ຣັຖບານ ຫລຸດອາກອນ ນ້ຳມັນ ແຕ່ລາຄາ ຍັງແພງຢູ່

ຈຳປາທອງ
2022.07.05
ຣັຖບານ ຫລຸດອາກອນ ນ້ຳມັນ ແຕ່ລາຄາ ຍັງແພງຢູ່ ຕູ້ຈ່າຍນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ (TS), ວັນທີ 1 ມິຖຸນາ 2022.
RFA

ເມື່ອບໍ່ດົນມານີ້ ທາງການລາວຫລຸດອາກອນ ຊົມໃຊ້ນໍ້າມັນເຊື້ອເພີງ 2 ຄັ້ງ ເພື່ອເຮັດໃຫ້ລາຄານໍ້າມັນຖືກລົງແດ່ ແລະນໍ້າມັນບໍ່ຂາດຕລາດ ແຕ່ນັກວິຊາການເວົ້າວ່າ ເປັນການແກ້ໄຂບັນຫາ ໄດ້ໃນລະດັບນຶ່ງ ຂະນະທີ່ປະຊາຊົນເວົ້າວ່າ ເຖິງປານນັ້ນ ລາຄານໍ້າມັນກໍຍັງແພງກວ່າແຕ່ກ່ອນ.

ຍານາງ ຖະໜອມ ແກ້ວໄຊຍະຈັກ ຮອງຫົວໜ້າກົມການຄ້າ ພາຍໃນ ໄດ້ກ່າວຕໍ່ກອງປະຊຸມ ປຶກສາຫາລື ກ່ຽວກັບການຄຸ້ມຄອງ ລາຄານໍ້າມັນເຊື້ອເພີງ ແລະການຄິດໄລ່ ໂຄງສ້າງລາຄານໍ້າມັນຢູ່ລາວ ທີ່ກະຊວງອຸດສາຫະກໍາ ແລະການຄ້າໃນມື້ວັນທີ 1 ກໍຣະກະດານີ້ວ່າ ມາເຖິງປັດຈຸບັນ ໄດ້ຫລຸດອາກອນຊົມໃຊ້ ນໍ້າມັນເຊື້ອໄຟລົງ 2 ຄັ້ງ ເຊັ່ນຄັ້ງທໍາອິດ ນໍ້າມັນແອັດຊັງທັມມະດາ ຫລຸດຈາກ 31% ລົງມາເປັນ 16% ແລະຄັ້ງທີ 2 ຈາກ 16% ລົງມາເປັນ 5% ແລະນໍ້າມັນກາຊວນ ຄັ້ງທໍາອິດ ຫລຸດຈາກ 21% ລົງມາເປັນ 11% ແລະຄັ້ງທີ 2 ຈາກ 11% ລົງມາເປັນ 0% ຄືບໍ່ເກັບນໍາ.

ຍານາງເວົ້າຕື່ມຕອນນຶ່ງວ່າ ຣັຖບານໄດ້ອະນຸມັດຕື່ມອີກ 200 ລ້ານໂດລ້າຣ໌ ເພື່ອ​ນຳ​ນ້ຳ​ມັນ​ເຊື້ອ​ເພີງເຂົ້າມາສໍາລັບເດືອນກໍ​ຣະກະດາ ກັບເດືອນ​ສິງ​ຫານີ້.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າເວົ້າວ່າ ໄດ້ຫລຸດອາກອນຊົມ ໃຊ້ນໍ້າມັນເຊື້ອເພີງນີ້ມາແລ້ວ 2 ຄັ້ງ ເພື່ອເຮັດໃຫ້ລາຄານໍ້າມັນຖືກລົງ ແລະບໍ່ໃຫ້ນໍ້າມັນຂາດຕລາດ ແລະຊ່ອຍປະຊາຊົນ ທີ່ໄດ້ຊື້ນໍ້າມັນແພງ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 4 ກໍຣະກະດານີ້ວ່າ:

ຈັດຕັ້ງແລ້ວ ໄດ້ 2 ຄັ້ງແລ້ວເດ໋ ເພາະວ່າປົກກະຕິ ສົມມຸດວ່າ ນໍ້າມັນລິດນຶ່ງ 10 ພັນກີບ ຖ້າເກັບອາກອນຊົມໃຊ້ຕື່ມອີກ ມັນກໍສິເປັນປະມານ 13-14 ພັນກີບພຸ້ນແຫລະ. ແຕ່ວ່າຣັຖບານເພິ່ນຊ່ວຍຫລຸດອາກອນຫັ້ນ ເຫລືອ 0% ເຮົາກໍຈະໄດ້ຊື້ໃນລາຄາຖືກລົງ ປັດຈຸບັນພວກເຮົາກໍາລັງລະດົມ ບໍຣິສັດຫັ້ນວ່າ ໃຫ້ເສັຽສະລະຊ່ວຍກັນ ຫລຸບທຶນ ກໍຊ່ວງນີ້ ເປັນບາງຊ່ວງເນາະ ເພາະວ່າຜ່ານມາແຕ່ກີ້ ເຂົາເຈົ້າກໍໄດ້ກໍາໄລມາ ບໍ່ແມ່ໜ້ອຍແລ້ວນ່າ ແຕ່ວ່າເວລາຫລຸບທຶນແລ້ວ ກໍຕ້ອງໄດ້ຊ່ວຍນໍາປະຊາຊົນ ເບື້ອງຣັຖເຮົານີ້.

ແລະອາຈານຄະນະເສຖສາຕ ແລະບໍຣິຫານທຸຣະກິຈ ມະຫາວິທຍາລັຍແຫ່ງຊາຕລາວ ກໍໃຫ້ຄໍາເຫັນໃນມື້ດຽວກັນນີ້ວ່າ ການຫລຸດອາກອນຊົມໃຊ້ 2 ຄັ້ງທີ່ວ່ານັ້ນ ເປັນການແກ້ໄຂບັນຫາຫຍຸ້ງຍາກ ໄດ້ໃນລະດັບນຶ່ງ, ເຮັດໃຫ້ປະຊາຊົນ ໄດ້ຊື້ນໍ້າມັນຖືກລົງ ແລະເປັນລາຄາທີ່ຣັຖບານກໍານົດ ຍ້ອນວ່າລາຄານໍ້າມັນຢູ່ລາວບໍ່ສາມາດຄອບຄຸມໄດ້ ເພາະມັນຂຶ້ນຢູ່ກັບລາຄານໍ້າມັນ ໃນຕລາດໂລກ.

ມັນກໍແກ້ໄຂເນາະ ບັນຫາທຸກໃນຣະດັບນຶ່ງ ອັນນີ້ ອັນເຮົາ ມັນບໍ່ສາມາດຄວບຄຸມໄດ້ ເພາະວ່າເຣື່ອງຂອງລາຄານໍ້າມັນນີ້ ມັນເປັນເຣື່ອງຂອງລາຄາຕລາດໂລກເດ໋ ພວກເຮົາບໍ່ສາມາດກັນເໜັງໄດ້ ພວກເຮົາບໍ່ສາມາດຜລິດເອງໄດ້ ຄືດັ່ງອາຈານໄດ້ເວົ້າຫັ້ນແຫລະ ເຮົາເປັນປະເທດນໍາເຂົ້າ ມີແຕ່ເຮັດແນວໃດເນາະ ຖ້າຫາກວ່າມັນມີຜົລກະທົບ ຂອງລາຄາຕລາດໂລກ  ມັນກະທົບໄປໝົດຫັ້ນແຫລະເນາະ ບໍ່ສະເພາະແຕ່ສປປລາວເຮົາດອກ.”  

ລາຄານໍ້າມັນແພງ ກະທົບໃສ່ຄ່າຄອງຊີບຂອງປະຊາຊົນຫລາຍ ຍ້ອນລາຄາອາຫານ-ການກິນ ແລະເຄື່ອງໃຊ້-ຂອງສອຍແພງຂຶ້ນ ທັງຊີ້ນ, ປາ, ຜັກ ແລະໝາກໄມ້.

ໃນປີ 2022 ນີ້ ທາງການລາວປັບຂຶ້ນລາຄານໍ້າມັນ 15 ຄັ້ງແລ້ວ ຊຶ່ງໃນຂະນະນີ້ ລາຄານໍ້າມັນເຊື້ອເພີງທຸກຊນິດ ຄືແອັດຊັງທັມມະດາ 21,410 ກີບຕໍ່ລິດ, ແອັດຊັງພິເສດ 30,250 ກີບຕໍ່ລິດ ແລະກາຊວນ 22,180 ກີບຕໍ່ລິດ.

ແຕ່ໃນສະພາບຕົວຈິງ ຢູ່ແຂວງບໍ່ແກ້ວ ເຈົ້າໜ້າທີ່ກວດກາ ການຄ້າ, ກວດພົບປໍ້າຂາຍນໍ້າມັນ ໃນເຂດເທສບານ 2 ແຫ່ງໃນມື້ວັນທີ 3 ກໍຣະກະດານີ້ ທີ່ຂາຍນໍ້າມັນເກີນລາຄາ ທີ່ທາງການກໍານົດ ຄືຂາຍແອັດຊັງທັມມະດາໃນລາຄາ 25,000 ກີບຕໍ່ລິດ, ກາຊວນ 25,000 ກີບຕໍ່ລິດ ແລະຂາຍເປັນເງິນບາດ. ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກ ແລະບໍ່ໃຫ້ຂາຍໄປຈົນກວ່າວ່າ ປໍ້ານໍ້າມັນນັ້ນຈະຂາຍໃນລາຄາ ທີ່ທາງການກໍານົດໃຫ້.

ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແຂວງບໍ່ແກ້ວ ເວົ້າເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 4 ກໍຣະກາດານີ້ວ່າ ຮ້ານຂາຍນໍ້າມັນລາຍຍ່ອຍ ຄືຈະບໍ່ມີຂາຍ, ບໍ່ມີນໍ້າມັນສນອງໃຫ້.

ລາຍຍ່ອຍຄືບໍ່ມີດອກ  ຕາມເບິ່ງ ບໍຣິສັດກໍບໍ່ມີນໍ້າມັນໄປສົ່ງໃຫ້ ກໍສິປິດໄປຫລາຍປໍ້າຢູ່ຕາມເບິ່ງ  ຖ້າມີນໍ້າມັນສນອງໃຫ້ເຂົາເຈົ້າ ກໍຂາຍໄດ້ ຢ້ານແຕ່ບໍ່ມີນໍ້າມັນສນອງໃຫ້ ບໍຣິສັດນໍາເຂົ້າບໍ່ໄດ້ເດ໋ ໄດ້ໂຄຕ້າ ມີແຕ່ບໍຣິສັດນໍ້າມັນເຊື້ອໄຟລາວ ກັບ ປຕທ ຫັ້ນເນາະ.

ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ກ່າວຕໍ່ກອງປຸຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕໃນມື້ວັນທີ 15 ມິຖຸນາວ່າ ນັບຕັ້ງ ແຕ່ວັນຈັນ ທີ 20 ມິຖຸນາເປັນຕົ້ນໄປ ການຈໍາໜ່າຍນໍ້າມັນເຊື້ອເພີງ ໃນຂອບເຂດທົ່ວປະເທດ ຈະເຂົ້າສູ່ສະວະປົກກະຕິ ເນື່ອງຈາກຣັຖບານໄດ້ອະນຸມັດຕື່ມອີກ 200 ລ້ານໂດລ້າຣ໌ສະຫະຣັຖ ໃຫ້ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ນໍານໍ້າມັນເຂົ້າມາຈໍານວນ 200 ລ້ານລິດ ເພື່ອຈໍາໜ່າຍໃນເດືອນມິຖຸນາ ຫາເດືອນສິງຫາ 2022 ນີ້.

ເຣື່ອງການຫລຸດ ອາກອນຊົມໃຊ້ນໍ້າມັນລົງ 2 ຄັ້ງນີ້ ພະນັກງານຂົນສົ່ງດ່ານ ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເວົ້າວ່າ ລາຄານໍ້າມັນແພງຂຶ້ນ, ແຕ່ກ່ອນເຄີຍຕື່ມນໍ້າມັນແອັດຊັງທັມມະດາ 13-14 ພັນກີບຕໍ່ລິດ, ມາດຽວນີ້ແມ່ນ 21 ພັນປາຍກີບຕໍ່ລິດ, ແຕ່ດຽວນີ້ນໍ້າມັນບໍ່ຂາດແລ້ວ, ມີແຕ່ວ່າຢາກໃຫ້ເພິ່ນ ມີນະໂຍບາຍຫລຸດຜ່ອນ ລາຄານໍ້າລົງກວ່ານີ້.

ສໍາລັບເຮົາ ມັນກໍເປັນສິ່ງຈໍາເປັນເນາະ ນໍ້າມັນເນາະ ເຮົາໄດ້ໃສ່ຕລອດເດ໊ ເຮົາໄດ້ທຽວໃສ່ໄປທຽວວຽກເຮົາຫັ້ນນ່າ ກໍຢາກໃຫ້ເພິ່ນຫລຸດຜ່ອນ ລົງໜ້ອຍນຶ່ງຫັ້ນແຫລະ ພໍຫລຸດບັນເທົາລົງໜ້ອຍນຶ່ງ ນໍາມັນກໍເຊົາຂາດແລ້ວ ແຕ່ມັນກໍຍັງລາຄາແພງຄືເກົ່າຫັ້ນແຫລະ.

ແລະປະຊາຊົນ ໃນນະຄອນຫລວງວຽງຈັນ ກໍເວົ້າໃນມື້ວັນທີ 4 ກໍຣະກະດານີ້ວ່າ ເຖິງແມ່ນທາງການຫລຸດອາກອນຊົມໃຊ້ນໍ້າມັນລົງ ແຕ່ລາຄານໍ້າມັນໜ້າປໍ້າ ກໍຍັງແພງຄືເກົ່າ, ແຕ່ກ່ອນ ກາຊວນເຄີຍໃສ່ຣົຖລິດນຶ່ງ 10​ ພັນປາຍກີບ, ແຕ່ດຽວນີ້ ລິດນຶ່ງ 22 ພັນປາຍກີບ ແລະລາຄາເຄື່ອງຂອງ ບໍ່ໄດ້ຫລຸດລົງ ເຊັ່ນ ໄຂ່ໄກ່ ແຕ່ກ່ອນແຕະນຶ່ງ 20 ພັນປາຍກີບ ກໍຂຶ້ນເປັນ 40-50 ພັນກີບ, ໝີ່ໄວໄວ ຫໍ່ນຶ່ງຂຶ້ນຈາກ 35 ພັນກີບເປັນ 70 ພັນກີບ, ໝາກພິກ ຂຶ້ນຈາກກິໂລລະ 20 ພັນກີບເປັນ 60 ພັນກີບ, ຢາກໃຫ້ຂັ້ນເທິງເລັ່ງແກ້ໄຂບັນຫານີ້.

ດັ່ງທີ່ທ່ານກ່າວວ່າ:

ໃຫ້ຂັ້ນເທິງເບິ່ງແດ່ເດີ ເພາະວ່າປະຊາຊົນມັນ ກໍຫາເງິນບໍ່ໄດ້ເນາະ ເງິນໜ້ອຍ ໄດ້ໜ້ອຍ ແຕ່ວ່າຄ່າຄອງຊີບຄ່າອັນນັ້ນກໍບັກຫລາຍໆ ແພງໆ ຄ່າເຄື່ອງປະເພດອາຫານກໍຂຶ້ນ  ແຕ່ກີ້ເງິນລ້ານນຶ່ງ ໄປຕລາດໄດ້ບັກຫລາຍໆ ດຽວນີ້ເງິນລ້ານນຶ່ງຊື້ໄດ້ແຕ່ຜັກ.

ເຣື່ອງການຄຸ້ມຄອງລາຄານໍ້າມັນ ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າ ກ່າວຢູ່ໃນກອງປະຊຸມປຶກສາຫາລື ກ່ຽວກັບການຄຸ້ມຄອງລາຄານໍ້າມັນ ເຊື້ອເພີງ ແລະການຄິດໄລ່ໂຄງສ້າງລາຄານໍ້າມັນນັ້ນວ່າ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ຮ່ວມກັບຂແນງການທີ່ກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸງແຕ່ງ ຫລືໂຮງງານປະສົມນໍ້າມັນເຊື້ອເພີງ ພາຍໃນປະເທດ ເຊັ່ນໂຮງງານກັ່ນນໍ້າມັນເປັກ, ໂຮງງານປະສົມນໍ້າມັນເຊື້ອເພີງຍອດງື່ມ ພາວເວີ ແລະໂຮງງານນໍ້າມັນ ກາຊວນຊີວະພາບ ອາໂກຣເທັກ ເພື່ອເພິ່ມການ ສນອງນໍ້າມັນພາຍໃນປະເທດ ໃຫ້ພຽງພໍ ສໍາລັບການຜລິດ ແລະການດໍາລົງຊີວິຕ ຂອງປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.