ສລອງ ວັນຊາຕ ສະຫະຣັຖ 4 ກໍຣະກະດາ

ຈຳປາທອງ
2022.07.04
ສລອງ ວັນຊາຕ ສະຫະຣັຖ 4 ກໍຣະກະດາ ທຸງຊາຕ ສະຫະຣັຖ ອາເມຣິກາ ທີ່ປິວສະບັດ, ຢູ່ຕໍ່ໜ້າທຳນຽມຂາວ ໃນນະຄອນຫຼວງ ວໍຊິງຕັນ ດີ.ຊີ.
ນັກຂ່າວ ພົລເມືອງ

ວັນເອກກະຣາດ ຫລື ວັນຊາຕອາເມຣິກາ ທີ 4 ກໍຣະກະດາ ເປັນວັນສໍາຄັນຍິ່ງທາງດ້ານ ປວັດສາຕ ຊຶ່ງຊາວອາເມຣິກັນທັງມວນ ໄດ້ເສັຍສະຣະທັງສະຕິປັນຍາ, ເລືອດເນື້ອ ແລະເຮື່ອແຮງ ໃນການອົດທົນພະຍາຍາມຕໍ່ສູ້ ຈົນໄດ້ເອກກະຣາດ ຈາກອັງກິດ ໃນປີ 1776 ແລະວັນດັ່ງກ່າວເປັນວັນພັກທາງ ຣາຊການ ທີ່ຊາວອາເມຣິກັນທັງມວນ ທັງຢູ່ພາຍໃນ ແລະຕ່າງປະເທດຮວມທັງ ຊາວລາວອາເມຣິກັນ ພາກັນສເລີມສລອງ ຢ່າງມີຄວາມໝາຍ ແລະເບີກບານມ່ວນຊື່ນຍິ່ງ. ແຕ່ກໍມີຄວາມລະມັດລະວັງ ປະຕິບັດຕາມຄໍາແນະນໍາ ຂອງທາງການ ສາທາຣະນະສຸຂ ໃນການປ້ອງກັນ ໂຄວິດ-19 ທີ່ຍັງຣະບາດຢູ່ ໃນຂະນະນີ້.

ສໍາລັບປີ 2022 ນີ້ ວັນທີ 4 ກໍຣະກະດາ ຕົກຖືກວັນຈັນ, ຊາວຜູ້ອອກແຮງງານ ອາເມຣິກັນ ໄດ້ພັກການຍາວເປັນເວລາ 3 ມື້ຕິດຕໍ່ກັນ, ມີໂອກາດໄດ້ເຕົ້າໂຮມ ຄອບຄົວ-ຍາດພີ່ນ້ອງ, ພົບປະສັງສັນ ຮ່ວມພາເຂົ້າ ແລະພ້ອມກັນສເລີມ ສລອງວັນຊາຕອາເມຣິການີ້.

ຕາມປົກກະຕິ ການສເລີມສລອງ ວັນຊາຕອາເມຣິກາ ແຕ່ລະປີທີ່ຜ່ານໆມາ ເປັນຕົ້ນກ່ອນມີການຣະບາດຂອງໂຄວິດ-19 ກໍມີການເດີນສວນສນາມ ​ຢູ່​ຕາມ​ຕົວເມືອງ​ຕ່າງໆ, ​ກິນ​ເຂົ້າປີ້ງຊີ້ນ ປິ້ງບາເບີຄິວ ຊຸມ​ແຊວ, ພິກນິກ (Picnic-ກິນເຂົ້າປ່າ), ມີການແຂ່ງຂັນກິລາ ເບສບອລ (Baseball), ສະ​ແດງ​ດົນຕຣີ ຄອນເສີຣ໌ດ (concert) ຢ່າງເບີກ ບານມ່ວນຊື່ນ​ ຢູ່​ຕາມສະຖານ​ທີ່ສໍາຄັນໆ, ​ມີ​ການ​ຈູດ​ບັ້ງ​ໄຟ​ດອກ ​ຢ່າງ​ສວຍ​ສົດ​ງົດງາມ ໃນ​ທົ່ວ​ເມືອງ​ ເປັນຕົ້ນຢູ່​ກຸງ​ວໍ​ຊິງ​ຕັນ ດີ.ຊີ., ນະຄອນ​ນີວຢ໊ອກ ​ແລະຢູ່​ນະຄອນ​ຟີ​ລາ​ແດນ​ເຟັຍ ບ່ອນທີ່ໄດ້​ລົງ​ນາມ ​ໃນ​ຄໍາປະກາດ​​ເອກກະຣາດນັ້ນ.

ສໍາລັບຄອບຄົວຂອງ ດຣ. ແກ້ວພິລາ ວົງສະຫວັນ ກໍາມະການຄະນະອໍານວຍການ ມຸລນິທິສິລປະ ແລະວັທນະທັມລາວ ທີ່ຣັຖ ຟລໍຣິດາ ສະຫະຣັຖອາເມຣິກາ ກໍຈະໄດ້ເຕົ້າໂຮມຄອບຄົວ ລູກຫລານ ຍາດພີ່ນ້ອງ ທີ່ມາຈາກຕ່າງຣັຖ, ພົບປະສັງສັນ ຮ່ວມກັນສເລີມສລອງວັນ ຊາຕອາເມຣິກາໃນປີ 2022 ນີ້.

ດັ່ງທີ່ທ່ານໃຫ້ສັມພາດວິທຍຸເອເຊັຽເສຣີໃນມື້ວັນທີ 1 ກໍຣະກະດານີ້ວ່າ:

ພ້ອມກັນນັ້ນ ໃນໂອກາດວັນຊາຕອາເມຣິການີ້ ດຣ. ແກ້ວພິລາ ວົງສະຫວັນ ກໍຈະໄດ້ມອບປື້ມ ພ້ອມທັງຕູ້ປື້ມ ໃຫ້ວັດລາວພຸທພະວານະຣາມ (Wat Lao Buddha Phavanaram) ທີ່ເມືອງ ເຄັນເນັດ (Kennet) ຣັຖຟລໍຣິດາ.

ຫລັງການມອບ-ຮັບສິ່ງດັ່ງກ່າວທີ່ມີຄຸນຄ່ານັ້ນແລ້ວ ກໍຈະມີການຖວາຍສັງຄະທານແດ່ພຣະສົງ ສາມະເນນ.

ເວົ້າເຖິງຈຸດປະສົງຂອງການຖວາຍປື້ມໃຫ້ວັດທີ່ວ່ານັ້ນ ດຣ. ແກ້ວພິລາ ກ່າວວ່າ ເພື່ອໃຫ້ອະນຸຊົນລຸ້ນຫລັງຮຽນຮູ້ເຖິງມູນມໍລະດົກອັນລໍ້າຄ່າ ແລະຄວາມເປັນມາຂອງລາວ.

ໃນການຄົ້ນຄວ້າ ຮວບຮວມຂໍ້ມູນ ແລະພິມປື້ມເປັນຫົວອອກມາ ແມ່ນໃຊ້ເວລາດົນພໍສົມ ຄວນ:

ໃນການສລອງວັນຊາຕອາເມຣິກາປີນີ້ ທ່ານເວົ້າວ່າ ພວກລູກຫລານກໍຈະໄປເບິ່ງເພິ່ນຈຸດບັ້ງໄຟດອກ ແລະການສະແດງຄອນເສີດ ຢູ່ເມືອງໃກ້ຄຽງທີ່ທ່ານຢູ່.

ເມື່ອເວົ້າເຣື່ອງການສລອງວັນຊາຕເມື່ອປີກາຍ ທີ່ໂຄວິດ-19 ຣະບາດແຮງ ທ່ານເວົ້າວ່າ ມີແຕ່ໄດ້ສລອງໃນຄອບຄົວ ແຕ່ກໍໄດ້ໄປເບິ່ງເພິ່ນຈູດບັງໄຟດອກ ດ້ວຍຄວາມລະມັດລະວັງ.

ເມື່ອກ່ອນການຣະບາດຂອງໂຄວິດ-19 ການສລອງວັນຊາຕແມ່ນໃຫຍ່ໂຕມະໂຫລານ ເບີກບານມ່ວນຊື່ນຫລາຍ.

ໃນມື້ວັນຊາຕອາເມຣິກາ ທີ 4 ກໍຣະກະດານີ້ ດຣ. ແກ້ວພິລາ ວົງສະຫວັນ ພ້ອມດ້ວຍຄອບຄົວ ທີ່ໄດ້ລົງມາຢູ່ຣັຖຟລໍຣິດາໃນປີ 2000 ຊຶ່ງເມື່ອກ່ອນຢູ່ຣັຖ Connecticut ພາກຕາເວັນອອກສ່ຽງ ເໜືອຂອງສະຫະຣັຖ ກໍໄດ້ຖືໂອກາດອວຍພອນໄຊ ອັນປະເສີດໃຫ້ປວງຊົນລາວ ທຸກຖ້ວນໜ້າ ຈົ່ງມີແຕ່ຄວາມສຸກ ຄວາມຈະເຣີນ.

ເວົ້າແແບບຍໍ້ໆເຖິງປະວັດຄວາມເປັນມາ ຂອງວັນເອກກະຣາດ ຫລືວັນຊາຕອາເມຣິກາ ກໍມີຢູ່ວ່າ ໃນຕົ້ນສັຕວັຕທີ 17 ຊາວຢູໂຣບ ອັນມີ ຊາວອັງກີດ, ຝຣັ່ງເສດ, ສະເປນ, ສວີເດັນ, ໂຮນລັງ ໄດ້ເຣີ່ມຫລັ່ງໄຫລເຂົ້າ ໄປຕັ້ງຖິ່ນຖານ ຢູ່ດິນແດນອາເມຣິກາ ຫລາຍຂຶ້ນເລື້ອຍໆ  ແລະຕ່າງກໍຕໍ່ສູ້ກັນ ເພື່ອຍາດແຍ່ງອໍານາດ ການຄວບຄຸມດິນແດນແຫ່ງນີ້ ແລ້ວສ້າງຕັ້ງເປັນເຂດປົກຄອງຂອງຕົນເອງຂຶ້ນ. ສົງຄາມຍາດແຍ່ງອໍານາດ ການຄວບຄຸມເຂດແດນ ລະຫ່ວາງຊາວຢູໂຣບທີ່ວ່ານັ້ນ ໄດ້ຍືດເຍືອນານກ່ວາ 100 ປີ.

ຈາກຕົ້ນສັຕວັຕທີ 17 ປີ ຄືແຕ່ປີ 1607 ຫາປີ 1732 ຂອງສັຕວັຕທີ 18 ອັງກິດສາມາດສ້າງຕັ້ງ 13 ຣັຖທໍາອິດ ຂຶ້ນຢູ່ໃນດິນແດນອາເມຣິກາ ທາງຝັ່ງຕະເວັນອອກ ຫລືຝັ່ງມະຫາສມຸດ ອັດແລັນຕິກ. ຣັຖທີນຶ່ງແມ່ນຮັຖ  ເວີຈິເນັຽ (Virginia) ຖືກສ້າງຕັ້ງຂຶ້ນເມື່ອປີ   1607 ແລະຣັຖທີ 13 ແມ່ນຣັຖ ຈໍຣ໌ເຈັຽ (Georgia) ໃນປີ 1732. ໃນຈໍານວນ 13 ຣັຖເມືອງຂຶ້ນນີ້ ກະສັດອັງກິດໄດ້ແບ່ງໃຫ້ເປັນ 3 ພາກ ຄື ພາກເໜືອ, ພາກກາງ ແລະພາກໃຕ້.

ໃນໄລຍະທ້າຍສັຕວັຕທີ 18 ອະນານິຄົມອັງກິດໃໝ່ ຫລື New England ໄດ້ເຣີ່ມທໍາການຕໍ່ສູ້ຕ້ານຄວາມພະຍາຍາມ ຂອງຣັຖສະພາອັງກິດ ທີ່ໄດ້ກໍານົດການເກັບພາສີໃໝ່ ໂດຍທີ່ບໍ່ໄດ້ຮັບຄວາມຍິນຍອມຈາກຊາວອະນານິຄົມ. ຊາວອະນານິຄົມ ໄດ້ຈັດງານລ້ຽງນໍ້າຊາເພື່ອເປັນການປະທ້ວງ ທີ່ເມືອງບອສຕັນ. ແຕ່ຖືກຕອບໂຕ້ໂດຍທີ່ອັງກິດ ໃຊ້ກົດໝາຍຊຸດນຶ່ງລົງໂທດ ທັບມ້າງການປົກ ຄອງຕົນເອງຂອງຣັຖແມສຊາຊູເຊັດ ຊຶ່ງຊາວອະນານິຄົມເອີ້ນວ່າເປັນ “ກົດໝາຍທີ່ທົນບໍ່ໄດ້”. ການປະເຊີນໜ້າກັນ ທີ່ວ່ານັ້ນນໍາໄປສູ່ການເປີດສົງຄາມ ກັນຂຶ້ນໃນປີ 1775 ຊຶ່ງຊາວອະນານິຄົມສາມາດຂັບໄລ່ ພວກເຈົ້າໜ້າທີ່ທາງການອັງກິດ ອອກໄປຈາກເຂດ New England ໄດ້ໃນລະດູໃບໄມ້ປົ່ງປີ 1776 ແລະໄດ້ປະກາດເອກກະຣາດ ໃນເດືອນກໍຣະກະດາ ຂອງປີດຽວກັນນີ້.ສະຫະຣັຖອາເມຣິກາ ເປັນປະເທດນຶ່ງ ໃນໂລກທີ່ສີວິລັຍ ທັງທາງດ້ານວັດຖຸ ແລະຈິຕໃຈ. ພົລເມືອງອາເມຣິກັນ ແລະຄົນທົ່ວໄປ ດໍາລົງຊີວິຕ ແລະທໍາມາຫາກິນ ຢ່າງມີອິສຣະເສຣີ, ບໍ່ວ່າຈະເປັນເຊື້ອຊາຕໃດ ສັນຊາຕໃດ ສາສນາໃດ ຫຼືຄວາມເຊື່ອຖືອັນໃດ ກໍລ້ວນແລ້ວແຕ່ມີຄວາມ ສເມີພາບ ຕໍ່ໜ້າກົດໝາຍ ສະຫະຣັຖ ແລະເປັນປະເທດ ທີ່ໃຫ້ໂອກາດແກ່ທຸກຄົນ. ສະບາຍດີ  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.