ເຍົາວະຊົນ ເຂດຫ່າງໄກ ເຂົ້າບໍ່ເຖິງ ບໍຣິການ ສຸພາບ ຈະເຣີນພັນ

ຈຳປາທອງ
2022.08.05
ເຍົາວະຊົນ ເຂດຫ່າງໄກ ເຂົ້າບໍ່ເຖິງ ບໍຣິການ ສຸພາບ ຈະເຣີນພັນ ຢູ່ ແຂວງຫົວພັນ ມີການຝຶກອົບຮົມ ຍຸທສາດການພັທນາ ຊາວໜຸ່ມ-ເຍົາວະຊົນ ໃນຂົງເຂດ 5 ບູຣິມະສິດ ເຊັ່ນ ສຸຂພາບ; ການສຶກສາ ອົບຮົມ ແລະ ກິລາ-ກາຍກັມ; ວຽກເຮັດ ງານທຳ ແລະ ການປະກອບ ທຸຣະກິຈ.
ຄະນະຊາວໜຸ່ມ ແຂວງຫົວພັນ

ກອງປະຊຸມ ສົນທະນາແລກປ່ຽນ ຄວາມຄິດຄວາມເຫັນ ກ່ຽວກັບນະໂຍບາຍ ການເຂົ້າເຖິງ ການບໍລິການສຸຂພາບ ຈະເຣີນພັນ ສໍາລັບຜູ້ດ້ອຍໂອກາດ ໃນໄລຍະການ ຣະບາດຂອງໂຄວິດ-19 ທີ່ກະຊວງສາທາຣະນະສຸຂ, ກອງທຶນເພື່ອປະຊາກອນ ຂອງສະຫະປະຊາຊາຕ ຫລື UNFPA ແລະ ສະມາຄົມສົ່ງເສີມການອານາມັຍ ຄອບຄົວ ຫລື PFHA ຮ່ວມກັນຈັດຂຶ້ນ.

ໃນກອງປະຊຸມດັ່ງກ່າວ  ກອງທຶນເພື່ອປະຊາກອນ ຂອງສະຫະປະຊາຊາຕ ເວົ້າວ່າ ຜົລກະທົບຈາກໂຄວິດ-19 ເຮັດໃຫ້ຫຍຸ້ງຍາກ ທີ່ຈະເຂົ້າເຖິງ ແລະການຄຸ້ມຄອງ ການວາງແຜນຄອບຄົວ ແລະການຄຸມກໍາເນີດໄດ້, ອີງຕາມການຣາຍງານ ຂອງກອງທຶນເພື່ອປະຊາກອນ ຂອງສະຫະປະຊາຊາຕ ວັນທີ 3 ສິງຫານີ້.

ໃນໄລຍະ ການຣະບາດຂອງໂຄວິດ-​19 ນີ້ ຊາວໜຸ່ມ ເຍົາວະຊົນລາວ ທັງຍິງ ແລະຊາຍໃນເຂດຊົນນະບົດ ຫ່າງໄກ ແລະຜູ້ດ້ອຍໂອກາດ ມີຂໍ້ຈໍາກັດໃນການທີ່ຈະເຂົ້າເຖິງ ການບໍລິການສຸຂພາບ ຈະເຣີນພັນ, ເຈົ້າໜ້າທີ່ບ້ານ ແລະເມືອງ ບໍ່ໄດ້ສົມທົບກັບ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ຫລື NGO ໃນການເຄື່ອນໄຫວ ໂຄສະນາໃຫ້ຄວາມຮູ້ ແກ່ພວກເຂົາເຈົ້າ ກ່ຽວກັບເຣື່ອງສຸຂພາບ ຈະເຣີນພັນ ຍ້ອນສຸມໃສ່ວຽກງານ ການສັກວັກຊິນປ້ອງກັນ ໂຄວິດ-19, ເຮັດໃຫ້ແມ່ຍິງ ໃນເຂດນອກບໍ່ຮູ້ ເຣື່ອງການຄຸມກໍາເນີດ. 

ເຈົ້າໜ້າທີ່ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ຊຶ່ງເຮັດວຽກກ່ຽວກັບ ການສົ່ງເສີມສຸຂພາບ ຄອບຄົວ ຢູ່ແຂວງບໍ່ແກ້ວ ແລະແຂວງອຸດົມໄຊ ນາງນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ສິງຫານີ້ວ່າ:

ແຕ່ເດີມມັນກໍຫຍຸ້ງຍາກ ເຣືອງເສັ້ນທາງເຣື່ອງພາສາ ເຣື່ອງຍານພາຫານະຢູ່ແລ້ວ ແລ້ວຕື່ມເຣື່ອງໂຄວິດ-19 ນີ້ກໍຍັງເປັນການຍາກເນາະ ຮວມເຖິງພວກເຮົາເຊັ່ນກັນ ເຖິງພວກເຮົາຈະເຮັດວຽກ ການປະສານຫາວ່າ ເຮົາຊິ Support ເຣື່ອງນີ້, ເຣື່ອງນີ້ ເພິ່ນກໍຍັງບໍ່ ບໍ່ຂ້ອນຂ້າງຈະມີເວລາຮ່ວມກັນ ເຂົາເຈົ້າຈະຮັບຜິດຊອບ ວຽກລວມກ່ອນ ວຽກໂຄວິດ-19 ເປັນຫລັກ. ເຂົາເຈົ້າຈະເຄີຍຫລືກະເຄີຍລົງສັກຢາ.

ນາງເວົ້າຕື່ມວ່າ ຢູ່ປະເທດລາວ, ເມືອງຮຸນ ແຂວງອຸດົມໄຊ, ເມືອງປາກທາ ແຂວງບໍ່ແກ້ວ, ເມືອງລະມາມ ແລະເມືອງດາກຈຶງ ແຂວງເຊກອງ ເປັນເປົ້າໝາຍທີ່ອົງການ ສົ່ງເສີມສຸຂພາບຄອບຄົວ ສນັບສນູນໃຫ້ມີການໂຄສະນາ ກ່ຽວກັບການເຂົ້າເຖິງການ ບໍລິການສຸຂພາບຈະເຣີນພັນ ເປັນຕົ້ນເຣື່ອງການປ່ຽນແປງ ຂອງຮ່າງກາຍ ທັງຍິງ ແລະຊາຍ, ການຄຸມກໍາເນີດ ແລະພະຍາດຕິດຕໍ່ ທາງເພດສັມພັນ ຜ່ານໂທຣະໂຄ່ງຂອງບ້ານ 1 ມື້ຕໍ່ອາທິດ ເພື່ອໃຫ້ແມ່ຍິງຢູ່ເຂດຫ່າງໄກ ຫລຸດຜ່ອນການຖືພາ ແລະຊ່ອຍເຫລືອດ້ານການເງິນ, ອາຫານການກິນ, ເສື້ອຜ້າ ແລະອື່ນໆທີ່ຈໍາເປັນໃຫ້ໃນໄລຍະ ທີ່ໂຄວິດ-19 ຍັງຣະບາດຢູ່ນີ້.

ຢູ່ແຂວງບໍ່ແກ້ວ ໃນໄລຍະດັ່ງກ່າວ ໄດ້ມີການປິດບ້ານ, ປິດເມືອງ ແລະປິດແຂວງ ເຮັດໃຫ້ເກີດມີເພດສັມພັນ ແລະມີລູກແບບບໍ່ຕັ້ງໃຈ ລະຫວ່າງຊາຍໜຸ່ມ ແລະຍິງສາວ ຢູ່ໃນບ້ານດຽວກັນ.

ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງບໍ່ແກ້ວ ເວົ້າໃນມື້ດຽວກັນນີ້ວ່າ:

ເຂົາເຈົ້າບໍ່ພ້ອມທີ່ຈະເອົາລູກ ໂດຍທີ່ວ່າເຂົາເຈົ້າບໍ່ທັນໄດ້ແຕ່ງງານຫັ້ນນ່າ ໂຕເອງຍັງຮຽນແລ້ວມັນຊ່ວງໂຄວິດ-19 ມັນພາດຫັ້ນນ່າ ຢູ່ບ້ານດຽວກັນ ເຂົາເຈົ້າກະບໍ່ປິດແດ່ເນາະ ປິດແຕ່ບ້ານຕໍ່ບ້ານ ຊ່ວງໂຄວິດ-19 ກໍດາຍ ໂຄຢ່າງວ່າຜູ້ສາວ ທີ່ຍັງບໍ່ທັນໄດ້ແຕ່ງງານເນາະ ມີເພດສັມພັນແລ້ວເນາະ ຢາກຄຸມກໍາເນີນດ ແຕ່ກໍຍັງບໍ່ກ້າ ຄັນວ່າ ບ້ານເຮົາກໍຍັງເປັນວົງແຄບຢູ່ຫັ້ນແຫລະເນາະ ເວົ້າເຣື່ອງການທີ່ຈະເປັນຜູ້ແສ້ຜູ້ສາວແລ້ວ ຈະໄປຄຸມກໍາເນີນດ.

ນາງເວົ້າຕື່ມວ່າ ພາກສ່ວນທາງການທີ່ກ່ຽວຂ້ອງ ຈໍາເປັນຕ້ອງໄດ້ເລັ່ງໃສ່ ວຽກງານໂຄສະນາ ເຣື່ອງການວາງແຜນຄອບຄົວ ເປັນຫລັກ ຍ້ອນມັນສໍາຄັນ ທີ່ຈະເຮັດໃຫ້ຊາຍໜຸ່ມ ແລະຍິງສາວ ເອົາໃຈໃສ່ເຣື່ອງສຸຂພາບ ຈະເຣີນພັນ, ບໍ່ແມ່ນແຕ່ເຣື່ອງ ການຄຸມກໍາເນີດ, ເຣື່ອງພະຍາດຕິດຕໍ່ ທາງເພດສັມພັນ, ການຖືພາບໍ່ໄດ້ຕັ້ງໃຈ, ການເອົາລູກອອກ ແບບບໍ່ປອດພັຍ ແລະການເສັຍຊີວິຕຂອງແມ່ ແລະລູກນັ້ນນໍາດ້ວຍ. ທີ່ຜ່ານມາ ແຂວງບໍ່ແກ້ວ ບໍ່ໄດ້ຮັບງົບປະມານ ໃນດ້ານນີ້ພໍເທົ່າໃດ, ມີແຕ່ໄດ້ປະຕິບັດວຽກງານ ສາທາຣະນະສຸຂ ໂດຍເນັ້ນໜັກໃສ່ດ້ານອື່ນ.

ພ້ອມດຽວກັນນັ້ນ ໃນໄລຍະທີ່ມີການຣະບາດ ຂອງໂຄວິດ-19 ນີ້ ກໍຍັງມີຂໍ້ຈໍາກັດ ເຣື່ອງການເດີນທາງ; ການປິດບ້ານ, ປິດເມືອງ ໄດ້ສົ່ງຜົລກະທົບອັນບໍ່ດີ ຕໍ່ສຸຂພາບຈິຕ ຂອງປະຊາຊົນ ຫລາຍຂຶ້ນ ດັ່ງຈະຮູ້ໄດ້ຈາກການທີ່ປະຊາຊົນ ໄດ້ໂທສາຍດ່ວນ ເຖິງສູນກາງຊາວໜຸ່ມ, ສູນໄວໜຸ່ມນະຄອນຫລວງວຽງຈັນ ແລະສູນກາງສະຫະພັນແມ່ຍິງ ເພື່ອຂໍຄໍາປຶກສາ ຊຶ່ງໃນນັ້ນມີທັງເຣື່ອງການຄຸມກໍາເນີດນໍາດ້ວຍ.

ດັ່ງເຈົ້າໜ້າທີ່ສູນວັຍໜຸ່ມ ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ສິງຫານີ້ວ່າ:

ເຂົາເຈົ້າບໍ່ຕ້ອງການທີ່ຈະຖືພາ ເຂົາເຈົ້າຄວນເຮັດຈັ່ງໃດ ພວກເຮົາກໍໃຫ້ຄໍາປຶກສາ ຂັ້ນພື້ນຖານ ຂະເຈົ້າໄປ ເວົ້າເຣື່ອງວິທີການ ຄຸມກໍາເນີດອິຫຍັງແດ່ເນາະ ຂະເຈົ້າມີສຸຂພາບແນວໃດ ເປັນແນວໃດ ແຕ່ກ່ອນທີ່ຈະໃຊ້ວິທີຄຸມກໍາເນີດ ແຕ່ລະສນິດຫັ້ນນ່າ ພວກເຮົາກໍມີການແນະນໍາ ໃຫ້ເພິ່ນໄປຫາໂຮງໝໍ ໄປກວດສຸຂພາບກ່ອນວ່າ ເພິ່ນເໝາະສົມກັບ ການໃຊ້ວິທີການ ຄຸມກໍາເນີດສນິດໃດ.

ທ່ານເວົ້າຕື່ມວ່າ ພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນສະມາຄົມ ສົ່ງເສີມການອານາມັຍຄອບຄົວ, ກອງທຶນເພື່ອປະຊາກອນ ຂອງສະຫະປະຊາຊາຕ, ສູນກາງຊາວໜຸ່ມ, ສູນສຸຂພາບພັທນາແມ່ຍິງ ແລະໄວໜຸ່ມນະຄອນຫລວງວຽງຈັນ, ອົງການໂກຟີ ປະຈໍາລາວ ແລະອົງການຈັດຕັ້ງ ສາກົນອື່ນໆ ກໍໄດ້ພະຍາຍາມໂຄສນາ ກ່ຽວກັບການບໍຣິການ ສຸຂພາບຈະເຣີນພັນ ຜ່ານສື່ສັງຄົມອອນລາຍນ໌ ສໍາລັບຜູ້ມີເງື່ອນໄຂເຂົ້າເຖິງ, ການໂຄສນາເຕືອນ ສໍາລັບຜູ້ດ້ອຍໂອກາດ ຢູ່ເຂດຫ່າງໄກ ພ້ອມທັງຝຶກອົບຮົມ ບຸກຄະລາກອນການແພດ ໃນການໃຫ້ຄວາມຮູ້ ແລະເທັກນິກການ ຄຸມກໍາເນີດ ທັງໃນຮູບແບບຢາຄຸມ, ຢາຄຸມສຸກເສີນ, ຢາສັກ, ຢາຝັງແລະ ຖົງຢາງອະນາມັຍ.

ນັກສຶກສາ ສາຂາວິເຄາະການແພດ ປີທີ 3 ຈາກມະຫາວິທຍາລັຍ ວິທຍາສາຕສຸຂພາບ ເວົ້າວ່າ ຕອນທີ່ຕົນເປັນນັກສຶກສາ ກໍໄດ້ຮຽນກ່ຽວກັບສຸຂພາບ ຈະເຣີນພັນ ແຕ່ວ່າຮຽນແບບຜິວເຜີນ ຈຶ່ງເຮັດໃຫ້ຄວາມຮູ້ດ້ານນີ້ ໂດຍສະເພາະເຣື່ອງການຄຸມກໍາເນີດ ກ່ອນຈະຮ່ວມເພດສັມພັນກັບແມ່ຍິງ ແມ່ນໄດ້ຮຽນມາຈາກ Google ແລະສື່ສັງຄົມອອນລາຍນ໌, ແລະອີກຢ່າງນຶ່ງ ໂຕເອງກໍບໍ່ເຄີຍໂທຫາສູນ ໃຫ້ຄໍາປຶກສາຜ່ານໂທຣະສັບສາຍດ່ວນ 1361 ຫລື 137 ຊຶ່ງເປັນສູນໃຫ້ຄໍາປຶກສາ ເຣື່ອງສຸຂພາບທາງເພດ, ສຸຂພາບຈະເຣີນພັນ, ພະຍາດຕິດຕໍ່ທາງເພດສັມພັນ, ວິທີການປ້ອງກັນການຖືພາ, ຄວາມຮັກ, ສຸຂພາບຈິຕ ແລະບັນຫາທົ່ວໄປ ຂອງຊາວໜຸ່ມ.

ດັ່ງທີ່ທ່ານກ່າວວ່າ:

ການປ້ອງກັນກໍໃສ່ອັນນັ້ນແຫລະ ເວລາມີເພດສັມພັນ ຄວນໃສ່ຖົງຢາງອະນາມັຍ ອິຫຍັງແຫລະ ແລະກໍການສຶກສາເຮົາ ແບບບໍ່ລົງເລິກນັ້ນແຫລະ ເຈົ້າເພາະວ່າບາງໂຮງຮຽນ ເຂົາກະບໍ່ໄດ້ຄ່ອຍຈະສອນເດ່ ເຣື່ອງແບບກ່ຽວກັບເພດສັມພັນ ສ່ວນຫລາຍມີແຕ່ເວົ້າເຣື່ອງເອດສຊື່ໆ ແຕ່ບໍ່ໄດ້ສອນເຣື່ອງກ່ຽວກັບການມີເພດສັມພັນອິຫຍັງ ຄວນປ້ອງກັນແນວໃດ ບໍ່ໄດ້ລົງເລິກວ່າ ກ່ອນມີເພດສັມພັນ ຄວນກິນຢາຄຸມ ໃສ່ຖົງຢາງອະນາມັຍ.

ອີງຕາມຂໍ້ມູນ ຈາກກອງທຶນເພື່ອປະຊາກອນ ຂອງສະຫະປະຊາຊາຕ, ການບໍຣິການການວາງແຜນຄອບຄົວ ໃນປີ 2021 ສະແດງໃຫ້ເຫັນວ່າ ຈໍານວນຄົນຖືພາໂດຍບໍ່ຕັ້ງໃຈ, ການຫລຸລູກແບບບໍ່ປອດພັຍ  ແລະການເສັຍຊີວິຕ ຂອງແມ່ກໍຫລຸດລົງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.