ປະຊາຊົນ ຮຽກຮ້ອງໃຫ້ລັດຖະບານ ແກ້ໄຂເງິນເຟີ້ ແລະອັດຕາແລກປ່ຽນ
2024.07.08

ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ ປັດໄຈຕົ້ນຕໍ່ທີ່ພາໃຫ້ອັດຕາເງິນເຟີ້ ຍັງສູງນັ້ນ ແມ່ນເກີດມາຈາກການອ່ອນຄ່າ ຂອງເງິນກີບ ທຽບກັບເງິນຕາຕ່າງປະເທດ ເປັນຕົ້ນເງິນໂດລ້າ, ເງິນບາດ ແລະ ເງິນຢວນ ເຊິ່ງເປັນສະກຸນເງິນຫຼັກ ໃນການສຳລະສະສາງສິນຄ້າ ແລະການບໍລິການນໍາເຂົ້າ. ພ້ອມນີ້ກໍ່ມາຈາກການປັບອາກອນມູນຄ່າເພີ່ມຈາກ 7% ມາເປັນ 10% ແລະ ການເອື່ອຍອີງການນໍາເຂົ້າສິນຄ້າ ອຸປະໂພກ-ບໍລິໂພກ ຈາກຕ່າງປະເທດ. ອີງຕາມບົດລາຍງານ ສະພາບເງິນເຟີ້ປະຈຳເດືອນມິຖຸນາ.
ກ່ຽວກັບເລື່ອງນີ້ ຊາວບ້ານເມືອງຈໍາພອນ ແຂວງສະຫວັນນະເຂດ ກ່າວວ່າ ອັດຕາເງິນເຟີ້ຢູ່ປະເທດລາວຍັງສູງຢູ່ ແຕ່ກໍ່ເລີ່ມຄົງທີ່ແລ້ວ, ແຕ່ອັດຕາແລກປ່ຽນເງິນກີບ ຍັງອ່ອນຄ່າຫຼາຍເມື່ອທຽບໃສ່ເງິນບາດ. ຜ່ານມາ ເຖິງວ່າລັດຖະບານຈະສຸມໃສ່ ແກ້ໄຂແຕ່ຍັງບໍ່ໄດ້ຮັບຜົນປານໃດ.
“ຢູ່ຕົວໜ້ອຍໜຶ່ງແມ່ນກໍ່ຢູ່ຕົວ ແຕ່ວ່າກໍ່ຍັງສູງຢູ່ມີແຕ່ອັດຕາແລກປ່ຽນເງິນກີບຫັ້ນນ່າ ເງິນກີບຍັງອ່ອນຕ່າທຽບໃສ່ເງິນບາດພັນໜຶ່ງ ເທົ່າກັບເຈັດແສນສາມສິບຫ້າ. ເຣດນອກ ບໍ່ຄ່ອຍໄດ້ຜົນປານໃດ ແມ່ນເພາະລັດຖະບານ ເພິ່ນວາງມາດຕະການ ອອກມາ ແຕ່ປະຊາຊົນບໍ່ປະຕິບັດຕາມ. ມັນກາບໍ່ໄດ້ຜົນຫຍັງຄືເກົ່າເພາະວ່າ ຄົນຍັງແຫ່ໄປແລກເງິນຢູ່ເຣດນອກ ຢູ່ຄືເກົ່າ.”
ເຈົ້າຂອງຮ້ານອາຫານ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນວ່າ ອັດຕາແລກປ່ຽນທີ່ປ່ຽນແປງຢ່າງຕໍ່ເນື່ອງ ເຮັດໃຫ້ຄ່າຄອງຊີບຂອງປະຊາຊົນ ຜັນຜວນຄືກັນຍ້ອນລາຄາເຄື່ອງອຸປະໂພກ-ບໍລິໂພກ ຂຶ້ນລາຄາທຸກມື້.ເພາະສິນຄ້າສ່ວນຫຼາຍແມ່ນນໍ້າເຂົ້າ.
“ບໍ່ລຸດເດີ້ແຮງຄືເກົ່າ ຄ່າຄອງຊີບອີ່ຫຍັງທັງໝົດຕ່າງໆ ມັນຂຶ້ນເບິດທຸກຢ່າງ ເອົາມາຈາກຝັ່ງໄທເດ້. ຝັ່ງຈີນເດ້, ຝັ່ງຫວຽດເດ້. ທຸກຢ່າງຂຶ້ນເບິດສົມມຸດເນາະ ໄປເອົາເຄື່ອງໄທເນາະອັດຕາແລກປ່ຽນ ມັນຈະຂຶ້ນຂະເຈົ້າກໍ່ໄລ່ຕາມເງິນເດ້. ແມ່ນປ່ຽນທຸກມື້ຖ້າວ່າເງິນຂຶ້ນ ກໍ່ເຮົາໄປຊື້ເຄື່ອງເບາະ ຂະເຈົ້າກໍ່ໄລ່ເປັນເງິນຕາຕ່າງປະເທດ ນີ້ເນາະ ກໍ່ຂຶ້ນ.”
ຜູ້ປະກອບການ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າປະຊາຊົນລາວ ໄດ້ຮັບຜົນກະທົບຈາກເງິນເຟີ້ ແລະອັດຕາແລກປ່ຽນ ທັງໝົດແຕ່ທີ່ຜ່ານ ມາຍັງບໍ່ເຫັນມາດຕະການ ແກ້ໄຂທີ່ໄດ້ຮັບຜົນຈາກລັດຖະບານ.
“ກະທົບໄປເບິດບໍ່ວ່າ ປະຊາຊົນຢູ່ລະດັບໃດກໍ່ກະທົບເບິດ ປະຊາຊົນເຮັດໄຮ່ເຮັດນາກໍ່ກະທົບຄືກັນ ເລື່ອງລັດຖະບານກໍ່ອັນນັ້ນກັນ ຢູ່ຫັ້ນແຫຼະແຕ່ວ່າຄືວ່າຫັ້ນແຫຼະ ການນໍາອີ່ຫຼີເພິ່ນກາບໍ່ໄດ້ລົງມາເບິ່ງເນາະ ວ່າປະຊາຊົນນີ້ ມັນຖືກກະທົບແບບໃດ ເພິ່ນກໍ່ບໍ່ໄດ້ມາຕິດຕາມ ເພິ່ນກໍ່ບໍ່ໄດ້ເອົາຂໍ້ມູນອີ່ຫຍັງຕ່າງໆເນາະ ບໍ່ຮູ້ສະພາບຄວາມເປັນຈິງ ເປັນແນວໃດມີແຕ່ຄາດເດົາຢູ່ຂັ້ນເທິງພຸ້ນເນາະ.”
ນັກເສດຖະສາດກ່າວວ່າ ກ່ຽວກັບເລື່ອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນຕ້ອງໄດ້ໃຫ້ຫຼາຍພາກສ່ວນຮ່ວມກັນ ແກ້ໄຂເປັນຕົ້ນກນຫາລາຍຮັບທີ່ເປັນເງິນຕາ ຕ່າງປະເທດເຂົ້າລະບົບການເງິນຜ່ານການທ່ອງທ່ຽວ ແລະການສົ່ງອອກ, ການແກ້ໄຂນະໂຍບາຍ ການເງິນໃນໄລຍະສັ້ນ, ກາງ ແລະ ຍາວ.
“ໄລຍະສັ້ນຕ້ອງໄດ້ແກ້ໄຂ ບັນດາພວກນະໂຍບາຍເງິນຕາເນາະ ເວົ້າເລື່ອງຂອງການເພີ່ມອັດຕາ ດອກເບັ້ຍຂອງເງິນສະກຸນກີບ ຫຼຸດອັດຕາດອກເບັ້ຍຂອງເງິນຕ່າງປະເທດ ແລ້ວກໍ່ເຊົາອອກພັນທະບັດທີ່ບໍ່ຈຳເປັນ ແລ້ວກໍ່ມາແກ້ບັນຫາເລື່ອງນະໂຍບາຍ ການເງິນໃຫ້ໃຊ້ຈ່າຍມັນໜ້ອຍລົງ ຫຼຸດໂຄງການທີ່ບໍ່ຈຳເປັນອອກ. ໄລຍະກາງເນາະ ໄລຍະຍາວຕ້ອງມາເບິ່ງເລື່ອງການເຮັດປະຕິຮູບ ໂຄງການລັດວິສາຫະກິດຕ່າງໆ ມັນບໍ່ມີປະສິດຕິພາບກໍ່ຍົກເລີກ ໄປໃຫ້ເອກະຊົນມາຖືກຫຸ້ນແທນ ແລ້ວກໍ່ຄວບຄຸມການໃຊ້ຈ່າຍຂອງລັດຖະບານແລ້ວມາເບິ່ງກວດສອບ ໂຄງການໃດທີ່ບໍ່ມີຄວາມໂປ່ງໃສ ກໍ່ຈັດການໃຫ້ມັນຮຽບຮ້ອຍ.”
ຕໍ່ກັບການແກ້ໄຂເງິນເຟີ້ ແລະອັດຕາແລກປ່ຽນ ທ່ານ ສົມມາດ ພົນເສນາ, ຮອງປະທານຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂຫຼາຍບັນຫາຂອງ 6 ເດືອນທ້າຍປີ 2024. ໂດຍສະເພາະ ໃຫ້ເລັ່ງແກ້ໄຂດ້ານເສດຖະກິດ-ສັງຄົມກໍ່ຄືບັນຫາ ໄພເງິນເຟີ້ ແລະ ລາຄາສິນຄ້າໂດຍໃຫ້ປະຕິບັດມາດຕະການ ໃຫ້ເປັນລະບົບຄົບຊຸດ, ເຂັ້ມງວດ ຕິດພັນກັບທຸກຂະແໜງການ ເປັນຕົ້ນມາດຕະການທາງດ້ານເງິນຕາ ລວມທັງມາດຕະການຕໍ່ອັດຕາແລກປ່ຽນ, ມາດຕະການດ້ານການເງິນ-ງົບປະມານ, ມາດຕະການດ້ານການຜະລິດ, ມາດຕະການດ້ານຄ້າ, ມາດຕະການດ້ານຈິດຕະສາດ-ສັງຄົມ.
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ກ່າວລາຍງານ ໃນກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາຕິດພັນກັບການຈັດຕັ້ງ ປະຕິບັດສອງວາລະ ແຫ່ງຊາດໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ວ່າ ລັດຖະບານໄດ້ສຸມໃສ່ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດໂດຍໄດ້ແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂແຕ່ລະວຽກຢ່າງລະອຽດ ແລະມີການລົງຕິດຕາມຊີ້ນໍາຢູ່ບັນດາກະຊວງ-ຂະແໜງການທ້ອງຖິ່ນ.