ກິ່ນເໝັນ ຈາກໂຮງງານແປຮູບ ຢາງພາຣາ ກະທົບຊາວ ເມືອງຫິນບູນ
2022.06.03

ກິ່ນເໝັນຈາກນໍ້າຢາງພາຣາເນົ່າ ແລະສານເຄມີແປຮູບຢາງ ຂອງບໍຣິສັດ ບຸນເຮືອງຈໍາກັດ ຂອງນັກລົງທຶນວຽດນາມ ທີ່ມາຕັ້ງໂຮງງານແປຮູບຢາງພາຣາ ຢູ່ເຂດບ້ານຫ້ວຍສະກູ່ ເມືອງຫິນບູນ ແຂວງຄໍາມ່ວນ ສົ່ງຜົນກະທົບຕໍ່ຊາວບ້ານ ແລະຜູ້ໃຊ້ຖນົນ ທີ່ຢູ່ຕິດກັບແຄມທາງບ້ານຫ້ວຍສະກູ່ນັ້ນ. ໂຮງງານດັ່ງກ່າວ ຕັ້ງຢູ່ຫ່າງຈາກແຄມທາງຫລວງປະມານ 40-50 ແມັດເທົ່ານັ້ນ, ອີງຕາມຄໍາເວົ້າຂອງຊາວບ້ານຜູ່ນຶ່ງ ຢູ່ເມືອງຫິນບູນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ພຶສພາຜ່ານມານີ້.
“ມີແຕ່ແຄມທາງ ເຮົາກາຍໄປກາຍມາມັນກໍມີກິ່ນ ມັນຕິດກັບທາງ ໃກ້ທາງກໍປະມານ 40-50 ແມັດ ມັນກໍກິ່ນແບບທີ່ເຮົາເໝັນທົ່ວໄປຫັ້ນນ່າ ລັກສະນະເໝັນວ່າຊັ້ນສາ ແລ້ວກໍບໍ່ແຮງ ແລ້ວມັນກໍບໍ່ກະທົບແບບວ່າກະດັກກະດໍ້ ແຕ່ວ່າມັນມີກິ່ນເໝັນວ່າຊັ້ນສາ.”
ປັດຈຸບັນ ໂຮງງານແປຮູບຢາງພາຣາແຫ່ງນີ້ ສົ່ງກິ່ນເໝັນໄປໄກເຖິງ 400-500 ແມັດ, ເຮັດໃຫ້ຜູ້ຂີ່ຣົຖກາຍໄປມາໄດ້ຮັບຜົລກະທົບ ຊຶ່ງສ່ວນໃຫຍ່ກໍແມ່ນຜູ້ຂີ່ຣົຖຈັກ, ຣົຖສອງແຖວ ແລະຣົຖ ທີ່ບໍ່ມີຝາປິດ ເໝັນກິ່ນນັ້ນ.
ດັ່ງຊາວບ້ານບ້ານຫ້ວຍສະກູ່ ເມືອງຫິນບູນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂີ່ຣົຖຜ່ານກໍເໝັນ ຖ້າເປັນຣົຖສອງແຖວເນາະ ຣົຖທີ່ມັນໂລ່ງ ຣົຖທີ່ບໍ່ມີຝາປິດ ກໍໄດ້ກິ່ນຢູ່ ຖ້າເປັນຣົຖກະບະຣົຖຕູ້ຣົຖຫຍັງ ກໍບໍ່ໄດ້ກິ່ນ.”
ແລະຊາວບ້ານຫ້ວຍສະກູ່ ອີກຄົນນຶ່ງກໍເວົ້າວ່າ ພວກຊາວບ້ານຢູ່ບ້ານຫ້ວຍສະກູ່ ທີ່ຢູ່ຫ່າງຈາກໂຮງງານ 2 ກິໂລແມັດນັ້ນ ໄດ້ຮັບກິ່ນ ເໝັນຂອງນໍ້າຢາງພາຣາເນົ່າແຮງ ເມື່ອລົມພັດມາ ຈົນເຮັດໃຫ້ຢູ່ຍາກ, ມີຜົລກະທົບຕໍ່ການດໍາຣົງຊີວິດຂອງຜູ້ຄົນ ແຕ່ກໍຕ້ອງໄດ້ອົດທັນຢູ່ ຮວມທັງຍາມກິນເຂົ້າ ແລະຍາມທໍາການ ຜລິດຢູ່ໃກ້ກັບໂຮງງານນັ້ນ.
“ຄືວ່າກິ່ນເໝັນ ເພາະວ່າເຂົາເອົານໍ້າຢາໄປຢອດໃສ່ຢ່າງຫັ້ນແຫລະ ເຮັດໃຫ້ຢາງມັນເໜົ່າ ແລ້ວກໍເໝັນ ສະຖານທີ່ມັນໃກ້ຫລາຍ ກະທົບຮອດບ້ານຫ້ວຍສະກູ່ພຸ້ນເດ໋. ໂອ໋ຍ ໄປນັ່ງປະຊຸມອິຫຍັງຕ່າງໆ ລົມໄປບ່ອນໃດນີ້ ກໍ ຫ້ວຍ ກິ່ນມັນກໍຢາກຄືກັບສົບເລີຍ ເວລາລົມພັດມາມັນກໍເໝັນ.”
ທ່ານເວົ້າຕື່ມວ່າ ໂຮງງານແປຮູບຢາງພາຣາ ຂອງນັກລົງທຶນວຽດນາມ ຕັ້ງມາໄດ້ປະມານ 4 ປີແລ້ວ, ຊາວບ້ານສ່ວນນຶ່ງ ລຶ້ງກັບກິ່ນເໝັນນັ້ນແລ້ວ. ທີ່ຜ່ານມາ ຊາວບ້ານບ້ານຫ້ວຍສະກູ່ ກໍໄດ້ຮ້ອງຮຽນໄປຍັງຂັ້ນເມືອງ ໃຫ້ລົງມາແກ້ໄຂ ແຕ່ກິ່ນນັ້ນກໍຍັງບໍ່ເຊົາເໝັນເທື່ອ.
ຕາມຄວາມເປັນຈິງ ທາງພາກສ່ວນທີ່ກ່ຽວຂ້ອງ ທັງຂັ້ນເມືອງ ແລະຂັ້ນແຂວງ ກໍໄດ້ລົງໄປກວດກາ ຕາມຫາງສຽງຂອງປະຊາຊົນ ແລະໄດ້ແນະນໍາໃຫ້ທາງບໍຣິສັດສ້າງອ່າງເກັບນໍ້າເປື້ອນ, ແລະບ່ອນຊື້-ຂາຍຢາງພາຣາ ກໍໃຫ້ມີຝາຜນັງ ພ້ອມທັງແນະນໍາໃຫ້ໃຊ້ສານເຄມີດັບກິ່ນ ເພື່ອບໍ່ໃຫ້ມີກິ່ນອອກໄປກະທົບໃສ່ປະຊາຊົນ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຄໍາມ່ວນ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ດຽວນີ້ ບັນຫາກິ່ນເໝັນຫລຸດລົງ ແຕ່ຍັງບໍ່ໝົດ ແລະກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ໝັ່ນລົງຕິດຕາມເບິ່ງຕື່ມວ່າ ບໍຣິສັດນີ້ ປະຕິບັດຕາມຄໍາແນະນໍານັ້ນແທ້ ຫລືບໍ່.
“ກໍໄດ້ລົງໄປແກ້ພໍສົມຄວນຫັ້ນແຫລະ ໂດຍສະເພາະ ອັນເຮົາກໍແນະນໍາວິທີຕ່າງໆ ອັນທີນຶ່ງ ກໍບໍາບັດໃຫ້ມັນໄດ້ມີອ່າງນໍ້າ ໄປເກັບນໍ້າ ບໍ່ໃຫ້ມັນມີກິ່ນສົ່ງອອກ. ອັນທີ 2. ບ່ອນເຂົາເຈົ້າໄດ້ເອົາໄປ ກວມບ່ອນຊື້ບ່ອນຂາຍ ລະໃຫ້ກໍ່ໃຫ້ແອ້ມ ບໍ່ໃຫ້ສົ່ງກິ່ນອອກມານອກ ແລ້ວກໍໃຫ້ມີຢາຂ້າກິ່ນ ຂ້າເຊື້ອອີ່ຫຍັງໄປນໍາ ສິໃຫ້ກິ່ນໝົດແທ້ ກໍສິຍາກໜ້ອຍນຶ່ງ ກໍໃຫ້ມັນຫລຸດໆ ໄປເລື້ອຍໆຫັ້ນແຫລະ.”
ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຫິນບູນ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຕາມເອກກະສານທາງການ ບໍຣິສັດບຸນເຮືອງຈໍາກັດ ຂອງນັກລົງທຶນວຽດນາມ ແມ່ນຈັດຕັ້ງໂຮງງານແປຮູບຢາງພາຣາ ຖືກຕ້ອງຕາມທີ່ຂັ້ນເທິງກໍານົດໄວ້, ເຮັດໃຫ້ທາງການລາວ ບໍ່ສາມາດຟ້ອງຮ້ອງບໍຣິສັດນີ້ໄດ້. ແຕ່ຊາວບ້ານ ຫາກເຫັນວ່າ ບ່ອນຕັ້ງໂຮງງານນີ້ ໃກ້ຖນົນ ທີ່ຊາວບ້ານໄປ-ມານັ້ນ ເກີນໄປ.
“ຖ້າວ່າເຮົາສິໄປຟ້ອງຮ້ອງ ເຮົາສິໄປ ຄືວ່າໄປກວດເບິ່ງນິຕິກັມນີ້ອີ່ສັງຕ່າງໆ ພັດສອດພັດຕ້ອງ ກໍພາກັນອົດໄປຄືຊີ້ຖ້າເຮົາບໍ່ມີງິທີແກ້ຕື່ມນີ້ ບໍ່ແກ້ຕາມທັສນະນີ້ກໍຄື ບ່ອນສ້າງຕັ້ງໂຮງງານໄປເບິ່ງເອກສານຫຍັງ ກໍຖືວ່າສອດຄ້ອງໝົດ ທີ່ຕັ້ງມັນໃກ້ໆຈາກເສັ້ນທາງຫັ້ນ ທັມດາມັນຕ້ອງໃຫ້ໄກ ເຂົ້າໄປຈາກທາງຫລວງແຫ່ງຊາດຫັ້ນ.”
ໂຮງງານແປຮູບຢາງພາລາ ຂອງນັກລົງທຶນວຽດນາມແຫ່ງນີ້ ຕັ້ງຂຶ້ນເພື່ອເກັບຊື້ຢາງພາຣາ ຈາກຊາວສວນຢາງລາວ ທັງຢູ່ເມືອງຫິນບູນນີ້ ແລະຈາກບ່ອນອື່ນ, ພາຍຫລັງເກັບຊື້ແລ້ວ ກໍເອົາໄປແປຮູບເປັນແຜ່ນ ຫລືກ້ອນຢາງ ແລ້ວສົ່ງອອກໄປຂາຍ ທັງໃນລາວ ແລະຕ່າງປະເທດ.