ສປປ ລາວ ປະສົບກັບບັນຫາ ໃນການໃຊ້ໜີ້ຕ່າງປະເທດ ໂດຍສະເພາະຈີນ

ຈຳປາທອງ
2024.07.05
ສປປ ລາວ ປະສົບກັບບັນຫາ ໃນການໃຊ້ໜີ້ຕ່າງປະເທດ ໂດຍສະເພາະຈີນ ຊາວລາວ ທີ່ພວມຈະໃຊ້ລົດໄຟລາວ-ຈີນ ເພື່ອເດີນທາງໄປຍັງພາກເໜືອ.
RFA

ສປປ ລາວ ເປັນໜີ້ຕ່າງປະເທດ ຢ່າງມະຫາສານ ແລະຫຍຸ້ງຍາກທີ່ສຸດ ທີ່ຈະໃຊ້ແທນຄືນໄດ້, ແຕ່ຍັງບໍ່ທັນຮອດຈຸດລົ້ມລະລາຍ. ເຈົ້າໜ້າທີ່ທະນາຄານພັດທະນາອາຊີ ຫຼື ADB ປະຈໍາລາວ ເວົ້າວ່າ ການແກ້ໄຂບັນຫາໜີ້ສິນ ຕ່າງປະເທດ ໂດຍສະເພາະໜີ້ຈີນ ທີ່ມີມູນຄ່າຫຼາຍກວ່າໝູ່ ລັດຖະບານລາວ ຈໍາເປັນທີ່ຈະຕ້ອງຢຸດກູ້ຢືມຕື່ມອີກ ແລະໂຈະໂຄງການລົງທຶນໃໝ່ ຫຼືໂຄງການທີ່ບໍ່ຈໍາເປັນ ເພື່ອນໍາເອົາງົບປະມານເຫຼົ່ານັ້ນໄປໃຊ້ໜີ້ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ກໍລະກົດນີ້ວ່າ ມັນຍັງບໍ່ຮອດຈຸດວ່າລົ້ມລະລາຍ.

ມັນຍັງບໍ່ຮອດຈຸດວ່າລົ້ມລະລາຍ ແຕ່ວ່າມັນກະຫຍູ້ງຍາກຫັ້ນລະ ຄັນຊິເວົ້ານະເນາະ ເຂົາກະບໍ່ຕ້ອງລົງທຶນຫຍັງເລີຍ ພາກລັດ ສິບໍ່ມີກິນກະຈໍາເປັນຕ້ອງໄດ້ຈ່າຍໜີ້ ຈີນເຂົາກະ 3 ປີຜ່ານມາຕັ້ງແຕ່ປີ 2020 ຂະເຈົ້າກະເລື່ອນໃຫ້ເດ້ ເຂົາກະຢວນກັນໃຫ້ມັນເປັນການຮ່ວມມື 2 ຝ່າຍ ກະບໍ່ມີຫຍັງທີ່ຈະມີດີຂຶ້ນພາຍໃນມື້ນີ້ມື້ອື່ນ ໃຊ້ເວລາພໍສົມຄວນ.

ທ່ານກ່າວຕື່ມວ່າ ບັນຫາໜີ້ສິນຕ່າງປະເທດ ໂດຍສະເພາະໜີ້ຈີນ ຖືວ່າເປັນບັນ ຫາສໍາຄັນທີ່ສຸດ ຂອງລັດຖະບານລາວໃນຕອນນີ້ ທີ່ຈະຕ້ອງໄດ້ຮີບຫາເງິນ ເປັນ ຈໍານວນຫຼວງຫຼາຍທີ່ສຸດ ເທົ່າທີ່ຈະຫາໄດ້ ເພາະປັດຈຸບັນ ລັຖບານລາວ ແທບບໍ່ມີເງິນພຽງພໍ ໃນການບໍລິຫານປະເທດ.

ປີ 2023 ທຶນໃນຄັງສໍາຮອງເງິນຕາ ຕ່າງປະເທດຫຼຸດລົງ ຊຶ່ງປັດຈຸບັນ ຍັງເຫຼືອຢູ່ປະ ມານ 800 ລ້ານໂດລ້າສະຫະລັດ ແລະຢູ່ທະນາຄານແຫ່ງຊາດຈີນ ປະມານ 1,800 ລ້ານໂດລ້າ, ເງິນສໍາຮອງທັງໝົດທີ່ວ່ານັ້ນ ສາມາດຊື້ສິນຄ້າຈາກຕ່າງປະເທດເຂົ້າມາກຸ້ມໄດ້ພຽງ 2.3 ເດືອນ ຄືຕໍ່າກວ່າເກນມາດຕະຖານ ທີ່ຕ້ອງກຸ້ມໄດ້ 3 ເດືອນ ຫຼືຫຼາຍກວ່ານັ້ນ.

ໃນຂະນະດຽວກັນ ລັດຖະບານລາວ ກໍຕ້ອງໄດ້ແບກຮັບ ແບກສູ້ ໃນການພັດ ທະນາເສດຖະກິດ-ສັງຄົມ ຂອງປະເທດ ເປັນຕົ້ນການພັດທະນາໂຄ່ງຮ່າງພື້ນຖານທີ່ຈໍາເປັນ, ການຊຸກຍູ້ ສົ່ງເສີມການພັດທະນາ ເພື່ອລົບລ້າງຄວາມທຸກຍາກ, ເພື່ອຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະການພັດທະນາ ແບບຍືນຍົງ ກໍຕ້ອງຊັກຊ້າ, ແກ່ຍາວໄປອີກຫຼາຍປີ ເນື່ອງຈາກລັດຖານ ຕ້ອງໄດ້ແບ່ງງົບປະມານສ່ວນໃຫຍ່ ໄປໃຊ້ໜີ້ຕ່າງປະເທດ.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງການເງິນ ກໍເວົ້າວ່າ ພື້ນຖານລາຍຮັບຂອງປະເທດ ມີຄວາມອ່ອນໄຫວຫຼາຍສົມຄວນ ເພາະການເກັບລາຍຮັບຢູ່ພາຍໃນ ບໍ່ໄດ້ຕາມເປົ້າໝາຍ, ລາຍຮັບຈາກການລົງທຶນ ໂດຍສະເພາະໂຄງການຂະໜາດໃຫຍ່ ຫຼຸດລົງ, ນັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ລາວໜ້ອຍ.

ລາຍຮັບທີ່ໄດ້ໃນປັດຈຸບັນ ສ່ວນໜຶ່ງ ມາຈາກການເກັບພາສີ-ອາກອນ ຈາກຫົວໜ່ວຍທຸລະກິດ ແລະບໍລິສັດຕ່າງປະເທດ ລວມທັງໂຄງການຂະໜາດໃຫຍ່ ແຕ່ກໍເກັບໄດ້ໜ້ອຍດຽວ ເພາະສິນຄ້າສ່ວນຫຼາຍ ທີ່ນໍາເຂົ້າມາຈະຖືກຍົກເສັ້ນພາສີ-ອາກອນ ຕາມສັນຍາການລົງທຶນ ແລະອີກຈໍານວນໜຶ່ງ ກໍແມ່ນໂຄງການລົງທຶນຂອງຕ່າງປະເທດ 100% ທີ່ເຮັດໃຫ້ລາວ ໄດ້ຮັບແຕ່ຄ່າສໍາປະທານທີ່ດິນເທົ່ານັ້ນ.

ເພື່ອຫາເງິນມາໃຊ້ໜີ້ຕ່າງປະເທດ ທ່ານກ່າວຕື່ມວ່າ ໄດ້ມີການສະເໜີໃຫ້ລັດຖະບານລາວ ຕ້ອງນໍາສິນຄ້າຕ່າງປະເທດເຂົ້າມາ ສະເພາະແຕ່ສິນຄ້າທີ່ຈໍາເປັນ, ແລະຊຸກຍູ້-ສົ່ງເສີມໃຫ້ປະຊາຊົນ ຫັນມາປູກພືດ, ລ້ຽງສັດ ແລະຜະລິດສິນຄ້າ ໃຫ້ມີຄຸນນະພາບ ເພື່ອຂາຍໃນປະເທດ ແລະສົ່ງອອກໄປຂາຍຕ່າງ ປະເທດ ໃນຮູບແບບສະຫະກອນ ຫຼືສະມາຄົມ.

ການສ້າງລາຍຮັບຍັງມີຄວາມອ່ອນໄຫວ ຍັງບອບບາງເນາະລັດຖະບານພະຍາຍາມ ເຮັດໃຫ້ຖານລາຍຮັບໝັ້ນຄົງ ມີການຜະລິດມີການສ້າງລາຍຮັບ ມີການສົ່ງອອກໂດຍຜ່ານຮູບສະຫະກອນ ຜ່ານຮູບສະມາຄົມ ລັດຕ້ອງພະຍາຍາມສ້າງໃຫ້ເປັນແບບລັກສະນະນັ້ນຫັ້ນນ່າ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ທີ່ຜ່ານມານີ້ວ່າ ລັດຖະບານຄາດຄະເນ 6 ເດືອນຕົ້ນປີ 2024 ຈະເກັບລາຍຮັບໄດ້ປະມານ 25,957 ຕື້ກີບ ເທົ່າກັບ 52% ຂອງແຜນການປີ ແລະຄາດຄະເນ 6 ເດືອນທ້າຍປີ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 28,000 ຕື້ກີບ.

ປັດຈຸບັນ ລັດຖະບານລາວ ມີຄວາມຕ້ອງການເງິນຕາຕ່າງປະເທດ ຢ່າງໜ້ອຍ 10 ຕື້ໂດລ້າສະຫະລັດຕໍ່ປີ ເພື່ອນໍາໄປໃຊ້ໜີ້ຕ່າງປະເທດ, ເພື່ອເປັນກອງທຶນສໍາລອງລະຫວ່າງປະເທດ ແລະການພັດທະນາເສດຖະກິດ-ສັງຄົມ ໃຫ້ໄດ້ຕາມແຜນການ. ແຕ່ວ່າ ທະນາຄານແຫ່ງ ສປປ ລາວ ສາມາດເກັບຊື້ໄດ້ ພຽງແຕ່ 3 ຕື້ປາຍໂດລ້າສະຫະລັດເທົ່ານັ້ນ.

ເຈົ້າໜ້າທີ່ທະນາຄານແຫ່ງ ສປປລາວ ເວົ້າວ່າ ເພື່ອເຮັດໃຫ້ລັດຖະບານ ມີເງິນຕາຕ່າງປະເທດຢ່າງພຽງພໍ ແມ່ນຈະໄດ້ສືບຕໍ່ປະຕິບັດນະໂຍບາຍ ແລະມາດຕະການ ຄຸ້ມຄອງເງິນຕາຕ່າງປະເທດຢ່າງເຂັ້ມງວດ ແລະຕັ້ງເປົ້າໝາຍເກັບລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປລາວ ໃຫ້ໄດ້ຢ່າງໜ້ອຍ 70%.

ພ້ອມກັນນັ້ນ ກໍຕ້ອງເຂັ້ມງວດ ໃນການບັງຄັບໃຊ້ກົດໝາຍ ຕໍ່ຜູ້ກະທໍາຜິດ ໃນ

ການຊື້-ຂາຍ ແລະແລກປ່ຽນເງິນຕາ ນອກລະບົບທະນາຄານ. ແຕ່ໃນການປະຕິບັດຕົວຈິງ ຍັງມີການລະເມີດກົດໝາຍຫຼາຍ, ຕ້ອງໄດ້ຂໍຄວາມຮ່ວມມືຈາກປະຊາຊົນ ດັ່ງທີ່ທ່ານກ່າວວ່າ:

ກະຕ້ອງໄດ້ຂໍຄວາມຮ່ວມມື ຈາກປະຊາຊົນແຫລະ ພົບເຫັນເນາະ ແລະມີຫລັກຖານວ່າຜູ້ນັ້ນຮັບແລກແທ້ ເງິນຕາ ຫລືວ່າມັນມີບັນຊີເພື່ອແລກຜ່ານບັນຊີເນາະ ເຮົາສິຕິດຕາມລາຍຮັບເພື່ອໃຫ້ມີໝູນໃຊ້ ຊໍາລະໜີ້ຕ່າງປະເທດ ຢາກໃຫ້ພຽງພໍ ພະຍາຍາມຄ່ອຍໆແກ້ໄຂຢູ່ ເຈົ້າ.

ແລະປະຊາຊົນຜູ້ໜຶ່ງ ຢູ່ນະຄອນຫຼວງວຽງຈັນ ກໍເວົ້າວ່າ ລັດຖະບານ ຕ້ອງຈັດເກັບລາຍຮັບ ເຂົ້າງົບປະມານຢ່າງເຂັ້ມງວດ, ບໍ່ໃຫ້ເກີດການຮົ່ວໄຫຼ, ຕິດ ຕາມ ກວດສອບພະນັກງານ-ຮັດຖະກອນທຸກຄົນ ທີ່ມີໜ້າທີ່ຮັບຜິດຊອບໂຄງ ການຕ່າງໆ ເພື່ອບໍ່ໃຫ້ມີການສໍ້ລາດບັງຫຼວງ ຍ້ອນວ່າ ລາຍຮັບບໍ່ເຂົ້າທະນາຄານຂອງລັດ.

ມາເບິ່ງແລ້ວລາຍຮັບນີ້ ບໍ່ແມ່ນວ່າບໍ່ມີ ມີແຕ່ມັນບໍ່ເຂົ້າທະນາຄານຫັ້ນຕີ້ ມັນຕ້ອງເຮັດແທ້ ໃຫ້ມັນເຂັ້ມງວດ ນາຍົກເພິ່ນເວົ້າຫັ້ນແຫລະ ໜີ້ສິນປະເທດຊາດພວກເຮົານີ້ ເພີ້ມຂຶ້ນນັບມື້ນັບຫລາຍ ແລ້ວແກ້ໄຂບໍ່ຕົກ ຍ້ອນບັນຫາ ບໍ່ເດັດບໍ່ຂາດນີ້ນ່າ.

ອີງຕາມລາຍງານ ຂອງກະຊວງການເງິນ ກ່ຽວກັບໜີ້ສາທາລະນະ ປະຈໍາປີ 2023, ສປປລາວ ມີໜີ້ສາທາລະນະທັງໝົດເກືອບ 14 ຕື້ໂດລ້າສະຫະລັດ ເທົ່າກັບ 108% ຂອງລວມຍອດມະນຄ່າຜະລິດຕະພັນພາຍໃນ ຫຼື GDP. ໃນຈໍານວນນັ້ນ ເປັນໜີ້ຕ່າງປະເທດ ປະມານ 10 ຕື້ປາຍໂດລ້າສະຫະລັດ.

ຕ່າງປະເທດ ທີ່ລັດຖະບານ ສປປ ລາວ ກູ້ຢືມຫຼາຍທີ່ສຸດ ແມ່ນຈີນ ປະມານ 5  ຕື້ປາຍໂດລ້າ, ຮອງລົງມາກໍແມ່ນ ທະນາຄານພັດທະນາອາຊີ ປະມານ 840 ລ້ານໂດລ້າ, ທະນາຄານໂລກ ປະມານ 824 ລ້ານໂດລ້າ, ເກົາຫຼີໃຕ້ ປະມານ 287 ລ້ານໂດລ້າ, ໄທ ປະມານ 286 ລ້ານໂດລ້າ ແລະເປັນໜີ້ທະນາຄານທຸລະກິດ ທັງຢູ່ພາຍໃນປະເທດ, ຢູ່ຕ່າງປະເທດ ແລະສະຖາບັນການເງິນອື່ນໆອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.