ຕຣຽມປັບປຸງ ກົດໝາຍ ຈຳກັດ ງົບປະມານ ຮົ່ວໄຫຼ

ສຸພັດຕາ
2022.07.06
ຕຣຽມປັບປຸງ ກົດໝາຍ ຈຳກັດ ງົບປະມານ ຮົ່ວໄຫຼ ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໄດ້ເປີດຂຶ້ນຢ່າງເປັນທາງການ ເມື່ອວັນທີ 13 ມິຖຸນາ 2022 ຜ່ານມາ.
ຮູບພາບ: ປກສ

ໃນກອງປະຊຸມ ສໄມສາມັນເທື່ອທີ່ 3 ຂອງສະພາແຫ່ງຊາຕຊຸດທີ່ 9 ໃນຫວ່າງມໍ່ໆມານີ້ ບັນດາສະມາຊິກສະພາແຫ່ງຊາຕ ໄດ້ປະກອບຄໍາເຫັນ ໃນບາງມາດຕຣາ ຫຼືບາງໝວດ ຕໍ່ການພິຈາຣະນາ ຮ່າງກົດໝາຍ ວ່າດ້ວຍຊັບສິນ ຂອງຣັຖສບັບປັບປຸງ ເພື່ອໃຫ້ກົດໝາຍດັ່ງກ່າວ ມີຄວາມເຂັ້ມງວດຂຶ້ນກວ່າເກົ່າ ເພື່ອໃຊ້ໃນການກໍາຈັດ ການຮົ່ວໄຫຼ ຂອງງົບປະມານຂອງຣັຖ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາສະພາແຫ່ງຊາຕ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ກ່ຽວກັບຄວາມຄືບໜ້າ ຂອງການປັບປຸງກົດໝາຍດັ່ງກ່າວ ແຕ່ຍັງບໍ່ມີເຈົ້າໜ້າທີ່ທ່ານໃດ ສາມາດໃຫ້ຣາຍລະອຽດຕື່ມໄດ້.

ແຕ່ເຖິງຢ່າງໃດກໍຕາມ ນັກກົດໝາຍລາວ ທ່ານນຶ່ງ ກ່າວກ່ຽວກັບເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 6 ກໍຣະກະດາ ນີ້ວ່າ:

“ໂຕນີ້ ມັນຈະເປັນໂຕເກົ່າແລ້ວ ແຕ່ວ່າເຂົາເຈົ້າມາປັບປຸງໃໝ່ ໃຊ້ມາດົນແລ້ວ ແຕ່ວ່າເພິ່ນ ປັບປຸງໃໝ່ນີ້ເນ່ ກອງປະຊຸມສະພາ ເພິ່ນກໍາລັງປັບປຸງ ເພິ່ນກໍາລັງຮັບຮອງໃໝ່ ແຕ່ວ່າຍັງບໍ່ທັນໄດ້ປະກາດ ອອກມານໍາໃຊ້ເທື່ອເດີ້.”

ຂະນະທີ່ ຊາວລາວທີ່ຮູ້ຂ່າວດັ່ງກ່າວ ຫຼາຍຄົນ ກໍມີຄວາມເຫັນວ່າ ຕໍ່ໃຫ້ມີການປັບປຸງກົດໝາຍ ວ່າດ້ວຍຊັບສິນຂອງຣັຖ ໃຫ້ເຂັ້ມງວດຂຶ້ນກໍຕາມ ແຕ່ກໍເປັນເຣື່ອງຍາກ ທີ່ຈະສາມາດຕ້ານການຮົ່ວໄຫຼ ຂອງງົບປະມານຣັຖໄດ້ ຍ້ອນໃນໄລຍະທີ່ຜ່ານມາ ຖືວ່າ ກົດໝາຍດັ່ງກ່າວ ດີຢູ່ແລ້ວ ແຕ່ຜູ້ບັງຄັບໃຊ້ກົດໝາຍ ບໍ່ມີຄວາມເຂັ້ມງວດ ຕໍ່ການນໍາໃຊ້ ແລະບໍ່ປະຕິບັດມາຕການລົງໂທດ ຕໍ່ຜູ້ຝ່າຝືນແບບຈິງຈັງ, ດັ່ງນັ້ນ ຈຶ່ງມີເຈົ້າໜ້າທີ່ ເຮັດການສໍ້ຣາສ ບັງຫຼວງຢູ່ຄືເກົ່າ.

ດັ່ງຊາວບ້ານທ່ານນຶ່ງ ກ່າວວ່າ:

“ໂອ ໂຕນີ້ມັນເວົ້າເຣື່ອງຍາກເນາະ ໂຕນີ້ເນາະ ກົດໝາຍຫັ້ນມັນກະຄັກຢູ່ດອກ ແຕ່ວ່າ ເວລາປະຕິບັດນີ້ ໂອ ບໍ່ຢາກຄັກປານໃດແຫຼະ ມັນຕ້ອງເຂັ້ມຂົ້ນຂຶ້ນເນາະ ເຮັດແທ້ທໍາຈິງຫັ້ນແຫຼະ ຄັນຊິເວົ້າ ບໍ່ແມ່ນວ່າ ບໍ່ມີກົດໝາຍໃດ໋ ມີແຕ່ວ່າບໍ່ເຮັດ.”

ທ່ານກ່າວຕື່ມວ່າ ການທີ່ງົບປະມານຂອງຣັຖ ຮົ່ວໄຫຼຢູ່ເລື້ອຍໆນັ້ນ ກໍເປັນສາເຫດສໍາຄັນ ທີ່ເຮັດໃຫ້ປະເທດ ບໍ່ມີຄວາມຈະເລີນ ສົ່ງຜົລໃຫ້ໃນແຕ່ລະປີ ຣັຖບານກໍຈໍາເປັນ ຕ້ອງໄດ້ກູ້ຢືມເງິນຈາກ ຕ່າງປະເທດ ມາເຮັດໂຄງການສ້າງສາພັທນາຕ່າງໆ ພາຍໃນປະເທດ ແລະກໍແຮ່ງເປັນໜີ້ເພີ່ມຕື່ມອີກ, ດັ່ງນັ້ນ ຄັນຖ້າວ່າ ຣັຖບານສາມາດແກ້ບັນຫາ ການຮົ່ວໄຫຼ ຂອງງົບປະມານໄດ້ແທ້ ກໍຈະເປັນຜົລດີຕໍ່ປະຊາຊົນ ແລະປະເທດ.

ໃນຂະນະທີ່ ຊາວລາວອີກທ່ານນຶ່ງ ກ່າວວ່າ ນອກເໜືອຈາກການປັບປຸງກົດໝາຍ ດັ່ງກ່າວແລ້ວ ລາວຢາກສເນີໃຫ້ທາງການລາວ ເພີ່ມມາຕການລົງໂທດ ຕໍ່ເຈົ້າໜ້າທີ່ຣັຖ ທີ່ສໍ້ຣາດບັງຫຼວງຢ່າງຮ້າຍແຮງ ໃຫ້ຖືກລົງໂທດ ເຖິງຂັ້ນປະຫານຊີວິຕ ຍ້ອນຈະເຮັດໃຫ້ເຈົ້າໜ້າທີ່ຣັຖ ຫຼາຍຄົນຢ້ານຕໍ່ກົດໝາຍ ແລະຈະເຮັດໃຫ້ປະເທດ ມີຄວາມຈະເລີນກ້າວໜ້າຂຶ້ນ.

ດັ່ງທ່ານກ່າວວ່າ:

“ດີແທ້ກະ ຄວນຊິເຮັດຄືຕ່າງປະເທດ ຈີນເຂົານີ້ ເຮັດແທ້ໃດ໋ ຈີນເຂົານີ້ປະຫານຊີວິຕ ກະປະຫານດຸ ເຂົານີ້ ເປັນແນວນັ້ນ ມັນກໍປະເທດຊາຕ ກໍຈະເລີນຊ້າຫັ້ນແຫຼະ ບໍ່ທັນໝູ່ຫັ້ນແຫຼະ.”

ກ່ອນໜ້ານີ້ ຊາວບ້ານທ່ານນຶ່ງ ກໍໄດ້ກ່າວຕໍ່ບັນຫາ ງົບປະມານຂອງຣັຖຮົ່ວໄຫຼວ່າ ລາວເອງ ກໍຢາກໃຫ້ຣັຖບານ ເອົາໃຈໃສ່ໃຫ້ຫຼາຍຂຶ້ນ ຕໍ່ການລົງໂທດເຈົ້າໜ້າທີ່ຣັຖ ແລະພະນັກງານຣັຖ ທີ່ມີສ່ວນເຮັດໃຫ້ ງົບປະມານຂອງຣັຖຮົ່ວໄຫຼ ບໍ່ເຊັ່ນນັ້ນແລ້ວ ຕໍ່ໃຫ້ປັບປຸງກົດໝາຍ ຫຼາຍເທື່ອກໍຕາມ ແຕ່ບໍ່ປະຕິບັດໂຕຈິງຢ່າງເຂັ້ມງວດ ກໍເປັນເຣື່ອງຍາກ ທີ່ຈະແກ້ໄຂບັນຫາດັ່ງກ່າວໄດ້.

ດັ່ງທ່ານກ່າວວ່າ:

“ຮົ່ວໄປບ່ອນລະເລັກລະໜ້ອຍ ໄປນີ້ເນາະ ມັນກະແນວນັ້ນແຫຼະ ຜູ້ເອົາແທ້ ກະປັບໃໝແທ້ ກະໄລ່ອອກແທ້ ປັບໂຕນີ້ໄດ້ແທ້ ກະຊິຈະເລີນຢູ່.”

ທາງດ້ານ ອະດີດເຈົ້າໜ້າທີ່ລາວທ່ານນຶ່ງ ກໍເຊື່ອວ່າ ການປັບປຸງກົດໝາຍ ວ່າດ້ວຍຊັບສິນຂອງຣັຖ ຈະຊ່ອຍຫຼຸດຜ່ອນການຮົ່ວໄຫຼ ຂອງງົບປະມານຣັຖໄດ້ແທ້ ແຕ່ອາຈແກ້ບັນຫາ ບໍ່ໄດ້ພາຍໃນບາດດຽວ ໃນຂະນະທີ່ ທ່ານເອງ ກໍສົນໃຈຢູ່ວ່າ ຄັນມີການປັບປຸງກົດໝາຍແລ້ວ ຈະມີການປະຕິບັດ ແລະນໍາໃຊ້ໂຕຈິງ ຢ່າງເຂັ້ມງວດຂຶ້ນບໍ່.

ດັ່ງທ່ານກ່າວວ່າ:

“ໄດ້ເດີ້ ແຕ່ວ່າມັນຈະບໍ່ໄດ້ໄວປານໃດ ດຽວນີ້ ເຂົາເລັ່ງໃສ່ ກະໜັກສົມຄວນ ແຕ່ວ່າອັນເວົ້າດອກ ແຕ່ວ່າ ບາດປະຕິບັດແທ້ໆນີ້ ມັນຈະໄດ້ຫຼືບໍ່ ຍັງສົນໃຈຢູ່.”

ກົດໝາຍວ່າດ້ວຍ ຊັບສິນຂອງຣັຖ ສບັບເລຂທີ່ 09/ສພຊ ຖືກນໍາໃຊ້ ຕັ້ງແຕ່ວັນທີ່ 12 ຕຸລາ ປີ 2002 ແລະໄດ້ຖືກປັບປຸງ ຄັ້ງທໍາອິດ ໃນປີ 2012 ເປັນສບັບເລຂທີ່ 14/ສພຊ ປະກອບດ້ວຍ 10 ພາກ, 7 ໝວດ ແລະ 74 ມາດຕຣາ ແຕ່ຍັງມີບາງເນື້ອໃນ ທີ່ຍັງບໍ່ສອດຄ່ອງ ກັບສະພາບໃນປັດຈຸບັນ ດັ່ງນັ້ນ ສະພາແຫ່ງຊາຕ ຈິຶ່ງໄດ້ອອກມະຕິ ວ່າດ້ວຍມາຕການປັບປຸງກົດໝາຍ ແລະນິຕິກັມ ທີ່ຕິດພັນກັບການເກັບລາຍຮັບ ໂດຍນຶ່ງໃນນັ້ນ ແມ່ນກົດໝາຍ ວ່າດ້ວຍຊັບສິນຂອງຣັຖ ທີ່ເນື້ອໃນຍັງບໍ່ຄົບຖ້ວນ ແລະສົມບູນ ໃນການຈັດຕັ້ງປະຕິບັດ ແລະຍັງມີສິ່ງຂ້ອງຄາ ແລະຂັດຂວາງ ໃນການຄຸ້ມຄອງຊັບສິນຂອງຣັຖ ເປັນຕົ້ນ: ກົລໄກການຄຸ້ມຄອງຊັບສິນຂອງຣັຖ ແລະການພັທນາຊັບສິນຂອງຣັຖ  ໃຫ້ເກີດມູນຄ່າເພີ້ມ ການຄຸ້ມຄອງ, ການທ້ອນໂຮມ, ຈັດສັນ ແລະສະສາງຊັບສິນຂອງຣັຖ ຕ້ອງມີຄວາມເຂັ້ມງວດ ແລະໂປ່ງໃສ, ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ຄົ້ນຄວ້າ ແລະປັບປຸງກົດໝາຍດັ່ງກ່າວ ເພື່ອໃຫ້ເນື້ອໃນ ມີຄວາມຈະແຈ້ງ ຄົບຖ້ວນ ແລະເຂັ້ມງວດ ເຊິ່ງເນື້ອໃນ ໃນຮ່າງກົດໝາຍສບັັບນີ້ ໄດ້ມີການປັບປຸງເນື້ອໃນທັງໝົດ 41 ມາດຕຣາ ເພີ່ມເຂົ້າໃໝ່ 3 ມາດຕຣາ ແລະຕັດອອກ 12 ມາດຕຣາ, ອີງຕາມການສເນີ ຂອງທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ຕໍ່ກອງປະຊຸມສໄມສາມັນເທື່ອທີ່ 3 ຂອງສະພາແຫ່ງຊາຕຊຸດທີ່ 9 ໃນວັນທີ່ 1 ກໍຣະກະດາ ປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.