ແຂວງຫລວງນໍ້າທາ ຈະຝຶກອົບຮົມ ຄົນງານລາວ ໃຫ້ນັກລົງທຶນຈີນ

ຈຳປາທອງ
2022.06.03
ແຂວງຫລວງນໍ້າທາ ຈະຝຶກອົບຮົມ ຄົນງານລາວ ໃຫ້ນັກລົງທຶນຈີນ ໂຕຢ່າງ ກຸ່ມຄົນງານລາວ ທີ່ກັບຈາກໄທຍ, ວັນທີ 7 ເດືອນ ເມສາ 2020.
RFA

ແຂວງຫລວງນໍ້າທາ ຈະມີການພັທນາສີມືແຮງງານ ໃຫ້ປະຊາຊົນໃຫ້ໄດ້ຫລາຍພັນຄົນ ພາຍໃນປີໜ້າ. ຍານາງ ຄໍາໃບ ຂັດທິຍະ ຣັຖມົນຕຣີກະຊວງແຮງງານ ແລະສວັດດິການສັງຄົມ ແລະ ທ່ານ ຄໍາໄຫລ ສີປະເສີດ ເຈົ້າແຂວງຫລວງນໍ້າທາ ໄດ້ລົງນາມໃນມື້ວັນທີ 26 ພຶສພາທີ່ຜ່ານມາ ໃນບົດບັນທຶກກ່ຽວກັບການຮ່ວມມືດ້ານວຽກງານແຮງງານ ແລະສວັດດິການສັງຄົມ ເພື່ອຊຸກຍູ້, ສົ່ງເສີມການພັທນາສີມືແຮງງານ ໃຫ້ໄດ້ 5,000 ຄົນ ເພື່ອສນອງໃຫ້ຕລາດແຮງງານ ພາຍໃນແຂວງ, ສນອງໃຫ້ບໍຣິສັດ ເປັນຕົ້ນບໍຣິສັດຈີນຢູ່ແຂວງນີ້ ແລະເພື່ອສນອງຄວາມຕ້ອງການຂອງຂແນງເສຖກິຈ. ນາຍຄຣູ ປະຈໍາສູນພັທນາສີມືແຮງງານ ແລະຈັດຫາງານ ຢູ່ແຂວງຫລວງນໍ້າທາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 3 ມິຖຸນານີ້ວ່າ ຮອດໃນປີ 2023 ຖ້າຣັຖບໍ່ຕອບສນອງງົບປະມານໃຫ້ ກໍຈະບໍ່ບັນລຸໄດ້ຄາດໝາຍນັ້ນ.

ກໍມີບໍຣິສັດລາວ ບໍຣິສັດຈີນແດ່ ສ່ວນຫລາຍມັນໍເປັນບໍຣິສັດຈີນ ຫລາຍກ່ອນເນາະ ມັນເປັນໂຮງງານໃຫຍ່ ບໍຣິສັດໃຫຍ່ ຢາງພາລາບໍ່ ຖົ່ວເຫລືອງນີ້ບໍ່ ຮອດປີ 2023 ນີ້ເບາະ ຄັນຖ້າຣັຖບໍ່ຕອບສນອງເຣື່ອງງົບປະມານນີ້ ເຮົາກໍບໍ່ສາມາດຈັກເທື່ອ ໂຕເລກມັນຄືບໍ່ບັນລຸ ຄືຮອດ 5 ພັນຄົນຄືເຂົາຄາດໝາຍຫັ້ນນະ.

ທ່ານກ່າວຕື່ມວ່າ ໃນບົດບັນທຶກກ່ຽວກັບການຮ່ວມມື ທີ່ຣັຖມົນຕຣີກະຊວງແຮງງານ ແລະສວັດດິການສັງຄົມ ແລະເຈົ້າແຂວງຫລວງນໍ້າທາ ລົງນາມນັ້ນ ແມ່ນທາງຣັຖບານຈະສນັບສນູນເງິນທຶນ ໃນການຈັດການຝຶກອົບຮົມວິຊາຊີບ ແລະພັທນາສີມືແຮງງານດ້ານການກະເສດ ໃຫ້ປະຊາຊົນໃນ 5 ເມືອງຂອງແຂວງຫລວງນໍ້າທາໃນປີນີ້ ຈໍານວນ 30 ຄົນ. ສ່ວນທີ່ເຫລືອ ທາງຣັຖບານໄດ້ຂໍຄວາມຮ່ວມມືນໍາຫົວໜ່ວຍທຸຣະກິຈ ໃຫ້ເປັນຜູ້ດໍາເນີນການພັທນາສີມືແຮງງານ ແລະຮັບເອົາຄົນງານລາວເຂົ້າເຮັດວຽກນໍາ ພາຍຫລັງທີ່ພວກເຂົາເຈົ້າ ສໍາເຣັດການຝຶກອົບຮົມແລ້ວ.

ໃນຂະນະດຽວກັນ ປະຊາຊົນລາວຈໍານວນນຶ່ງ ພັດບໍ່ຕ້ອງການເຮັດວຽກດ້ານ ການກະເສດນໍາບໍຣິສັດຂອງນັກລົງທຶນຈີນ ຍ້ອນເປັນວຽກຕາມຣະດູການ, ເປັນວຽກທີ່ບໍ່ໝັ້ນຄົງ ແລະມັກຖືກນາຍຈ້າງກົດຄ່າແຮງງານ, ໃຫ້ຄ່າແຮງງານໜ້ອຍ ແຕ່ກໍສົນໃຈເຮັດຢູ່, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກພັທນາສີມືແຮງງານ  ແລະຈັດຫາງານ ຢູ່ແຂວງຫລວງນໍ້າທາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ໄປເຮັດວຽກນໍາບໍຣິສັດແມ່ນບໍ່ ສົນໃຈຢູ່ ກໍເຮັດຢູ່ ອ່າ ກໍເຮັດຢູ່ ແຕ່ວ່າມັນ ເຂົາໄລເປັນວັນນະ ແລ້ວບາດນີ້ເຂົາ ເງິນເດືອນຢູ່ ອ່າ ເຂົາຈະໄລ່ເປັນວັນວັນລະ 100 ປາຍ ເງິນໄທຍ ໂອ໋ ມັນກໍບໍ່ຄ່ອຍເໝາະສົມຫັ້ນນ່າ ມັນໜ້ອຍນ່າ.

ແຕ່ປະຊາຊົນລາວອີກຈໍານວນນຶ່ງ ທັງທີ່ຢູ່ແຂວງຫລວງນໍ້າທາ ແລະແຂວງອື່ນໆ ສົນໃຈໃນການເຮັດວຽກດ້ານການກະເສດ ແຕ່ບໍ່ແມ່ນເຮັດຢູ່ປະເທດລາວ, ຢາກໄປເຮັດຢູ່ປະເທດເກົາຫຼີ ທີ່ຕ້ອງການຄົນງານລາວພັນປາຍຄົນ ແລະໃຫ້ຄ່າແຮງງານສູງກວ່າຢູ່ລາວຫລາຍ.

ດັ່ງປະຊາຊົນຜູ້ນຶ່ງຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 3 ມິຖຸນານີ້ວ່າ:

ເກົາຫລີດຽວນີ້ ເພິ່ນກໍຢາກໄດ້ 1,500 ຄົນ ສິໄປຫັ້ນນ່າ ແຕ່ວ່າເຂົາໃຫ້ມາຝຶກຢູ່ ອັນນີ້ ເກົາຫລີ ອັນມັນຝຶກເອົາ ມັນຝຶກແບບທົດສອບຫຍັງ ແລ້ວກໍຄ່ອຍສມັກ ຄວາມໝາຍກໍບາງເທື່ອມັນກໍເປັນຂ່າວ ເງິນບໍ່ ອີ່ຫຍັງແຫລະ ຄວາມໝາຍເຫັນໝູ່ໄປກໍຢາກໄປແດ່.

ແລະປະຊາຊົນ ຢູ່ເມືອງວຽພູຄາອີກຜູ້ນຶ່ງກໍເວົ້າວ່າ ຊາວໜຸ່ມລາວວ່າແຕ່ມີວຽກເຮັດ ອັນໃດໄດ້ເງິນກໍສົນໃຈເຮັດໝົດ, ມີແຕ່ວ່າບໍ່ຮູ້ຂໍ້ມູນຂ່າວສານ ຈາກໜ່ວຍງານທີ່ກ່ຽວຂ້ອງ ກັບການຈັດຫາງານໃຫ້ເຮັດ.

ຊາວໜຸ່ມເມືອງລາວ ອັນໃດໄດ້ເງິນເຂົາສົນໃຈເມິດ ຖ້າງານໄດ້ເງິນດີ ບໍ່ເຄີຍ ລອງແນະນໍາວິທີມາເບິ່ງ ບໍ່ຮູ້ເນາະ ບໍ່ມີໃຜໃຫ້ເວລາມາເທື່ອ ເຈົ້າ ບໍ່ຮູ້ໆ ວ່າເປັນແນວໃດ.

ເວົ້າເຖິງເຣື່ອງ ການພັທນາສີມືແຮງງານ ແລະການຈັດຫາງານ ປະຊາຊົນຜູ່ນຶ່ງຢູ່ເມືອງລອງ ແຂວງຫລວງນໍ້າທາ ເວົ້າວ່າທາງຜແນກພັທນາສີມືແຮງງານ ແລະການຈັດຫາງານຢູ່ແຂວງນີ້ ໄດ້ຈັດການຝຶກອົບຮົມ ເປັນຕົ້ນ ຊ່າງໄຟຟ້າ ແລະຊ່າງສ້ອມແປງຣົຖຈັກ ຊຶ່ງເປັນວຽກທີ່ໄດ້ຮັບຄວາມນິຍົມກັນຫລາຍໃນກຸ່ມຊາວໜຸ່ມລາວ ທີ່ຍັງບໍ່ທັນມີວຽກເຮັດງານທໍາ, ຜູ້ທີ່ສໍາເລັດການຝຶກອົບຮົມແລ້ວ ພວກເຂົາເຈົ້າມັກສມັກເຮັດວຽກນໍາຮ້ານຈີນ ຫລືວຽດນາມ ແລະວ່າ ຊາວໜຸ່ມບໍ່ມັກເຮັດວຽກກະສິກັມ.

ເຂົາບໍ່ເຮັດກະສິກັມເດ໋ເນາະ ບາດນີ້ມາ ມັນມີບໍຣິສັດທໍາ ຂະເຈົ້າມາເຮັດເປີດຮ້ານຂາບຣົຖຂາຍຫຍັງກໍມີ ສ້ອມແປງອິຫຍັງຫັ້ນນ່າ ມີບໍຣິການຫລັງການຂາຍອິຫຍັງນີ້ແລ້ວ ກໍແມ່ນນັກຮຽນເຮົາ ກໍໄປຢູ່ນໍາເຂົາແນວນັ້ນຫັ້ນ ຫັ້ນນ່າ ໄປເຮັດວຽກນໍາຂະເຈົ້າຫັ້ນ.

ເວົ້າເຣື່ອງການປັບຄ່າແຮງງານຢູ່ລາວ ສູນກາງກໍາມະບານລາວ ສເນີໃຫ້ພາກ ສ່ວນທີ່ກ່ຽວຂ້ອງປັບຂຶ້ນຄ່າແຮງງານຂັ້ນຕໍ່າໃຫ້ຄົນງານ ຈາກ 1,100,000 ກີບເປັນ 1,500,000 ກີບຕໍ່ເດືອນພາຍໃນປີ 2022 ນີ້ ຍ້ອນວ່າຄ່າຄອງຊີບຖີບໂຕສູງຂຶ້ນ ແລະຄົນງານລາວຈໍານວນຫລວງຫລາຍ ພາກັນຫລັ່ງໄຫວອອກໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍ ທີ່ໄດ້ຮັບຄ່າແຮງງານສູງກວ່າຢູ່ລາວຫລາຍ. ມາເຖິງຂະນະນີ້ ຣັຖບານກໍພຽງແຕ່ເຫັນດີ ໃນດ້ານຫລັກການ ແຕ່ຍັງບໍ່ທັນກໍານົດວ່າ ຈະປັບຂຶ້ນຄ່າແຮງງານຂັ້ນຕໍ່າໃຫ້ເທົ່າໃດ ແລະເມື່ອໃດຈະຂຶ້ນໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.