ອາຊີບຄົນລາວ ຖືກຕ່າງດ້າວ ຍາດແຍ່ງ
2022.06.05

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ເສຖກິຈລາວ ຍັງຕ້ອງໃຊ້ ເວລາໃນການຟື້ນໂຕ, ອາຊີບ ຄົນລາວ ຍັງຖືກຍາດແຍ່ງ ຈາກຕ່າງດ້າວ ແລະ ວີດີໂອ ຕຳຣວດໄທຍ ຈັບແມ່ຍິງລາວ 2 ຄົນ ລັກລອບເຂົ້າໄປ ຊອກເຮັດວຽກ ໃນປະເທດໄທຍ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ອາຊີບ ຄົນລາວ ຍັງຖືກຍາດແຍ່ງ ຈາກຕ່າງດ້າວ”
ມີຄຳເຫັນ ຈາກເຟສບຸກຄ໌ ຂຽນວ່າ:
“ປະຊາຊົນລາວ ທີ່ຫາເຊົ້າກິນຄໍ່າ ທວງຖາມວ່າ ເມື່ອໃດ ຣັຖບານ ຈະແກ້ໄຂບັນຫາ ຄົນຕ່າງຊາດ ມາຍາດແຍ່ງອາຊີບ ຄົນລາວ. ທີ່ເຫັນໄດ້ ຢ່າງແຈ່ມແຈ້ງ ຄື ການຄ້າຂາຍ ແລະ ທຸຣະກິຈ ການບໍຣິການ ເປັນຕົ້ນ ນັບແຕ່ ເໜືອຮອດໃຕ້ ເຕັມແຕ່ ຄົນວຽດ ແລະ ຄົນຈີນ ເຮັດທຸຣະກິຈ, ຄົນລາວ ຈະໄປຫາກິນແນວໃດ ໃນເມື່ອ ສູ້ເຂົາບໍ່ໄດ້ ກໍຫວັງເພິ່ງທາງການ ແກ້ໄຂຊ່ອຍແດ່.”
…..
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!