ເຣື້ອງທີ່ເກັບບັນທຶກໄວ້
2022-08-05
ຊາວໜຸ່ມ ເຍົາວະຊົນລາວ ແລະຜູ້ດ້ອຍໂອກາດ ຢູ່ເຂດຊົນນະບົດ ຍັງບໍ່ໄດ້ຮັບການບໍລິການ ດ້ານສຸຂພາບຈະເຣີນພັນ ຮວມທັງການຄຸມກໍາເນີດ ແລະການວາງແຜນຄອບຄົວ ຊຶ່ງສ່ວນນຶ່ງກໍເປັນຍ້ອນ ການຣະບາດຂອງໂຄວິດ-19.
2022-08-05
ຣັຖບານລາວ ອະນຸຍາດໃຫ້ ກຸ່ມບໍຣິສັດ HongKong Tianchi ຈາກຈີນ ເພື່ອສຶກສາສຳຣວດ ຄວາມເປັນໄປໄດ້ ໂຄງການປູກໄມ້ ອຸດສາຫະກັມ ແລະໂຄງການ ຜລິຕກະສິກັມ ຕິດພັນກັບ ການທ່ອງທ່ຽວ ໃນເນື້ອທີ່ 5,100 ເຮັກຕ້າຣ໌ ທີ່ເມືອງສນາມໄຊ ແຂວງອັດຕະປື ຫວັງໃຫ້ເປັນລາຍໄດ້ ເຂົ້າຣັຖບານ.
2022-08-05
ທາງການ ແຂວງບໍຣິຄໍາໄຊ ຈະຕັ້ງດ່ານກວດປັດສາວະ ຄົນຂັບຂີ່ຣົຖ ເພື່ອຫາສານເສບຕິດ ແຕ່ເດືອນສິງຫານີ້ ເຖິງເດືອນສິງຫາປີໜ້າ, ແຕ່ກໍຍັງມີຄົນຈໍານວນນຶ່ງ ສົງສັຍວ່າ ເຈົ້າໜ້າທີ່ ຈະເຮັດແທ້ ທໍາຈິງໄດ້ແທ້ບໍ.
2022-08-05
ຣັຖວິສາຫະກິຈ ນໍ້າມັນເຊື້ອເພີງລາວ ປະກາດວ່າ ຈະພະຍາຍາມ ສນອງນໍ້າມັນເຊື້ອເພີງ ໃຫ້ພຽງພໍ ໃນຂະນະທີ່ຊາວລາວ ກໍຄາດຫວັງວ່າ ຢາກໃຫ້ເຮັດໃຫ້ໄດ້ແທ້ ແລະຮັບປະກັນ ບໍ່ໃຫ້ເປັນຄືດັ່ງເຄີຍຜ່ານມາ ຍ້ອນເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງ ອອກປະກາດ ໃນລັກສະນະດັ່ງກ່າວນີ້ ຫຼາຍເທື່ອແລ້ວ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້.
2022-08-04
ການລ້ຽງລູກດ້ວຍນົມແມ່ ຕາມກົມປິ່ນປົວ ຣາຍງານວ່າຄວາມສຳຄັນ ຂອງການລ້ຽງລູກດ້ວຍນົມແມ່ ເພື່ອຫຼຸດຜ່ອນການຕາຍ ຂອງເດັກອາຍຸ 2 ປີລົງ, ຈາກພະຍາດຖອກທ້ອງ ແລະອັກເສບປອດ ທີ່ສາມາດປ້ອງກັນໄດ້ 50% ນອກນີ້ ຍັງສາມາດປ້ອງກັນ ການເສັຽຊີວິຕ ຂອງແມ່ ຍ້ອນພະຍາດ ມະເຮັງເຕົ້ານົມໄດ້ 10%.
2022-08-04
ສານປົກຄອງສູງສຸດ ຂອງໄທຍ ນັດຟັງຄຳພິພາກສາ ກໍຣະນີ ອົງການ ພາກປະຊາສັງຄົມໄທຍ ທີ່ເປັນເຄື່ອຂ່າຍ ປະຊາຊົນໄທຍ 8 ແຂວງ ລຸ່ມແມ່ນ້ຳຂອງ ໄດ້ຟ້ອງຮ້ອງ ການໄຟຟ້າຝ່າຍ ຜລິຕແຫ່ງປະເທດໄທຍ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໃຫ້ເພີກຖອນສັນຍາ ຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ ໃນວັນທີ 17 ສິງຫາ 2022.
2022-08-04
ຄວາມຕ້ອງການເລືອດ ໃນໄລຍະໄຂ້ຍຸງລາຍຣະບາດ ເປັນສາຍເຫດນຶ່ງ ທີ່ເຮັດໃຫ້ ສະຖາບັນເລືອດແຫ່ງຊາຕ ມີຄວາມຕ້ອງການເລືອດ ຫຼາຍຂຶ້ນກວ່າໄລຍະປົກກະຕິ ໃນຂະນະທີ່ຜູ້ບໍຣິຈາຄເລືອດ ຫລຸດໜ້ອຍລົງ ເຮັດໃຫ້ຄົນເຈັບ ທີ່ຕ້ອງການເລືອດ ຈຳເປັນຕ້ອງ ໄດ້ຮັບເລືອດຈາກ ຍາຕິພີນ້ອງແທນ.
2022-08-04
ຫຼັງຈາກເປີດ ເສັ້ນທາງຣົຖໄຟລາວ-ຈີນ ຢ່າງເປັນທາງການ ມາໄດ້ເຄິ່ງປີ ໃນທີ່ສຸດ ບໍຣິສັດ ທາງຣົຖໄຟລາວ-ຈີນ ກໍອອກມາຍອມຮັບ ຂໍ້ຜິດພາດ ຫຼາຍຢ່າງ ໃນການບໍຣິການ ເຊັ່ນການຊື້ປີ້ຣົຖໄຟ, ຫ້ອງນ້ຳສາທາຣະນະ ແລະອື່ນໆ ທີ່ຜູ້ໃຊ້ບໍຣິການ ທັງພາຍໃນ ແລະຕ່າງປະເທດ ໄດ້ຮ້ອງຮຽນ ຂະນະທີ່ທາງພາກສ່ວນທີ່ກ່ຽວຂ້ອງ ຮັບປາກວ່າຈະແກ້ໄຂຕໍ່ໄປ.
2022-08-03
ນ້ຳຖ້ວມຂັງ ຕາມຖນົນ ຢູ່ນະຄອນຫລວງວຽງຈັນ ຫຼັງຈາກເກີດຝົນຕົກໜັກ ເປັນເວລາຫຼາຍຊົ່ວໂມງ ແມ່ນບັນຫາຊ້ຳເຮື້ອ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຍັງຫາທາງອອກ ຂອງບັນຫານີ້ ບໍ່ໄດ້ເທື່ອ, ຂະນະທີ່ ປະຊາຊົນ ໄດ້ຮັບຄວາມຫຍຸ້ງຍາກ ໃນການສັນຈອນ ໂດຍສະເພາະໃນຣະດູຝົນ.
2022-08-03
ຈຳນວນ ຜູ້ຕິດເຊື້ອໂຄວິດ-19 ໄດ້ເພີ່ມຂຶ້ນ ເນື່ອງຈາກ ປະຊາຊົນ ບໍ່ມີຄວາມກັງວົນໃຈ ກ່ຽວກັບເຊື້ອໂຄວິດ-19 ແລ້ວ ແລະ ມາຕການຕ່າງໆ ທີ່ຖືກຍົກເລີກໄປ ກໍເປັນສ່ວນນຶ່ງ ທີ່ເຮັດໃຫ້ເຊື້ອ ໂຄວິດ-19 ສາຍພັນໃໝ່ ກັບມາຣະບາດໄດ້ງ່າຍຂຶ້ນ.
2022-08-03
ເຂດພັທນາເສຖກິຈໃໝ່ ສີທັນດອນ ຂອງນັກລົງທຶນຈີນ ໄດ້ເປີດໂຕໂຄງການ ໂຮງແຮມແຄນຄູ່ ແລະ ໂຄງການສາງ ຄ່ຽນຖ່າຍສິນຄ້າ, ແຕ່ທັງສອງໂຄງການຈະກວມເອົາທີ່ດິນ ຂອງຊາວບ້ານຈຳນວນນຶ່ງ, ຂະນະທີ່ ອຳນາຈການປົກຄອງ ຍັງບໍ່ສາມາດລະບຸວ່າ ມີ່ຈັກຄອບຄົວ ທີ່ຖືກຜົລກະທົບ.
2022-08-03
ເຈົ້າຂອງໂຄງການ ເຂື່ອນນ້ຳງື່ມ 1 ໄດ້ຈັດການຝຶກຊ້ອມ ການອົບພະຍົບ-ໂຍກຍ້າຍ ພາກສນາມໃຫ້ກັບພນັກງານ ໂຄງການຮ່ວມກັບຊາວບ້ານ ທີ່ອາສັຍຢູ່ເຂດໜ້າເຂື່ອນ ແລະເຂດລຸ່ມເຂື່ອນ ເພື່ອການແຈ້ງເຕືອນ ແລະຮັບມືກັບພັຍພິບັດນໍ້າຖ້ວມ ຈາກເຫດການເຂື່ອນແຕກ ຫຼືພັຍພິບັດທັມຊາຕ.
2022-08-02
ມີຄົນເສັຽຊີວິຕນຶ່ງຄົນ ຈາກການນຳເອົາເຫັດ ມາປຸ່ງແຕ່ງອາຫານ ໂດຍຜູ້ເສັຽຊີວິຕ ເປັນເພສຍິງ ອາຍຸ 50 ປີ ຊຶ່ງຍັງບໍ່ມີຂໍ້ມູນພິສູດວ່າ ເຫັດດັ່ງແມ່ນເຫັດເບື່ອ ຫຼືເປັນການປົນເປື່ອນ ຂອງສານເຄມີ.
2022-08-02
ຄົນງານລາວ ທີ່ໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ບໍ່ປະຕິບັດຕາມ ສັນຍາການເຮັດວຽກ ລັກໜີຈາກນາຍຈ້າງ ທີ່ຖືກມອບໝາຍ ໃຫ້ໄປເຮັດວຽກນັ້ນໆ ກາຍເປັນບັນຫາ ໃນຂະນະທີ່ ເກົາຫລີໃຕ້ ຕ້ອງການຄົນງານ ໄປເຮັດວຽກ ຕາມຣະດູການຫລາຍຂຶ້ນ.
2022-08-02
ການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳພາກ ຢູ່ລະຫວ່າງ ເມືອງປາກຊ່ອງ ແລະ ເມືອງປະທຸມພອນ ແຂວງຈຳປາສັກ ຂອງ ບໍຣິສັດ ຈະເຣີນເຊກອງ ພລັງງານ ຈຳກັດ ໄດ້ເຣີ່ມລົງມືກໍ່ສ້າງແລ້ວ ແຕ່ຊາວບ້ານ ຍັງມີຂໍ້ມູນ ເຖິງຜົລກະທົບ ແລະຄ່າຊົດເຊີຍ ໃນກໍຣະນີ ຖືກຜົລກະທົບ ຈາກໂຄງການດັ່ງກ່າວ.