ສະຫະຣັຖ ອອກຣາຍງານ ການຈຳກັດສິທ ດ້ານສາສນາ ທົ່ວໂລກ

ອຸ່ນແກ້ວ
2022.06.05
ສະຫະຣັຖ ອອກຣາຍງານ ການຈຳກັດສິທ ດ້ານສາສນາ ທົ່ວໂລກ ຕໍ່ໜ້າທຳນຽບຂາວ ຫຼືທຳນຽບ ປະທານາທິບໍດີ ສະຫະຣັຖອາເມຣິກາ, ທີ່ນະຄອນຫຼວງ ວໍຊິງຕັນ ດີ.ຊີ., ເດືອນເມສາ 2022.
ນັກຂ່າວ ພົລເມືອງ

ບົດ​ຣາຍງານປະຈຳປີ ຂອງກະຊວງການຕ່າງປະເທດ ກ່ຽວກັບເສຣີພາບການເຊື່ອຖືສານາ ເຊິ່ງໄດ້ລະບຸເຖິງສຖານະການເຊື່ອຖືສານາ ຢູ່ໃນທຸກໆປະເທດໃນໂລກ. ບົດຣາຍງານດັ່ງກ່າວ ໄດ້ລວມເອົານະໂຍບາຍຂອງຣັບານ ແຕ່ລະປະເທດ ທີ່ໄປລະເມີດຄວາມເຊື່ອທາງດ້ານສານາ ແລະ ການປະຕິບັດຂອງກຸ່ມຄົນ, ການຮັບຮູ້ເຣື່ອງສານາ ແລະ ສ່ວນບຸກຄົນ. ນະໂຍບາຍຂອງສະຫະຣັອາເມຣິກາ ກໍເພື່ອສົ່ງເສີມເສຣີພາບ ທາງດ້ານສານາ ຢູ່ໃນໂລກ.

ທ່ານ ແອນ​ໂທນີ ບລິ່ງເຄັນ ຣັມົນຣີຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ກ່າວຕອນນຶ່ງວ່າ:

ສະຫະຣັອາເມຣິກາ ຈະສືບຕໍ່ຢືນຢັດ ເພື່ອເສຣີພາບການເຊື່ອຖືສານາ ໄປທົ່ວໂລກ, ພວກເຮົາຍັງຄົງສືບຕໍ່ເຮັດວຽກຄຽງຄູ່ກັບຣັບານ, ອົງການຈັດຕັ້ງຕ່າງໆ, ພາກປະຊາສັງຄົມ.”

ທ່ານ ແອນ​ໂທນີ ບລິ່ງເຄັນ ຍັງກ່າວຕື່ມວ່າ:

ການນັບຖືສານາ ບໍ່ພຽງແຕ່ເປັນນຶ່ງໃນຄຸນຄ່າອັນສູງສົ່ງ ແລະ ສິດທິຂັ້ນພື້ນຖານ ແຕ່ ຈາກຄວາມຄິດຂ້າພະເຈົ້າແລ້ວ ມັນຍັງເປັນບູລິມະສິດນະໂຍບາຍຕ່າງປະເທດທີ່ຈຳເປັນ.”

ແຕ່​ກໍໜ້າເສັຽດາຍ ທີ່ຍັງມີຣັບານຫຼາຍປະເທດ ຫຼົ້ມແຫຼວໃນການເຄົາຣົບສິດທິຂັ້ນພື້ນຖານ ຂອງພົເມືອງໂຕເອງ. ເຊັ່ນກໍລະນີການຂ້າລ້າງເຜົ່າພັນຊາວໂຣຮິງຢາ ຢູ່ປະເທດພະມ້າ ໃນປີ 2017. ຣັບານບາງປະເທດ ສືບຕໍ່ໃຊ້ກົດໝາຍຫ້າມວິພາກວິຈານ, ຫ້າມຊື່ອຖື​​ສານາ, ​ຕຳຣວດຈັບກຸມຊົນກຸ່ມນ້ອຍ ໃນປະເດັນເຣື່ອງທາງສານາ, ການຈຳກັດຄວາມເຊື່ອທາງສານາ ກໍຄືການຈຳກັດການນັບຖືສານາ ແລະ ທ່ານ ແອນໂທນີ ບລິ່ງເຄັນ ຍັງກ່າວຕື່ມວ່າ:

ລວມທັງ ສະຫະຣັຖ ແລະ ຢູໂຣບ ຈະຕ້ອງດຳເນີນການຫຼາຍກວ່ານີ້ ເພື່ອຕໍ່ສູ້ກັບການສ້າງຄວາມຄຽດຊັງ, ການຕ້ານແບ່ງແຍກເຊື້ອຊາດ, ແລະ ການແບ່ງແຍກຊາວມຸລິມ.”

ຢູ່​ໃນແລງການ ທ່ານ ແອນໂທນີ ບລິ່ງເຄັນ ຣັມົນຣີຕ່າງປະເທດ ສະຫະຣັອາເມຣິກາ ຍັງໄດ້ຍົກໂຕຢ່າງ ກໍຣະນີເກີດຂຶ້ນຢູ່ຫຼາຍເທດ ເຊັ່ນຢູ່ປະເທດຊາອຸດິອາຣາເບັຽ, ສະຫະຣັອາເມຣິກາ ໄດ້ດຳເນີນການທີ່ສຳຄັນ ເພື່ອເພີ່ມການປຶກສາຫາລື ກ່ຽວກັບສານາສອງນິກາຍ ແລະ ການຢືນຢັດທີ່ນັບຖືສານາ ແລະ ການນັບຖືສານາອື່ນ ທີ່ບໍ່ແມ່ນສານາອິລາມ ຖືວ່າຜິດກົດໝາຍ ແລະ ຣັບານຍັງຄົງແບ່ງແຍກຊົນກຸ່ມນ້ອຍທີ່ຖືສານາອື່ນ.

ປະ​ເທດຈີນ ກໍຍັງຄົງມີການ​​ຂ້າລ້າງເຜົ່າພັນ ແລະ ປາບປາມຊາວວີກເກີ ທີ່ຖືສານາອິລາມ ແລະ ສານາອື່ນໆ ທີ່ເປັນຊົນກຸ່ມນ້ອຍ. ນັບແຕ່ປີ 2017 ມີຊາວວີກເກີ, ກາຊັກ ແລະ ເກີຈີສ ແລະ ແລະ ຊົເຜົ່າອື່ນໆປະມານ 1 ລ້ານ ຄົນ ຖືກກັກຂັງຢູ່ໃນຄ້າຍດັດສ້າງ ເຂດປົກຄອງໂຕເອງ ຊິນຈຽງ. ຣັບານຈີນ ຍັງສືບຕໍ່ຄຸກຄາມຜູ້ທີ່ຖືກສານາອື່ນໆ ທີ່ບໍ່ເປັນໄປຕາມແນວທາງຂອງພັກຄອມມູນິສຕ໌ (Communist)​ ແຫ່ງປະເທດຈີນ ລວມທັງສະຖານທີ່ທາງສານາພຸທ, ຣິຕຽນ, ຣັທິເຕົ໋າ ແລະ ມີການໃຊ້ສິ່ງກີດຂວາງສະຖານທີ່ດັ່ງກ່າວ.

ຢູ່​ປະເທດ ອາການິຖານ, ສະພາບການນັບຖືສານາຍິ່ງຕົກຕໍ່າ ຢູ່ພາຍໃນໃຕ້ການປົກຄອງຂອງກຸ່ມຕາລີບັນ ໂດຍສະເພາະ ພວກເຂົາໄດ້ໄປກີດກັນ ສິດທິຂັ້ນພື້ນຖານຂອງແມ່ຍິງ ແລະ ເດັກຍິງ ໃນການເຂົ້າເຖິງການສຶກສາ, ໃນການໄປເຮັດວຽກ, ການຮ່ວມກິກັມສັງຄົມ ໃຫ້ຢູ່ພາຍໃຕ້ສານາ ຂອງໂຕເອງເທົ່ານັ້ນ ແລະ ໃນເວລາດຽວກັນ ກຸ່ມຕາລີບັນ ກໍໄປຄຸກຄາມຊົນກຸ່ມນ້ອຍທີ່ບໍ່ນັບຖືສານາໂຕເອງ.

ຢູ່​ເທດປາກີຖານ, ມີ 16 ຄົນທີ່ຖືກກ່າວຫາລົບລູ່ພຣະເຈົ້າ ຖືກສານປາກີສຖານ ຕັດສິນປະຫານຊີວິຕ ໃນປີ 2021 ເຖິງວ່າ ຍັງບໍ່ມີ ຜູ້ໃດຖືກປະທານຊີວິຕເທື່ອກໍຕາມ.

ກ່ຽວ​ກັບປະເທດເຫຼົ່ານີ້ ບົດຣາຍງານ ໄດ້ບັນທຶກ ເຖິງ ເສຣີພາບການນັບຖືນາ ແລະ ສິດທິຂອງຊົນກຸ່ມນ້ອຍໃນການນັບຖືສານາ ຖືກຄຸກຄາມແນວໃດໃນທົ່ວໂລກ.

ໂຕ​ຢ່າງຢູ່ປະເທດອິນເດັຽ ທີ່ເປັນປະເທດປະຊາທິປະໄຕ ໃຫຍ່ທີ່ສຸດໃນໂລກ ແລະ ມີຄວາມເຊື່ອທີ່ຫຼາກຫຼາຍ ແຕ່ກໍຍັງເຫັນ ການທຳຮ້າຍປະຊາຊົນ ແລະ ການທຳລາຍສະຖານທີ່ທາງສານາ.

ຢູ່​ປະເທດວຽດນາມ ບ່ອນທີ່ເຈົ້າໜ້າທີ່ ຄຸກຄາມ ປະຊາຊົນທີ່ນັບຖືສານາ ທີ່ບໍ່ໄດ້ໄປລົງທະບຽນກັບທາງການ.

ຢູ່ ປະ​ເທດໄນຈີເຣັຽ ບ່ອນທີ່ຣັບານ ໄດ້ບັງຄັບໃຊ້ກົດໝາຍ ຫ້າມວິພາກວິຈານ ແລະ ລົບລູ່ພະເຈົ້າ ຕໍ່ປະຊາຊົນຂອງຕົນເອງທີ່ກະທຳຕາມຄວາມເຊື່ອຂອງໂຕເອງ.

ເຖິງ​ຢ່າງໃດກໍຕາມ, ບາງປະເທດທີ່ບໍ່ເຫັນດີກັບເຣື່ອງນີ້ ກໍເຫັນວ່າ ສະຫະຣັອາເມຣິກາ ໄດ້ໃຊ້ປະເດັນທາງສານາ ເພື່ອເຂົ້າໄປແຊກແຊງກິການພາຍໃນປະເທດອື່ນ.

ເວບ​ໄຊຂ່າວທີ່ຊື່ວ່າ Business Standard ໄດ້ຣາຍງານ ໂດຍ ອ້າງຄຳເວົ້າຂອງ ທ່ານ Zhao Lijian ໂຄສົກກະຊວງການຕ່າງປະເທດຈີນ ທີ່ໄດ້ອອກມາຕອບໂຕ້ ລາຍງານປະຈຳປີຂອງສະຫະຣັຖ ກ່ຽວກັບເສຣີພາບ ການນັບຖືສານາ ວ່າ:  ຢູ່ປະເທດຈີນ ມີ 200 ລ້ານ ຄົນນັບຖືສານາ ແລະ ສະຖານທີ່ທາງສານາຫຼາຍແຫ່ງ ເພື່ອໃຫ້ປະຊາຊົນປະຕິບັດກິກັມທາງສານາ. ປະຊາຊົນ ຢູ່ປະເທດຈີນ ພໍໃຈກັບສິທເສຣີພາບການເຊື່ອຖືສານາ. ຄວາມຈິງ ດັງກ້ອງກວ່າຄຳເວົ້າ ແລະ ການເວົ້າຕົວະ 1,000 ເທື່ອ ກໍຍັງເປັນຄຳຂີ້ຕົວະ ຄືເກົ່າ.”

ເຊິ່ງ ທ່ານ Zhao Lijian ຄົງຈະໝາຍເຖິງ ຣາຍງານຂອງ ກະຊວງການຕ່າງປະເທດ ສະຫະຣັຖ ບໍ່ມີມູນຄວາມຈິງ.

ອັນ​ນີ້ ເປັນ​ຖ້ອຍ​ຖ​ແລງ​ການ ທີ່​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ຕອບ​ໂຕ້ ສະ​ຫະ​ຣັ​ຖ​ອາ​ຣິ​ກາ ກ່ຽວ​ກັບ​ຣາຍ​ງານ​ປະ​ຈຳ​ປີ 2021 ດ້ານ​ເສ​ຣີ​ພາບ​ການ​ເຊື່ອ​ຖື​ສາ​ສ​ນາ.   

ສະ​ເພາະ ຢູ່​ປະ​ເທດ​ລາວ ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ຍົກ​ໃຫ້ເຫັນ​ເຖິງ​ກໍ​ຣະ​ນີ ອາ​ຈານ​ສີ​ທົນ ທິບ​ພະ​ວົງ ຄູ​ສອນ​ສາ​ສ​ນາ ຢູ່​ບ້ານ​ກະ​ລຶມ​ວັງ​ແຂ້ ເມືອງ​ຊົນ​ນະ​ບູ​ລີ ແຂວງ​ສວັນ​ນະ​ເຂດ ຖືກ​ສານ​ຕັດ​ສິນ ຕິດ​ຄຸກເປັນ​ເວ​ລາ 1 ປີ ແລະ ປັບ​ໃໝ ຫຼາຍ​ລ້ານ​ກີບ ໃນ​ຂໍ້​ຫາ ແບ່ງ​ແຍກ​ຄວາມ​ສາ​ມັກ​ຄີ ແລະ ສ້າ​ງ​ຄວາມ​ວຸ້ນ​ວາຍ  ໂດຍແມ່ນສານແຂວງ​ສວັນ​ນະ​ເຂດ ເປັນ​ຜູ້​ຕັດ​ສິນ​ໃນ​ວັນ​ທີ 6 ເມ​ສາ 2021 ໂດຍ ຕັ້ງ​ຂໍ້​ຫາ ວ່າການ​ຊຸມ​ນຸມ​ເຮັດ​ກິ​ຈ​ກັມ​ທາງ​ສາ​ສ​ນາ ທີ່​ຜິດ​ຕໍ່ດຳ​ຣັຖ 315 ເຊິ່ງ​ເປັນ​ດຳ​ຣັຖ​ຄຸ້ມ​ຄອງ ເຣື່ອງ​ສາ​ສ​ນາຂອງ​ລາວ.

ນອກ​ຈາກນີ້ ຍັງມີ​ຊາວ​ຄ​ຣິ​ສ​ຕຽນ 7 ຄົນ ຢູ່​ບ້ານ​ປາ​ສິງ ເມືອງ​ຕາ​ໂອ້ຍ ແຂວງ​ສາ​ຣະ​ວັນ ຖືກ​ຊາວ​ບ້ານ​ຂັບ​ໄລ່​ອອກ​ຈາກ​ບ້ານ ໃນ​ເດືອນ​ຕຸ​ລາ 2020 ແລະ ຊາວ​ບ້ານ​ທີ່ບໍ່​ແມ່ນ ຊາວ​ຄ​ຣິສຕຽນ ພາ​ກັນ​ໄປ​ມ້າງ​ເຮືອນ​ເຂົາ​ເຈົ້າ.

ຊາວ​ຄ​ຣີ​ຕຽນ​ຈຳ​ນວນ 7 ຄົນ ດັ່ງ​ກ່າວ ຕ້ອງ​ພາ​ກັນ​ໄປ​ກາງ​ເຕັ້ນ​ນອນ ອາ​ສັຍຢູ່​ກາງ​ແຈ້ງ ໃນ​ຂະ​ນະ​ທີ່​ລໍ​ຖ້າ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ບ້ານ ມາ​ແປງ​ເຮືອນ​ໃຫ້​ເຂົາ​ເຈົ້າ.

ນອກ​ຈາກນີ້ ຣາຍ​ງານ​ຍັງ​ລະ​ບຸ​ວ່າ ໃນ​ເດືອນມົກ​ກະ​ຣາ 2021 ຊາວ​ບ້ານຕາ​ລູ ເມືອງຕະ​ໂອ້ຍ ແຂວງ​ສາ​ຣະ​ວັນ ໄດ້​ຂັບ​ໄລ່​ຊາວຄ​ຣິ​ສ​ຕຽນ 14 ຄົນ ຈາກ​ບ້ານ​ເຂົາ​ເຈົ້າ ຍ້ອນ​ເຂົາ​ເຈົ້າບໍ່​ເຊົາ​ນັບ​ຖື​ສາ​ສ​ນາ​ຄຣິສຕຽນ​

ໃນ​ເດືອນກໍ​ຣະ​ກະ​ດາ ແລະ ເດືອນສິ​ງ​ຫາ 2021, ອຳ​ນາດ​ການ​ປົກ​ຄອງ​ບ້ານ ນ້ຳ​ມອງ ເມືອງ​ນາ​ໝໍ້ ແຂວງ​ອຸ​ດົມ​ໄຊ ໄດ້​ນາບ​ຂູ່ວ່າ​ ຈະ​ຂັບໄລ່ ຊາວ​ຄ​ຣິສ​ຕຽນ 6 ຄອບ​ຄົວ ອອກ​ຈາກ​ບ້ານ ພາຍໃນ​ທ້າຍ​ປີ ຖ້າ​ວ່າ ຊາວ​ຄ​ຣິສ​ຕຽນດັ່ງ​ກ່າວ ບໍ່ຍອມ​ເຊັນ​ເອ​ກະ​ສານ ໃຫ້​ເຊົາ​ນັບ​ຖື​ສາ​ສ​ນາ​ຄ​ຣິສຕຽນ. ໃນ​ນັ້ນ​ມີ 4 ຄອບ​ຄົວ ຕ້ອງຍອມ​ເຊັນ​ເອ​ກະ​ສານ ເພື່ອ​ເຊົາ​ນັບ​ຖື​ສາ​ສ​ນາ​ຄ​ຣິສ​ຕຽນ ດ້ວຍ​ຄວາມ​ຢ້ານ​ກົວ.

ນອກ​ຈາກນີ້ ຍັງ​ມີ​ກໍ​ຣະ​ນີ ຊາວ​ບ້ານສິງ​ສ​ະ​ຫວັນ ເມືອງ​ອາດ​ສະ​ພອນ ແຂວງ​ສະ​ວັນ​ນະ​ເຂດ ໄດ້​ນາບ​ຂູ່ ເພື່ອ​ຂັບ​ໄລ່ ຊາວ​ຄ​ຣິ​ສ​ຕຽນ 3 ຄອ​ບ​ຄົວ ອອກ​ຈາກ​ບ້ານ ຖ້າ​ເຂົາ​ເຈົ້າບໍ່​ເຊົາ​ນັບ​ຖື​ສາ​ສ​ນາ ຄ​ຣີິສຕຽນ ແລະ ຊາວ​ຄ​ຣິ​ສ​ຕຽນ​ບາງ​ຄົນ ຕ້ອງ​ຫັນ​ມາ​ຖື​ສາ​ສ​ນາ​ພຸທ ຍ້ອນ​ເຂົາ​ເຈົ້າ​ຢ້ານ.

ຣັ​ຖ​ທັມ​ນູນ​ແຫ່ງ​ສ​ປ​ປ​ລາວ ໄດ້​ລະ​ບຸ​ວ່າ ພົ​ລ​ເມືອງ​ລາວ ມີ​ສິທ​ຈະ​ເຊື່ອ​ຖື ຫຼື ບໍ່​ເຊື່ອ​ຖື​ສາ​ສ​ນາ​. ຣັ​ຖ​ບານ​ລາວ ຮັບ​ຮູ້ ຢ່າງ​ເປັນ​ທາງ​ການ 4 ສາ​ສ​ນາ ຫຼັກ ຄື: ສາ​ສ​ນາ​ພຸທ, ສາ​ສ​ນາຄ​ຣິ​ສ, ສາ​ສ​ນາອິ​ສ​ລາມ ແລະ ສາ​ສ​ນາບາ​ຮາຍ. ດຳ​ຣັຖ  315 ໄດ້​ລະ​ບຸ​ວ່າ ຣັ​ຖ​ບານ​ເປັນ​ຜູ້​ອະ​ນຸ​ມັດ​ ການ​ຈັດ​ກິ​ຈ​ກັ​ມ​ທາງ​ສ​າ​ສ​ນາ.

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ກະ​ຊວງ​ພາຍ​ໃນ ເປັນ​ໜ່ວຍ​ງານ​ທີ່​ຄຸ້ມ​ຄອງ ກິ​ຈກັມ​ທາງ​ສາ​ສ​ນາ.

ກຸ່ມ​ທີ່​ເຄື່ອນ​ໄຫວ​ທາງ​ດ້ານ​ສາ​ສ​ນາ ໃນ​ຂັ້ນ​ແຂວງ ຈະ​ຕ້ອງໄດ້​ຮັບ​ອະ​ນຸ​ຍາດ​ ຈາກກະ​ຊວງ​ພາຍ​ໃນ ແລະ ຖ້າ​ຈະ​ໄປ​ເຂື່ອນ​ໄຫວ​ຢູ່​ຂັ້ນ​ເມືອງ ຈະ​ຕ້ອງໄດ້​ຮັບ​ອະ​ນຸ​ຍາດ​ຈ​າກ​ຂັ້ນ ແຂວງ​ກ່ອນ, ຖ້າ​ຈະ​ໄປ​ເຄື່ອນ​ໄຫວ​ຢູ່​ບ້ານ ຈະ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ ຈາກເຈົ້າ​ໜ້າ​ທີ່​ຂັ້ນ​ເມືອງ ຕາມ​ຂັ້ນ​ຕອນ.

ອີງ​ຕາມ​ຂໍ້​ມູນ​ຈາກ​ຜູ້​ນຳ​ທາງ​ສາ​ສ​ນາ, ຂໍ້​ຂັດ​ແຍ່ງ​ສ່ວນ​ຫຼາຍ​ທີ່​ເກີດ​ຂຶ້ນ ​ຢູ່​ໃນ​ບ້ານທີ່​ຢູ່​ເຂດ​ຫ່າງ​ໄກ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູນ​ກາງເຂົ້າ​ໄປ ດຳ​​ເນີນ​ການ​ໄກ່​ເກັ່ຽ ລຳ​ບາກ.

ບັນ​ຫາ​ທີ​ເກີດ​ຂຶ້ນຢູ່​ບ້ານ​ທີ່​ຢູ່​​ຫ່າງ​ໄກ ກໍ​ຄືເຈົ້າ​ໜ້າ​ທີ່​ຂັ້ນ​ບ້ານທີ່ບໍ່​ແມ່ນ​ຊາວຄ​ຣິ​ສ​ຕ​ຽນ ຈະ​ໄປ​ບັງ​ຄັບ​ໃຫ້ຊາວ​ບ້ານ​ ທີ່​ເປັນ​ຄ​ຣິ​ສ​ຕຽນ ເຊົານັບ​ຖື​ສາ​ສ​ນາຄ​ຣິສຕຽນ.  

ພົ​ເມືອງລາວທັງໝົດມີ 7.6 ລ້ານ ຄົນ ອີງຕາມການສຳຣວດໃນປີ 2021. ອັດຣາສ່ວນ ໃນການນັບຖືສານາຂອງຄົນລາວ ທີ່ມີການສໍາຣວດໃນປີ 2015 ຄື 64.7 ເປີເຊັນ ນັບຖືສານາ ພຸດ, 1.7 ເປີເຊັນ ນັບຖືສານາຣິສຕຽນ, 31.4 ເປີເຊັນ ບໍ່ໄດ້ນັບຖືສານາ, 2.1 ເປີເຊັນ ນັບຖືສານາ ອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.