ເຣື້ອງທີ່ເກັບບັນທຶກໄວ້
2022-03-10
ທ້າວ ຄູຄຳ ແກ້ວມະນີວົງ ອະດີດນັກເຄື່ອນໄຫວ ປະຊາທິປະໄຕໃນລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໄດ້ເດີນທາງໄປລີ້ພັຍຢູ່ປະເທດຄານາດາ ໃນວັນທີ 9 ມີນາ ທີ່ຜ່ານມາ.
2022-03-09
ການໂຍກຍ້າຍຊາວບ້ານ ບ້ານກິ່ວງິ້ວ ເມືອງເງິນ ແຂວງໄຊຍະບູຣີ ທີ່ໄດ້ຮັບຜົລກະທົບ ຈາກໂຮງໄຟຟ້າຫົງສາ ສຳເຮັດແລ້ວ 100% ແຕ່ຊາວບ້ານ ຍັງລໍຖ້າ ດິນທຳການກະເສດ.
2022-03-09
ການຈັດຫາ ວຽກເຮັດງານທຳ ຂອງ ບໍຣິສັດຈັດຫາງານ ຂອງປະເທດລາວ ຈຳນວນນຶ່ງຍັງຂາດ ສະມັດຕະພາບ ການຄຸ້ມຄອງແຮງງານ, ດຳເນີນທຸຣະກິດ ໂດຍບໍ່ໄດ້ຢູ່ ໃນການກຳກັບດູແລ ຂອງໜ່ວຍງານພາກຣັຖ ແລະຄິດຄ່າບໍຣິການ ໃນອັດຕຣາທີ່ແພງກວ່າ ທາງການກຳນົດໄວ້.
2022-03-09
ເຈົ້າໜ້າທີ່ຕໍາຣວດ ແລະເຈົ້າໜ້າທີ່ ຂັ້ນບ້ານ ທີ່ກ່ຽວຂ້ອງ ໄດ້ລົງສໍາຣວດ ແລະທໍາລາຍ ສວນຝິ່ນ ຈໍານວນ 10 ເຮັກຕ້າຣ໌ ຊຶ່ງປູກຢູ່ ເຂດບ້ານສີບຸນເຮືອງ, ບ້ານນໍ້ານ້ອຍ ແລະເຂດດົງງອນ ບ້ານພຽງຫໍ້ ເມືອງຮຸນ ແຂວງອຸດົມໄຊ.
2022-03-09
ຣົຖຂົນສົ່ງ ຄົນງານລາວ ເກີດອຸບັດຕິເຫດ ເສັຍຫຼັກຕົກນ້ຳອູ ຊຶ່ງຣົຖຄັນດັ່ງກ່າວ ຈະເອົາຄົນງານ ຈາກບ້ານຫ້ວຍຫ້ຽມ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໄປສົ່ງຢູ່ ສວນກ້ວຍຈີນ ທີ່ເມືອງຫິນເຫີບ ແຂວງວຽງຈັນ ແລະມີຜູ້ໄດ້ຮັບ ບາດເຈັບ ສາຫັດ 3 ຄົນ.
2022-03-09
ອັດຕຣາເງີນກີບເຟີ້ ເພີ່ມຂຶ້ນ ມີປັດຈັຍຫຼາຍຢ່າງ ແຕ່ສິ່ງທີ່ສຳຄັນ ແມ່ນຍ້ອນຣັຖບານລາວ ເພິ່ງພາພາກການນຳເຂົ້າເປັນຫຼັກ ໂດຍສະເພາະນ້ຳມັນ ທີ່ຖືວ່າເປັນພື້ນຖານ ການຜລິດ, ການຂົນສົ່ງສິນຄ້າ ແລະ ອື່ນໆ ຈຶ່ງກະທົບ ເສຖກິຈລາວໂດຍຣວມ.
2022-03-08
ຄົນລາວ ຈຳນວນຫລາຍ ຕັ້ງຄຳຖາມແບບເຄືອງໃຈວ່າ ເປັນຫຍັງຄົນຈີນ ມັກລົງມືທຳຮ້າຍ ຄົນງານລາວ, ທຳຮ້າຍຄົນລາວ ທັງທີ່ວ່າ ຄົນຈີນເຫຼົ່ານັ້ນ ມາອາສັຍດິນລາວຫາກິນ, ແຕ່ຄົນລາວ ກັບຖືກເອົາປຽບທຸກດ້ານ ແລະເມື່ອຄົນຈີນເຮັດຜິດ ກໍບໍ່ເຫັນເຈົ້າໝ້າທີ່ ດຳເນີນຄະດີ ຕາມກົດໝາຍລາວ.
2022-03-08
ທາງການລາວ ເຣີ່ມໃຫ້ເດັກນ້ອຍ ອາຍຸ 6 ປີຫາ 11 ປີ ສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ຊີໂນຟາມ ແລ້ວ ຕັ້ງແຕ່ວັນທີ 21 ກຸມພາ ທີ່ຜ່ານມາ, ແຕ່ພໍ່ແມ່ ຜູ້ປົກຄອງ ຈຳນວນນຶ່ງຍັງກັງວົນ ຢ້ານຜົລຂ້າງຄຽງ ທີ່ເກີດຈາກ ວັກຊິນ.
2022-03-08
ໂຮງຮຽນສາມັນ ກິນນອນຊົນເຜົ່າ ເມືອງນໍ້າບາກ ຢູ່ແຂວງຫຼວງພຣະບາງ ຍັງຕ້ອງການ ຄວາມຊ່ອຍເຫຼືອຫຼາຍຢ່າງ ເປັນຕົ້ນງົບປະມານ ດ້ານອາຫານ ແລະອື່ນໆ ເພື່ອຊ່ອຍເຫຼືອນັກຮຽນ ບັນດາເຜົ່າ ເຂົ້າໂຮງຮຽນແຫ່ງນີ້ ເນື່ອງຈາກ ງົບປະມານ ທີ່ພາກຣັຖຊ່ອຍເຫຼືອ ບໍ່ພຽງພໍ.
2022-03-08
ເກີດເຫດ ຣົຖໄຟລາວ-ຈີນ ແລ່ນລະຫວ່າງ ແຂວງຫຼວງພຣະບາງ ຫານະຄອນຫຼວງວຽງຈັນ ໄດ້ຢຸດກາງທາງ ຫຼາຍເທື່ອ ເນື່ອງຈາກ ລົມພະຍຸ ແລະຝົນຕົກໜັກ ເຮັດໃຫ້ການ ແລ່ນຣົຖໄຟ ລ້າຊ້າ ຢ່າງໜ້ອຍ 8 ຊົ່ວໂມງ ຈຶ່ງເຖິງຈຸດໝາຍ ປາຍທາງ.
2022-03-08
ສູນກາງສະຫະພັນ ກັມມະບານລາວ ສເນີໃຫ້ມີການປັບຂຶ້ນ ເງິນເດືນອຂັ້ນຕ່ຳ ແຕ່ຜູ້ປະກອບການ ໃນຫຼາຍຂແນງການ ຍັງບໍ່ພ້ອມ ເພາະວ່າ ທາງເຈົ້າຂອງກິຈການ ເຫຼົ່ານັ້ນ ອາດບໍ່ມີເງິນ ພຽງພໍທີ່ຈ່າຍ ທັງເງິນເດືອນ, ເງິນສວັດດີການອື່ນໆ ແລະ ອາຈເຖິງຂັ້ນ ຕ້ອງປິດກິຈການ.
2022-03-08
ທ້າວ ສີສຸກ ດາວເຮືອງ ຖືກສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນ ປະຫານຊີວິດ, ຊຶ່ງກ່ອນໜ້ານັ້ນ ທັງໄຊຊະນະ ແລະ ຄອນປະສົງ ກໍຕົກໃນຊະຕາກັມດຽວກັນ.
2022-03-07
ລາວ ແລະ ໄທຍ ເຊັນສັນຍາ MOU ຊື້-ຂາຍ ພະລັງງານໄຟຟ້າ ຈາກ 9,000 ເມກະວັຕ ເພີ່ມເປັນ 10,500 ເມກະວັຕ
2022-03-07
ໃນໄລຍະ 4-5 ເດືອນຜ່ານມາ ນີ້ ມີແມ່ຍິງລາວ ຈາກຫຼາຍແຂວງ ຕັດສິນໃຈໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ພໍມີລາຍໄດ້ສົ່ງລ້ຽງຄອບຄົວ ແຕ່ກັບຖືກບັງຄັບ ໃຫ້ຂາຍບໍຣິການທາງເພດ, ບາງກໍຣະນີ ເຈົ້າໜ້າທີ່ ກໍຊ່ອຍອອກມາໄດ້ ແລະ ຫຼາຍກໍຣະນີ ກໍຍັງລໍຖ້າ ການຊ່ອຍເຫຼືອ.
2022-03-07
ຄົນຂັບຣົຖຂົນສົ່ງສິນຄ້າ ຊາວລາວ ທີ່ຖືກກຸ່ມຄົນຂັບຣົຖ ຊາວຈີນຕີ ບາດເຈັບສາຫັດ ຍັງຢູ່ໃນໂຮງໝໍ, ແຕ່ກຸ່ມຄົນຈີນທີ່ຖືກຈັບ ໄດ້ປະກັນຕົວອອກແລ້ວ ໃນຂະນະທີ່ຫຼາຍຄົນ ຕັ້ງຄຳຖາມເຖິງ ການປະຕິບັດໜ້າຂອງຕຳຣວຈ ໃນເວລາເກີດເຫດ ດັ່ງກ່າວ.