ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ຮ້ອງທຸກ ເພາະໄດ້ຮັບຜົນກະທົບ ຈາກໂຮງງານຫຼອມໂລຫະ

ສຸພັດຕາ/ເພັດສະຫຍາມ
2025.02.24
ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ຮ້ອງທຸກ ເພາະໄດ້ຮັບຜົນກະທົບ ຈາກໂຮງງານຫຼອມໂລຫະ ຮູບພາບປະກອບ: ຮູບພາບນີ້ ຜະລິດໂດຍທີມງານວິທຍຸເອເຊັຽເສຣີ ດ້ວຍ Datawrapper.
RFA/Datawrapper

ປະຊາຊົນ ໃນເຂດບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບ ຈາກຄວັນ ແລະກິ່ນຂິວ ທີ່ປ່ອຍອອກມາຈາກໂຮງງານ ​ລາວຫຼອມ​ໂລ​ຫະ​ມີ​ສີ ​ຂາ​ອອກ-ຂາ​ເຂົ້າ ຈຳ​ກັດ​ຜູ້​ດຽວ ທີ່ຕັ້ງໃນເຂດບ້ານ ເຮັດໃຫ້ຊາວບ້ານອ້ອມຂ້າງ ໄດ້ຮັບຜົນກະທົບ ສ້າງບັນຫາດ້ານສິ່ງແວດລ້ອມ ແລະສົ່ງຜົນກະທົບ ຕໍ່ສຸຂະພາບຂອງຊາວບ້ານ ມາເປັນໄລຍະເວລາກວ່າ 2 ປີແລ້ວ, ອີງຕາມຄໍາເວົ້າ ຂອງຊາວບ້ານ ບ້ານໂຊກໃຫຍ່ ເມືອງໄຊເສດຖາ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກຸມພາ 2025 ນີ້:

"ມີໆ ມີແທ້ເດີ້ ປະມານ 6 ໂມງ 7 ໂມງ 8 ໂມງ ຂິວໆນ່າ ກິ່ນຂິວຄ້າຍຄືໂຮງານເຫຼັກຫັ້ນນ່າ ຄືຊິແມ່ນໂຮງງານເຫຼັກໃກ້ໆ ແຖວບ້ານໂຊກ ແຖວຫຼັກ 21 ຫັ້ນນ່າ ມັນເປັນຄວັນ. ຕອນສວຍເຂົາ ກໍປ່ອຍຫຼາຍນະເນາະ ພັດຄໍ່າມາ ເຂົາກໍປ່ອຍ ປ່ອຍແລ້ວ ກາງຄືນລົມມັນບໍ່ພັດຫັ້ນນ່າ ຄວັນມັນຢູ່ຕໍ່າ ມັນກໍຂິວ ດົນໆມັນຈະຂິວ ບາງມື້ ມັນກໍຂິວ ບາງມື້ ກໍບໍ່ຂິວຊິນ່າ.”

ຊາວບ້ານ ຢູ່ບ້ານໂຊກໃຫຍ່ ອີກນາງໜຶ່ງ ກ່າວວ່າ ບໍ່ຮູ້ຄັກແນ່ ວ່າ ບໍລິສັດດັ່ງກ່າວ ເປັນບໍລິສັດ ຂອງນັກລົງທຶນຊາດໃດ ແຕ່ໃນເຂດບ້ານໂຊກໃຫຍ່ ບໍລິເວນ ຫຼັກ 21 ລວມເຖິງ ເຂດກວມລວມໄຊເສດຖາ ທີ່ຕັ້ງຂອງໂຮງງານຫຼາຍແຫ່ງ ກໍຈະມີການປ່ອຍຄວັນ ອອກຈາກໂຮງງານ ເຮັດໃຫ້ອາກາດໃນເຂດບ້ານ ເປັນມົນລະພິດ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງມາແກ້ໄຂ ຍ້ອນກະທົບ ຕໍ່ການໃຊ້ຊີວິດຂອງປະຊາຊົນ:

“ມັນເປັນຄຶ້ມໆມົວໆ ມັນຄືອາກາດເປັນພິດນີ້ ຫັ້ນນ່າ. ຫາຍໃຈຝືດຫັ້ນນ່າ ໂດຍໃກ້ໆ ໃກ້ແຖວນັ້ນແຫຼະ ໃກ້ຫຼັກ 21 ໃກ້ເຂດເສດຖະກິດພິເສດ ໄຊເສດຖານິ່ ຫັ້ນນ່າ. ໂຮງງານຫຼາຍໆ ມັນກະທົບ ກັບຊີວິດການເປັນຢູ່ເຮົາຫຼາຍ ເພາະວ່າ ສົມມຸດມັນເປັນຈັ່ງຊີ້ຕໍ່ໄປເນາະ ເຮົາເມື່ອຍເຮົາຫຍັງ ເຮັດວຽກງານບໍ່ໄດ້ ກະຊິມັນກໍບໍ່ໂອເຄຫັ້ນ່າ.”

ຢ່າງໃດກໍຕາມ ບັນດາຊາວບ້ານ ຜູ້ທີ່ໄດ້ຮັບຜົນກະທົບ ໄດ້ຮ້ອງຮຽນ ແລະສະເໜີໄປຫາຂັ້ນເທິງ ໃຫ້ລົງມາແກ້ໄຂບັນຫາດັ່ງກ່າວ ແຕ່ຍັງບໍ່ໄດ້ຮັບການແກ້ໄຂເທື່ອ.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ຫ້ອງການ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງໄຊເສດຖາ ທ່ານໜຶ່ງ ກ່າວວ່າ ບັນຫານີ້ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງໄປກວດກາ ແລະນັດມື້ ທີ່ຈະແກ້ໄຂບັນຫາດັ່ງກ່າວແລ້ວ ແຕ່ບໍ່ສະດວກໃຫ້ຂໍ້ມູນ ໄປຫຼາຍກວ່ານີ້:

“ເພາະບັນຫານີ້ ກໍຜ່ານມາ ກໍແມ່ນຢູ່ ພວກເຮົາກໍເຄີຍໄດ້ລົງຮ່ວມກັບ ພະນັກງານຊັບເມືອງ ໄປແກ້ໄຂບັນຫາ ເຂົາເຈົ້າກໍມີການ ນັດແກ້ຫຍັງແລ້ວຫັ້ນນ່າ ຕ້ອງໄປພົວພັນ ກັບພະແນກຊັບເນາະ ເພາະວ່າຂໍ້ມູນ ເຮົາກໍບໍ່ສາມາດໃຫ້ໄດ້.”

ບັນຫາໂຮງງານ ປ່ອຍຄວັນ ແລະກິ່ນຂິວ ເປັນບັນຫາ ທີ່ເກີດຂຶ້ນໃນຫຼາຍແຂວງ ທັງໝົດສົ່ງຜົນກະທົບ ດ້ານສິ່ງແວດລ້ອມ ແລະສຸຂະພາບຂອງປະຊາຊົນ ຢ່າງຫຼວງຫຼາຍ. ເປັນຕົ້ນ ໃນປີ 2023 ປະຊາຊົນ ທີ່ອາໄສຢູ່ເຂດບ້ານໂຄກສະອາດ-ບ້ານສະພັງຄະນົງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບ ຈາກການປ່ອຍຄວັນພິດ ຂອງໂຮງງານຊິລິຄອນ, ໂຮງງານເຫຼັກ ທີ່ຕັ້ງຢູ່ເຂດບ້ານ ເຮັດໃຫ້ປະຊາຊົນ ໄດ້ຮັບຜົນກະທົບດ້ານສຸຂະພາບ.

ຍັງມີກໍລະນີ ໂຮງງານຕົ້ມນໍ້າມັນເຄື່ອງເກົ່າ ແລະອົບຢາງລົດເກົ່າ ຂອງບໍລິສັດ ຟໍຈູນ ຈຳກັດ ຂອງນັກລົງທຶນຈີນ ຢູ່ບ້ານດົງຄຳຫຼວງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ທີ່ສົ່ງກິ່ນຂິວ ກະທົບຕໍ່ຄວາມເປັນຢູ່ ຂອງຊາວບ້ານຢ່າງໜັກໜ່ວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.