ຫ້ວຍນໍ້າພາວເປັນມົລພິດ
2018.11.28
ປະຊາຊົນບ້ານນໍ້າພາວ ເມືອງຄຳເກີດ ແຂວງບໍຣິຄຳໄຊ ຮຽກຮ້ອງໃຫ້ທາງການ ພາກສ່ວນກ່ຽວຂ້ອງ ອອກແກ້ໄຂບັນຫານໍ້າເປື້ອນ ຈາກ ໂຮງງານ ເຄືອແຫມ ທີ່ໂຮງງານ ມັກປ່ອຍນໍ້າລົງສູ່ນໍ້າພາວ ຈົນເຮັດໃຫ້ນໍ້າມີກິ່ນເໝັນ, ຂິວ ບໍ່ສະອາດ ແລະສົ່ງຜົນຕໍ່ການ ດຳລົງຊີວິດ ຂອງຊາວບ້ານ ທີ່ຢູ່ແຄມນໍ້າ, ດັ່ງປະຊາຊົນໃນເຂດນັ້ນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສຈິກາ ນີ້ວ່າ:
“ໂຮງງານເຄືອແຫມ ມັນຈະມີອັນນາ ການສະກັດຝຸ່ນເຄືອແຫ້ມ ມັນຈະມີນໍ້າເສັຍອອກຈາກໂຮງງານ ຈຳນວນນຶ່ງ ປະຊາຊົນໄທເຮົານີ້ແຫຼະ ກໍຮຽກຮ້ອງຫັ້ນນະ ທາງພາກລັດກ່ຽວກັບ ບໍ່ນໍ້າເປື້ອນນໍ້າເສັຍ ຂອງໂຮງງານ ເພາະວ່າສະຖານທີ່ ດັ່ງກ່າວ ມັນຕັ້ງຢູ່ໃກ້ແຄມນໍ້າ ເພາະວ່າ ຢູ່ບ່ອນຫັ້ນ ມັນຈະມີຂອບເຂດ ຂອງບ້ານນໍ້າພາວ ມັນຈະມີເຂດການຜະຫຼິດ ຂອງໄທເຮົາ ທີ່ຢູ່ໃກ້ຄຽງນັ້ນ.”
ຊາວບ້ານກ່າວຕື່ມວ່າ ໂຮງງານດັ່ງກ່າວ ເປັນຂອງບໍຣິສັດ ຣັຖວິສາຫະກິຈ ການຄ້າ-ຂາເຂົ້າກອງທັບ ຕັ້ງມາແຕ່ປີ 2010, ທຸກໆປີແຕ່ເດືອນ 1 ຫາເດືອນ 6 ນໍ້າພາວ ຈະມີກິ່ນເໝັນຂິວ ເອົາໄປອາບ ຫຼື ຕົ້ມກິນບໍ່ໄດ້ເລີຍ ຍ້ອນວ່າ ໃນຣະຍະນັ້ນໂຮງງານ ມັກປ່ອຍນໍ້າເປື້ອນລົງສູ່ ນໍ້າພາວ ຫຼາຍສົມຄວນ ຊາວບ້ານຈຶ່ງຢາກໃຫ້ທາງການຊ່ອຍແກ້ໄຂ ໃນເຣື່ອງນີ້ໃຫ້.
ຕໍ່ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ຫ້ອງການປົກຄອງເມືອງທ່ານນຶ່ງ ທີ່ບໍໍ່ປະສົງອອກຊື່ກ່າວວ່າ ໄດ້ຕັ້ງທີມງານ ລົງໄປຮວບຮວມຂໍ້ມູນເບິ່ງແລ້ວ ຜົນປະກົດວ່າ ຍັງບໍ່ພົບບັນຫາດັ່ງກ່າວ ທີ່ປະຊາຊົນກ່າວມາແຕ່ກໍບໍ່ແມ່ນວ່າ ຄຳເວົ້າຂອງປະຊາຊົນ ບໍ່ແມ່ນຄວາມຈິງ ຍ້ອນວ່າຕອນທີ່ ອອກກວດກາ ທາງໂຮງງານຍັງບໍ່ທັນເຮັດການສະກັດເທື່ອ, ສະນັ້ນຈຶ່ງຕ້ອງໄດ້ຕ້ອງໄດ້ລໍຖ້າ ໃຫ້ທາງໂຮງງານເຣີ້ມຜລິດກ່ອນ ຈຶ່ງຈະອອກ ກວດກາຄືນໃໝ່ ດ່ັງທ່ານກ່າວວ່າ:
“ທາງຜແນກກະສິກັມປ່າໄມ້ ທາງຜແນກການຄ້າ ກໍໄດ້ລົງກວດກາແລ້ວເນາະ ຖືວ່າປັດຈຸບັນນີ້ ບໍ່ ບໍ່ທັນມີຫຍັງ ຖ້າວ່າມີຜົນກະທົບ ມັນຕ້ອງແມ່ນການ ມີການຜລິດກ່ອນ ເຮົາຈຶ່ງຈະເຫັນໄດ້ ສ່ວນປັດຈຸບັນນີ້ ຄັນເຮົາກວດກໍຍັງບໍ່ທັນມີຫຍັງ.”
ທ່່ານກ່າວຕື່ມວ່າ ການລົງກວດການັ້ນ ທາງຜແນກກະສິກັມແລະປ່າໄມ້ ແລະຜແນກອຸດສະຫະກັມການຄ້າ ຈະລົງກວດຄືນໃໝ່ໃນປີໜ້າ ຕອນທີ່ໂຮງງານເຣີ່ມຜລິດ ຫາກພົບວ່າ ເປັນຄືດັ່ງຄຳເວົ້າຂອງປະຊາຊົນແທ້ ພາກສ່ວນກ່ຽວຂ້ອງ ກໍຈະຕ້ອງໂອ້ລົມ ທາງໂຮງງານໃຫ້ຫາ ທາງແກ້ໄຂເຣື່ອງນີ້ ຕາມຣະບຽບການ.