ນ້ຳມັນເຊື້ອເພີງແພງ ຜູ້ປະກອບການ ໄດ້ຮັບຜົລກະທົບໜັກ

ພູວົງສ໌
2022.06.04
ນ້ຳມັນເຊື້ອເພີງແພງ ຜູ້ປະກອບການ ໄດ້ຮັບຜົລກະທົບໜັກ ຊາວລາວພວມລຽນຄິວ ເພື່ອເອົາຕຸກນ້ຳດື່ມ ໄປຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ (TS), ວັນທີ 30 ພຶສພາ 2022
RFA

ປັດຈຸບັນ, ລາຄານ້ຳມັນເຊື້ອເພີງໃນລາວ ຖີບໂຕສູງຂຶ້ນ ຕາມລາຄານ້ຳມັນເຊື້ອເພີງ ໃນຕລາດໂລກ ແລະ ຖືວ່າ ລາຄານ້ຳມັນເຊື້ອເພີງໃນລາວ ມີລາຄາສູງທີ່ສຸດ ນັບຕັ້ງແຕ່ມີການບັນທຶກມາ ຈາກທີ່ເຄີຍລິທລະ ບໍ່ເກີນ 10 ພັນກີບ ເມື່ອປີກາຍ, ມາເປັນລິທລະ 20 ປາຍພັນກີບແລ້ວ.

ແນ່ນອນ, ນອກຈາກຈະກະທົບ ຕໍ່ການໃຊ້ຊີວິຕປະຈຳວັນ ຂອງພໍ່ແມ່ປະຊາຊົນລາວ ບັນດາເຜົ່າແລ້ວ, ກຸ່ມຄົນທີ່ໄດ້ຮັບຜົລກະທົບໜັກທີ່ສຸດ ກໍແມ່ນກຸ່ມຜູ້ປະກອບການ ທີ່ຈຳເປັນຕ້ອງໄດ້ໃຊ້ນ້ຳມັນເຊື້ອເພີງ ໃນການປະກອບອາຊີບ ເປັນຕົ້ນວ່າ ຜູ້ປະກອບການ ຣົຖບັນທຸກຂົນສົ່ງ, ຜູ້ຂັບຣົຖນຳທ່ຽວ, ຄົນຂັບເຮືອນຳທ່ຽວ ແລະ ໃຫ້ບໍຣິການຂົນສົ່ງທາງເຮືອ, ຜູ້ໃຫ້ບໍຣິການ ໄຖນາ-ໄຖສວນ ແລະ ອື່ນໆອີກ.

ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ມີໂອກາດສັມພາດ ຜູ້ປະກອບການ ຂັບຣົຖຕູ້ ໃຫ້ບໍຣິການນຳທ່ຽວ ແລະ ຮັບເໝົາໂດຍສານ ໃນແຂວງອຸດົມໄຊ ໃນວັນທີ 2 ມິຖຸນາ ນີ້ວ່າ ທ່ານເອງ ກໍໄດ້ຮັບຜົລກະທົບ ຈາກລາຄານ້ຳມັນເຊື້ອເພີງ ທີ່ແພງຂຶ້ນ ພ້ອມທັງຫາຊື້ໄດ້ຍາກນີ້ ແບບໂດຍຕຣົງ ເຮັດໃຫ້ປັດຈຸບັນ ຕ້ອງໄດ້ປັບຄ່າບໍຣິການຂຶ້ນ ແບບທົບເຄິ່ງ ຈຶ່ງຈະຢູ່ໄດ້ ແລະ ຍ້ອນເຫດນີ້ ຜູ້ທີ່ມາໃຊ້ບໍຣິການ ກໍຈົ່ມວ່າແພງ, ແຕ່ກໍໄດ້ພະຍາຍາມອະທິບາຍ ແລະ ລູກຄ້າກໍຫຼຸດລົງຫຼາຍ ໃນໄລຍະນີ້.

 

ສຽງ1: ຜູ້ປະກອບການ ຂັບຣົຖຕູ້ໃຫ້ບໍຣິການນຳທ່ຽວ ແລະ ຮັບເໝົາໂດຍສານ ໃນແຂວງອຸດົມໄຊ

 

ຜູ້ຂັບເຮືອທ່ອງທ່ຽວ ຕາມລຳແມ່ນ້ຳຂອງ ທີ່ໃຫ້ບໍຣິການນຳທ່ຽວ ແລະ ຂົນສົ່ງສິນຄ້າ ໃນແຂວງຫຼວງພຣະບາງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 3 ມິຖຸນາ ນີ້ວ່າ ທ່ານກໍພົບຄວາມຫຍຸ້ງຍາກເຊັ່ນກັນ ອັນເນື່ອງມາຈາກ ບັນຫານ້ຳມັນເຊື້ອເພີງທີ່ແພງຂຶ້ນ ແລະ ທັງບໍ່ສາມາດໄປຊື້ນ້ຳມັນ ແບບໃສ່ຕຸກໃຫຍ່ໄດ້. ຍ້ອນແນວນັ້ນ, ກໍຈຳເປັນຕ້ອງໄດ້ຂຶ້ນລາຄາ ຈາກຊົ່ວໂມງລະ 2 ແສນກີບ ມາເປັນ 3 ແສນກີບ ແລະ ລູກຄ້າ ກໍບໍ່ມີຫຼາຍຄືແຕ່ກ່ອນແລ້ວ ຫຼືມີພຽງແຕ່ວັນສຸກ, ເສົາ, ອາທິດ ເທົ່ານັ້ນ. ເມື່ອຂຶ້ນລາຄາ ຫຼາຍຄົນກໍຕໍ່ວ່າ ລາຄາຢາກສູງ.

 

ສຽງ2: ຜູ້ຂັບເຮືອທ່ອງທ່ຽວ ຕາມລຳແມ່ນ້ຳຂອງ ທີ່ໃຫ້ບໍຣິການນຳທ່ຽວ ແລະ ຂົນສົ່ງສິນຄ້າ ໃນແຂວງຫຼວງພຣະບາງ

 

ຂະນະທີ່ຜູ້ປະກອບການ ບໍຣິການ ໄຖນາ-ໄຖສວນ ໃນນະຄອນຫຼວງວຽງຈັນ ກໍພົບອຸປະສັກເຊັ່ນກັນ ອັນເນື່ອງມາຈາກລາຄານ້ຳມັນແພງ ແລະ ຫາຍາກນີ້ ຈົນບໍ່ຄຸ້ມຄ່າ ແລະ ໄດ້ຕັດສິນໃຈ ຈອດຣົຖປະໄວ້ຊື່ໆ ໄປໄລຍະນຶ່ງກ່ອນ. ແຕ່ເມື່ອຕ້ອງໃຫ້ບໍຣິການ ກໍຈຳເປັນຕ້ອງໄດ້ຂຶ້ນລາຄາ ຄ່າບໍຣິການ ຈາກທີ່ເຄີຍໃຫ້ບໍຣິການໄຖນາ ໄຣ່ລະ 2 ແສນກີບ ກໍຕ້ອງໄດ້ຂຶ້ນລາຄາ ມາເປັນໄຣ່ລະ 3 ແສນກີບ. ເຖິງວ່າຈະມີວຽກ, ແຕ່ລາຍໄດ້ກະບໍ່ຄືເກົ່າ ຫັກຄ່າຫຼຸ້ຍຫ້ຽນ ມັນບໍ່ຄຸ້ມຄ່າ ເພາະຄ່າອາໄຫຼ່ຣົຖໄຖ ມັນກໍແພງ ເພາະຕ້ອງໄດ້ຊື້ອາໄຫຼ່ຣົຖ ເປັນເງິນບາທ. ດັ່ງທ່ານກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

 

ສຽງ3: ຜູ້ປະກອບການ ບໍຣິການໄຖນາ-ໄຖສວນ ໃນນະຄອນຫຼວງວຽງຈັນ

 

ສ່ວນຜູ້ປະກອບການ ຣົຖບັນທຸກ 10 ກົງ, 12 ກົງ ແລະ 18 ກົງ ລະຫວ່າງ ວຽງຈັນ-ປາກເຊ ທີ່ມີບໍຣິສັດ ໃນນະຄອນຫຼວງວຽງຈັນ ກໍຖືວ່າໄດ້ຮັບຜົລກະທົບ ໂດຍຕຣົງເລີຍ ເພາະບໍຣິສັດ ທີ່ເຄີຍຈ້າງ ກໍບໍ່ສາມາດຈ້າງໄດ້ປົກກະຕິ ແລະ ຜູ້ປະກອບການ ກໍໄປຊອກໃສ່ນ້ຳມັນເຊື້ອເພີງຍາກ. ຄ່າບໍຣິການ ກໍຕ້ອງໄດ້ຮ້ອງຂຶ້ນ ແບບທົບເຄິ່ງ ເນື່ອງຈາກລາຄານ້ຳມັນເຊື້ອເພີງແພງ, ແຕ່ຖ້າບໍ່ຂຶ້ນລາຄາ ຄ່າບໍຣິການ ກໍບໍ່ສາມາດຢູ່ໄດ້. ດັ່ງທ່ານໄດ້ໃຫ້ສັມພາດ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

 

ສຽງ4: ຜູ້ປະກອບການຣົຖບັນທຸກ 10 ກົງ, 12 ກົງ ແລະ 18 ກົງ ລະຫວ່າງ ວຽງຈັນ-ປາກເຊ ທີ່ມີບໍຣິສັດ ໃນນະຄອນຫຼວງວຽງຈັນ

 

ທ່ານເລົ່າໃຫ້ຟັງອີກວ່າ ບໍ່ພຽງແຕ່ເທົ່ານັ້ນ, ໃນຖານະຜູ້ປະກອບການ ທ່ານເຫັນວ່າ ວິກິຕຄັ້ງນີ້ ເຮັດໃຫ້ລູກຄ້າທ່ານ ຫົດຫາຍໄປຫຼາຍ ເສັຽລູກຄ້າໄປເກືອບເຄິ່ງ ຫຼື 40% ເປັນຢ່າງໜ້ອຍ. ຄ່າອາໄຫຼ່ຣົຖກໍແພງ ເພາະຊື້ເປັນເງິນຕຣາຕ່າງປະເທດ ກໍຈຳເປັນຕ້ອງໄດ້ຂຶ້ນລາຄາ ຄ່າບໍຣິການ. ນອກຈາກນີ້, ກໍຕ້ອງໄດ້ແບກຫາບພາຣະ ຄ່າໃຊ້ຈ່າຍ  ຈ້າງພະນັກງານຂັບຣົຖ ໂດຍຕ້ອງຂຶ້ນເງິນເດືອນ ແບບທົບເຄິ່ງ ຈຶ່ງຈະເຮັດໃຫ້ພວກເຂົາ ສາມາດຢູ່ໄດ້ ເພາະທຸກຢ່າງຂຶ້ນລາຄາ ຈາກທີ່ເຄີຍຈ້າງເດືອນລະ 3 ລ້ານກີບ ຕ້ອງຂຶ້ນໃຫ້ເຂົາເຈົ້າ ເປັນເດືອນລະ 6 ລ້ານກີບ.

 

ສຽງ5: ຜູ້ປະກອບການຣົຖບັນທຸກ 10 ກົງ, 12 ກົງ ແລະ 18 ກົງ ລະຫວ່າງ ວຽງຈັນ-ປາກເຊ ທີ່ມີບໍຣິສັດ ໃນນະຄອນຫຼວງວຽງຈັນ

ທັງໝົດນັ້ນ, ແມ່ນສຽງສະທ້ອນ ຂອງບັນດາຜູ້ປະກອບການ ຈາກຫຼາກຫຼາຍອາຊີບ ໃນແຂວງຕ່າງໆ ທີ່ຈຳເປັນຕ້ອງໃຊ້ນ້ຳມັນເຊື້ອເພີງ ເປັນປັດຈັຍຫຼັກ ໃນການທຳມາຫາກິນ ແລະ ຕ້ອງໄດ້ປັບສະພາບໂຕເອງ ໃຫ້ສອດຄ່ອງກັບລາຄານ້ຳມັນເຊື້ອເພີງ ທີ່ຖີບໂຕສູງຂຶ້ນນັບມື້ນີ້.

ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.