ເຣື້ອງທີ່ເກັບບັນທຶກໄວ້
2022-06-06
ເກີດເຫດການ ຊາວບ້ານທີ່ຂັບຂີ່ຣົຖ ຢູ່ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຖືກຍິງບາດເຈັບໜັກ ນຶ່ງຄົນ, ອີກ 2 ຄົນໄດ້ຮັບບາດເຈັບເລັກໜ້ອຍ ຊຶ່ງຜູ້ກໍ່ເຫດໃນຄັ້ງນີ້ ຖືກຈັບໄດ້ໝົດແລ້ວ ສ່ວນສາເຫດແມ່ນຍັງຢູ່ ໃນລະຫວ່າງການ ສອບສວນ, ສືບສວນ ຂອງເຈົ້າໜ້າທີ່.
2022-06-05
ສະຫະຣັຖອາເມຣິກາ ອອກບົດຣາຍງານປະຈຳປີ ກ່ຽວກັບເສຣີພາບ ການເຊື່ອຖືສາສນາ ໃນທົ່ວໂລກ ໃນຂະນະທີ່ ຈີນກໍອອກມາຕອບໂຕ້ ບົດຣາຍງານດັ່ງກ່າວ.
2022-06-05
ກອງປະຊຸມນາໆຊາຕ ວ່າດ້ວຍ ຂໍ້ພິພາດ ໃນຣາຊອານາຈັກລາວ ໄຂຂຶ້ນ ທີ່ນະຄອນ ເຊີແນວ ປະເທດ ສວິດສ ໂດຍມີຫົວໜ້າ ຄນະອັງກິດ ແລະຫົວໜ້າຄນະຣັສເຊັຽ ປ່ຽນກັນນັ່ງ ເປັນປະທານ.
2022-06-05
ທ່ານ ດາວບ້ານດອນ ມູນສະແຫວງ, ຄົນລາວຜູ້ທໍາອິດ ທີ່ສາມາດຄວ້າເອົາລາງວັນຊນະເລີດ ລໍາດັບທີ່ນຶ່ງ ຈາກການແຂ່ງຂັນ ຝຶກສຸນັກຕໍາຣວດທີ່ເກັ່ງ ແລະເຊື່ອຟັງທີ່ສຸດ ທັງໃນລະດັບ ຣັຖ ແລະ ລະດັບປະເທດ.
2022-06-05
ເສຖກິຈລາວ ຍັງຕ້ອງໃຊ້ ເວລາໃນການຟື້ນໂຕ, ອາຊີບ ຄົນລາວ ຍັງຖືກຍາດແຍ່ງ ຈາກຕ່າງດ້າວ ແລະ ວີດີໂອ ຕຳຣວດໄທຍ ຈັບແມ່ຍິງລາວ 2 ຄົນ ລັກລອບເຂົ້າໄປ ຊອກເຮັດວຽກ ໃນປະເທດໄທຍ.
2022-06-04
ຜູ້ປະກອບການ ທີ່ຕ້ອງໃຊ້ນ້ຳມັນເຊື້ອເພີງ ເປັນປັດຈັຍຫຼັກ ໃນການດຳເນີນທຸຣະກິຈ ຖືວ່າໄດ້ຮັບຜົລກະທົບທີ່ສຸດ ຈາກລາຄານ້ຳມັນເຊື້ອເພີງທີ່ແພງຂຶ້ນ
2022-06-04
ທາງການກັມພູຊາ ຈັບຄົນສັນຊາດນໍເວ ຊຶ່ງເປັນອະດິດນັກເຄື່ອນໄຫວ ເພື່ອປະຊາທິປະໄຕໜຸ່ມກັມພູຊາ ທີ່ກັບຄືນບ້ານເກີດ ແລະ ສນັບສນູນພັກແສງທຽນ-ພັກການເມືອງຝ່າຍຄ້ານສໍາຄັນ ຂອງພັກປະຊາຊົນກັມພູຊາ ທີ່ກໍາອໍານາດ ໃນການເລືອກຕັ້ງ ຄັ້ງວັນທີ 5 ມິຖຸນານີ້.
2022-06-04
ໃນຂະນະທີ່ ການເລືອກຕັ້ງ ໃນກັມພູຊາ ໃກ້ຈະມາເຖິງນີ້, ຊາວກັມພູຊາ ຫຼາຍໆຄົນ ພວມປະເຊີນກັບ ສະພາບການ ທີ່ກືນບໍ່ເຂົ້າຄາຍບໍ່ອອກ ວ່າ ຄວນເຂົ້າຮ່ວມ ຫຼືບໍ່.
2022-06-03
ແຂວງຫລວງນໍ້າທາ ຈະຝຶກອົບຮົມ ວິຊາຊີບ ໃຫ້ຄົນງານລາວ 5,000 ຄົນ ເພື່ອ ສນອງຕລາດ ແຮງງານ, ໃຫ້ບໍຣິສັດຕ່າງໆ ເປັນຕົ້ນບໍຣິສັດຈີນ ທີ່ມີຫລາຍຢູ່ແຂວງນີ້ ແຕ່ຄົນລາວ ຈຳນວນນຶ່ງ ບອກວ່າ ຄ່າແຮງງານຢູ່ລາວຍັງຕ່ຳຢູ່ ຈຶ່ງຢາກໄປເຮັດວຽກ ຢູ່ຕ່າງປະເທດແທນ.
2022-06-03
ຊາວບ້ານ ໃນເຂດບ້ານຫ້ວຍສະກູ່ ເມືອງຫິນບູນ ແຂວງຄໍາມ່ວນ ແລະຜູ້ທີ່ຜ່ານກາຍໄປ-ມາ ເຂດນັ້ນເໝັນກິ່ນ ຈາກນໍ້າເນົ່າ ແລະສານເຄມີ ໂຕງງານແປຮູບ ຢາງພາຣາ ຂອງບໍຣິສັດບຸນເຮືອງ ຈໍາກັດຂອງວຽດນາມ ທີ່ຕັ້ງໂຮງງານ ຢູ່ບໍ່ໄກຈາກແຄມທາງນັ້ນ.
2022-06-03
ການກໍ່ສ້າງບ້ານຈັດສັນ 4 ບ້ານໃນ 3 ແຂວງ ພາກເໜືອ ສຳລັບຜູ້ທີ່ ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໄດ້ສຳເຣັດແລ້ວ, ຊຶ່ງຮວມທັງໝົດມີ 349 ຫຼັງ ຮວມມູນຄ່າ ການກໍ່ສ້າງປະມານ 33 ລ້ານປາຍໂດລ້າຣ໌ ສະຫະຣັຖ
2022-06-03
ຊາວບ້ານທີ່ຖືກຜົລກະທົບ ສູນເສັຽທີ່ດິນ ທຳການກະເສຕ ໃຫ້ກັບໂຄງການ ກໍ່ສ້າງອ່າງເກັບນໍ້າ ຕອນເທິງຂອງເຂື່ອນນໍ້າແທ້ ຈຳນວນ 2 ບ້ານຄືບ້ານນໍ້າຄະ ແລະ ບ້ານຜາແກ້ວ ເມືອງແປກ ແຂວງຊຽງຂວາງ ຈຳໃຈ ຕ້ອງຮັບຄ່າຊົດເຊີຍ ທີ່ທາງບໍຣິສັດມອບໃຫ້ ຊຶ່ງເປັນຄ່າຊົດເຊີຍ ທີ່ບໍ່ສົມເຫດ ສົມຜົລ ສຳລັບຊາວບ້ານ.
2022-06-02
ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ອອກບົດຣາຍງານ ປະຈຳປີ 2021 ກ່ຽວກັບເສຣີພາບ ການນັບຖືສາສນາ ໃນໂລກ, ໃນນັ້ນປະເທດລາວ ກໍຖືກຈັດຢູ່ໃນປະເທດ ທີ່ຈຳກັດການນັບຖື ສາສນາ ໂດຍສະເພາະ ຊາວຄຣິຕຽນ.
2022-06-02
ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຕຣຽມພ້ອມ ຮັບມືເຫດສຸກເສີນ ໃນຣະດູຝົນປີນີ້ ເພື່ອປ້ອງກັນ ພັຍທັມມະຊາດ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ໂດຍໄດ້ມີການຕິດຕາມກວດກາ ໂຄງສ້າງຂອງເຂື່ອນ, ສັນເຂື່ອນເຊປຽນ-ເຊນໍ້ານ້ອຍ.
2022-06-02
ຄ່າເງິນກີບຕົກຕໍ່າລົງຕື່ມອີກ, ບາງຂ່າວເວົ້າວ່າ 17,000 ປາຍກີບຕໍ່ ນຶ່ງໂດລ້າຣ໌ສະຫະຣັຖ ແລະ 507 ກີບຕໍ່ ນຶ່ງບາດໄທຍ ໃນຂະນະທີ່ ທະນາຄານການຄ້າ ຕ່າງປະເທດລາວ ຣາຍງານ ໃນມື້ວັນທີ 2 ມິຖຸນານີ້ ແມ່ນ 13,925 ກີບຕໍ່ນຶ່ງໂດລ້າຣ໌ສະຫະຣັຖ ແລະ 474 ກີບຕໍ່ 1 ບາດ.