ຫຼາກຫຼາຍທັສນະ ຕໍ່ພັນທະບັດ 5 ພັນຕື້ກີບ ຂອງຣັຖ

ພູວົງສ໌
2022.07.06
ຫຼາກຫຼາຍທັສນະ ຕໍ່ພັນທະບັດ 5 ພັນຕື້ກີບ ຂອງຣັຖ ພາບມຸມສູງ ຂອງຕລາດຫຼັກຊັພລາວ (ອາຄານສີຂາວ) ທີ່ເປັນສູນກາງດ້ານການເງິນ ໃນການລະດົມທຶນ ໃຫ້ແກ່ບັນດາບໍຣິສັດມະຫາຊົນ ແລະ ທັງເປັນບ່ອນຈຳໜ່າຍ ພັນທະບັດ ປະເພດຕ່າງໆ (TS), ເດືອນມິຖຸນາ 2022.
RFA

ມາເຖິງວັນທີ 7 ກໍຣະກະດາ 2022 ນີ້, ກໍນັບເປັນເວລາ 3 ສັປດາເຕັມ ພາຍຫຼັງທີ່ທນາຄານກາງ ໃນນາມຣັຖບານລາວ ໄດ້ອອກພັນທະບັດຣັຖບານ ທີ່ມີດອກເບັ້ຽຈູງໃຈເປັນພິເສດ 20% ຕໍ່ປີ ຫຼື 10% ຕໍ່ 6 ເດືອນ ຈຳນວນທັງໝົດ 5 ພັນຕື້ກີບ ງວດທີ 1, ທີ່ກຳນົດເຣີ່ມຈຳໜ່າຍ ຜ່ານໂຕແທນຕ່າງໆ ຂອງບັນດາທນາຄານທຸຣະກິຈ ໃນວັນທີ 15 ມິຖຸນາ 2022 ເປັນຕົ້ນມາ.

ຜ່ານໄປ 2 ສັປດາທຳອິດ, ພັນທະບັດຊຸດດັ່ງກ່າວ ກໍໄດ້ຂາຍອອກແລ້ວ ຢ່າງໜ້ອຍເຄິ່ງນຶ່ງ ຫຼື 50% ຂອງຈຳນວນທັງໝົດ, ອີງຕາມການຣາຍງານ ຂອງທນາຄານກາງ ໃນວັນທີ 27 ມິຖຸນາ 2022 ທີ່ຜ່ານມານັ້ນ.

ຈຸດປະສົງຫຼັກ ຂອງການຈຳໜ່າຍພັນທະບັດ ຈຳນວນ 5 ພັນຕື້ກີບ ໃນຄັ້ງນີ້, ກໍແມ່ນເພື່ອເອົາການ ອອກພັນທະບັດ ເປັນເຄື່ອງມື ໃນການແກ້ໄຂບັນຫາ ເງິນກີບອ່ອນຄ່າ ແລະ ຕອບໂຕ້ສະພາວະເງິນເຟີ້, ອີງຕາມການຣາຍງານ ຂອງທ່ານ ດຣ. ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີລາວ ໄດ້ກ່າວຊີ້ແຈງ ໃນກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕລາວ ຊຸດທີ 9 ໃນວັນທີ 23 ມິຖຸນາ 2022 ທີ່ຜ່ານມາ.

ຕໍ່ກັບການຂາຍພັນທະບັດ ຂອງຣັຖບານລາວ ໃນຄັ້ງນີ້, ຊາວລາວຈຳນວນນຶ່ງ ຕ່າງກໍມີຄວາມເຫັນທີ່ຫຼາກຫຼາຍ ກ່ຽວກັບການພິຈາຣະນາ ທີ່ຈະຊື້ ຫຼືບໍ່ຊື້ພັນທະບັດ ຊຸດດັ່ງກ່າວ, ໂດຍອີງໃສ່ປັດຈັຍຕ່າງໆ ທີ່ເໝາະສົມ ກັບເຂົາເຈົ້າເອງ.

ຊາວລາວທ່ານນຶ່ງ ທີ່ເປັນຜູ້ປະກອບການ ບໍຣິສັດຣົຖບັນທຸກຂົນສົ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 4 ກໍຣະກະດາ ນີ້ວ່າ ທ່ານເອງ ບໍ່ໄດ້ຊື້ພັນທະບັດຣັຖບານ ໃນຄັ້ງນີ້ເທື່ອ ເນື່ອງຈາກບໍ່ມີເງິນຫຼາຍ ແລະ ເຫັນວ່າ ຈຳນວນດອກເບັ້ຽ 20% ຕໍ່ປີ ກໍຖືວ່າ ໜ້າສົນໃຈ, ແຕ່ສຳລັບທ່ານເອງແລ້ວ ເຫັນວ່າ ຖ້າຫາກມີເງິນ ກໍຈະເລືອກເອົາໄປລົງທຶນຢ່າງອື່ນ ທີ່ໃຫ້ຜົລຕອບແທນທີ່ຫຼາຍກວ່ານີ້ ຈະເປັນການດີກວ່າ. ແຕ່ຖ້າຫາກຜູ້ໃດ ບໍ່ມີທາງເລືອກ ໃນການລົງທຶນທາງອື່ນ ການຊື້ພັນທະບັດຣັຖບານ ງວດທີ 1 ນີ້, ກໍຖືວ່າ ເປັນທາງເລືອກທີ່ດີ ສຳລັບເຂົາເຈົ້າຢູ່.

“ຄົນຊິຊື້ນີ້ ຄືຄົນ ຄົນທີ່ບໍ່ມີເສັ້ນທາງ ຊິໄປເຮັດການລົງທຶນເນາະ ຫຼືເວົ້າອີກຢ່າງນຶ່ງນີ້ ຄົນທີ່ວ່າມັກສ່ຳບາຍ ບໍ່ຕ້ອງລົງຕໍ່ໄປແລ້ວ, ຊີ້ນ່າ. ເອົາຊີວິຕແບບສ່ຳບາຍ, ສ່ຳບາຍ ມີເທົ່າທີ່ເຂົາເຈົ້າຝາກ ກິນດອກເບັ້ຽໄປວັນໆ, ຊີ້ນ່າ ຫຼືເວົ້າອີກຢ່າງນຶ່ງວ່າ ຄົນທີ່ເຂົາເຈົ້າພໍພຽງແລ້ວ, ມັນມີເງິນ ກໍມີຫຼາຍກໍຣະນີຢູ່. ຄັນເຮົາມີເງິນ ຈຳນວນຫຼາຍໆ ອາຈຊື້ໄວ້. ຢ່າງໜ້ອຍຊື້ ໂຕຢ່າງວ່າ ຊື້ງົວມາລ້ຽງສາ ເອີ່, ຢ່າງໜ້ອຍມັນກະຍັງຊິອຸ່ນໃຈກວ່າ ເອົາເງິນໄປໃຫ້ຄົນອື່ນ, ຫັ້ນນ່າ ເພາະວ່າ ເຮົາຕ້ອງການເງິນສ່ຳນັ້ນນີ້ ມັນຢູ່ບໍ່ລອດຢູ່ແລ້ວ ເພາະວ່າເງິນເຮົາ ມັນຈຳນວນໜ້ອຍນ່າ. ຄັນເງິນຫຼາຍມະຫາສານ ເອີ່, ກະບໍ່ວ່າດອກ. ຄືໃນນາມທີ່ວ່າ ເພິ່ນເຮັດອອກມາ ນັ້ນກະເປັນຂໍ້ດີ ສຳລັບບຸກຄົນທີ່ວ່າ ຕ້ອງການເກັບເງິນ ເພື່ອກິນດອກເບັ້ຽ ຫຼືວ່າບໍ່ຕ້ອງການລົງທຶນ, ຊີ້ນ່າ. ເອົາໄວ້, ກະຍັງມີວຽກເຮັດເບາະ, ຊີ້ນ່າ ເປັນແນວນັ້ນ ຫຼືວ່າຄົນມີເງິນຫຼາຍ ອັນນັ້ນມັນເປັນຂໍ້ດີ ສຳລັບເຂົາເຈົ້າ. ສຳລັບເຮົາ, ເຮົາເງິນໜ້ອຍເນາະ ເງິນໜ້ອຍເດ, ເຮົາຊິໄປຖ້າ ປີນຶ່ງເອົາແຕ່ 20% ກະຄອບຄົວເຮົາ ກະຄືຊິບໍ່ມີອັນກິນແລ້ວ, ຫັ້ນນ່າ. ມີແຕ່ເອົາເງິນຫັ້ນ ໄປໄວ້ລົງທຶນເນາະ ລະກະໝູນເຮັດອັນອື່ນ, ຂຍາຍກິຈການຫຼາຍໆອັນ ກະຄືຊິດີກວ່າ, ຄຶດວ່າຫັ້ນນ່າ.”

ຊາວລາວອີກທ່ານນຶ່ງ ທີ່ເຮັດອາຊີບຄ້າຂາຍ ກໍໄດ້ແບ່ງປັນທັສນະ ຂອງທ່ານ ກ່ຽວກັບການອອກພັນທະບັດ ຂອງຣັຖບານ ໃນຄັ້ງນີ້ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງ ໃນມື້ດຽວກັນນີ້ວ່າ ທ່ານເອງ ກໍໄດ້ຊື້ພັນທະບັດດັ່ງກ່າວແລ້ວ, ແຕ່ກໍບໍ່ໄດ້ຊື້ຫຼາຍ ແລະ ຖືວ່າ ເປັນການປະກອບສ່ວນຊ່ອຍຊາຕ ໃນໄລຍະທີ່ຫຍຸ້ງຍາກນີ້ ແລະ ສັງເກດເຫັນໄດ້ວ່າ ປະຊາຊົນລາວທົ່ວໄປ ກໍພາກັນຊື້ຈຳນວນໜ້ອຍ ຕາມຄວາມສາມາດ ເພາະບໍ່ມີໃຜ ມີເງິນເຫຼືອຫຼາຍ ທີ່ຈະໄປຊື້ພັນທະບັດຣັຖບານ ເປັນຈຳນວນຫຼາຍໄດ້.

“ກະຊື້, ຊື້ໄປເລັກໆໜ້ອຍ ພໍແບບວ່າ ຄືໄທບ້ານຂ້ອຍນີ້ ມັນຄ້າຍໆຄືເພາະໂມ ເພາະຫຍັງ ແບບເຂົາເຈົ້າແຫ່ ມາເພາະມາຫຍັງນີ້ນ່າ, ກະຄືວ່າ ຊື້ໄປຕາມຂະບວນການ ເພາະວ່າ ໂດຍແທ້ຈິງແລ້ວ ກະບໍ່ໄດ້ຄາດຫວັງມີຫຍັງ ໃນເຣື່ອງດອກບອກດອກເບັ້ຽຫຍັງດອກ, ປະມານນີ້ແຫຼະ. ກະເຮັດໄປຕາມຂະບວນການເພິ່ນ ຄົນລະແສນ 2 ແສນ ກະວ່າກັນໄປ, ຈັ່ງຊີ້ ຊ່ອຍໆກັນ. ແຕ່ວ່າ ສຳລັບຊິໃຫ້ປະຊາຊົນ ມາຊື້ພັນທະບັດ ເປັນ 10 ລ້ານ 20 ລ້ານ ກະຢາກຫາຍາກໜ້ອຍນຶ່ງ.”

ທ່ານກ່າວຕື່ມວ່າ ອີກເຫດຜົລນຶ່ງ ທີ່ບໍ່ຊື້ພັນທະບັດຣັຖບານ ເປັນເງິນຈຳນວນຫຼາຍ ກໍເນື່ອງຈາກວ່າ ຍັງກັງວົນ ເຣື່ອງເງິນກີບອ່ອນຄ່າ, ເຊິ່ງບໍ່ຮູ້ວ່າ ໃນອີກ 6 ເດືອນ ຫຼື 1 ປີຂ້າງໜ້າ ຖ້າຫາກເອົາເງິນ ໄປຊື້ພັນທະບັດໄວ້  ຈຳນວນຫຼາຍນັ້ນ ຄ່າຂອງເງິນກີບ ຈະຍັງຢູ່ຄືເກົ່າ ຫຼືຫຼຸດລົງຫຼາຍສ່ຳໃດ ເພາະໃນປັດຈຸບັນ ເງິນທີ່ມີຢູ່ໃນມື ແມ່ນເສື່ອມມູລຄ່າລົງ ເກືອບທຸກມື້ແລ້ວ ແລະ ເງິນສ່ຳເກົ່າ ກໍສາມາດຊື້ສິນຄ້າ ໄດ້ໜ້ອຍລົງກວ່າເກົ່າຫຼາຍ.

01.jpg
ພາບມຸມສູງ ທີ່ສະທ້ອນໃຫ້ເຫັນເຖິງ ສະພາບການພັທນາ ດ້ານເສຖກິຈ ຂອງປະເທດລາວ ໃນນະຄອນຫຼວງວຽງຈັນ (TS), ເດືອນມິຖຸນາ 2022.

“ກະຖືວ່າກັງວົນຫຼາຍ ເຣື່ອງສະພາວະເງິນເຟີ້ນີ້ເນາະ ເພາະວ່າ ນັບມື້ນັບ ເງິນລາວນີ້ ມັນຍິ່ງອ່ອນຄ່າລົງມາ. ສົມມຸດວ່າ ຄ່າເງິນເຮົານີ້ນ່າ ມາທຽບໃສ່ ເງິນປັດຈຸບັນນີ້ເນາະ ບໍ່ທຽບໃສ່ວ່າ ເງິນຕຣາຕ່າງປະເທດເນາະ, ຂອງເຮົານີ້ ມັນຕົກລົງທຸກມື້ ທຸກມື້. ດຽວນີ້, ມູລຄ່າລ້ານນຶ່ງນີ້ ມັນຊິເຫຼືອຢູ່ປະມານ 7 ແສນກີບ, ຖ້າເອົາມາໃຊ້ຊີວິຕໂຄຈິງເນາະ, ສຳລັບ ຂພຈ ຄຶດ, ໂຕນີ້. ມັນ 7 ແສນກີບແນວໃດ? 7 ແສນກີບກະຄື ການຊື້ຂອງຢູ່ຂອງກິນ ເຄື່ອງອຸປະໂພກ-ບໍຣິໂພກ ອີ່ຫຍັງຕ່າງໆ ຈາກລ້ານນຶ່ງ ເຮົາເຄີຍໄດ້ສ່ຳນີ້ ດຽວນີ້ລ້ານນຶ່ງ ມັນຫາຍໄປ 30% ຫາ 40%, ຊີ້ນ່າ ຂອງຢູ່ຂອງກິນເຮົາເນາະ, ມັນສະແດງອອກໃຫ້ເຫັນໂຕນັ້ນ.”

ສ່ວນຊາວລາວທ່ານນຶ່ງ ທີ່ຊື້ພັນທະບັດຣັຖບານ ຈຳນວນສູງເຖິງ ເກືອບ 100 ລ້ານກີບ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 4 ກໍຣະກະດາ, ແຕ່ຂໍສງວນຊື່ ແລະ ສຽງວ່າ:

“ທ່ານເອງ ແລະ ຄອບຄົວ ຕັດສິນໃຈ ຊື້ພັນທະບັດຣັຖບານ ຈຳນວນຫຼາຍສົມຄວນນີ້, ກໍເນື່ອງຈາກວ່າ ເປັນຊ່ອງທາງລົງທຶນນຶ່ງ ທີ່ບໍ່ຕ້ອງເຈັບຫົວຫຼາຍ ເພາະມີວຽກ ແລະ ທຸຣະກິຈປະຈຳຢູ່ແລ້ວ. ມັນຍັງດີກວ່າເອົາເງິນສົດ ໄປຝາກໄວ້ ກັບທນາຄານທຸຣະກິຈ ດ້ວຍຮູບການ (ເງິນຝາກປະຈຳແບບມີກຳນົດ) ເພື່ອກິນດອກເບັ້ຽ ເພາະດອກເບັ້ຽ ຂອງບັນດາທນາຄານທຸຣະກິຈ ໃນປັດຈຸບັນ ແມ່ນບໍ່ຮອດ 12% ຕໍ່ປີຊ້ຳ. ເຖິງຈະຮູ້ດີວ່າ ມີຄວາມສ່ຽງ ທີ່ໃນອະນາຄົດ ຄ່າເງິນກີບ ຈະຍິ່ງອ່ອນຄ່າ, ແຕ່ກໍຍັງເຊື່ອໝັ້ນຣັຖບານ ຢ່າງໜັກແໜ້ນ ແລະ ຖືວ່າ ເປັນການສ່ຽງໄປພ້ອມກັບຣັຖບານ ເພາະໃນຄວາມເປັນຈິງແລ້ວ, ໃນທີ່ສຸດ ຣັຖບານລາວ ຍັງຈະສາມາດປະຄັບປະຄອງ ເສຖກິຈລາວ ໃຫ້ຫຼຸດພົ້ນ ຈາກວິກິຕນີ້ໄດ້ ຢ່າງແນ່ນອນ.”

ນັກເສຖສາຕໃນລາວ ທ່ານນຶ່ງ ໄດ້ໃຫ້ຄວາມເຫັນ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນທ້າຍເດືອນ ມິຖຸນາ ທີ່ຜ່ານມານີ້ວ່າ:

“ການອອກພັນທະບັດ ດ້ວຍດອກເບັ້ຽສູງ ມັນກະບອກຢູ່ໃນໂຕແລ້ວວ່າ ມັນມີບັນຫາເງິນເຟີ້ສູງ ດອກເບັ້ຽມັນຈະຕ້ອງສູງ ເພາະຣັຖບານ ຢາກສ້າງແຮງຈູງໃຈໃຫ້ຄົນຊື້ ຖືວ່າເປັນພັນທະບັດ ທີ່ມີຄວາມສ່ຽງໄປໃນໂຕ. ເມື່ອຄົບ 6 ເດືອນ, ພາກຣັຖ ກໍຢາກຈະເພີ່ມປະຣິມານ ເງິນຄົງຄຣັງອີກ ກໍອາຈເປັນໄປໄດ້ວ່າ ຈະຫາທາງ ອອກພັນທະບັດອີກ. ບາດຮອດ 6 ເດືອນ ຈະຕ້ອງໄດ້ຈ່າຍດອກເບັ້ຽ ແລະ ຕົ້ນທຶນອີກ ພາກຣັຖຈະເຮັດແນວໃດ? ທາງອອກນຶ່ງ ກໍແມ່ນການອອກພັນທະບັດອີກ ແລະ ນັ້ນກໍໝາຍຄວາມວ່າ ມັນຈະເພີ່ມຄວາມສ່ຽງ ທີ່ຈະເຮັດໃຫ້ເກີດເງິນເຟີ້ອີກ. ຖ້າຍິ່ງຂາຍພັນທະບັດ ຫຼາຍຂຶ້ນ, ມັນຈະຊ່ອຍແກ້ໄຂບັນຫາ ໃນໄລຍະສັ້ນເທົ່ານັ້ນ, ແຕ່ອາຈເກີດບັນຫາ ໃນໄລຍະຍາວໄດ້. ການອອກພັນທະບັດ ຖືເປັນເຄື່ອງມືທີ່ເລັ່ງດ່ວນ ໃນການແກ້ໄຂຄວາມຫຍຸ້ງຍາກ ດ້ານເສຖກິຈ ໃນສະພາວະປັດຈຸບັນ ເພື່ອບໍ່ໃຫ້ເກີດວິກິຕ ຫຼືເປັນໄປໃນທາງ ທີ່ຮ້າຍແຮງຫຼາຍຂຶ້ນ.”

ນັກເສຖສາຕ ກ່າວມ້ວນທ້າຍວ່າ:

“ທາງທີ່ດີແລ້ວ ໃນໄລຍະຍາວ ພາກຣັຖຄວນສ້າງກົລໄກ ຫຼຸດຜ່ອນການນຳເຂົ້າສິນຄ້າ ແລະ ສົ່ງເສີມການຜລິຕ ເພື່ອໃຫ້ມີການສົ່ງອອກຫຼາຍຂຶ້ນ. ສິ່ງນີ້, ຈະເປັນການກະຕຸ້ນ ໃຫ້ມີການລົງທຶນພາຍໃນ ຫຼາຍຂຶ້ນ ແລະ ທັງເປັນການທົດແທນ ການນຳເຂົ້າ. ສຸດທ້າຍ, ແມ່ນຫາວິທີສົ່ງເສີມ ໃຫ້ມີການລົງທຶນ ຈາກຕ່າງປະເທດ ໃຫ້ຫຼາຍຂຶ້ນ ດ້ວຍການອຳນວຍຄວາມສະດວກ ເຮັດໃຫ້ການລົງທຶນງ່າຍຂຶ້ນ ເພື່ອດຶງເອົາການລົງທຶນຕ່າງປະເທດ ເຂົ້າມາໃນປະເທດ.”

ຍານາງ ດຣ. ວາລີ ເວດສະພົງ, ສສຊ ຈາກເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ກໍໄດ້ກ່າວອອກຄວາມເຫັນ ໃນມື້ເປີດກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອວັນທີ 13 ມິຖຸນາ 2022 ທີ່ຜ່ານມາ ກ່ຽວກັບນະໂຍບາຍ ຂອງຣັຖບານ ທີ່ຈະອອກພັນທະບັດ 5 ພັນຕື້ກີບ ເພື່ອຈະແກ້ບັນຫາເງິນກີບອ່ອນຄ່ານັ້ນ ຍານາງເຫັນວ່າ ມັນເປັນເຄື່ອງມື ໃນການແກ້ໄຂບັນຫາເສຖກິຈ ທີ່ລໍ້ແຫຼມຫຼາຍ. ເຖິງວ່າຍານາງເອງ ຈະບໍ່ເຫັນດີ ໃຫ້ໃຊ້ເຄື່ອງມືດັ່ງກ່າວ, ແຕ່ໃນເມື່ອຣັຖບານ ໄດ້ຕັດສິນໃຈເດັດຂາດ ໃນການໃຊ້ເຄື່ອງມືດັ່ງກ່າວແລ້ວ ກໍສເນີໃຫ້ມີການໃຊ້ເຄື່ອງມືດັ່ງກ່າວ ຄວບຄູ່ກັບການບັງຄັບໃຊ້ກົດໝາຍ ຢ່າງເຂັ້ມງວດ ດ້ວຍການໂຈະຮ້ານແລກປ່ຽນເງິນຕຣາ ເພື່ອກວດກາຄືນໝົດ ການໄປ-ມາ ຂອງເງິນ.

“ເຮົາຈະແກ້ໄຂ ຄືລັກສະນະ ພັນທະບັດຈັ່ງຊີ້ ມັນເປັນເກມ ຫຼືວ່າມັນເປັນເຄື່ອງມື ທີ່ລໍ້ແຫຼມຫຼາຍ. ແນວໃດກະຕັດສິນໃຈ ໃຊ້ເຄື່ອງມືແນວນີ້ແລ້ວ ນີ້ນ່າ, ໃຊ້ເຄື່ອງມີໂຕພັນທະບັດນີ້. ໃນສ່ວນໂຕ ບໍ່ເຫັນດີດອກ, ຫາກແຕ່ວ່າ ໃນເມື່ອຕັດສິນໃຈ ໃຊ້ເຄື່ອງມືນີ້ແລ້ວ, ຂໍໃຫ້ປະຕິບັດກົດໝາຍ ສເນີວ່າ ຂໍໂຈະບັນດາຮ້ານແລກປ່ຽນ ຊົ່ວຄາວ, ບໍ່ໄດ້ວ່າໂຈະເລີຍເນາະ. ໃຫ້ໂຈະຊົ່ວຄາວ ແລ້ວກວດກາຄືນໝົດ, ການໄປ-ມາ ຂອງເງິນນີ້ນ່າ, ທນາຄານກາງເຮັດໄດ້.”

ນອກຈາກນີ້, ທ່ານ ເຈີ່ເຣ່ມີ້ ຊູ໋ກ (Jeremy Zook), ນັກວິເຄາະ ປະຈຳພາກພື້ນເອເຊັຽ ທີ່ຊ່ຽວຊານປະເທດອິນເດັຽ, ປະກິສຖານ, ເກົາຫຼີໃຕ້, ອອສເຕຣເລັຽ ແລະ ລາວ ຂອງບໍຣິສັດ ມູດີ້ (Moody) ທີ່ເປັນບໍຣິສັດ ໃຫ້ບໍຣິການດ້ານການເງິນ ແລະ ທຸຣະກິຈ ຂອງສະຫະຣັຖອາເມຣິກາ ກໍໄດ້ກ່າວ ຜ່ານການໃຫ້ສັມພາດ ຂອງສຳນັກຂ່າວໄຟແນນໂຊ່ທາມສ໌ (Financial Times) ເມື່ອວັນທີ 15 ມິຖຸນາ 2022 ວ່າ:

“ພັນທະບັດ ຂອງຣັຖບານລາວ ໄດ້ຖືກພິຈາຣະນາ ໃຫ້ຢູ່ໃນລະດັບ ທີ່ມີຄວາມສ່ຽງສູງ ທີ່ຈະຜິດນັດ ໃນການຊຳຣະໜີ້ສິນ ຕາມກຳນົດ ເນື່ອງຈາກປະສົບກັບບັນຫາເງິນເຟີ້, ການບໍຣິຫານພາຍໃນທີ່ອ່ອນແອ, ການເພິ່ງພາສິນຄ້ານຳເຂົ້າ ໃນປະຣິມານທີ່ຫຼາຍ, ພາຣະໜີ້ສິນ ທີ່ສູງເກີນໄປ ແລະ ຄຣັງສຳຮອງ ເງິນຕຣາຕ່າງປະເທດ ທີ່ບໍ່ພຽງພໍ ຈົນນຳໄປສູ່ ການຂາດແຄນນ້ຳມັນເຊື້ອເພີງ ພາຍໃນປະເທດ ໃນຮອບ 2 ເດືອນທີ່ຜ່ານມານັ້ນ.”

ເຖິງຢ່າງໃດກໍຕາມ, ກ່ຽວກັບການອອກພັນທະບັດຣັຖບານ 5 ພັນຕື້ກີບ ໃນຄັ້ງນີ້, ທ່ານ ດຣ. ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີລາວ ໄດ້ກ່າວຊີ້ແຈງ ຕໍ່ກອງປະຊຸມສະພາແຫ່ງຊາຕລາວ ໃນວັນທີ 23 ມິຖຸນາ 2022 ທີ່ຜ່ານມາວ່າ ຣັຖບານ ໄດ້ຕັດສິນໃຈ ຢ່າງເດັດດ່ຽວ ໃນການອອກພັນທະບັດ 5 ພັນຕື້ ນີ້, ພາຍຫຼັງທີ່ໄດ້ປຶກສາຫາລື ກັບບັນດາທີ່ປຶກສາ ແລະ ວິຊາການແລ້ວ ເຖິງວ່າຈະມີສຽງທັກທ້ວງ ຈາກຫຼາຍພາກສ່ວນກໍຕາມ.

“ໃນເວລາອອກພັນທະບັດ ທຳອິດນີ້ ກະມີກະແສ, 2 ກະແສ. ກະແສ 1 ລະແມ່ນເຫັນດີໃຫ້ເຮັດ, ກະແສ 1 ລະແມ່ນ ຜູ້ຊິໂທມາກໍມີ ຜູ້ຊິສົ່ງໜັງສືມາກໍມີ ຜູ້ຊິສົ່ງອອນລາຍນ໌ ມາກໍມີ. ບໍ່ໄດ້ ນາຍົກ, ເຮັດແບບນີ້ ແມ່ນຕາຍເລີຍ ໝຸ່ນອັບຍັບແລ້ວແນວນີ້, ແຕ່ວ່າ ຂພຈ ກໍເຊື່ອໝັ້ນຄວາມເຫັນ ຂອງບັນດາວິຊການວ່າ ຕັດສິນໃຈເຮັດ ລະກະໄດ້ຂໍຄວາມເຫັນ ນຳວິຊາການຫຼາຍຄົນນັ້ນ ເພິ່ນກະເຫັນດີ. ສະນັ້ນ, ການອອກອັນນີ້ ມາຮອດມື້ນີ້ ເຫັນວ່າ ມີທ່າອ່ຽງດີຂຶ້ນ ຍ້ອນການອອກພັນທະບັດນີ້ ມັນກໍເປັນການ ແກ້ໄຂບັນຫາ ອັດຕຣາແລກປ່ຽນໄດ້, ສ່ວນໃດສ່ວນນຶ່ງ.”

ທັງໝົດນັ້ນ, ແມ່ນທັສະນະ ຂອງຊາວລາວ ແລະ ນັກວິຊາການ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການອອກພັນທະບັດ ຂອງຣັຖບານລາວ ຈຳນວນ 5 ພັນຕື້ກີບ ໃນງວດທີ 1 ທີ່ໄດ້ເຣີ່ມຈຳໜ່າຍ ມາຕັ້ງແຕ່ວັນທີ 15 ມິຖຸນາ 2022, ເຊິ່ງຫຼາຍຝ່າຍກໍເປັນຫ່ວງ ເຖິງຜົລກະທົບ ທາງການເງິນ ທີ່ອາຈຕາມມາ, ແຕ່ພາກຣັຖ ກໍໄດ້ຊີ້ແຈງ ແລະ ໃຫ້ຄວາມໝັ້ນໃຈວ່າ ການອອກພັນທະບັດ ໃນຄັ້ງນີ້ ຖືເປັນຄວາມພະຍາຍາມສູງ ຂອງຣັຖບານ ທີ່ຈະຮັບມື ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກ ດ້ານເສຖກິຈ ໃນຄັ້ງນີ້ໃຫ້ໄດ້. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.