກ່າວ ໃນມື້ດຽວກັນນີ້ວ່າ:

“3,500 ກີບນີ້ຊິເຮັດໄດ້ຢູ່ຄັນວ່າ 2,600-2,700 ກີບນີ້ກໍບໍ່ໄດ້ຫຼາຍນ່າ. ເຮັດກໍຂາດທຶນ ຄ່າອັນແນວພັນສູງຍິ່ງປີນີ້ ຈ້າງແຮງງານກໍແພງ ມີຫຍັງກໍແພງ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງແກ່ນທ້າວ ເຊິ່ງເປັນ 1 ໃນ 3 ເມືອງ ຂອງແຂວງໄຊຍະບູຣີ ທີ່ມີເນື້ອທີ່ປູກໝາກສາລີ ຫຼາຍຮອງຈາກເມືອງປາກລາຍ ກ່າວວ່າ ສະພາບໂຕຈິງພາຍໃນເມືອງ ມີຜູ້ປະກອບການຊື້ ສາລີ ຄິດໄລ່ຄ່າສິ້ນເປືອງ ໂດຍສະເພາະແມ່ນຄ່າຂົນສົ່ງ ສາລີກ ຈາກລາວໄປໄທຍ ຈຶ່ງເຮັດໃຫ້ລາຄາເກັບຊື້ສາລີ ນຳຊາວສວນບໍ່ກາຍ 2,700 ກີບຕໍ່ກິໂລ ເຊິ່ງຖືວ່າເປັນລາຄາຖືກຫຼາຍ ບໍ່ກຸ້ມຄ່າກັບຕົ້ນທຶນ ຂອງຊາວສວນ. ທາງເມືອງຈຶ່ງໄດ້ສເນີ ຫາຜູ້ແທນແຂວງ, ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາຕລາວ ເພື່ອຍົກລາຄາສາລີໃຫ້ສູງຂຶ້ນເປັນ 3,500 ກີບຕໍ່ກິໂລ ເຊິ່ງຊາວໄດ້ສເນີມາແລ້ວ.

ດັ່ງທ່ານໄດ້ກ່າວ ໃນມື້ດຽວກັນນີ້ວ່າ:

“ສເນີໄປເບື້ອງຣັຖເຂົາເຈົ້າ (ຊາວສວນປູກໝາກສາລີ) ຢາກໃຫ້ຊ່ອຍກໍຄືວ່າອັນນຶ່ງ ກໍຄືວ່າເວົ້າເຣື່ອງລາຄາຢູ່ພາຍໃນ ເຮົາຊື້ກໍບໍ່ຮອດ 5 ບາທ ສ່ວນຫຼາຍເບື້ອງລາວ ກໍມີແຕ່ສເນີເຣື່ອງລາຄານີ້ແຫຼະ ຢາກໃຫ້ຍົກ ລາຄາ ຊ່ອຍປະຊາຊົນ ໄດ້ບໍ່ສເນີນຳ ສສ ແລ້ວກໍສເນີອັນ ພວກສະພາການຄ້າ ເພາະມັນຜລິດຊ່ວງນີ້ ມັນກໍຜລິດກໍຍາກແດ່ ເພິ່ນກໍບໍ່ເຫັນວ່າແນວໃດ ແຕ່ຣັຖບານເບື້ອງເຮົາ ຊິຂຶ້ນໄປກາຍຫຼາຍກໍບໍ່ໄດ້ ສ່ວນຫຼາຍຊິຊື້ຖືກຢູ່ຫັ້ນແຫຼະ ເບື້ອງເຮົາ ເພາະພໍ່ຄ້າຄົນກາງ ເຂົາເຈົ້າເອົາອອກສົ່ງ ມັນເວົ້າເຣື່ອງອາກອນອື່ນໆ ຂ້າມນໍ້າ ຂ້າມຫຍັງ ເຂົາເຈົ້າຄິດໄລ່ໄປໝົດແຫຼະ.”

ເຈົ້າໜ້າທີ່ ຂແນງການນໍາເຂົ້າ-ສົ່ງອອກ ຜແນກອຸດສາຫະກັມ ແລະ ການຄ້າແຂວງໄຊຍະບູຣີ ໄດ້ກ່າວຕໍ່ນັກຂ່າວ ໜັງສືພິມວຽງຈັນທາມສ໌ ເມື່ອວັນທີ 26 ຕຸລາ 2023 ວ່າຜູ້ປະກອບການ ເກັບຊື້ສາລີແຂວງໄຊຍະບູຣີ ຈຳນວນນຶ່ງ ແລະພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງໄດ້ສເນີການເຈລະຈາ ສົ່ງອອກສາລີໄປຍັງກະຊວງ ທີ່ກ່ຽວຂ້ອງຂອງໄທຍ ວ່າໃຫ້ເກັບຊື້ສາລີ ຈາກລາວມາໄທຍ ຍ້ອນມີຄວາມຈຳ ເປັນຕ້ອງປົກປ້ອງ ຜົລປໂຍດຂອງ ຊາວສວນປູກສາລີໄທຍກ່ອນ.

ຜູ້ປະກອບການເກັບຊື້ສາລີ ຢູ່ແຂວງໄຊຍະບູຣີ ເພື່ອສົ່ງອອກໄປຂາຍໄທຍ ກ່າວໃນເຣື່ອງນີ້ວ່າ ສະພາບທົ່ວໄປແລ້ວ ຜູ້ປະກອບການເກັບຊື້ສາລີໄທຍ ຈະຂ້າມມາລາວເພື່ອຊື້ສາລີ ຢູ່ລາວປະມານເດືອນກຸມພາຂອງແຕ່ລະປີ ແລະຖ້າຈະລໍຖ້າຈົນຮອດເດືອນກຸມພາ ເພື່ອໃຫ້ຜູ້ປະກອບການໄທຍ ຂ້າມມາຂົນສາລີຈາກລາວ ໄປໄທຍນັ້ນ ຜົລຜລິດບໍ່ໄດ້ເສັຍຫາຍ ຍ້ອນທາງຜູ້ປະກອບການລາວ ເກັບໄວ້ສາງພ້ອມໃສ່ຢາຂ້າສັດຕຣູພືດແລ້ວ ແຕ່ຜູ້ປະກອບການລາວ ຈະກະທົບເຣື່ອງເງິນທຶນ ທີ່ຕ້ອງຈ່າຍໃຫ້ຊາວສວນກ່ອນ ແລະຈຳເປັນຕ້ອງລໍຖ້າອີກ 3 ເດືອນ ຈຶ່ງຈະໄດ້ທຶນ ແລະກຳໄລຄືນຕາມຫຼັງ. ສ່ວນວ່າຊາວສວນປູກສາລີ ຈະບໍ່ໄດ້ຮັບຜົລກະທົບ ດ້ານບໍ່ມີຕລາດເກັບຊື້ສາລີ ແຕ່ຢ່າງໃດຍ້ອນມີຜູ້ປະກອບການ ເກັບຊື້ຕລອດຣະດູການເກັບກ່ຽວ.

ດັ່ງຍານາງກ່າວ ໃນມື້ດຽວກັນນີ້ວ່າ:

“ດຽວນີ້ຈຸຂ້ອຍກໍຍັງ ບໍ່ທັນໄດ້ເອົາອອກນ່າ ກໍເອົາໄວ້ໂກດັງຫັ້ນແຫຼະ ຊື້ແລ້ວກໍເກັບໄວ້ ໃນໂກດັງມີແຕ່ເອົາຢາຂ້າມອດ ຂ້າແມງໄມ້ ໄປໃສ່ເອົາທາງໄທຍ ເຂົາໃຫ້ເອົາອອກເດືອນສອງ ແຕ່ລະປີ ຊາວສວນແທ້ກາບໍ່ກະທົບປານໃດ ເຮົາຮັບຊື້ນຳເພິ່ນຕລອດເດ ຄັນເອົາມາຂາຍເຮົາກຊື້ ກ່ຽວກັບຜູ້ປະກອບການນີ້ ກໍຊິກະທົບນຳເຣື່ອງຂອງເງິນທຶນ ເພາະວ່າເຮົາໄດ້ຈ່າຍປະຊາຊົນ ໄປກ່ອນເດ້ ເຮົາມີແຕ່ສົ່ງຂາຍໄປທາງໄທຍ ຍ້ອນເຣື່ອງຄວາມເຊື່ອໝັ້ນກັນນີ້ແຫຼະ ເພາະວ່າເຮົາເຄີຍຄ້າຂາຍກັບທາງໄທຍມາດົນແລ້ວ ຈັ່ງຊີ້ນ່າ ເຖົ້າແກ່ທາງໄທຍເຄີຍເຮັດນຳກັນ ກໍຄໍາໃດຄຳນັ້ນ ນຳກັນ.”

ຫຼ້າສຸດທົ່ວແຂວງໄຊຍະບູຣີ ຊາວສວນໄດ້ເກັບກູ້ສາລີແຕ່ເດືອນຕຸລາ ຮອດປັດຈຸບັນໄດ້ປະມານ 50% ຂອງເນື້ອທີ່ ປູກທັງໝົດ ໃນນັ້ນສາລີສ່ວນຫຼາຍຖືກຂາຍໃຫ້ຜູ້ປະກອບການ ເກັບຊື້ສາລີຂອງແຂວງ ໂດຍສະເພາະເມືອງບໍ່ແຕນ, ປາກລາຍ ແລະ ແກ່ນທ້າວ ເພື່ອລໍຖ້າຮອດເດືອນກຸມພາ ມີຜູ້ປະກອບການໄທຍມາເກັບຊື້ ໃນເດືອນກຸມພາປີໜ້າ. ຕາມສະພາບໂຕຈິງທຸກມື້ນີ້ ຊາວສວນສາລີ ຈະບໍ່ນິຍົມເກັບສາລີໄວ້ ເອງ ແຕ່ນິຍົມຂາຍໃຫ້ຜູ້ປະກອບການ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍຫັ້ນເຂົາເຈົ້າ ໄປຂາຍໃຫ້ຜູ້ປະກອບການຫັ້ນນ່າເນາະ ອັນພໍ່ຄ້າພວກເຂົາເຈົ້າເກັບຊື້ຫັ້ນນເນາະ ແລ້ວມັນກໍມັນບໍ່ໄດ້ຂາຍອອກ ແລ້ວເຂົາກໍອັ່ງຢູ່ຫັ້ນຈັ່ງຊີ້ນ່າ ສ່ວນຫຼາຍຊາວສວນບໍ່ເກັບດອກ ກໍຂາຍໃຫ້ຜູ້ປະກອບການໝົດດຽວນີ້ ຜູ້ປະກອບການເຈົ້າກໍມີແລ້ວມີໂຮງອົບ ເຂົາມີລານມີຫຍັງຫັ້ນເນາະ ມັນເກັບກໍບໍ່ໝົດເທື່ອ ມັນຍັງຢູ່ໃນສວນເຂົາເຈົ້າຍັງມີຢູ່ຫັ້ນນ່າ ດຽວນີ້ ແລ້ວຊ່ວງນີ້ມັນໄດ້ກ່ຍວເຂົ້ານຳເນາະ ມັນບໍ່ທັນມັນມີຫຼາຍວຽກເດ້ເນາະ ແຕ່ວ່າເກັບສາລີດຽວນີ້ມັນກໍຍັງບັກຫຼາຍໆ ຢູ່ເນື້ອທີ່ເກັບກ່ຽວມັນຫາກໍໄດ້ແຕ່ 50% ຕິເບາະຫວ່າງແລ້ວນີ້ ທາງເຈົ້າແຂວງກັບຫົວໜ້າຜແນກ ກໍໄປທາງໄທຍຢູ່ເນາະ.”

ສໍາລັບເນື້ອທີ່ປູກສາລີ ຢູ່ເມືອງບໍ່ແຕນມີ 200 ເຮັກຕ້າຣ໌ ຢູ່ເມືອງແກ່ນທ້າວມີ 260 ເຮັກຕ້າຣ໌ ແລະ ໃນອະດີດ ປະຊາຊົນນິຍົມປູກສາລີ ເພື່ອລ້ຽງສັດ ແຕ່ຫຼັງຈາກທີ່ຣັຖບານສົ່ງເສີມ ໃຫ້ເປັນພືດສິນຄ້າ, ສາລີຖືກສົ່ງອອກໄປຕ່າງປະເທດ 70% ໄປຍັງຈີນ, ໄທຍ ແລະ ວຽດນາມ ສ່ວນທີ່ເຫຼືອຈຳໜ່າຍພາຍໃນ ແລະສ້າງລາຍໄດ້ໃຫ້ຊາວກະເສຕກອນ ໃນພື້ນທີ່ຊົນນະບົດ ແລະພື້ນທີ່ພູດອຍ ທາງພາກເໜືອ ຂອງລາວ. ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊຍະບູຣີ ກ່າວຕໍ່ນັກຂ່າວ ໜັງສືພິມວຽງຈັນທາມສ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.