ກຸ່ມຄົນຮ້າຍ ລັດຍິງຣົຖຊາວບ້ານ ຖືກຈັບໄດ້ແລ້ວ 4 ຄົນ
2022.06.06
ກຸ່ມຄົນຮ້າຍທີ່ກໍ່ເຫດຍິງຣົຖຊາວບ້ານ 2 ຄັນ ເຂດທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແຂວງວຽງຈັນຢູ່ບໍຣິເວນປາກອຸໂມງພູພຣະ ເຂດເມືອງຫິນເຫີບ ເວລາ 12:30 ໂມງ ໃນວັນທີ 05 ມິຖຸນາ ທີ່ຜ່ານມານີ້ຖືກເຈົ້າໜ້າທີ່ ຕຳຣວດຈັບໄດ້ແລ້ວ 4 ຄົນ ພາຍໃນມື້ດຽວກັນ ກັບທີ່ເກີດເຫດ ຊຶ່ງທັງໝົດເປັນຊາວຊົນເຜົ່າມົ້ງ ຢູ່ເມືອງຫິນເຫີບ ແຂວງວຽງຈັນ. ໃນເບື້ອງຕົ້ນເຫດ ການດັ່ງກ່າວນີ້ເຮັດໃຫ້ມີ ຊາວບ້ານໄດ້ຮັບບາດເຈັບສາຫັດ 1 ຄົນ ແລະ ບາດເຈັບອີກເລັກໜ້ອຍ 2 ຄົນ ໂດຍເຈົ້າໜ້າທີ່ຕຳຣວດ ຣະບຸເຖິງສາເຫດການກໍ່ເຫດຄັ້ງນີ້ວ່າ ເກີດຍ້ອນການຂັດແຍ່ງດ້ານທຸຣະກິຈ ແຕ່ຍັງສງວນການໃຫ້ຣາຍລະອຽດ ຫຼາຍກວ່ານີ້.
ດັ່ງເຈົ້າໜ້າທີ່ປ້ອງກັນຄວາມສງົບ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 06 ມິຖຸນານີ້ວ່າ:
“ກໍ່ເຫດ ກໍ່ຫຍັງຫັ້ນ ຢູ່ທາງດ່ວນຖືວ່າຈັບໄດ້ໝົດແລ້ວ ຄົນລາວແດ່ ເຜົ່າມົ່ງເຮົາ ກໍເຂົາເຈົ້າມີຄວາມຂັດແຍ່ງ ພາຍໃນ ກຳລັງສອບສວນຢູ່ ຣາຍລະອຽດບໍ່ທັນແຈ້ງເທື່ອ.”
ທ່ານກ່າວຕື່ມວ່າ ທັນທີທີ່ພາກສ່ວນກ່ຽວຂ້ອງ ມີການສອບສວນຜູ້ຕ້ອງຫາສຳເຣັດ ແລະມີການກວດສອບບ່ອນເກີດເຫດ ເປັນທີ່ຮຽບຮ້ອຍແລ້ວ ກໍຈະຖແລງຂ່າວໃຫ້ແກ່ສື່ມວນຊົນ ຮັບຊາບແບບເປັນທາງການອີກເທື່ອນຶ່ງ ແຕ່ເຖິງຢ່າງໃດກໍຕາມ ພາຍຫຼັງເກີດເຫດດັ່ງກ່າວ ທາງເຈົ້າໜ້າທີ່ກໍໄດ້ເພີ່ມ ມາຕການຮັກສາຄວາມປອດພັຍ ຕາມເຂດທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແບບເຂັ້ມງວດຂຶ້ນພ້ອມກັບ ກວດກາບັນດາຣົຖຕ່າງໆ ກ່ອນຂຶ້ນທາງດ່ວນນຳດ້ວຍ.
ສຳລັບຊາວບ້ານ 1 ຄົນທີ່ຖືກຍິງໄດ້ຮັບບາດເຈັບສາຫັດ ຈາກເຫດການດັ່ງກ່າວ ຊຶ່ງແມ່ນຊາວນະຄອນຫຼວງວຽງຈັນ ແລະໄດ້ຖືກສົ່ງໄປປີ່ນປົວ ເປັນການດ່ວນຢູ່ໂຮງໝໍມິຕພາບ 150 ຕຽງນັ້ນ. ຫຼ້າສຸດກໍຍັງຢູ່ໃນອາການໂຄມ້າ ແລະທາງແພດໝໍກຳລັງຜ່າຕັດ ເອົາລູກປືນອອກຈາກບໍຣິເວນປອດ ຊຶ່ງປັດຈຸບັນກຳລັງຂໍຮັບບໍຣິຈາກເລືອກ ຈາກບັນດາຜູ້ໃຈບຸນ ແຕ່ທາງຄອບຄົວກໍບໍ່ສາມາດ ໃຫ້ຣາຍລະອຽດໄດ້ຫຼາຍກ່ວານີ້. ອີງຕາມຄຳເວົ້າຂອງຄົນໃນຄອບຄົວ ຂອງຜູ້ໄດ້ຮັບບາດເຈັບ ທີ່ຂໍສງວນຊື່ແລະສຽງ.
ຫຼັງຈາກເກີດເຫດການລັດຍິງ ເຂດທາງດ່ວນດັ່ງກ່າວ ກໍໄດ້ກາຍເປັນຂ່າວທີ່ຊາວລາວຫຼາຍຄົນ ໃຫ້ຄວາມສຳຄັນແລະຕິດຕາມຢ່າງໃກ້ຊິດ ຍ້ອນກ່ຽວຂ້ອງກັບຄວາມປອດພັຍ ຂອງປະຊາຊົນທີ່ໃຊ້ທາງດ່ວນ ໂດຍຊາວບ້ານຈຳນວນນຶ່ງ ທີ່ຕິດຕາມຂ່າວກໍເຊື່ອວ່າ ເຫດການດັ່ງກ່າວໜ້າຈະເກີດ ການຂັດແຍ່ງດ້ານທຸຣະກິຈຜິດກົດໝາຽ ເປັນຕົ້ນຄ້າຢາເສບຕິດ ເພາະວ່າທີ່ຜ່ານມາເຄີຍເກີດເຫດແນວນີ້ ຫຼາຍເທື່ອຍ້ອນສີມືຂອງກຸ່ມຄ້າຢາເສບຕິດ.
ດັ່ງຊາວບ້ານທ່ານນຶ່ງກ່າວວ່າ:
“ຕາມເຂົາເຈົ້າອອກເຟສຫັ້ນ ລະແມ່ນເຂົາເຈົ້າຍິງ ຍີນຂ່າວວ່າເຂົາເຈົ້າມາລັດຍິງຣົຖຢູ່ຫັ້ນນ່າ ຂ້ອຍຢ້ານແມ່ນພວກເຂົາຜິດແຂກັນ ເຣື່ອງຢາເສບຕິດນີ້ແຫຼະ ຂ້ອຍເບິ່ງຫັ້ນນ່າ ເຣື່ອງທຸຣະກິຈແນວນີ້ແຫຼະ ຢ້ານແນວນີ້ແຫຼະເບິ່ງຫັ້ນ.”
ທ່ານກ່າວຕື່ມວ່າ ເຖິງຢ່າງໃດກໍໍຕາມລາວເອງ ກໍຢາກໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສງົບ ທີ່ຮັບຜິດຊອບຄະດີນີ້ມີການເປີດເຜີຍ ຄວາມຄືບໜ້າແລະຣາຍລະອຽດ ຂອງຄະດີນີ້ຢ່າງຄັກແນ່ ຍ້ອນເປັນເຫດການທີ່ເກີດຂຶ້ນ ໃນບ່ອນສາທາຣະນະ ທີ່ມີຄົນເດີນທາງຜ່ານໄປມາຫຼາຍຕໍ່ມື້ ແລະກໍໃຫ້ດຳເນີນຄະດີ ຕໍ່ຜູ້ທີ່ກະທຳຄວາມຜິດນັ້ນຢ່າງເຖິງທີ່ສຸດ.
ໃນຂະນະທີ່ຊາວບ້ານ ຕິດຕາມເຫດການດັ່ງກ່າວອີກຈຳນວນນຶ່ງ ກ່າວວ່າກຸ່ມຄົນຮ້າຍທີ່ກໍ່ເຫດລັດຍິງຣົຖຊາວບ້ານ ເຂດທາງດ່ວນນັ້ນ ຢູ່ໃນອາການເມົາຢາເສບຕິດ ເລີຍໃຊ້ອາວຸດປືນຍິງໃສ່ຣົຖຊາວບ້ານ ຊຶ່ງເປັນໄປໄດ້ວ່າ ເປັນຣົຖຂອງຄູ່ຂັດແຍ່ງທີ່ເຄີຍມີບັນຫາ ຂັດແຍ່ງກັນມາກ່ອນ.
ດ່ັງທ່ານກ່າວວ່າ:
“ຄົນເມົາຢາເສບຕິດ ເຂົາຈັບໄດ້ແລ້ວ ເມົາຢາມ້າເສບຢາແລ້ວ ຢາຂຶ້ນແຮງ ພວກວັຍຣຸ້ນແຫຼະ ເຂົາຈັບໄດ້ຮຽບຮ້ອຍແລ້ວ.”
ເຖິງຢ່າງໃດກໍຕາມ ຊາວບ້ານອີກທ່ານນຶ່ງທີ່ຂັບຣົຖຜ່ານດ່ານ ນະຄອນຫຼວງວຽງຈັນ-ວັງວຽງ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມມາຕການຮັກສາຄວາມປອດພັຍ ເຂດທາງດ່ວນຫຼາຍຂຶ້ນ ໂດຍສະເພາະຢາກໃຫ້ມີເຈົ້າໜ້າທີ່ ປະຈຳຢູ່ຈຸດຕ່າງໆ ຊຶ່ງປັດຈຸບັນມີແຕ່ຕິດຕັ້ງກ້ອງວົງຈອນປິດ ຕາມຈຸດຕ່າງໆ ເທົ່ານັ້ນ.
ດັ່ງທ່ານກ່າວວ່າ:
“ຕຳຣວດທາງດ່ວນຫັ້ນຫວາ ສ່ວນຫຼາຍກາບໍ່ມີເດ້ ເພາະວ່າສ່ວນຫຼາຍ ແມ່ນກ້ອງວົງຈອນຫຼາຍ ຈັບໄດ້ແລ້ວຕິເບາະ ເຫັນຂ່າວວານນີ້ເປັນ ລັກສະນະຄູ່ອະຣິກັນຕິເບາະ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ຫາ ບໍຣິສັດຮ່ວມທຶນພັທນາທາງດ່ວນ ລາວ-ຈີນ ຈຳກັດເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສາມາດໃຫ້ຂໍ້ມູນຕື່ມໄດ້.
ແຕ່ເຖີງຢ່າງໃດກໍຕາມ ບໍຣິສັດຮ່ວມທຶນພັທນາ ທາງດ່ວນ ລາວ-ຈີນ ໄດ້ອອກແຈ້ງການ ໃນວັນທີ 05 ມິຖຸນາ ທີ່ຜ່ານມາວ່າ ພາຍຫຼັງທີ່ເກີດເຫດການລັດຍິງຣົຖ ເຂດທາງດ່ວນທາງບໍຣິສັດ ກໍໄດ້ເຣີ່ມປະຕິບັດແຜນຮັບມືສຸກເສີນທັນທີ ພ້ອມທັງດຳເນີນການ ແຈ້ງເຫດຫາເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ແລະ ເມືອງຫິນເຫີບ ເພື່ອປິດທາງຂາອອກສະຖານີຫິນເຫີບ,ໂພນໂຮງ ແລະ ວັງວຽງ ແລະ ກໍຢືນຢັນວ່າທາງດ່ວນດັ່ງກ່າວ ຍັງເປີດໃຫ້ການບໍຣິການຕາມປົກກະຕິ ແລະ ຂໍໃຫ້ປະຊາຊົນ ແລະສື່ມວນຊົນ ບໍ່ສົ່ງຕໍ່ຂ່າວລືທີ່ ເປັນການໃສ່ຮ້າຍປ້າຍສີແກ່ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ.