ເສຣີພາບ ຂອງຊາວ ຄຣິສຕຽນລາວ ຍັງຖືກຄຸກຄາມ

ອຸ່ນແກ້ວ
2022.06.02
ເສຣີພາບ ຂອງຊາວ ຄຣິສຕຽນລາວ ຍັງຖືກຄຸກຄາມ ຊາວຄຣິສຕຽນລາວ ເຈົ້າຂອງເຮືອນທີ່ຖືກຈູດ ແລະ ເຈົ້າຂອງດິນນາ ທີ່ຖືກຍຶດ ຢູ່ບ້ານດົງສວັນ ເມືອງພະລານໄຊ ແຂວງສວັນນະເຂດ.
ນັກຂ່າວ ພົລເມືອງ

ກະ​ຊວງການຕ່າງປະເທດ ສະຫະຣັອາເມຣິກາ ໄດ້ອອກບົດຣາຍງານປະຈຳປີ 2021 ກ່ຽວກັບເສຣີພາບການນັບຖືສານາໃນໂລກ ເຊິ່ງໃນນັ້ນປະເທດລາວ ກໍເປັນປະເທດນຶ່ງ ທີ່ຈຳກັດສິທໃນການນັບຖືສານາ ໂດຍ ສະເພາະຊາວຣິສຕຽນ. ບົດຣາຍານດັ່ງກ່າວ ໄດ້ລົງເຜີຍແຜ່ຢ່າງເປັນທາງການໃນວັນທີ 2 ມິຖຸນາ.    

ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ຍົກ​ໃຫ້ເຫັນ​ເຖິງ​ກໍ​ຣະ​ນີ ອາ​ຈານ​ສີ​ທົນ ທິບ​ພະ​ວົງ ຄູ​ສອນ​ສາ​ສ​ນາ ຢູ່​ບ້ານ​ກະ​ລຶມ​ວັງ​ແຂ້ ເມືອງ​ຊົນ​ນະ​ບູ​ລີ ແຂວງ​ສວັນ​ນະ​ເຂດ ຖືກ​ສານ​ຕັດ​ສິນ ຕິດ​ຄຸກເປັນ​ເວ​ລາ 1 ປີ ແລະ ປັບ​ໃໝຫຼາຍ​ລ້ານ​ກີບ ໃນ​ຂໍ້​ຫາແບ່ງ​ແຍກ​ຄວາມ​ສາ​ມັກ​ຄີ ແລະ ສ້າ​ງ​ຄວາມ​ວຸ້ນ​ວາຍ  ໂດຍ ແມ່ນ ສານແຂວງ​ສວັນ​ນະ​ເຂດ ເປັນ​ຜູ້​ຕັດ​ສິນ​ໃນ ໃນ​ວັນ​ທີ 6 ເມ​ສາ 2021 ໂດຍ ຕັ້ງ​ຂໍ້​ຫາວ່າ ການ​ຊຸມ​ນຸມ​ເຮັດ​ກິ​ຈ​ກັມ​ທາງ​ສາ​ສ​ນາ ທີ່​ຜິດ​ຕໍ່ດຳ​ລັດ 315 ເຊິ່ງ​ເປັນ​ດຳ​ລັດ​ຄຸ້ມ​ຄອງ ເຣື່ອງ​ສາ​ສ​ນາ.

ຫຼັງ​ຈາກ​ທີ່​ໄດ້​ຮັບ​ການ​ປ່ອຍ​ໂຕ​ແລ້ວ, ອາ​ຈານ​ ສີ​ທົນ ກໍ​ຕົກ​ລົງ​ເຫັນ​ດີ ບໍ່ເຄື່ອນ​ໄຫວ ບໍ່​ທຳ​ພິທີ​ສູດ​ມົນ​ອີກ ອີງ​ຕາມ​ຂໍ້​ມູນ​ຈາກເຈົ້າ​ໜ້າ​ທີ່ ທາງ​ການ​ແຂວງ​ສວັນ​ນ​ະ​ເຂດ.

ນອກ​ຈາກນີ້ ຍັງມີ​ຊາວ​ຄ​ຣິສ​ຕຽນ 7 ຄົນ ຢູ່​ບ້ານ​ປາ​ສິງ ເມືອງ​ຕາ​ໂອ້ຍ ແຂວງ​ສາ​ຣະ​ວັນ ຖືກ​ຊາວ​ບ້ານ​ຂັບ​ໄລ່​ອອກ​ຈາກ​ບ້ານ ໃນ​ເດືອນ​ຕຸ​ລາ 2020 ແລະ ຊາວ​ບ້ານ​ທີ່ບໍ່​ແມ່ນ ຊາວ​ຄ​ຣີ​ສຕຽນ ພາ​ກັນ​ໄປ​ມ້າງ​ເຮືອນ​ເຂົາ​ເຈົ້າ.

ຊາວ​ຄ​ຣິ​ຕຽນ​ຈຳ​ນວນ 7 ຄົນ ດັ່ງ​ກ່າວ ຕ້ອງ​ພາ​ກັນ​ໄປ​ກາງ​ເຕັ້ນ​ນອນ ອາ​ສັຍ​ຢູ່​ກາງ​ແຈ້ງ ໃນ​ຂະ​ນະ​ທີ່​ລໍ​ຖ້າ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ບ້ານ ມາ​ແປງ​ເຮືອນ​ໃຫ້​ເຂົາ​ເຈົ້າ.

ນອກ​ຈາກນີ້ ຣາຍ​ງານ​ຍັງ​ລະ​ບຸ​ວ່າ ໃນ​ເດືອນມົກ​ກະ​ຣາ 2021 ຊາວ​ບ້ານຕາ​ລູ ເມືອງຕະ​ໂອ້ຍ ແຂວງ​ສາ​ຣະ​ວັນ ໄດ້​ຂັບ​ໄລ່​ຊາວຄ​ຣິ​ສ​ຕຽນ 14 ຄົນ ຈາກ​ບ້ານ​ເຂົາ​ເຈົ້າ ຍ້ອນ​ເຂົາ​ເຈົ້າບໍ່​ເຊົາ​ນັບ​ຖື​ສາ​ສ​ນາ​ ຄຣິສຕຽນ​

ໃນ​ເດືອນກໍ​ຣິ​ກະ​ດາ ແລະ ເດືອນສິ​ງ​ຫາ 2021, ອຳ​ນາດ​ການ​ປົກ​ຄອງ​ບ້ານ ນ້ຳ​ມອງ ເມືອງ​ນາ​ໝໍ້ ແຂວງ​ອຸ​ດົມ​ໄຊ ໄດ້​ນາບ​ຂູ່ວ່າ​ຈະ​ຂັບໄລ່ ຊາວ​ຄ​ຣິສ​ຕຽນ 6 ຄອບ​ຄົວ ອອກ​ຈາກ​ບ້ານ ພາຍໃນ​ທ້າຍ​ປີ ຖ້າ​ວ່າຊາວ​  ຄ​ຣິສ​ຕຽນດັ່ງ​ກ່າວ ບໍ່ຍອມ​ເຊັນ​ເອ​ກະ​ສານ ໃຫ້​ເຊົາ​ນັບ​ຖື​ສາ​ສ​ນາ​ຄ​ຣິ​ສຕຽນ. ໃນ​ນັ້ນ​ມີ 4 ຄອບ​ຄົວ ຕ້ອງຍອມ​ເຊັນ​ເອ​ກະ​ສານ ເພື່ອ​ເຊົາ​ນັບ​ຖື​ສາ​ສ​ນາ​ຄ​ຣິສ​ຕຽນ ດ້ວຍ​ຄວາມ​ຢ້ານ​ກົວ.

ນອກ​ຈາກນີ້ ຍັງ​ມີ​ກໍ​ຣະ​ນີ ຊາວ​ບ້ານສິງ​ສ​ະ​ຫວັນ ເມືອງ​ອາດ​ສະ​ພອນ ແຂວງ​ສະ​ວັນ​ນະ​ເຂດ ຍັງ​ໄດ້​ນາບ​ຂູ່ ເພື່ອ​ຂັບ​ໄລ່ ຊາວ​ຄ​ຣິສ​ຕຽນ 3 ຄອ​ບ​ຄົວ ອອກ​ຈາກ​ບ້ານ ຖ້າ​ເຂົາ​ເຈົ້າບໍ່​ເຊົາ​ນັບ​ຖື​ສາ​ສ​ນາຄ​ຣິສຕຽນ ແລະ ຊາວ​ຄ​ຣິ​ສ​ຕຽນ​ບາງ​ຄົນ ຕ້ອງ​ຫັນ​ມາ​ຖື​ສາ​ສ​ນາ​ພຸທ ຍ້ອນ​ເຂົາ​ເຈົ້າ​ຢ້ານ.

ຣັ​ຖ​ທັມ​ມະນູນ​ແຫ່ງ​ ສ​ປ​ປ​ ລາວ ໄດ້​ລະ​ບຸ​ວ່າ ພົ​ລ​ເມືອງ​ລາວ ມີ​ສິດ​ຈະ​ເຊື່ອ​ຖື ຫຼື ບໍ່​ເຊື່ອ​ຖື​ສາ​ສ​ນາ​. ຣັ​ຖ​ບານ​ລາວ ຮັບ​ຮູ້ ຢ່າງ​ເປັນ​ທາງ​ການ 4 ສາ​ສ​ນາ ຫຼັກ ຄື: ສາ​ສ​ນາ​ພຸທ, ສາ​ສ​ນາຄ​ຣີ​ສຕ໌, ສາ​ສ​ນາອິສ​ລາມ ແລະ ສາ​ສ​ນາບາ​ຮາຍ. ດຳ​ລັດ  315 ໄດ້​ລະ​ບຸ​ວ່າ ຣັ​ຖ​ບານ​ເປັນ​ຜູ້​ອະ​ນຸ​ມັດ ​ການ​ຈັດ​ກິ​ຈ​ກັ​ມ​ທາງ​ສ​າ​ສ​ນາ.

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ກະ​ຊວງ​ພາຍ​ໃນ ເປັນ​ໜ່ວຍ​ງານ​ທີ່​ຄຸ້ມ​ຄອງ ກິ​ຈກັມ​ທາງ​ສາ​ສ​ນາ.

ກຸ່ມ​ທີ່​ເຄື່ອນ​ໄຫວ​ທາງ​ດ້ານ​ສາ​ສ​ນາ ໃນ​ຂັ້ນ​ແຂວງ ຈະ​ຕ້ອງໄດ້​ຮັບ​ອະ​ນຸ​ຍາດ​ຈາກກະ​ຊວງ​ພາຍ​ໃນ ແລະ ຖ້າ​ຈະ​ໄປ​ເຂື່ອນ​ໄຫວ​ຢູ່​ຂັ້ນ​ເມືອງ ຈະ​ຕ້ອງໄດ້​ຮັບ​ອະ​ນຸ​ຍາດ​ຈ​າກ​ຂັ້ນແຂວງ​ກ່ອນ, ຖ້າ​ຈະ​ໄປ​ເຄື່ອນ​ໄຫວ​ຢູ່​ບ້ານ ຈະ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ ຈາກເຈົ້າ​ໜ້າ​ທີ່​ຂັ້ນ​ເມືອງ ຕາມ​ຂັ້ນ​ຕອນ.

ອີງ​ຕາມ​ຂໍ້​ມູນ​ຈາກ​ຜູ້​ນຳ​ທາງ​ສາ​ສ​ນາ, ຂໍ້​ຂັດ​ແຍ່ງ​ສ່ວນ​ຫຼາຍ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ບ້ານ ທີ່​ຢູ່​ເຂດ​ຫ່າງ​ໄກ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູນ​ກາງ ເຂົ້າ​ໄປ​ດຳເນີນ​ການ​ໄກ່​ເກັ່ຽລຳ​ບາກ.

ບັນ​ຫາ​ທີ​ເກີດ​ຂຶ້ນຢູ່​ບ້ານ​ທີ່​ຢູ່​ເຂດ​ຫ່າງ​ໄກ ກໍ​ຄື ເຈົ້າ​ໜ້າ​ທີ່​ຂັ້ນ​ບ້ານ ທີ່ບໍ່​ແມ່ນ​ຊາວຄ​ຣິສ​ຕ​ຽນ ຈະ​ໄປ​ບັງ​ຄັບ​ໃຫ້ຊາວ​ບ້ານ​ ທີ່​ເປັນ​ຄ​ຣິ​ສ​ຕຽນເຊົານັບ​ຖື​ສາ​ສ​ນາຄ​ຣິ​ສຕຽນ.  

ພົ​ເມືອງລາວທັງໝົດມີ 7.6 ລ້ານ ຄົນ ອີງຕາມການສຳຣວດໃນປີ 2021. ອັດຣາສ່ວນ ໃນການນັບຖືສານາຂອງຄົນລາວ ທີ່ມີການສໍາຣວດໃນປີ 2015 ຄື 64.7 ເປີເຊັນ ນັບຖືສານາພຸທ, 1.7 ເປີເຊັນ ນັບຖືສານາຣິສຕຽນ, 31.4 ເປີເຊັນ ບໍ່ໄດ້ນັບຖືສານາ, 2.1 ເປີເຊັນ ນັບຖືສານາອື່ນໆ.

ທັງ​ໝົດທີ່ກ່າວໄປນັ້ນ ແມ່ນສ່ວນນຶ່ງຂອງບົດຣາຍງານ ປະຈຳປີ 2021 ທີ່ກະຊວງການຕ່າງປະເທດສະຫະຣັໄດ້ລົງເຜີຍແຜ່ໃນວັນທີ 2 ມິຖຸນານີ້.

ນອກ​ຈາກນີ້ ຍັງມີອີກຫຼາຍເຫດການທີ່ເກີດຂຶ້ນ ກໍຣະນີທີ່ຊາວຣິຕຽນລາວຖືກຄຸກຄາມໂຕຢ່າງເຫດການທີ່ເກີດຂຶ້ນ:

  • ຊາວຄຣິສຕຽນລາວ ຄອບຄົວນຶ່ງ ຢູ່ບ້ານດົງສວັນ ເມືອງພະລານໄຊ ແຂວງສວັນນະເຂດ  ທີ່ວ່າເຮືອນຖືກເຜົາໃນ​ວັນ​ທີ 10 ກຸມພາ 2022 ແລະດິນນາຖືກຍຶດ ໃນເດືອນທັນວາ ປີ ທາງຄະນະກັມມະການ ແກ້ໄຂບັນຫາຂໍ້ຂັດແຍ່ງ ໄດ້ເຊີນຊາວຄຣິສຕຽນລາວ ທີ່ເປັນຫົວໜ້າຄອບຄົວດັ່ງກ່າວ ພ້ອມດ້ວຍເຄືອຂ່າຍຊາວຄຣິສຕຽນລາວ ມາຫາລືກັນອີກເທື່ອນຶ່ງ ຢູ່ຫ້ອງການພາຍໃນເມືອງພະລານໄຊ, ແຕ່ ການແກ້ໄຂບັນຫາດັ່ງກ່າວ ຂອງພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ມີຄວາມຄືບໜ້າ.

ມາຮອດປັດຈຸບັນ ການແກ້ໄຂບັນຫາດັ່ງກ່າວ ຂອງພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ມີຄວາມຄືບໜ້າ.

ດັ່ງນາງ ແສງອາລຸນ ຊາວຄຣິສຕຽນລາວ ຜູ້ເສັຍຫາຍ ເຄີຍ​ກ່າວຕໍ່ວິຍຸເອເຊັຽເສຣີ ໃນວັນທີ່ 15 ມິນາ ນີ້ວ່າ:

ເພິ່ນວ່າຊິແກ້ໄຂ ແຕ່ເພິ່ນຍັງບໍ່ທັນແກ້ໄຂເທື່ອ ຢາກໃຫ້້ເຮັດຫັ້ນແຫຼະເນາະ ເພາະວ່າ ຂະນ້ອຍຢູ່ໃນດົງໃນປ່າທັງໝົດຫັ້ນ ຄອບຄົວຂະນ້ອຍຫັ້ນ ມື້ນັ້ນຕໍາຣວດມາ ເພິ່ນກະຍັງບໍ່ໄດ້ເວົ້າອິຫຍັງ ຍັງບໍ່ແລ້ວ.

  • ໃນ​ເດືອນເມສາ 2021, ທີ່ຜ່ານມາ ຊາວຄຣິສຕຽນລາວ ຊົນເຜົ່າມົ້ງ 6 ຄອບຄົວ ຈຳນວນສະມາຊິກທັງໝົດ ເກືອບ 30 ຄົນ ຢູ່ບ້ານໂພນສະອາດ, ເມືອງຄຳເກີດ ແຂວງບໍຣິຄຳໄຊ ຖືກຍາດພີ່ນ້ອງ, ເຊິ່ງເປັນຜູ້ອາວຸໂສກວ່າ ພາກັນຂົ່ມເຫງ ແລະ ລົບກວນການໃຊ້ຊີວິຕປະຈຳວັນ ຍ້ອນບໍ່ພໍໃຈ ທີ່ທັງ 6 ຄອບຄົວດັ່ງກ່າວ ບໍ່ຍອມປະລະການເຊື່ອຖື ສາສນາຄຣິສຕຽນ.

ເມື່ອເດືອນເມສາ ປີ 2021 ທີ່ຜ່ານມານີ້ ໄດ້ເກີດເຫດການ ຊາວຄຣິສຕຽນລາວ ຊົນເຜົ່າອາຂ່າ 10 ຄອບຄົວ ມີຈໍານວນທັງໝົດ 27 ຄົນ ຢູ່ເມືອງຄັນ, ເມືອງລອງ ແລະ ບ້ານນໍ້າຢາງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຖືກນາຍບ້ານ ແລະຊາວບ້ານ ພາກັນມ້າງເຮືອນ ແລະໄລ່ພວກເຂົາເຈົ້າອອກຈາກບ້ານ ຍ້ອນສາເຫດ ບໍ່ຍອມປະລະ ເຊື່ອຖື ສາສນາຄຣິສຕຽນ ເຮັດໃຫ້ປັດຈຸບັນ ພວກເຂົາເຈົ້າຕ້ອງອອກມາ ເຊົ່າຫ້ອງແຖວຢູ່ ພາຍໃນເມືອງຫຼວງນໍ້າທາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.