ເຣື້ອງທີ່ເກັບບັນທຶກໄວ້
2022-07-07
ປັດຈຸບັນ ແຂວງບໍຣິຄໍາໄຊ ກໍາລັງຜະເຊີນກັບ ຜົລກະທົບ ດິນແຄມແມ່ນໍ້າຂອງ ຖືກກະແສນ້ຳ ທີ່ຂຶ້ນ-ລົງຜິດປົກຕິ ແລະ ຂາດຝຸ່ນຕົມ ເຊາະເຈື່ອນ ຮ້າຍແຮງ ໂດຍສະເພາະຢູ່ບາງຈຸດ ໃນເມືອງທ່າພຣະບາທ ແລະເມືອງປາກຊັນ ຈະໄດ້ຮັບຜົລກະທົບໜັກ.
2022-07-07
ນັກລົງທຶນຈີນ ຕຣຽມສຶກສາ ການປູກຫຍ້າ ເພື່ອສນອງອຸດສາຫະກັມ ການລ້ຽງງົວພັນ ຫຼັງຈາກທີ່ທາງການລາວ ເຫັນດີໃຫ້ສັມປະທານດິນ ຢູ່ເມືອງພູກູດ ແຂວງຊຽງຂວາງ, ຂະນະທີ່ຊາວບ້ານ ເປັນຫ່ວງເຣື່ອງສານເຄມີ ທີ່ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊີວິຕຊາວບ້ານ.
2022-07-06
ຣັຖບານລາວ ຈະຮ່ວມມືທຸກຢ່າງ ຕາມແຜນການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫລາຍກວ່າ 600 ໂຄງການ ຮວມມູນຄ່າ 80 ປາຍລ້ານໂດລ້າຣ໌ສະຫະຣັຖ ນັ້ນ ສປປ ລາວ ໄດ້ຮັບການສນັບສນູນ 68 ໂຄງການ ຮວມມູນຄ່າ 18 ລ້ານປາຍໂດລ້າຣ໌.
2022-07-06
ຣັຖບານລາວ ກໍາລັງພິຈາຣະນາ ແລະປັບປຸງກົດໝາຍ ວ່າດ້ວຍຊັບສິນຂອງຣັຖ ເພື່ອຈໍາກັດການຮົ່ວໄຫຼ ຂອງງົບປະມານຣັຖ ຂະນະທີ່ ປະຊາຊົນ ເຫັນວ່າການປະຕິບັດກົດໝາຍ ເປັນສິ່ງທີ່ສຳຄັນ ເຖິງຈະປັບປຸງກົດໝາຍ ແຕ່ຫາກ ປະຕິບັດກົດໝາຍບໍ່ໄດ້ ກໍຈະບໍ່ສາມາດ ແກ້ໄຂບັນຫາໄດ້.
2022-07-06
ການແກ້ໄຂບັນຫາ ຢາເສບຕິດຢູ່ລາວ ບໍ່ໝົດຈັກເທື່ອ ຫຼືແກ້ໄຂບໍ່ໄດ້ ຍ້ອນອາຈມີເຈົ້າໜ້າທີ່ ພົວພັບກັບການຄ້ານັ້ນ, ແຕ່ເຖິງຢ່າງໃດກໍຕາມ ທາງການລາວ ກໍເວົ້າວ່າຈະປາບປາມ ພວກຄ້າ ແລະພວກເສບ ຢ່າງເດັດຂາດ ບໍ່ມີການຍົກເວັ້ນ, ໃນຂະນະທີ່ ປະຊາຊົນ ຍັງເຫັນວ່າ ລູກຫຼານ ເຍົາວະຊົນ ກາຍເປັນທາສ ຂອງຢາເສບຕິດເພີ່ມຂຶ້ນ.
2022-07-06
ຊາວລາວຈຳນວນນຶ່ງ ມີຄວາມຄຶດ, ຄວາມເຫັນ ທີ່ຫຼາກຫຼາຍ ຕໍ່ການອອກພັນທະບັດ ຂອງຣັຖບານ ທີ່ມີດອກເບັ້ຽຈູງໃຈ ເຖິງ 20% ຕໍ່ປີ ຫຼື 10% ຕໍ່ 6 ເດືອນ, ຂະນະທີ່ນັກວິຊາການ ທັງພາຍໃນ ແລະ ຕ່າງປະເທດ ເຕືອນວ່າ ການອອກພັນທະບັດຊຸດນີ້ ຈະນຳມາເຊິ່ງພາຣະ ທາງການເງິນ ທີ່ສູງຂຶ້ນ ແລະ ພາກຣັຖ ຕ້ອງຫາວິທີຮັບມືໃຫ້ດີ.
2022-07-06
ບໍຣິສັດ ໂກເອກໂກ ຊຶ່ງເປັນບໍຣິສັດ ຂຸດຄົ້ນແຮ່ເຫຼັກ ຂອງນັກລົງທຶນ ວຽດນາ ຖືກທາງການລາວ ສັ່ງໂຈະ ການຂຸດຄົ້ນແຮ່ເຫຼັກ ຢູູ່ແຂວງຄໍາມ່ວນຊ່ົວຄາວ ຍ້ອນປ່ອຍນໍ້າເສັຍ ລົງໃສ່ນໍ້າຫ້ວຍ ເຮັດໃຫ້ເກີດນ້ຳເປັນສີແດງ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ຊາວບ້ານ ທີ່ອາໄສ ຢູ່ຕາມແຄມຫ້ວຍນ້ຳ.
2022-07-05
ໄຂ້ຍຸງ ຫຼືໄຂ້ເລືອດອອກ ຍັງເປັນບັນຫາ ໃນລະດັບປະເທດ ໂດຍສະເພາະໃນຣະດູຝົນ ຊຶ່ງນັບແຕ່ຕົ້ນປີ 2022 ຮອດວັນທີ່ 3 ກໍຣະກະດາ ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ສະສົມ ທັງໝົດ 6,047 ຄົນ ແລະເສັຍຊີວິດສະສົມ 8 ຄົນແລ້ວ.
2022-07-05
ເຖິງແມ່ນວ່າ ທາງການແຂວງວຽງຈັນ ຈະອ້າງວ່າ ສາມາດທຳລາຍ ຢາເສບຕິດ ປະເພດຕ່າງໆໄດ້ຫຼາຍ ແຕ່ຄວາມເປັນຈິງ ຊາວບ້ານ ຍັງມີບັນຫາ ເຣື່ອງເສບຢາເສບຕິດ ໂດຍສະເພາະຊາວໜຸ່ມ ທີ່ໃນຂະນະນີ້ ຕິດຢາບ້າ ແລະຢາເສບຕິດ ປະເພດຕ່າງໆ ກາຍເປັນບັນຫາສັງຄົມ.
2022-07-05
ລາຄານໍ້າມັນເຊື້ອເພີງ ຢູ່ລາວຍັງສູງຢູ່ ເຖິງແມ່ນຣັຖບານ ຫລຸດອາກອນຊົມໃຊ້ ມາແລ້ວ 2 ຄັ້ງ; ນໍ້າມັນແອັດຊັງທັມມະດາ ຈາກ 31% ລົງມາເປັນ 5% ແລະນໍ້າມັນກາຊວນ ຈາກ 21% ລົງມາເປັນ 0% ຂະນະທີ່ ປະຊາຊົນ ຍັງຈົ່ມເຣື່ອງ ລາຄານ້ຳມັນແພງ.
2022-07-05
ນັກທຸຣະກິຈຊາວຈີນ ເຣີ່ມຊື້ດິນ ທີ່ຢູ່ໃກ້ກັບສະຖານີຣົຖໄຟ ລາວ-ຈີນ ໂດຍສະເພາະໃນ ນະຄອນຫຼວງວຽງຈັນ ເປັນທີ່ໝາຍຕາ ຂອງນັກລົງທຶນຈີນ ຂະນະດຽວກັນ ຂັ້ນຕອນການຊື້ດິນ ໃນລາວສຳລັບຄົນຕ່າງປະເທດ ຈຳເປັນຕ້ອງ ມີການອາໄສໃຊ້ ຊື່ຄົນລາວ ດ້ວຍຮູບແບບທີ່ຕ່າງກັນ.
2022-07-05
ຣັຖບານລາວ ໃຊ້ໜີ້ສາທາຣະນະ ພາຍໃນ ແລະຕ່າງປະເທດ ເຖິງ 14.5 ຕື້ໂດລ້າຣ໌ສະຫະຣັຖ ເທົ່າກັບ 88% ຂອງ ຮວມຍອດມູນຄ່າ ຜລິຕພັນພາຍໃນ ແລະຈະໃຊ້ໜີ້ ດ້ວຍການຂາຍ ຊັພຍາກອນທັມມະຊາຕຕ່າງໆ ເປັນຕົ້ນບໍ່ແຮ່.
2022-07-04
ວັນເອກຣາດ ສະຫະຣັຖອາເມຣິກາທີ 4 ກໍຣະກະດາ ຄົບຮອບ 246 ປີໃນປີນີ້ ຊາວອາເມຣິກັນ ທັງມວນ ຮວມທັງ ຊາວລາວອາເມຣິກັນ ພາກັນສເລີມສລອງ ຢ່າງມີຄວາມໝາຍຍິ່ງ ເຖິງແມ່ນວ່າ ເຊື້ອໂຄວິດ-19 ຍັງ ຣະບາດຢູ່ກໍຕາມ.
2022-07-04
ທ່ານ ກີນິມ ພົນເສນາ ສັງກັດ ຝ່າຍເປັນກາງ ຣັຖມົນຕຣີ ການຕ່າງປະເທດ ຂອງຣັຖບານ ປະສົມສາມຝ່າຍ ແຫ່ງຣາຊອານາຈັກລາວ ຖືກປອງຮ້າຍ ເຖິງແກ່ຊີວິຕ ໃນບ້ານພັກຂອງທ່ານເອງ.
2022-07-02
ວຽດນາມ ບໍ່ປະຕິບັດ ພັນທະກ່ຽວກັບເສຣີພາບ ໃນການສະແດງຄວາມຄິດເຫັນ ຂອງປະຊາຊົນ ຊຶ່ງໃນຣາຍງານ ຂອງເຄືອຂ່າຍສິທທິມະນຸສ ວຽດນາມ ບໍ່ຢາກໃຫ້ ວຽດນາມ ເຂົ້າເປັນສະມາຊິກ ສະພາສິທທິມະນຸສ ຂອງສະຫະປະຊາຊາຕ ໄປຈົນກວ່າ ຈະມີການປັບປຸງ ເຣື່ອງການປະຕິບັດ ສິທທິມະນຸສ.