ຊາວນະຄອນຫລວງ ຮຽກຮ້ອງພາກສ່ວນກ່ຽວຂ້ອງ ແກ້ໄຂ ນໍ້າຖ້ວມຂັງ

ອຸ່ນແກ້ວ
2024.07.05
ຊາວນະຄອນຫລວງ ຮຽກຮ້ອງພາກສ່ວນກ່ຽວຂ້ອງ ແກ້ໄຂ ນໍ້າຖ້ວມຂັງ ນ້ຳຖ້ວມຂັງເສັ້ນທາງຕັດໃໝ່ໜອງພະຍາ-ຫ້ວຍຫົງ, ນະຄອນຫຼວງວຽງຈັນ, ວັນທີ 3 ກໍລະກົດ 2024.
ຮູບພາບຈາກພົນລະເມືອງ

ຝົນຕົກໜັກໃນວັນທີ 3 ກໍລະກົດ ເຮັດໃຫ້ນໍ້າຖ້ວມຂັງທີ່ຢູ່ອາໄສ, ໄຮ່ນາ ແລະ ຕາມເສັ້ນທາງຕ່າງໆ ຢູ່ນະຄອນຫລວງວຽງຈັນ ຊຶ່ງສ້າງຜົນກະທົບແກ່ປະຊາຊົນ.​ ສາເຫດໜຶ່ງທີ່ເຮັດໃຫ້ນໍ້າຖ້ວມຂັງ ຍ້ອນວ່າ ຮ່ອງລະບາຍນໍ້າອຸດຕັນ ແລະ ມີຂະໜາດນ້ອຍ ບໍ່ສາມາດລະບາຍນໍ້າໄດ້ທັນເວລາ ແລະ ຊາວບ້ານກໍຮຽກຮ້ອງພາກສ່ວນກ່ຽວຂ້ອງລົງແກ້ໄຂ.

ຊາວຄອນຫລວງວຽງຈັນ ທ່ານໜຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 4 ກໍລະກົດວ່າ:

ມັນມີຄອງລະບາຍນໍ້າ ຫັ້ນມັນເປັນຄອງເກົ່າ ຄອງດັ່ງເດີມນ່າ ມັນເປັນຫ້ວຍນ່າ ຫ້ວຍນໍ້າສາຍນໍ້ານ່າ ແຕ່ວ່າ ຄົນກະມີຈັບຈອງສອງຟາກຫັ້ນແຫຼະ ຢາກທະລຸ ຢາກລວງຄອງຫັ້ນໃຫ້ມັນກວ້າງ ໃຫ້ມັນນໍ້າໄຫຼສະດວກ ກະເຮັດຍາກຫັ້ນນ່າ ເພາະວ່າ ມັນກໍແຕະຕ້ອງຫຼາຍຄົນ ທາງຂັ້ນເທິງນີ້ຄືຊິຍັງບໍ່ທັນໄດ້ມາ.

ສ່ວນຫຼາຍ ນໍ້າຈະຖ້ວມທົ່ງໄຮ່ທົ່ງນາຫຼາຍກວ່າ ຖ້ວມທີ່ຢູ່ອາໃສ. ຊາວນະຄອນຫລວງວຽງຈັນ ອີກທ່ານໜຶ່ງ ໄດ້ກ່າວວ່າ:

ສາເຫດກະຊິແມ່ນໂຕນີ້ບໍ່ແຫຼະ ແລະ ຮ່ອງລະບາຍນໍ້າມັນ ໄຫຼບໍ່ລ່ວງ ບໍ່ທັນເບາະ ຫຼືວ່າ ຈັ່ງໃດນີ້ແຫຼະ ກະຊໍ່ານີ້ແຫຼະ ກະຊໍ່ານີ້ແຫຼະແຕ່ລະປີ ແມ່ນແຫຼະ ມັນຖ້ວມທົ່ງໄຮ່ທົ່ງນາຊື່ໆ ແຕ່ເຮືອນຄົນອີ່ຫຍັງມັນບໍ່ໄດ້ຖ້ວມດອກ ມັນເປັນນໍ້າລົງນາເດ້ ມັນກະບໍ່ຖ້ວມເຮືອນຖ້ວມຫຍັງ.

ເຂດທີ່ມີນໍ້າຖ້ວມ ແມ່ນຢູ່ເຂດທ່າງ່ອນ ເມືອງໄຊທານີ ຍ້ອນນໍ້າລະບາຍບໍ່ທັນ ແລະ ບາງປີ ນໍ້າງື່ມກໍຂຶ້ນມາຖ້ວມ. ຊາວນະຄອນຫລວງວຽງຈັນ ອີກນາງໜຶ່ງ ໄດ້ກ່າວວ່າ:  

ພຸ້ນເຂດນອກພຸ້ນ ແຖວທ່າງ່ອນອີ່ຫຍັງພຸ້ນ ເຂດທ່າງ່ອນຫັ້ນມັນໃກ້ແມ່ນໍ້າງື່ມເດ້ ແຕ່ວ່າ ກະຖ້ວມບໍ່ດົນ ຖ້າມັນຊ່ວງໃດທີ່ວ່າ ຝົນຕົກແຮງ ມັນກະຖ້ວມບໍ່ຮອດທິດ ເຂດນີ້ບໍ່ມີນໍ້າຖ້ວມ ມີແຕ່ເວລາຝົນຕົກມັນກະຂຶ້ນທໍາມະດາ ມັນກະຍຸບລົງທໍາມະດາ.

ນອກຈາກນີ້, ອີກສາເຫດໜຶ່ງ ທີ່ເຮັດໃຫ້ນໍ້າຖ້ວມ ກໍຄື ຖະໜົນຫຼາຍເສັ້ນ ກໍາລັງມີການສ້ອມແປງ ແລະ ປັບປຸງ ນັ້ນເຮັດໃຫ້ໄປອຸດຕັນຮ່ອງລະບາຍນໍ້າ, ແຕ່ ປັດຈຸບັນ ນໍ້າກໍບົກລົງແລ້ວ. ຊາວນະຄອນຫລວງວຽງຈັນ ອີກທ່ານໜຶ່ງ ໄດ້ກ່າວວ່າ:

ຮ່ອງລະບາຍນໍ້າຕັນເຈົ້າ ເລັ່ງແກ້ໄຂຫົນທາງເດ້ ກະຢ້ານແກ້ໄຂຮ່ອງບໍ່ທັນຫັ້ນນ່າ ດຽວນີ້ບົກໝົດແລ້ວເດ້ ດຽວນີ້ມັນບົກໝົດແລ້ວເຈົ້າ ໜອງພະຍາກໍຍັງບົກໝົດແລ້ວ ມັນໄປແຕ່ເພິ່ນແລ້ວ ເຫຼືອມັນຖ້ວມກໍຖ້ວມຢູ່ຫຼຸບໆ ນໍາບ້ານ ຊຸມຊົນ ຄົນຫັ້ນແຫຼະ.

ເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ເພື່ອຖາມແນວທາງກ່ຽວກັບການແກ້ໄຂ, ແຕ່ ເຈົ້າໜ້າທີ່ຜູ້ຮັບຜິດຊອບ ຍັງບໍ່ສະດວກໃຫ້ສໍາພາດ.

ອີກຢ່າງໜຶ່ງ ກໍຄື ຮ່ອງລະບາຍນໍ້າມີບໍ່ຫຼາຍ ແລະ ມີການຖົມທີ່ດິນເພື່ອປຸກສ້າງ. ເຈົ້າໜ້າທີ່ນະຄອນຫລວງວຽງຈັນ ທ່ານໜຶ່ງ ໄດ້ກ່າວວ່າ:

ມັນເປັນນໍ້າຂັງຊື່ໆ 1. ກະເປັນມີຮ່ອງລະບາຍນໍ້າໜ້ອຍຫັ້ນແຫຼະ 2. ມາກະຄືວ່າ ໄດ້ຖົມທີ່ ສ່ວນຫຼາຍຖົມທີ່ເຮັດດິນ ມີການກໍ່ສ້າງເນາະ ບາດນີ້ພື້ນທີ່ໆ ຝົນຕົກມາ ບໍ່ມີບ່ອນລະບາຍນ່າ ເຮັດໃຫ້ນໍ້າລະບາຍບໍ່ທັນ.

ເສັ້ນທາງທີ່ມັກມີນໍ້າຖ້ວມ ຢູ່ນະຄອນຫລວງວຽງຈັນ ໃນເວລາຝົນຕົກໜັກ ຢູ່ເສັ້ນທາງນັບແຕ່ ສີ່ແຍກໄຟແດງ ດົງນາໂຊກ-ວັດຈອມໄຕ, ເສັ້ນທາງເຂດບ້ານສີໄຄ-ໜອງໜ່ຽວ-ໜອງແຕ່ງ, ເສັ້ນທາງດົງນາທອງ ແລະ ເສັ້ນທາງເຂດປາກທ້າງ ເມືອງສີໂຄດຕະບອງ ເຮັດໃຫ້ການສັນຈອນໄປມາບໍ່ສະດວກ.

ຢູ່ເຂດ ທີ່ນໍ້າຖ້ວມເຮືອນປະຊາຊົນເປັນປະຈໍາ ຄື ບ້ານສີໄຄ, ບ້ານທົ່ງຂັນຄໍາ, ບ້ານໜອງແຕ່ງ, ບ້ານທົ່ງສາງນາງ ແລະ ອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.