ກິ່ນຂິວຈາກໂຮງງານຣົດ ສາມລໍ້ ແກ້ແລ້ວ

ຈໍາປາທອງ
2019.01.23
ທາງເຂົ້າໄປຫາ ໂຮງງານປະກອບຣົດສາມລໍ້ ຂອງຈີນ ດົງຈອງ ບ້ານແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ
ຮູປພາບຖ່າຍໂດຍ: ຊາວບ້ານ ບ້ານແສງສະຫວ່າງ

ອໍານາດການປົກຄອງເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແກ້ໄຂບັນຫາກິ່ນຂິວ ຈາກການພົ່ນສີ ຂອງໂຮງງານປະກອບຣົດສາມລໍ້ ຂອງ ບໍຣິສັດຈີນ ຢູ່ບ້ານສະຫວ່າງ ທີ່ເຮັດໃຫ້ປະຊາຊົນຫລາຍຄອບຄົວ ຊຶ່ງຢູ່ອ້ອມຂ້າງໄດ້ຮັບຜົລກະທົບ ເປັນເວລາ 1 ອາທິດນັ້ນແລ້ວ ໂດຍບໍ່ໃຫ້ ພົ່ນສີຕື່ມອີກ ເມື່ອທ້າຍອາທິດ ທີ່ຜ່ານມາ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ມົກກະຣາ ນີ້ວ່າ:

"ເອີ ແກ້ແລ້ວ ເມືອງເພິ່ນລົງມາແລ້ວ ສົມທົບ ລະກະລົງກວດກາເບິ່ງ ບໍ່ມີກິ່ນນະມື້ນີ້ນະ."

ທ່ານກ່າວຕື່ມວ່າ ທາງຄນະເຈົ້າໜ້າທີ່ ທີ່ໄປແກ້ໄຂບັນຫາ ດັ່ງກ່າວ ໄດ້ສັ່ງໃຫ້ໂຮງງານຈີນ ນັ້ນເຊົາພົ່ນສີຣົດ ຍ້ອນວ່າບໍ່ມີການປ້ອງກັນສີ ແລະກິ່ນຂິວອອກໄປ ນອກໂຮງງານ ເຮັດໃຫ້ປະຊາຊົນໄດ້ຮັບຜົລກະທົບ. ແຕ່ຍັງບໍ່ຮູ້ວ່າ ທາງໂຮງງານນີ້ ຈະຢຸດພົ່ນສີຣົດ ນັ້ນດົນປານໃດ, ຊຶ່ງໃນຂນະນີ້ ຊາວບ້ານທີ່ຢູ່ອ້ອມຂ້າງ ໄດ້ພັກຜ່ອນສະບາຍ ໃນຍາມກາງຄືນ ຫລັງຈາກຖືກກິ່ນຂິວລົບກວນ ຈົນຈະນອນບໍ່ໄດ້.

ເພື່ອຄວາມກະຈ່າງແຈ້ງກ່ຽວກັບ ເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ໂຮງງານປະກອບຣົດ ຂອງບໍຣິສັດຈີນ, ໄດ້ຮັບ ຄໍາຕອບວ່າ:

"ໂອ ເພິ່ນລົງມາກວດແລ້ວ ເພິ່ນລົງມາກວດແລ້ວອ້າຍ ອະມີແຕ່ເຮົາປັບປຸງໃໝ່ ຫັ້ນແຫລະນໍ ເພາະວ່າກະບໍ່ເຮັດວຽກກາງຄືນ ເຮົາເຮັດແຕ່ ວຽກມື້ເວັນ ແມ່ນຕໍາຣວດສິ່ງແວດລ້ອມ ມາລົງຫັ້ນນະ ຕອນເພິ່ນກະມາລົງລະເຮົາກະປັບປຸງ ແລະຫັ້ນກະລົງມາອີກ ເພິ່ນບອກເຮົາປັບປຸງ ເຮົາກະປັບປຸງຫັ້ນນະ."

ກ່ອນໜ້າຈະມີບັນຫາທີ່ວ່ານັ້ນ ໂຮງງານປະກອບຣົດຂອງບໍຣິສັດຈີນໄດ້ພົ່ນສີຣົດ ທີ່ເຮັດໃຫ້ມີກິ່ນຂີວຫຼາຍ ກະທົບໃສ່ປະຊາຊົນຫຼາຍຄອບຄົວ ຊຶ່ງຢູ່ອອມຂ້າງຈົນເຮັດໃຫ້ຊາວບ້ານໃກ້ຄຽງ ຖ່າຍວີດີໂອແລະໃຫ້ສໍາພາດ ກັບວິທຍຸເອເຊັຍເສຣີວ່າ ຍັງບໍ່ມີ ພາກສ່ວນໃດມາຊ່ອຍແກ້ໄຂ ເຖິງແມ່ນວ່າຈະເກີດມີບັນຫາ ມາໄດ້ນຶ່ງອາທິດແລ້ວ. ຫຼັງຈາກນັ້ນທາງເມືອງໄຊເສດຖາ ຈຶ່ງລົງມາແກ້ໄຂບັນຫານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.