ເຣື້ອງທີ່ເກັບບັນທຶກໄວ້
2024-07-08
ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ ປັດໄຈຕົ້ນຕໍ່ທີ່ພາໃຫ້ອັດຕາເງິນເຟີ້ ຍັງສູງນັ້ນ ແມ່ນເກີດມາຈາກການອ່ອນຄ່າ ຂອງເງິນກີບ ທຽບກັບເງິນຕາຕ່າງປະເທດ ເປັນຕົ້ນເງິນໂດລ້າ, ເງິນບາດ ແລະ ເງິນຢວນ ເຊິ່ງເປັນສະກຸນເງິນຫຼັກ ໃນການສຳລະສະສາງສິນຄ້າ ແລະການບໍລິການນໍາເຂົ້າ.
2024-07-08
ນັກໂທດ ຄະດີຢາເສບຕິດ ສັນຊາດວຽດນາມໜຶ່ງຄົນ ແລະ ສັນຊາດລາວໜຶ່ງຄົນ ຖືກສານປະຊາຊົນ ແຂວງອຸດົມໄຊ ຕັດສິນປະຫານຊີວິດ ໃນມື້ວັນທີ 28 ມິຖຸນາທີ່ຜ່ານມາ ໃນຄວາມຜິດຖານຄ້າຂາຍຢາເສບຕິດ ປະເພດຢາບ້າ 93 ມັດ, 186,000 ເມັດ, ນໍ້າໜັກ 22 ກິໂລ.
2024-07-08
ກອງທັບລາວ-ຈີນ ຮ່ວມກັນຊ້ອມຮົບ ພາຍໃຕ້ຫົວຂໍ້ “ໂລ້ກໍາບັງ ມິດຕະພາບ 2024” ຄັ້ງທີ 2 ໄດ້ເລີ່ມຂຶ້ນຢ່າງເປັນທາງການ ທີ່ວິທະຍາຄານທະຫານບົກ ກົມມະດໍາ ແຂວງວຽງຈັນ ໃນຂະແໜງການຕ່າງໆ ແລະຖືວ່າເປັນຍຸດທະສາດ ຂອງປະເທດ ສັງຄົມນິຍົມດ້ວຍກັນ.
2024-07-07
ອັດຕາແລກປ່ຽນຜັນຜວນ ປະຊາຊົນທຸກລະດັບເດືອດຮ້ອນ, ທຳມາຫາກິນລຳບາກ. ຕໍ່ກໍລະນີດັ່ງກ່າວ ລັດຖະບານໄດ້ຍົກຍ້າຍ ຜູ້ວ່າການທະນາຄານ ໄປຮັບຕໍາແໜ່ງ ໃໝ່.
2024-07-06
ທ່ານ ທິບພະສອນ ເມືອງຈັນ (ແອ໊ດ) ນັກເຕະບານ ທີມຊາດລາວ ລຸ້ນຕໍານານ ຊຸມປີ 1960 ຫາ 1970 ທ່ານ ແອ໊ດ ຈະມາເວົ້າຄວາມເກົ່າ ເລົ່າຄວາມຫຼັງ ສູ່ຟັງວ່າ ນັກກິລາລາວ ໃນສະໄໝກ່ອນ ແມ່ນມຸ້ງໝັ້ນ ຍ້ອນຄວາມມັກ ຮັກໃນຄວາມສາມະຄີ ເປັນນໍ້າໜຶ່ງໃຈດຽວ. ຖ້າເວົ້າເຖິງ ເງິນດ້າມເງິນເດືອນ ລະແມ່ນວ່າ ບໍ່ເຄີຍມີ.
2024-07-05
ຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມຂັງທີ່ຢູ່ອາໄສ, ໄຮ່ນາ ແລະ ຕາມເສັ້ນທາງຕ່າງໆ ຢູ່ນະຄອນຫລວງວຽງຈັນ ຊຶ່ງສ້າງຜົນກະທົບແກ່ປະຊາຊົນ, ສາເຫດໜຶ່ງທີ່ເຮັດໃຫ້ນໍ້າຖ້ວມຂັງ ເປັນຍ້ອນ ຮ່ອງລະບາຍນໍ້າຕັນ ແລະ ມີຂະໜາດນ້ອຍ ບໍ່ສາມາດລະບາຍນໍ້າໄດ້ທັນເວລາ ແລະ ຊາວບ້ານກໍຮຽກຮ້ອງພາກສ່ວນກ່ຽວຂ້ອງລົງແກ້ໄຂ.
2024-07-05
ອັດຕາແລກປ່ຽນຜັນຜວນ ປະຊາຊົນທຸກລະດັບເດືອດຮ້ອນ, ທຳມາຫາກິນລຳບາກ ເຊິ່ງຕອນນີ້ຍັງປະສົບກັບການກຳນົດ ອັດຕາແລກປ່ຽນກາງ ໃຫ້ສົມດຸນກັນ.
2024-07-05
ກຸ່ມບໍລິສັດ ຮົງກົງ ທຽນຊີຈໍາກັດ ຊຶ່ງເປັນຂອງນັກລົງທຶນຈີນ ໄດ້ຮັບອະນຸມັດໃຫ້ສໍາປະທານ ທີ່ດິນ ໃນເນື້ອທີ່ 1,530 ເຮັກຕ້າຣ໌ ຢູ່ເຂດປ່າຜະລິດແຫ່ງຊາດ ເຊຄໍາພໍ-ແບ່ງວິໄລ ເມືອງສະໜາມໄຊ ແຂວງອັດຕະປື ສ່ວນປະຊາຊົນ ທີ່ປູກມັນຕົ້ນ ຕ້ອງອອກຈາກເຂດພື້ນທີ່ ແບບບໍ່ໄດ້ຄ່າຊົດເຊີຍ ຄວາມເສຍຫາຍ ຍ້ອນວ່າເປັນດິນຂອງລັດ.
2024-07-05
ຫຼາຍບໍລິສັດ ຂອງນັກລົງທຶນຈີນ ທີ່ຂຸດແຮ່ເຫຼັກ ຢູ່ແຂວງພາກໃຕ້ ຂອງລາວ ຫັນມາໃຊ້ທ່່າເຮືອ ຫວຸງອາງ ເມືອງຫ່າຕິນ ປະເທດຫວຽດນາມ ເພື່ອຂົນສົ່ງແຮ່ເຫຼັກ ໄປປຸງແຕ່ງຢູ່ປະເທດຈີນ ເຊິ່ງການຂົນສົ່ງດັ່ງກ່າວ ຈະຜ່ານດ້ານສາກົນລາວບາວ ແຂວງສະຫວັນນະເຂດ ແລະ ດ່ານສາກົນລະໄລ ແຂວງສາລະວັນ.
2024-07-05
ສປປ ລາວ ເປັນໜີ້ຕ່າງປະເທດ ຢ່າງມະຫາສານ ແລະ ມີຄວາມຫຍຸ້ງຍາກທີ່ສຸດ ທີ່ຈະໃຊ້ແທນຄືນໄດ້, ແຕ່ຖືວ່າຍັງບໍ່ເຖິງຈຸດລົ້ມລະລາຍ ເຊິ່ງເຈົ້າໜ້າທີ່ທະນາຄານ ພັດທະນາອາຊີ ຫຼື ADB ປະຈໍາລາວ ເວົ້າວ່າ ການແກ້ໄຂບັນຫາໜີ້ສິນ ຕ່າງປະເທດ ໂດຍສະເພາະໜີ້ຈີນ ທີ່ມີມູນຄ່າຫຼາຍກວ່າໝູ່ ລັດຖະບານລາວ ຈໍາເປັນທີ່ຈະຕ້ອງຢຸດກູ້ຢືມຕື່ມອີກ ແລະໂຈະໂຄງການລົງທຶນໃໝ່ ຫຼືໂຄງການທີ່ບໍ່ຈໍາເປັນ ເພື່ອນໍາເອົາງົບປະມານເຫຼົ່ານັ້ນໄປໃຊ້ໜີ້.
2024-07-03
ສູນຊ່ວຍເຫຼືອແຮງງານເຄື່ອນຍ້າຍ ຖືກເປີດຂຶ້ນຢູ່ບໍລິເວນດ່ານສາກົນ ຂົວມິດຕະພາບ ລາວ-ໄທຍ ແຫ່ງທີ 1 ນະຄອນຫຼວງວຽງຈັນ ເຊິ່ງເປັນສູນທຳອິດ ທີ່ຈະຊ່ວຍເຫຼືອແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ທັງແບບຖືກກົດໝາຍ ແລະບໍ່ຖືກກົດໝາຍ.
2024-07-03
ປັດຈຸບັນ ສປປ ລາວ ປະສົບກັບບັນຫາເສດຖະກິດ-ການເງິນ ໜັກໜ່ວງ ຍ້ອນມີການສໍ້ລາດບັງຫຼວງຫຼາຍ ຈົນສະມາຊິກສະພາ ແຫ່ງຊາດຮຽກຮ້ອງໃຫ້ລັດຖະບານ ແກ້ໄຂຢ່າງຮີບດ່ວນ ແລະຖືເປັນວາລະແຫ່ງຊາດຕື່ມອີກ.
2024-07-03
ອົງການກວດສອບແຫ່ງລັດ ຍັງພົບເຫັນ ຫຼາຍໂຄງການລົງທຶນ ຂອງລັດ ມີລາຍຮັບ-ລາຍຈ່າຍເພີ່ມ ຈຳນວນຫຼາຍ ຂະນະທີ່ການກວດສອບ ໂຄງການພວກນັ້ນ ຍັງຊັກຊ້າ ຍ້ອນຂາດຄວາມເຂັ້ມງວດ ແລະ ເດັດຂາດ.
2024-07-03
ອະດີດຜູ້ເຮັດວຽກຕອບແຊັດ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາໄດ້ໃຫ້ສໍາພາດ ຕໍ່ວິທຍຸເອເຊັຽເສຣີກ່ຽວກັບການໄປເຮັດວຽກຕອບແຊັດ ໃນເຂດດັ່ງກ່າວວ່າ ອາດສ່ຽງຕໍ່ການຖືກຄ້າມະນຸດ ໂດຍຜ່ານການເຮັດວຽກ.
2024-07-03
ອົງການສາກົນ ລາຍງານວ່າ ເສລີພາບສື່ມວນຊົນໃນລາວ ຍັງໜ້າເປັນຫ່ວງໜັກ ແລະ ການສະແດງ ຄວາມຄຶດເຫັນ ຜ່ານສື່ສັງຄົມອອນລາຍນ໌ ຂອງຊາວລາວ ຍັງຖືກຕິດຕາມ ຈາກເຈົ້າໜ້າທີ່.