ບໍລິສັດຈີນ ຫັນມາໃຊ້ທ່າເຮືອຫວຽດນາມ ເພື່ອຂົນສົ່ງແຮ່ດິບຈາກລາວ
2024.07.05

ຫຼາຍບໍລິສັດ ຂອງນັກລົງທຶນຈີນ ທີ່ຂຸດແຮ່ເຫຼັກ ຢູ່ແຂວງພາກໃຕ້ ຂອງລາວ ຫັນມາໃຊ້ທ່່າເຮືອ ຫວຸງອາງ ເມືອງຫ່າຕິນ ປະເທດຫວຽດນາມ ເພື່ອຂົນສົ່ງແຮ່ເຫຼັກ ໄປປຸງແຕ່ງຢູ່ປະເທດຈີນ.
ການຂົນສົ່ງດັ່ງກ່າວ ຈະຜ່ານດ້ານສາກົນລາວບາວ ແຂວງສະຫວັນນະເຂດ ແລະ ດ່ານສາກົນລະໄລ ແຂວງສາລະວັນ ສ່ວນວ່າ ການຂົນສົ່ງຜ່ານແຂວງພາກເໜືອ ແມ່ນຜ່ານທາງລົດໄຟ.
ເຈົ້າໜ້າທີ່ພະແນກພະລັງງານ ແລະບໍ່ແຮ່ ແຂວງອັດຕະປື ທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ກໍລະກົດ ວ່າ:
“ບໍ່ເຫຼັກນີ້ ຢູ່ອັດຕະປື, ອັດຕະປືນີ້ ນີ້ ເຂົາເຂົ້າດ້ານເສັ້ນຂອງເຊກອງ ຖ້າວ່າ ບໍ່ແຮ່ ມັນຢູ່ທາງເບື້ອງເໜືອນີ້ ມັນກະຊິລົງໃສ່ທາງລາວບາວ ແລ່ນອອກພຸ້ນ ຕ້ອງໄດ້ສັ່ງວ່າ ເທົ່ານັ້ນຕັນ ເທົ່ານີ້ຕັນ ມັນຕ້ອງມີກໍານົດໃຫ້ ເຂົາມີຄະນະກໍາມະການເຂົາ.”
ທ່ານ ກ່າວຕື່ມວ່າ ການຂົນສົ່ງແຮາທາດຕ່າງໆ ໄປປະເທດຈີນ ໄດ້ຮັບອະນຸຍາດຈາກລັດຖະບານລາວ ຢ່າງຖືກຕ້ອງ ໂດຍມີເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ແຂວງຈະເປັນຜູ້ຄຸ້ມຄອງ, ຕິດຕາມ ກວດກາ, ຄວບຄຸມນໍ້າໜັກລົດບັນທຸກ ແລະ ກວດສອບປະລິມານແຫ່ທາດເຫຼົ່ານັ້ນ ໃຫ້ຢູ່ໃນໂຄຕ້າສໍາປະທານ.
ປັດຈຸບັນແຫ່ເຫຼັກ ແລະ ຖ່ານຫີນ ທີ່ຂຸດຄົ້ນພາກໃຕ້ຂອງລາວ ຖືກສົ່ງໄປທ່າເຮືອຫວຸງອາງ ໂດຍບໍ່ມີການຕັ້ງໂຮງງານເພື່ອຜະລິດ ປຸງແຕ່ງສໍາເລັດຮູບ ແຕ່ ກ່ອນໜ້ານີ້ ບໍລິສັດຈີນ ຂົນສົ່ງໄປທາງດ່ານບໍ່ເຕັນ ແຂວງຫລວງນໍ້າທາ.
ທ່ານ Andrew Goledzinowski ເອອັກຄະລັດຖະທູດ ອອສເຕຣເລຍ ປະຈໍາ (ປະເທດ) ຫວຽດນາມ ໄດ້ໂພສຕ໌ຂໍ້ຄວາມຜ່ານ ເອັກ (ທະວິດເຕີ) ໃນວັນທີ 2 ກໍລະກົດ 2024 ທີ່ຜ່ານມາ ວ່າ ບໍລິສັດຈີນ ນໍາເຂົ້າແຮ່ເຫຼັກຈາກປະເທດລາວ ຜ່ານທ່າເຮືອລະຫວ່າງປະເທດ ລາວ-ຫວຽດນາມ ໃນເມືອງຫ່າຕິນ ໂດຍມີການຂົນສົ່ງແຮ່ທາດລົງເຮືອ ລໍາໃຫຍ່ຂະໜາດ 40,000 ຕັນ ເພື່ອຂົນສົ່ງໄປເມືອງຊິງເຕົ໋າ ປະເທດຈີນ.
ແຂວງເຊກອງ ກໍມີໂຄງການຂຸດຄົ້ນຖ່ານຫີນ ແລະ ແຮ່ເຫຼັກຂະໜາດໃຫຍ່ ປະມານ 2-3 ໂຄງການ ແຕ່ ບໍ່ມີໂຮງງານປຸງແຕ່ງ ສະນັ້ນ ລັດຖະບານຈຶ່ງອະນຸຍາດໃຫ້ນັກລົງທຶນ ຂົນສົ່ງແຮ່ທາດທັງໝົດອອກໄປປຸງແຕ່ງຢູ່ປະເທດຈີນ.
ເຈົ້າໜ້າທີ່ ພະແນກພະລັງງານ ແລະ ບໍ່ແຮາ ແຂວງເຊກອງ ໄດ້ກ່າວວ່າ:
“ແມ່ນໆ ເຂົາສົ່ງອອກຕ່າງປະເທດ ບໍ່ບໍ່ມີ ມີແຕ່ເພິ່ນສົ່ງອອກຕ່າງປະເທດໝົດ.”
ໃນເດືອນມິຖຸນາ ທີ່ຜ່ານມາ, ທາງການແຂວງເຊກອງ ໄດ້ລາຍງານວ່າ ແຂວງເຊກອງ ໄດ້ຂຸດຄົ້ນ ແລະ ສົ່ງອອກຖ່ານຫີນ ຜ່ານດ່ານສາກົນລະໄລ ແຕ່ຕົ້ນປີ 2024 ມາເຖິງປັດຈຸບັນ ໄດ້ 1 ລ້ານກວ່າຕັນ, ສະເພາະ ໃນ 6 ເດືອນຕົ້ນປີ 2024 ມີຈໍານວນລົດຂົນສົ່ງຖ່ານຫີນ ອອກຕ່າງປະເທດປະມານ 17,000 ຄັນ ຍັງບໍ່ລວມການຂົນສົ່ງແຮ່ທາດອື່ນໆ ອີກຈໍານວນຫຼາຍ.
ໃນປີ 2023 ທາງການແຂວງຫລວງພະບາງ ໄດ້ລາຍງານວ່າ ແຂວງຫລວງພະບາງ ມີການຂຸດຄົ້ນ ແລະ ສົ່ງອອກແຮ່ເຫຼັກ ໄປປະເທດຈີນ ປະມານ 300,000 ຕັນ ໂດຍ ຜ່ານ ເສັ້ນທາງລົດໄຟ.
ນອກຈາກນີ້, ແຂວງໄຊສົມບູນກໍເປັນອີກແຂວງໜຶ່ງ ທີ່ມີການຂຸດຄົ້ນແຮ່ທາດ ແລະ ຂົນສົ່ງໄປປະເທດຈີນ ໂດຍບໍ່ມີການປຸງແຕ່ງແຮ່ທາດ ກ່ອນຈະສົ່ງອອກ ຍ້ອນ ບໍ່ມີໂຮງງານປຸງແຕ່ງ.
ເຈົ້າໜ້າທີ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ກ່າວວ່າ:
“ແຮ່ຊື່ໆ ເພິ່ນຂົນອອກ ອອກຈີນພຸ້ນນ່າ ປຸງແຕ່ງຢູ່ ຈີນພຸ້ນນ່າ ທຸກບໍລິສັດເລີຍ ເອົາໄປພູ້ນໝົດເລີຍນ່າ ກະຂຶ້ນລົດໄຟອອກຈີນພຸ້ນແຫຼະບາດນີ້.”
ປະຊາຊົນ ກໍຕ້ອງການໃຫ້ລັດຖະບານສັ່ງໂຈະ ແລະ ຢຸດເຊົາອະນຸຍາດໃຫ້ບໍລິສັດຕ່າງປະເທດ ມາຂຸດຄົ້ນແຮ່ທາດຢູ່ໃນປະເທດລາວ ຍ້ອນວ່າ ມັນຈະໝົດໄປໃນຕໍ່ໜ້າ.
ຊາວບ້ານ ຢູ່ນະຄອນຫລວງວຽງຈັນ ທ່ານໜຶ່ງ ໄດ້ກ່າວວ່າ:
“ບໍ່ເຫັນດີແຫຼະ ຄັນວ່າ ຂຸດຄົ້ນໝົດແລ້ວ ຊິເອົາໃສມາເຮັດ ຊິເອົາໃສມາກິນ ມັນໝົດ ໝົດອີ່ຫຼີ ສົ່ງຜົນກະທົບຕໍ່ສະພາບແວດລ້ອມອີກ ຄົນລາວເປັນຜູ້ຂຸດຄົ້ນເອງ ເຮັດເອງກະຈະມີຜົນດີກວ່າຫັ້ນນ່າ.”
ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຄີຍຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຕິດຕາມ ກວດກາ ຄື ບັນດາໂຄງການຂຸດຄົນແຮ່ທາດ ໃນທົ່ວປະເທດ ຫ້າມຂຸດຄົນແຮ່ດິບອອກໄປນອກປະເທດ ຖ້າຍັງບໍ່ໄດ້ຮັບການປຸງແຕ່ງສໍາເລັດຮູບ ເພາະເຮັດໃຫ້ປະເທດລາວເສີຍຜົນປະໂຫຍດ ແລະ ຍັງສ້າງຜົນກະທົບຕໍ່ເສັ້ນທາງຫລວງ, ເສັ້ນທາງຊົນນະບົດອີກຫຼາຍແຫ່ງ ຍ້ອນລົດບັນທຸກແຮ່ທາດມີນໍ້າໜັກເກີນ.
ປັດຈຸບັນ ລັດຖະບານລາວ ໄດ້ອະນຸຍາດໃຫ້ມີການຂຸດຄົ້ນແຮ່ທາດ ໃນທົ່ວປະເທດທັງໝົດ 968 ບໍລິສັດ ໃນນັ້ນ ຂັ້ນສູນກາງອະນຸຍາດ ຈໍານວນ 297 ບໍລິສັດ, ຂັ້ນທ້ອງຖິ່ນ ອະນຸຍາດ ຈໍານວນ 671 ບໍລິສັດ. ນອກຈາກນີ້ ຍັງມີບໍລິສັດ ທີ່ໄດ້ຮັບອະນຸຍາດຂຸດຄົ້ນແຮ່ທາດ ແບບທົດລອງ ຈໍານວນ 93 ບໍລິສັດ.
ສປປລາວ ຄາດການວ່າ ມີປະລິມານຊັບພະຍາກອນແຮ່ທາດ ຈໍານວນ 19 ແຮ່ທາດ ລວມທັງໝົດປະມານ 14,000 ລ້ານຕັນ ໃນນັ້ນ ມີປະລິມານແຮ່ເກືອກາລີ ຫຼາຍກວ່າໝູ່ປະມານ 10,000 ລ້ານຕັນ, ແຮ່ຫີນປູນປະມານ 2,000 ລ້ານຕັນ, ຖ່ານຫີນ ມີປະມານ 800 ລ້ານຕັນ ແລະ ທອງ 200 ລ້ານຕັນ.
ຂະນະທີ່ລາຍຮັບ ທີ່ໄດ້ຈາກໂຄງການບໍ່ແຮ່ປີ 2023 ທີ່ຜ່ານມາ ມີມູນຄ່າຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໃນທົ່ວປະເທດ ປະມານ 2,400 ລ້ານ ໂດລ້າ ຊຶ່ງການຈໍາໜ່າຍແຮ່ທາດ ຢູ່ພາຍໃນປະເທດ ມູນຄ່າປະມານ 270 ລ້ານໂດລ້າ, ຈໍາໜ່າຍອອກຕ່າງປະເທດ ມີມູນຄ່າປະມານ 2,600 ລ້ານ ໂດລ້າ ແລະ ໄດ້ມອບພັນທະໃຫ້ລັດຖະບານແລ້ວ ປະມານ 300 ລ້ານໂດລ້າ ອີງຕາມຂໍ້ມູນ ຈາກທາງການລາວ.