ວິກິຕ ຄ່າເງິນກີບ ຕົກຕໍ່າລົງ ຢ່າງຕໍ່ເນື່ອງ

ຈຳປາທອງ
2022.06.02
ວິກິຕ ຄ່າເງິນກີບ ຕົກຕໍ່າລົງ ຢ່າງຕໍ່ເນື່ອງ ເມື່ອເງິນກີບອ່ອນຄ່າ ກະທົບການດຳເນີນຊີວິຕ ຂອງປະຊາຊົນ ໃນການຊື້-ຂາຍ ເຊັ່ນລາຄາໄຂ່ ສູງເຖິງ 20,000 ກີບຕໍ່ 4 ໜ່ວຍ ຫຼືຄິດເປັນໜ່ວຍລະ 5,000 ກີບ (ຮູບຂວາມື). ຮູບຖ່າຍເມືອ ເດືອນພຶສພາ ປີ 2022.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນ ການແກ້ໄຂບັນຫາເງິນເຟີ້ຢູ່ລາວ ທາງການລາວຍັງກໍແກ້ບໍ່ຕົກຄ່າເງິນກີບຍັງເຟີ້ສູງຂຶ້ນເລື້ອຍໆ.

ຫລ້າສຸດນີ້ ຮ້ານແລກປ່ຽນເງິນຕຣາຫລາຍແຫ່ງ ໄດ້ຕັ້ງລາຄາແລກປ່ຽນລະຫວ່າງເງິນກີບ ກັບເງິນບາດໄທຍ ເຖິງ 500 ກີບຕໍ່ນຶ່ງບາດໃນບາງແຂວງ, ຢູ່ນະຄອນຫລວງວຽງຈັນ ຈາກທີ່ເຄີຍຢູ່ໃນຣະດັບ 450 ກີບຫາ 480 ກີບຕໍ່ນຶ່ງບາດເມື່ອເດືອນທີ່ຜ່ານມາ ແລະກໍມີທ່າທີວ່າຈະສູງຂຶ້ນຫລາຍໃນມໍ່ໆນີ້.

ດັ່ງຜູ້ປະ ກອບການຮ້ານແລກປ່ຽນເງິນຕຣາ ນາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ມິຖຸນານີ້ວ່າ:

ເງິນກີບແລກບາດມື້ນີ້ 505​ ເດ້ ຂຶ້ນມື້ວານນີ້ ມື້ວານນີ້ 500 ແລ້ວມື້ນີ້ 505 ມັນຕ້ອງເບິ່ງເຣດຕາມເວລາ ຂຶ້ນ-ລົງ ກາແລ້ວແຕ່ລະມື້ ເຈົ້າ.

ສ່ວນອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ຢູ່ທະນາຄານຫລາຍແຫ່ງປະຈໍາວັນທີ 2 ມິຖຸນານີ້ ກໍຢູ່ທີ່ປະມານ 480 ກີບຕໍ່ນຶ່ງບາດ ແລະປະມານ 14,000 ກີບຕໍ່ນຶ່ງໂດລ້າຣ໌ສະຫະຣັຖ. ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດ ເປັນຕົ້ນຈາກໄທຍ ທີ່ເຂົ້າມາທ່ຽວລາວໃນໄລຍະນີ້ ສ່ວນຫລາຍມັກໄປແລກປ່ຽນເງິນ ຢູ່ຕາມຮ້ານ ແລກປ່ຽນເງິນຕຣາຂອງເອກຊົນ ແລະຮ້ານຄ້າຍ່ອຍ ຍ້ອນໄດ້ຫລາຍກວ່າ ແລກຢູ່ທະນາຄານທົ່ວໄປ.

ບາງຂ່າວເວົ້າວ່າ ອັດຕຣາແລກປ່ຽນເງິນຕຣາ ຢູ່ຕລາດທົ່ວໄປແມ່ນ 17,000 ປາຍກີບຕໍ່ນຶ່ງໂດລ້າຣ໌ສະຫະຣັຖ ແລະ 507 ກີບຕໍ່ນຶ່ງບາດໄທຍ.

ແຕ່ອີງຕາມການຣາຍງານ ຂອງທະນາຄານການຄ້າ ຕ່າງປະເທດລາວ ກ່ຽວກັບອັດຕຣາແລກປ່ຽນປະຈໍາວັນທີ 30 ພຶສພາຜ່ານມາ ແມ່ນ 13,438 ກີບຕໍ່ນຶ່ງໂດລ້າຣ໌ສະຫະຣັຖ,  445 ກີບຕໍ່ 1 ບາດ ແລະໃນມື້ວັນທີ 2 ມິຖຸນານີ້ ແມ່ນ 13,925 ກີບຕໍ່ນຶ່ງໂດລ້າຣ໌ສະຫະຣັຖ, 474 ກີບຕໍ່ 1 ບາດ.

ຄ່າເງິນກີບເຟີ້ເພີ່ມສູງຂຶ້ນຢູ່ເລື້ອຍໆນີ້ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ໃນການດໍາລົງຊີວິດປະຈໍາວັນ ຍ້ອນຕ້ອງໄດ້ຊື້ອາຫານການກິນ ໃນລາຄາແພງຂຶ້ນ ຕາມອັດຕຣາແລກປ່ຽນເງິນຕຣາ ແລະນໍ້າມັນກໍມີລາຄາສູງຂຶ້ນນໍາດ້ວຍ.

ດັ່ງປະຊາຊົນລາວຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ຈັ່ງວ່າ ລາຄາເຄື່ອງກໍຂຶ້ນແພງເຕີບຫັ້ນແຫລະ ແມ່ນລາຄາເງິນກີບໄດ໋ເຟີ້ຂຶ້ນເດ໋ເນາະ ຄັນລາຄາເງິນບາດ ລາຄາເງິນຢັວນ ກາຫາກຄືເກົ່າ.

ພ້ອມດຽວກັນນີ້ ຊາວບ້ານອີກນາງນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າວ່າ ຕົນໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດໃນຮອບຫລາຍປີ ຍ້ອນວິກິດເງິນເຟີ້ ທີ່ເຮັດໃຫ້ທັງລາຄານໍ້າມັນ ແລະລາຄາອາຫານແພງຂຶ້ນ ໃນຂະນະທີ່ລາຍໄດ້ຂອງປະຊາ ຊົນຍັງສໍ່າເກົ່າຢູ່.

1000 ບາດຕໍ່ 5 ແສນກີບແລ້ວດຽວນີ້ ໂອ໋ ຍາກທີ່ສຸດ ອັບປະໂຫຍດທີ່ສຸດດຽວນີ້ນະ ເພາະວ່ານໍ້າມັນກາຂຶ້ນ ແມ່ນຫຍັງກາຂຶ້ນ ນໍ້າມັນຈະໃສ່ຣົຖກາບໍ່ພໍດຽວນີ້ນະ ອາຫານການກິນກາຂຶ້ນ.

ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ມິຖຸນານີ້ວ່າ ໃນໄລຍະສະພາບເງິນກີບເຟີ້ສູງຂຶ້ນຢູ່ນີ້ ກໍຍິ່ງໄດ້ຮັບຜົລກະທົບຫລາຍຂຶ້ນ ໂດຍສະເພາະຜູ້ປະກອບການຮ້ານອາຫານ ທີ່ມີແຜນຈະກັບມາເປີດຮ້ານຄືນອີກ ຫລັງຈາກທີ່ໄດ້ປິດໄປ 2 ປີນັ້ນ ກໍຕ້ອງໄດ້ໂຈະໄປກ່ອນ ຍ້ອນຕ້ອງໃຊ້ເງິນລົງທຶນຫລາຍຂຶ້ນ ສໍາລັບການກະກຽມເປີດຮ້ານ ແລະວັດຖຸດິບຕ່າງໆ ທີ່ຈະນໍາມາປຸງແຕ່ງອາຫານ ກໍມີລາຄາສູງຂຶ້ນ ຍ້ອນເງິນເຟີ້ ແລະອີກຢ່າງນຶ່ງ ກໍຢ້ານຈະບໍ່ມີລູກຄ້າຫລາຍ ໃນສະພາບແບບນີ້.

ດັ່ງທີ່ທ່ານກ່າວວ່າ:

ກະຖືວ່າຜົນກະທົບເຕັມໆເລີຍ ເພາະວ່າຊ່ວງໂຄວິດແມ່ນປິດເລີຍ ເຮົາບໍ່ເປີດເລີຍ ມັນກາບໍ່ຊ່າງວ່າ ເພາະວ່າເຮົາກາປິດກິຈການ ເຮົາກາບໍ່ເປີດເລີຍ ຄິດວ່າການທ່ອງທ່ຽວດີກວ່ານີ້ຈຶ່ງຈະລອງເບິ່ງ.

ແລະຜູ້ປະກອບການຮ້ານອາຫານ ແລະກິນດື່ມ ຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ນາງນຶ່ງກໍເວົ້າໃນທໍານອງດຽວກັນວ່າ ສະພາບວິກິດເງິນກີບເຟີ້ຢູ່ໃນເວລານີ້ ຈໍາເປັນຕ້ອງໄດ້ເລື່ອນແຜນເປີດຮ້ານອອກໄປແບບບໍ່ມີກໍານົດ ຍ້ອນວ່າ ຖ້າກັບມາລົງທຶນຫລາຍ ເພື່ອເຮັດທຸຣະກິຈໃນຍາມນີ້ ກໍມີໂອກາດທີ່ຈະຂາດທຶນໄດ້ງ່າຍ ຫລືເຖິງຂັ້ນລົ້ມລະລາຍກໍເປັນໄດ້.

ບໍ່ໄດ້ເປີດມາດົນແລ້ວ ກະທົບເນາະເພາະວ່າຊື້ເບັຽກະຊື້ເປັນເງິນກີບ ແຕ່ກໍບໍ່ໄດ້ເປີດເທື່ອດອກ ກະວ່າຕຽມສິເປີດ ລົງທຶນຫລາຍກະບໍ່ໄດ້ດຽວນີ້ນ່າ 478 ກີບແລະລະຫວາ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້ໜ້າທີ່ລາວທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ມິຖຸນານີ້ວ່າ ຂະນະນີ້ ທາງນາຍົກຣັຖມົນຕຣີ ແລະພາກສ່ວນທີ່ກ່ຽວຂ້ອງຂອງທາງການ ກໍາລັງປຶກສາຫາລືກັນຢ່າງໜັກ ເພື່ອແກ້ໄຂວິກິດເງິນກີບເຟີ້ ທີ່ເກີດຂຶ້ນຢູ່ໃນເວລານີ້, ແຕ່ກໍຈະແກ້ໄຂໄດ້ຍາກ ແລະກໍສົ່ງຜົລກະທົບຕໍ່ປະຊາຊົນຢ່າງຫລີກລ້ຽງບໍ່ໄດ້.

ເພິ່ນກໍຊອກວິທີການກັບປະເທດໃກ້ຄຽງ ແກ້ໄຂກັນຢູ່ນີ້ແຫລະ ແຕ່ວ່າມັນກາໜັກ ເຮັດໃຫ້ກະທົບຊີວິດການເປັນຢູ່ ອັນໃດກາແພງຂຶ້ນໝົດ ມານີ້ັ້ມັນ 500 ກີບຕໍ່ບາດ ຂອງກິນມັນກາທົບເຄິ່ງໆ ໝົດໂລດແຫລະ.

ເມື່ອກ່ອນໜ້ານີ້ ໃນກອງປະຊຸມຄະນະຣັຖບານ ວັນທີ 30 ພຶສພາຜ່ານມາ ກໍໄດ້ມີການປຶກສາຫາລືກັນກ່ຽວກັບການຄຸ້ມຄອງ ແລະຮັກສາສະເຖັຍຣະພາບຂອງເງິນຕຣາ ແລະບັນຫາຫຍຸ້ງຍາກອື່ນໆໃນລາວ. ແຕ່ຫາງສຽງໃນສື່ສັງຄົມອອນລາຍ ສ່ວນໃຫຍ່ລ້ວນແຕ່ເຫັນວ່າ ທາງການລາວຍັງແກ້ບັນຫາເງິນເຟີ້ບໍ່ໄດ້ ແລະຄ່າເງິນກີບມີທ່າທີວ່າ ຈະເຟີ້ສູງຂຶ້ນໄປຫລາຍກວ່ານີ້ອີກ ອັນຈະເຮັດໃຫ້ປະຊາຊົນລາວຍິ່ງໄດ້ຮັບຄວາມເດືອດຮ້ອນຫລາຍຂຶ້ນ ແຕ່ກໍຈະເຮັດໃຫ້ນັກທ່ອງ ທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວຫລາຍ ຍ້ອນສາມາດເອົາເງິນຕຣາຕ່າງປະເທດ ມາແລກປ່ຽນເອົາເງິນກີບໄດ້ຫລາຍກວ່າແຕ່ກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.